ນັກລົງທຶນຈີນ ສຶກສາປູກຫຍ້າ ລ້ຽງງົວພັນ ຢູ່ຊຽງຂວາງ

ນັກລົງທຶນຈີນ ຕຣຽມສຶກສາ ການປູກຫຍ້າ ເພື່ອສນອງອຸດສາຫະກັມ ການລ້ຽງງົວພັນ ຫຼັງຈາກທີ່ທາງການລາວ ເຫັນດີໃຫ້ສັມປະທານດິນ ຢູ່ເມືອງພູກູດ ແຂວງຊຽງຂວາງ, ຂະນະທີ່ຊາວບ້ານ ເປັນຫ່ວງເຣື່ອງສານເຄມີ ທີ່ຈະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊີວິຕຊາວບ້ານ.

ແຜນທີ່ ເຂດເມືອງພູກູດ ບ່ອນທີ່ທາງການລາວ ອານຸຍາດໃຫ້ນັກລົງທຶນຈີນ ສັມປະທານເນື້ອທີ່ດິນ ເພື່ອສຶກສາປູກຫຍ້າ ສຳລັບລ້ຽງງົວພັນ. ຮູບພາບ: OpenStreetMap contributors/Datawrapper

ຜ​ແນກ​ແຜນ​ການ ແລະ ການ​ລົງ​ທຶນ ແຂວງ​ຊຽງ​ຂວາງ ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ກັບ ບໍ​ຣິ​ສັດ ວາຍ​ແອວ ຊ້ຽວ ພັ​ທ​ນາ​ກະ​ສິ​ກັມ ຈຳ​ກັດ ຂອງ​ນັກ​ລົງ​ທຶນຈີນ ເພື່ອ​ສຶກ​ສາ​ ສຳ​ຣວດ ຄວາ​ເມ​ປັນ​ໄປ​ໄດ້​ໃນ​ການ​ລົງ​ທຶນ ​ສັມ​ປະ​ທານ​ທີ່​ດິນ ເນື້ອ​ທີ່​ປະ​ມານ 80 ເຮັກ​ຕ້າຣ໌ ຢູ່​ບ້ານປົວ ເມືອງພູ​ກູດ ແຂວງ ​ຊຽງ​ຂວາງ ເພື່ອ​ປູກ​ຫຍ້າ​ລ້ຽງ​ງົວ.

ໂຄງ​ການ​ດັ່ງ​ກ່າວ ມີ​ເປົ້າ​ໝາຍ​ລ້ຽງ​ງົວ ສົ່ງ​ຂາຍ​ໄປ​ຈີນ, ວຽດ​ນາມ ແລະ ພາຍ​ໃນ​ປະ​ເທດ ແຕ່ ມີ​ຊາວ​ບ້ານ ຈຳ​ນວນ 15 ຄອບ​ຄົວ ຢູ່​ບ້ານປົວ ຈະ​ຕ້ອງ​ເສັຽ​ດິນ​ນາ ເນື້ອ​ທີ່ 20 ປາຍເຮັກ​ຕ້າຣ໌ ແລະ ເຂົາ​ເຈົ້າ​ຍັງ​ບໍ່​ຮູ້​ວ່າ ຈະ​ໄດ້​ຄ່າ​ຊົດ​ເຊີຍ​ເທົ່າ​ໃດ ຈົນ​ກະ​ທັ່ງ ຜົ​ລ​ການ​ສຶກ​ສາ ​ສຳ​ຣວດ​ຈະ​ອອກ​ມາ. 

ຊາວ​ບ້ານ​ປົວ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 7 ກໍ​ຣະ​ກະ​ດາ ວ່າ:

ຊາວບ້ານຫັ້ນໄປແລ້ວ ຄອບຄົວ ທີ່ວ່າ ມີຜົກະທົບຫັ້ນ ກໍໄດ້ໂອ້ລົມກັນ ແລ້ວ ສຸດທ້າຍ ເພິ່ນກໍໃຫ້ສຶກສາຄວາມເປັນໄປໄດ້ ໄດ້ໂຕນັ້ນ ຮຽບຮ້ອຍ ບົດສິ່ງແວດລ້ອມຄົບແລ້ວ ເພິ່ນຈຶ່ງເຊັນສັນຍາ ການໃຫ້ເຊົ່າສັມປະທານ.”

ໄລ​ຍະ​ຜ່ານ ບໍ​ຣິ​ສັດ ວາ​ຍແອວ ຊ້ຽວ ພັ​ທ​ນາ ກະ​ສິ​ກັມ ຈຳ​ກັດ ລົງ​ມາ​ສົ​ມ​ທົບ​ກັບ​ຄ​ະ​ນະ​ບ້ານ ແລະ ເຈົ້າ​ຂອງ​ດິນ​ທີ່ 2 ຄັ້ງ ສ່ວນ​ຊາວ​ບ້ານ​ຄົນ​ອື່ນ ທີ່​ຈະ​ບໍ່​ເສັຽ​ທີ່​ດິນ ຍັງບໍ່​ຮູ້​ຂໍ້​ມູນ​ເຣື່ອງນີ້.

ຊາວ​ບ້ານ ມີຄວາມ​ກັງ​ວັນ ຕໍ່​ການ​ປູກ​ຫຍ້າ ເພາະ​ວ່າ ຈະ​ມີ​ກາ​ນ​ໃຊ້​ສານ​ເຄ​ມີ ​ຍ້ອນ​ວ່າ  ປັ​ດ​ຈຸ​ບັນ ມີ​ບໍ​ຣິ​ສັດປູກ​ໝາກ​ກ້ຽງ​ຂອງ​ຈີນ ຢູ່​ໃນ​ບ້ານ​ດັ່ງ​ກ່າວ ໃຊ້​ສານ​ເຄ​ມີຢາ​ຂ້າຫຍ້າ.   

ເຈົ້າ​ໜ້າ​ທີ່​ບ້ານປົວ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ດຽວ​ກັນ​ວ່າ:

ເອີ! ກໍກັງວົນຫັ້ນແຫຼະ ຖ້າມັນໃຊ້ ມັນກໍບໍ່ດີຫັ້ນແຫຼະ ສີດຢາ ຄື ບໍຣິສັດ ຈີນ ມາປູກໝາກກ້ຽງ ເຂົາເຈົ້າສີດຢາເດ້ ຈຸນີ້ນ່າ ສີດຢາຂ້າຫຍ້າ ຂ້າຫຍ້າຫັ້ນນ່າ ຈຸອ້າຍ ກໍບໍ່ຢາກໃຫ້ໃຊ້ຫັ້ນແຫຼະສານເຄມີນີ້ນະ.”

ເຖິ່ງ​ຢ່າງ​ໃດ​ກໍ​ຕາມ, ຢູ​ບ້ານ ປົວ ເມືອງ​ພູ​ກູດ ມີ​ໂຄງ​ການ​ປູກ​ຫຍ້າ​ລ້ຽງ​ງົວ ຂອງ​ຂ​ແນງ​ນິ​ເວດ​ວິ​ທ​ຍາ ແຂວງ​ຊຽງ​ຂວາງ ມາ​ທົດ​ລອງ ແຕ່ ບໍ່​ໄດ້​ສ້າງ​ຜົ​ລ​ກະ​ທົບ​ແນວ​ໃດ​ຕໍ່​ຊຸມ​ຊົນ​ເທື່ອ. ການ​ປູກ​ຫຍ້າ ຈະ​ຕ້ອງ​ມີ​ການ​ໃຊ້​ສານ​ເຄ​ມີ ​ຈຳ​ນວນນຶ່ງ ເພື່ອ​ຂ້າ​ຫຍ້າ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ​ເມືອງ ພູ​ກູດ ກ່າວວັນ​ທີ 7 ກໍ​ຣິ​ກະ​ດາ ວ່າ:

ມັນມີບາງບ່ອນທີ່ວ່າ ມັນເປັນດິນຈັບຈອງຂອງຊາວບ້ານ ກໍມີຢູ່ [ຄ່າຊົດເຊີຍ] ໂຕນີ້ ກໍຂຶ້ນກັບອັນນ່າ ເຂົາເຈົ້າລົມກັນເນາະ ເຂົາເຈົ້າໄປກວດກາ ແລ້ວ ເຂົາເຈົ້າກໍລົມກັນ ທາງບ້ານ ທາງເມືອງເຂົາເຈົ້າ, ສານເຄມີ ສ່ວນຫຼາຍ ຈະໄດ້ໃຊ້ຈຳນວນນຶ່ງ ທີ່ວ່າ ໃນເບື້ອງຕົ້ນ ທີ່ວ່າ ບາງບ່ອນ ເຂົາເຈົ້າໃຊ້ອັນນ່າ ຍາຂ້າຍຫຍ້າ ກ່ອນປູກບໍ່ ຈະມີຈຳນວນນຶ່ງ.”

ເຈົ້າ​ໜ້າ​ທີ່ ແນະ​ນຳໃຫ້ຊາວບ້ານ ​ມີ​ການ​ລ້ອມ​ຮົ້ວດິນ​ນາ ​ຂອງ​ຕົນ​ເອງ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ງົວ​ ຂອງ​ໂຄງ​ການ ເຂົ້າ​ໄປ​ທຳ​ລາຍ​ພືດ​ຜົ​ລ ​ຂອງ​ຊາວ​ບ້ານ ໃນ​ເວ​ລາ ທີ່​ລິ​ເຣີ່ມ​ໂຄງ​ການ.

ເຈົ້າ​ໜ້າ​ທີ່ກ່ຽວ​ຂ້ອງ ແຂວງ​ຊຽງ​ຂວາງ ໄດ້​ກ່າວ ໃນ​ວັນ​ທີ 7 ກໍ​ຣະ​ກະ​ດາ ວ່າ:

ປະຊາຊົນຫັ້ນ ກໍມີແຕ່ວ່າ ເຂົາເຈົ້າລ້ອມຮົ້ວ ຂອບເຂດອ້ອມໄຮ່ອ້ອມນາ ເຂົາຊື່ໆ ແຫຼະ ຂັ້ນເທິງ ກໍແນະນຳໃຫ້ເຂົາເຈົ້າ ເຮັດແນວນັ້ນ ແຕ່ວ່າ ເຂົາບໍ່ເຮັດ ກໍບໍ່ຮູ້ນຳເພິ່ນ.”

ໂຄງ​ການ​ສຶກ​ສາ ສຳ​ຣວດ ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ສັມ​ປະ​ທານ​ທີ່​ດິນ ​ປູກ​ຫຍ້າ​ ເພື່ອລ້ຽງ​ງົວ​ພັນ​ຊີ້ນ ແລະ ຂ​ຍາຍ​ພັນງົວ ຍັງ​ບໍ່​ທັນ​ມີ​ການ​ລິ​ເຣີ່ມ. ຖ້າໂຄງ​ການ ໄດ້​ຮັບ​ການ​ອະ​ນຸ​ມັດ, ບໍ​ຣິ​ສັດດັ່ງ​ກ່າວ ກໍ​ຈະ​ດຳ​ເນີນ ​ເປັນ​ການ​ລ້ຽງ​ງົວ​ພັນ​ຊີ້ນ ແລະ ປູກ​ຫຍ້າ​ເອງ ແລະ ວ່າ​ຈ້າງ​ຄົນ​ງານ​ລາວ ມາ​ເຮັດ​ວຽກ​ນຳ ອິງ​ຕາມ​ຂໍ້​ມູນ​ ຈາກ​ເຈົ້າ​ໜ້າ​ທີ່ ຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງ​ຊຽງ​ຂວາງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org