ເຊັນ MOU ສຶກສາໂຄງການ ພະລັງງານແສງຕາເວັນ ຢູ່ 4 ເມືອງ ຂອງແຂວງອຸດົມໄຊ
ບໍຣິສັດຈາກປະເທດຈີນ ສິງກະໂປ ແລະ ບໍຣິສັດ ຈາກ ສປປ ລາວ ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາ ຄວາມເປັນໄປໄດ້ ໃນໂຄງພະລັງງານແສງຕາເວັນ ຢູ່ເຂດ 4 ເມືອງໃນແຂວງອຸດົມໄຊ ຂະນະທີ່ ຍັງບໍ່ມີຂໍ້ມູນລະອຽດ ກ່ຽວກັບຜົລກະທົບ ທາງດ້ານທີ່ດິນ ຂອງປະຊາຊົນເທື່ອ.
-
ໄຊຍາ
2023-08-03 -
-
-
Your browser doesn’t support HTML5 audio
ເມື່ອວັນທີ 24 ກໍຣະກະດາ ທີ່ຜ່ານມານີ້ຣັຖບານລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບບໍຣິສັດ China Power International Limited ຈາກປະເທດຈີນ ຮ່ວມກັບບໍຣິສັດ Singapore Yatai New Energy Development Co., PTE, LTD ແລະ ບໍຣິສັດ ຈະເລີນຊັບ ໂປຣເຟຣຊັນແນວ ເນັດເວີກ ຈຳກັດ ຜູ້ດຽວຂອງລາວ ເພື່ອສຶກສາຄວາມເປັນໄປໄດ້ ໃນການພັທນາເຮັດໂຄງການ ພະລັງງານແສງຕາເວັນ ຢູ່ເມືອງໄຊ, ເມືອງນາໝໍ້, ເມືອງງາ ແລະ ເມືອງແບງ ແຂວງອຸດົມໄຊ ໂດຍຈະມີການສຶກສາ ໃນເນື້ອທີ່ທັງໝົດ ປະມານ 44,800 ເຮັກຕ້າຣ໌ ອີງຕາມການຣາຍງານ ຂອງກະຊວງແຜນການ ແລະການລົງທຶນ.
ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາ ກະຊວງແຜນການ ແລະການລົງທຶນ ແລະກະຊວງພະລັງງານ ແລະບໍ່ແຮ່ ເພື່ອຂໍຣາຍລະອຽດເພີ່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສະດວກ ໃຫ້ຣາຍລະຽດຫຼາຍໄປກ່ວານັ້ນ.
ທາງດ້ານເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ ກ່າວວ່າ ສໍາລັບຣາຍລະອຽດແລະແຜນດັ່ງກ່າວນັ້ນ ທາງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ສົ່ງເອກະສານມາຍັງ ແຂວງອຸດົມໄຊເທື່ອ ລວມທັງຍັງບໍ່ໃຫ້ຣາຍລະອຽດ ກ່ຽວກັບການລົງພື້ນ ທີ່ດດ່ັງກ່າວ ເຊິ່ງຕາມການຫຼັກການແລ້ວ ຈະຕ້ອງສົ່ງເອກະສານມາໃຫ້ທາງແຂວງ ກ່ອນທີ່ຈະລົງພື້ນທີ່.
ດັ່ງຍານາງກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 03 ສິງຫານີ້ວ່າ:
“ຄືວ່າຍັງບໍ່ເຫັນໆ. ມັນຄືອັນນັ້ນເນາະ ມີໂຄງການກໍ່ສ້າງ ມັນກໍຈະເປັນເອກະຊົນ ຫຼື ຣັຖຫັ້ນນ່າ. ມັນກໍມາທາງແຜນການ ເຮົານີ້ແຫຼະ.”
ໃນຂະນະທີ່ ທາງຫ້ອງການປົກຄອງເມືອງ ຂອງແຕ່ລະເມືອງ ຢູ່ແຂວງອຸດົມໄຊ ທີ່ຢູ່ໃນເຂດເຮັດໂຄງການດັ່ງກ່າວນັ້ນ ຍັງບໍ່ທັນໄດ້ຮັບເອກະສານ ຈາກທາງພາກສ່ວນທີ່ກ່ຽວຂ້ອງເທື່ອ ແລະກໍຍັງບໍ່ທັນມີຂໍ້ມູນຄັກແນ່ເທື່ອວ່າ ໂຄງການດັ່ງກ່າວນີ້ ຈະກວມເອົາທີ່ດິນ ຂອງຊາວບ້ານ ຫຼື ບໍ່ ເຊິ່ງຖ້າມີແຜນຈະເອົາດິນຊາວບ້ານ ເຊິ່ງຕ້ອງໄດ້ຜ່ານຂັ້ນເມືອງ ເພື່ອທີ່ຈະແຈ້ງການໄປຍັງແຕ່ລະບ້ານ.
ດັ່ງເຈົ້າໜ້າທີ່ຢູ່ເມືອງແບງນາງໜຶ່ງກ່າວວ່າ.
“ຍັງບໍ່ເຫັນຖ້າວ່າມີເຂົາເຈົ້າກາຊິສເນີ ຫຼື ວ່າແຈ້ງການມາແຈ້ງການ ມາຫາທາງເມືອງ ແລ້ວກໍທາງເມືອງຈັ່ງແມ່ນປະສານຫາບ້ານ.”
ທາງດ້ານຊາວບ້ານ ຢູ່ເມືອງນາໝໍ້ນາງໜຶ່ງ ທີ່ເຄີຍເສັຍທີ່ດິນໃຫ້ແກ່ການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ກ່າວວ່າກ່ຽວກັບໂຄງການ ພະລັງງານແສງຕາເວັນ ທີ່ວ່ານັ້ນ ຍານາງເອງຍັງບໍ່ທັນຮູ້ຂ່າວເທື່ອ ແຕ່ຄັນວ່າທາງໂຄງການ ໄດ້ມີການສຳຣວດແລ້ວ ແລະມີແຜນຈະເອົາທີ່ດິນ ຂອງຊາວບ້ານ ກໍຈຳເປັນຕ້ອງໄດ້ຕົກລົງເຣື່ອງເງິນຄ່າຊົດເຊີຍ ຢ່າງເໝາະສົມ ແລ້ວຊາວບ້ານຈຶ່ງຈະຍອມ ຍົກທີ່ດິນໃຫ້.
ດັ່ງຍານາງກ່າວວ່າ:
“ຄັນວ່າຖືກໂຄງການອີກ ໃຫ້ເຈົ້າຂອງບໍຣິສັດມາຕໍ່ລອງ ເປັນເງິນຫຍັງ ກໍຈ່າຍໃຫ້ ຄັນບໍ່ຈ່າຍ ລະບໍ່ໃຫ້ວ່າເປັນເງິນໂດລ້າຣ໌ ກໍໃຫ້ຈ່າຍເງິນໂດລ້າຣ໌. ຈີນກໍຈ່າຍເງິນຈີນ ຄັນສົມໃຈ ເອື້ອຍແລ້ວຊິໃຫ້ບໍ່ສົມໃຈ ເອື້ອຍລະບໍ່ໃຫ້ລະເວົ້າແນວນນີ້ ນຳເຂົ້າຊັ້ນນ່າ.”
ສ່ວນຊາວບ້ານ ຢູ່ເມືອງງາທ່ານໜຶ່ງ ກ່າວວ່າ ທ່ານເອງຍັງບໍ່ທັນຮູ້ຂ່າວວ່າ ຈະມີການສຶກສາ ຄວາມເປັນໄປໄດ້ ເພື່ອເຮັດໂຄງການດັ່ງກ່າວ ໃນຂອບເຂດເມືອງງາເທື່ອ ແຕ່ກໍເຊື່ອວ່າເປັນຄັນເປັນໂຄງການ ທີ່ບໍຣິສັດຈີນ ເຂົ້າມາກ່ຽວຂ້ອງ ແລ້ວມີການເອົາທີ່ດິນ ຊາວບ້ານນັ້ນ ກໍອາດໄດ້ຮັບການຊົດເຊີຍ ແບບສົມເຫດສົມຜົລຢູ່.
ທ່ານກ່າວວ່າ:
“ບໍ່ຮູ້ໄດໆ. ມັນເປັນໄປຕາມສາຍການຈັດຕັ້ງຫັ້ນແຫຼະ ມັນກາຊິສເນີນຳເມືອງ ນຳຫຍັງເນາະ. ຂໍດິນຂໍດອນແນວນີ້ຫັ້ນແຫຼະ ພັກ-ຣັຖ ອະນຸຍາດໃຫ້ແລ້ວ ມັນກໍເຮັດໄດ້ ຈີນບໍ່ມີບັນຫາສົມມຸດວ່າ ນາເຮັກຕ້າຣ໌ໜຶ່ງຈີນມັນໃຫ້ 300 ລ້ານກີບ ໃຫ້ຫຼາຍໆ.”
ທາງນັກວິຊາການ ດ້ານພະລັງງານ ແສງຕາເວັນທ່ານໜຶ່ງ ກ່າວວ່າ ທ່ານເອງ ຍັງບໍ່ທັນຮູ້ຣາຍລະອຽດກ່ຽວກັບໂຄງການດັ່ງກ່າວເທື່ອ ແຕ່ຄັນເບີ່ງຕາມຂນາດເນື້ອທີ່ ຂອງການສຶກສາ ໂຄງການນີ້ແລ້ວ ຖືວ່າອາດກາຍເປັນໂຄງການ ພະລັງງານແສງຕາເວັນ ທີ່ໃຫຍ່ທີ່ສຸດໃນລາວ ແລະກໍເຫັນວ່າໃນໄລຍະຜ່ານມານັກລົງທຶນຈີນ ກໍເຣີ່ມເຂົ້າມາເຮັດໂຄງການ ພະລັງງານແສງຕາເວັນຫຼາຍຂຶ້ນເລື້ອຍໆ.
ດັ່ງທ່ານກ່າວວ່າ:
“ໂອ ໃຫຍ່ແດ່ຂ້ອຍວ່າ 44 ພັນເຮັກຕ້າຣ໌ ຕອນນີ້ເຣີ່ມຈະຫຼາຍຂຶ້ນແລ້ວໄດ. ມັນກາດີແນວໜຶ່ງເນາະ ຖ້າວ່າມັນອັນນັ້ນໄດ້ ໂຊລ້າຣ໌ເຊລ ມັນສາມາດຜລິດໄດ້ ຕອນສວຍສື່ໆ. ຖ້າວ່າເຮັດໄດ້ກາດີເນາະ.”
ປັດຈຸບັນຍັງບໍ່ມີຂໍ້ມູນ ຢ່າງຄັກແນ່ວ່າ ໂຄງການສຶກສາຄວາມເປັນໄປໄດ້ ເພື່ອເຮັດໃຫ້ໂຄງ ການພະລັງງານແສງຕາເວັນ ຢູ່ 4 ເມືອງໃນແຂວງອຸດົມໄຊ ນັ້ນແມ່ນຈະໃຊ້ເວລາສຶກສາ ຈັກເດືອນ ແລະຄັນຜ່ານການສຶກສາແລ້ວ ຈະມີການລົງທຶນຫຼາຍປານໃດ, ມີໄລຍະສັມປະທານຈັກປີ ແລະຈະສົ່ງອອກພະລັງງານ ແສງຕາເວັນ ໄປປະເທດໃດແດ່.
ກ່ອນໜ້ານີ້ ບໍຣິສັດ ໄຊຊະນະ ພະລັງງານຈໍາກັດ ຜູ້ດຽວ ກໍາລັງສຶກສາສໍາຣວດ ຄວາມເປັນໄປໄດ້ໃນການພັທນາ ໂຄງການພະລັງງານແສງຕາເວັນ ໃນເນື້ອທີ່ 1,152 ເຮັກຕ້າຣ໌ ຢູ່ບ້ານນາງຍອງ ແລະບ້ານປາກປູນ ເມືອງລະມາມ ແຂວງເຊກອງ ເຊິ່ງຄາດວ່າຈະໃຊ້ງົບປະມານລົງທຶນ 1,200 ລ້ານໂດລ້າຣ໌ສະຫະຣັຖ ເພື່ອຜລິດພະລັງງານ ແສງຕາເວັນ ສົ່ງອອກໄປປະເທດໃກ້ຄຽງ.