ປະຊາຊົນ ເປັນຫ່ວງ ໂຄງການໃໝ່ເກີດຂຶ້ນ ໃກ້ບໍຣິເວນ ຂົວມິຕພາບແຫ່ງທີ່ 5

ບໍຣິສັດຈີນ ຈະສ້າງໂຮງແຮມ, ສູນການຄ້າ ຄົບວົງຈອນ ຢູ່ໃກ້ກັບຂົວມິຕພາບ ລາວ-ໄທຍ ປາກຊັນ-ບຶງການ, ຂະນະທີ່ຊາວບ້ານ ທີ່ສູນເສັຍທີ່ດິນ ໃຫ້ກັບໂຄງການ ກໍ່ສ້າງຂົວມິຕພາບ ລາວ-ໄທຍ ຍັງບໍ່ໄດ້ຮັບເງິນ ຄ່າຊົດເຊີຍເທື່ອ.

ການກໍ່ສ້າງ ຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ບໍຣິຄຳໄຊ-ບຶງການ, ວັນທີ 17 ກໍຣະກະດາ 2022. RFA

ບໍຣິສັດ ພັດທະນາກະສິກັມ ຊົງກິ່ງ ອີສະເຕດ ຫລື ACTS ປະເທດຈີນ ຈະສ້າງໂຮງແຮມ, ສູນການຄ້າ ຄົບວົງຈອນ ຫລື ໂຄງການ ຫ້ວຍສຽດ ຢູ່ໃກ້ກັບຂົວມິຕພາບ ລາວ-ໄທຍ ໃນເຂດບ້ານຫ້ວຍສຽດ ເມືອງປາກຊັນ ແຂວງ ບໍຣິຄໍາໄຊ. ປັດຈຸບັນ ໂຄງການຫ້ວຍສຽດ ໄດ້ມີພິທີ ວາງສີລາຣຶກ ໃນມື້ວັນທີ 16 ທັນວາ 2022 ທີ່ຜ່ານມາ ເພື່ອຕຽມການກໍ່ສ້າງ ໂດຍມີທ່ານ ດຣ. ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ແຂວງບໍຣິຄໍາໄຊ ເຂົ້າຮ່ວມ. ດັ່ງ ເຈົ້າໜ້າທີ່ຜແນກແຜນການ ແລະ ການລົງທຶນ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ທັນວາ ນີ້ວ່າ:

ຫ້ວຍສຽດ ວາງສີລາຣຶກມື້ວັນສຸກຫັ້ນ ມັນຊິເປັນເຂດນັ້ນແຫລະ ທີ່ເພິ່ນເຮັດ ແມ່ນລະເປັນເຂດຂອງ ຫ້ວຍສຽດ.

ສໍາລັບໂຄງການຫ້ວຍສຽດ ໃນເບື້ອງຕົ້ນນີ້ ບໍຣິສັດຈະມີການກໍ່ສ້າງ 6 ໂຄງການ ຄື ເຂດການຄ້າ-ການທ່ອງທ່ຽວພື້ນເມືອງລາວ, ເຂດວັທນະທັມ ຈັດງານດອງປະເພນີ, ເຂດສວນສນຸກ ຫາດຊາຍທຽມ ບໍຣິເວນໂຮງແຮມທ່ອງທ່ຽວສາກົລ, ຫ້ອງການບໍຣິການເຂດພິເສດ ແລະ ບໍຣິການສນາມ ກ໊ອຟ ເຊິ່ງຈະໃຊ້ໄລຍະເວລາກໍ່ສ້າງ ປະມານ 24-36 ເດືອນ ຈຶ່ງຈະສໍາເຣັດ ສ່ວນເຣຶ່ອງມູນຄ່າ ໃນການລົງທຶນນັ້ນ ບໍ່ມີການເປີດເຜີຍ ຈາກ ບໍຣິສັດຈີນເທື່ອ.

ຂະນະທີ່ທ່ານ ຄອນສະຫວັນ ສອນຄໍາໄຊ ຜູ້ບໍຣິຫານໂຄງການຝ່າຍລາວ ໄດ້ໃຫ້ສັມພາດຕໍ່ສື່ມວນຊົນລາວ ໃນມື້ວັນທີ 16 ທັນວາ ທີ່ຜ່ານມານັ້ນວ່າ ໂຄງການ ຫ້ວຍສຽດ ເປັນໂຄງການລະດັບຊາຕ ທີ່ມີການຮ່ວມມືກັບປະເທດຈີນ ເຊິ່ງຈະພັດທນາ ໃຫ້ເປັນສູນການຄ້າຄົບວົງຈອນ ບໍຣິການດ້ານໂຮງແຮມ, ຣີສອດ, ສນາມກິລາ ລະດັບສາກົລ, ສວນພຶກສະສາຕ, ກຸ່ມບ້ານວັທນທັມ, ສູນປະຊຸມ, ສນາມກ໊ອຟ, ແຫລ່ງທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສດວກຕ່າງໆ ທີ່ທັນສໄມ ຢູ່ໃກ້ກັບທາງເລກທີ 13 ໃຕ້ ກວມເອົາເນື້ອທີ່ 394 ເຮັກຕ້າຣ໌.

ທາງດ້ານ ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແຂວງບໍຣິຄໍາໄຊ ກ່າວວ່າ ໂຄງການ ຫ້ວຍສຽດ ທີ່ຈະກວມເອົາເນື້ອທີ່ 394 ເຮັກຕ້າຣ໌ນັ້ນ ເປັນເນື້ອທີ່ຂອງເຂດ ຫ້ວຍສຽດ ຫລື ດິນຂອງຣັຖທັງໝົດ ເຊິ່ງເນື້ອທີ່ດິນຕອນດັ່ງກ່າວ ຍັງບໍ່ທັນມີສິ່ງປຸກສ້າງ ແລະ ບໍ່ຖືກທີ່ດິນຂອງຊາວບ້ານ ໃນພື້ນທີ່ອ້ອມຂ້າງແຕ່ຢ່າງໃດ ແລະ ບໍ່ມີຜົລກະທົບ ຕໍ່ສັງຄົມແບບຮຸນແຮງ.

ດັ່ງທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເພາະວ່າ ເຮົາໃຫ້ບໍຣິສັດສັມປະທານເດ້ ເຂດດິນ ເຂດເສຖກິດພິເສດຫົວຂົວ ວ່າຊັ້ນສາ ສະເພາະຕັ້ງແຕ່ເບື້ອງຕົ້ນດິນຊື່ໆ ເຮົາບໍ່ທັນໄດ້ມີສິ່ງປຸກສ້າງເນາະ.

ກ່ຽວກັບເຣຶ່ອງນີ້ ຊາວບ້ານຈໍານວນນຶ່ງ ຢູ່ເມືອງປາກຊັນ ແຂວງບໍຣິຄໍາໄຊ ກ່າວວ່າ ເຖິງຈະບໍ່ມີຊາວບ້ານໄດ້ຮັບຜົລກະທົບ ຈາກໂຄງການພັທນາ ດັ່ງກ່າວ ແຕ່ສໍາລັບພື້ນທີ່ ຫ້ວຍສຽດ ຖືເປັນແຫລ່ງທ່ອງທ່ຽວ ທາງທັມມະຊາຕ ແລະ ຍັງເປັນແຫລ່ງຫາປາຂອງຊາວບ້ານ ໃນພື້ນທີ່ ຫາກພື້ນທີ່ດັ່ງກ່າວໂດຍຣອບ ຖືກສັມປະທານ ເພື່ອພັທນາໂຄງການຂນາດໃຫຍ່ ຈະມີຄວາມກັງວົນວ່າ ຈະສົ່ງຜົລກະທົບຕໍ່ສິ່ງແວດລ້ອມ-ສັງຄົມໃນພື້ນທີ່ ແລະ ຢາກໃຫ້ທາງການແຂວງບໍຣິຄໍາໄຊ ພິຈາຣະນາເບິ່ງຄືນ.

ດັ່ງ ຊາວບ້ານຜູ້ນຶ່ງ ໃນເມືອງປາກຊັນ ແຂວງບໍຣິຄໍາໄຊ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ໂຕນັ້ນມັນຊິເປັນເຂດທ່ອງທ່ຽວຫັ້ນນ່າ ກະ ບໍ່ເຫັນ ບໍ່ເຫັນພ້ອມຫັ້ນນ່າ ແຕ່ວ່າ ກະບໍ່ຮູ້ວ່າທາງຂັ້ນເທິງ ຫລືວ່າ ທາງຜູ້ໃຫຍ່ ເພິ່ນຊິວ່າແນວໃດ ເພາະວ່າ ມັນມີຜົລກະທົບຫລາຍ.

ຊາວບ້ານອີກຈໍານວນນຶ່ງ ກໍເຫັນດີນໍາການພັທນາ ໂຄງການ ຫ້ວຍສຽດ ເພາະຈະເຮັດໃຫ້ເກີດຄວາມສະດວກສະບາຍໃນການທ່ອງທ່ຽວ ຢູ່ພາຍໃນເມືອງປາກຊັນ ແລະ ອີກຢ່າງນຶ່ງ ກໍບໍ່ມີຊາວບ້ານ ຖືກຜົລກະທົບສູນເສັຍທີ່ດິນ ໃຫ້ກັບໂຄງການນີ້.

ດັ່ງ ຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຂະເຈົ້າກະຊິເຫັນດີ ເຫັນພ້ອມຫັ້ນແຫລະ ເພາະວ່າ ໂຄງການຂອງເພິ່ນ ເຮັດໃຫ້ມີຄວາມສະດວກດີໄດ໋ເນາະ ເພາະວ່າຂອງເຮົາ ມັນບໍ່ໄດ້ຖືກໂຄງການຂອງເພິ່ນເນາະ.

ສ່ວນເຣຶ່ອງການຊົດເຊີຍເງິນ ໃຫ້ກັບຊາວບ້ານ ບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍຣິຄໍາໄຊ ທີ່ຖືກຜົລກະທົບ ສູນເສັຍທີ່ດິນ ໃຫ້ກັບໂຄງການກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 5 ແຂວງບໍຣິຄໍາໄຊ-ບຶງການ ເຊິ່ງມີເນື້ອທີ່ດິນຂອງຊາວບ້ານ ຖືກຜົລກະທົບທັງໝົດ 52.42 ເຮັກຕ້າຣ໌ ລວມມີ 51 ຄອບຄົວ ແຕ່ມາຮອດປັດຈຸບັນຊາວບ້ານຍັງບໍ່ໄດ້ຮັບເງິນ ຄ່າຊົດເຊີຍຄົບ 100% ເທື່ອ.

ດັ່ງ ຊາວບ້ານຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ສູນເສັຍທີ່ດິນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຍັງບໍ່ໄດ້ຊົດເຊີຍ ຍັງຢູ່ 32% ຄືໂຕຢ່າງວ່າ 100% ແລ້ວ ເພິ່ນຊົດເຊີຍມາແລ້ວ 68% ແລ້ວ ລະຍັງ 32% ຢູ່ໃນຫ່ວງອັນນ່າ 51 ເຈົ້າ ແລ້ວ 53 ເຮັກຕ້າ ນ່າ. 

 ກ່ຽວກັບເຣື່ອງການຊົດເຊີຍເງິນ ໃຫ້ກັບຊາວບ້ານນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປທາງການແຂວງ ບໍຣິຄໍາໄຊ ເພື່ອສອບຖາມວ່າ ຈະຊົດເຊີຍ ໃຫ້ກັບຊາວບ້ານໃນມື້ໃດ ແລະເປັນຍ້ອນສາເຫດໃດ ຈຶ່ງເກີດຄວາມຊັກຊ້າ ແຕ່ເຈົ້າໜ້າທີ່ຕອບພຽງແຕ່ວ່າ “ຢູ່ໃນຂັ້ນຕອນຕຽມມອບເງິນຊົດເຊີຍ ຄາດວ່າຈະບໍ່ເກີນທ້າຍປີ 2022 ນີ້.”

ເມື່ອຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 5 ກໍ່ສ້າງສໍາເຣັດໃນປີ 2024 ຈະເປີດໃຊ້ບໍຣິການ ຢ່າງເປັນທາງການ, ທາງເບຶ້ອງລາວ ເຊື່ອໝັ້ນວ່າ ຂົວມິຕພາບ ລາວ-ໄທຍ ແຫ່ງນີ້ ຈະເຮັດໃຫ້ເສຖກິຈພາຍໃນ ແຂວງບໍຣິຄໍາໄຊ ເກີດການຂຍາຍໂຕ ຢ່າງໄວວາ ໂດຍສເພາະທາງດ້ານການຄ້າ, ການລົງທຶນ ລວມເຖິງການທ່ອງທ່ຽວ ລະຫວ່າງ 2  ຝັ່ງລາວ-ໄທຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org