ຈີນ ຈະປ່ອຍນ້ຳຈາກເຂື່ອນ ຈິ່ນຫົງ
ທາງການຈີນ ຈະປ່ອຍນ້ຳ ຈາກ ເຂື່ອນນ້ຳຂອງ ຈິ່ນຫົງ ຢູ່ ແຂວງຢູນານ ເພື່ອໃຫ້ເຮືອ ຂົນສົ່ງສິນຄ້າ ຂອງຈີນ ແລ່ນໄດ້.
-
ຈໍາປາທອງ
2019-11-11 -
-
-
Your browser doesn’t support HTML5 audio
ເຂື່ອນໄຟຟ້າ ຈິ່ນຫົງ ຢູ່ແຂວງຢູນານ ຂອງຈີນ ຊຶ່ງເປັນເຂື່ອນຂນາດໃຫຍ່ກັ້ນແມ່ນ້ຳຂອງ ກຽມປ່ອຍນ້ຳຈາກເຂື່ອນລົງມາ ເພື່ອໃຫ້ເຮືອ ຂົນສົ່ງສິນຄ້າ ຂອງຈີນແລ່ນຂຶ້ນ-ລ່ອງ ມາປະເທດລາວ, ພະມ້າ ແລະໄທ ໄດ້ສະດວກ ຫລັງຈາກທີ່ເຂື່ອນນັ້ນ ໄດ້ກັກນ້ຳ ໄວ້ໃນຫຼາຍເດືອນ ທີ່ຜ່ານມາ ຈົນເຮັດໃຫ້ນ້ຳໃນແມ່ນ້ຳ ທີ່ຢູ່ໃຕ້ເຂື່ອນ ລົງມາບົກລົງຫລາຍ ຈົນເຮືອຂົນສົ່ງສິນຄ້າ ຂນາດໃຫຍ່ ໃນເຂດແຂວງຢູນານຂອງຈີນ ແລະ ຢູ່ເຂດສາມຫລ່ຽມຄຳ ບໍ່ສາມາດແລ່ນ ໄດ້ສະດວກ. ແລະໃນທີ່ສຸດ ທາງການຈີນ ກໍຕົກລົງ ວ່າຈະປ່ອຍນ້ຳລົງມາ ໃນມື້ວັນທີ 16 ພຶສຈິກາ ນີ້.
ກ່ຽວກັບເຣຶ່ອງດັ່ງກ່າວ ເຈົ້າໜ້າທີ່ກະສິກັມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ພຶສຈິກາ ນີ້ວ່າ ເມື່ອໄດ້ຮັບໜັງສື ແຈ້ງການຈາກທາງການຈີນ ວ່າຈະປ່ອຍນ້ຳຈາກ ເຂື່ອນໄຟຟ້າ ຈິ່ນ ຫົງ ຢູ່ແຂວງ ຢູນານ ລົງມາໃນມື້ ວັນທີ 16 ພຶສຈິກາ ນີ້ ກໍຮູ້ສຶກດີໃຈຫລາຍ ຍ້ອນວ່າ ກ່ອນໜ້ານີ້ ການຕັນນ້ຳຂອງ ຂອງເຂື່ອນຈີນ ຫລາຍແຫ່ງ ເຮັດໃຫ້ນ້ຳຂອງບົກແຫ້ງ ລົງຫລາຍແບບຜິດທັມມະຊາດ, ມັນກະທົບໃສ່ ປະຊາຊົນ ທີ່ໃຊ້ເຮືອ, ຫາປາ ແລະປູກຝັງຕາມ ແຄມຝັ່ງແມ່ນ້ຳຂອງ ຫລາຍຮ້ອຍຄອບຄົວ ຢູ່ແຂວງບໍ່ແກ້ວ ດັ່ງທີ່ທ່ານກ່າວວ່າ:
"ແຫ້ງຕິ ເຂົາອັດນີ້ ໂອແຫ້ງໂອະ ລະດູນີ້ນະ ແຫ້ງແຫລະ ຖືວ່າຣະບົບເດີນເຮືອ ນີ້ໄປບໍ່ໄດ້ແລ້ວ ໄປບໍ່ໄດ້ແຫລະ ຍາມເຂົາອັດຫັ້ນ ເຮືອຫັ້ນ ໄປບໍ່ໄດ້ ກໍເຂົາປ່ອຍກໍສິຄື ທັມມະດາ ຫັ້ນແຫລະ ຄັນປ່ອຍທັມມະດານີ້ ກໍສິຄືທັມມະຊາດ ຫັ້ນແຫລະ ຄັນຫລຸດ ກໍບໍ່ຫລຸດລົງຫລາຍແລ້ວ ຫາປາໄດ້ຫລາຍ ຫາງ່າຍ."
ທ່ານກ່າວຕື່ມວ່າ ການປ່ອຍນ້ຳອອກຈາກເຂື່ອນຂອງຈີນ ເທື່ອນີ້ບໍ່ແມ່ນເປັນຍ້ອນລາວ ໄດ້ຮັບຜົນກະທົບ ຈາກການກັກນ້ຳຂອງເຂື່ອນຈີນ ແຕ່ແມ່ນຍ້ອນ ເຮືອຂົນສົ່ງສິນຄ້າ ຂອງຈີນເອງ ບໍ່ສາມາດແລ່ນໄດ້. ແຕ່ເຖິງຢ່າງໃດກໍຕາມ ການປ່ອຍນ້ຳຈາກ ເຂື່ອນຂອງຈີນ ລົງມາເທື່ອນີ້ ກໍຈະເຮັດໃຫ້ປະຊາຊົນລາວ ທີ່ມີເຮືອໂດຍສານ, ຫາປາ, ປູກຝັງ ຕັ້ງແຕ່ເມືອງຕົ້ນເຜິ້ງ ຫາເມືອງຫ້ວຍຊາຍ ໄດ້ຮັບຜົນປະໂຫຍດນຳດ້ວຍ.
ການປ່ອຍນ້ຳຈາກເຂື່ອນ ຂອງຈີນ ລົງມາ ນອກຈາກແຂວງບໍ່ແກ້ວ ທີ່ດີໃຈແລ້ວ ເຈົ້າໜ້າທີ່ເມືອງລອງ ແຂວງຫລວງນ້ຳທາ ກໍເວົ້າວ່າ ດີໃຈ ຍ້ອນກ່ອນໜ້ານີ້ ຊາວເມືອງລອງ ທີ່ອາສັຍຢູ່ແຄມແມ່ນ້ຳຂອງ ໃຕ້ເຂື່ອນຈິ່ນຫົງລົງມາ ໄດ້ຮັບຜົນກະທົບຫຼາຍ ໃນການທຳມາຫາກິນ, ດັ່ງທີ່ ທ່ານກ່າວວ່າ:
"ເຣຶ່ອງເຂຶ່ອນ ນ້ຳຂອງຕອນເທິງນີ້ ສິມີບັນຫາຫລາຍ ເຣຶ່ອງກ່ຽວກັບເຂື່ອນຫັ້ນ ເມືອງລອງຫັ້ນນໍ້າຂອງ ນີ້ແຫ້ງ ແຫ້ງຫລາຍ ນັກທ່ອງທ່ຽວຫັ້ນ ເຮືອນ້ອຍ ເຮືອຈັກທີ່ວ່າຂ້າມຂອງໄປພະມ້າ ຫັ້ນໄປບໍ່ໄດ້."
ອີງຕາມໜັງສືແຈ້ງການ ຈາກສູນຄວບຄຸມນ້ຳຂອງ ແຂວງຢູນານ ຂອງຈີນ ທີ່ປະກາດອອກໃນມື້ວັນທີ 9 ກັນຍາ ທີ່ຜ່ານມາ, ເຂື່ອນຈິ່ນຫົງ ຈະປ່ອຍນ້ຳ ໃນມື້ວັນທີ 16 ພຶສຈິກາ 2019 ແຕ່ເວລາ 6 ຫາ 8 ໂມງເຊົ້າ ແລະ ແຕ່ບ່າຍ 4 ໂມງຫາ 6 ໂມງແລງ ໃນປະຣິມານ 1,200 ແມັດກ້ອນ ຕໍ່ວິນາທີ. ນອກຈາກເວລາດັ່ງກ່າວ ຈະປ່ອຍພຽງ 1,000 ແມັດກ້ອນ ຕໍ່ວິນາທີ ແລະຈະປ່ອຍນ້ຳນັ້ນທຸກມື້ ຈົນຮອດວັນທີ 22 ພຶສຈິກາ ຈຶ່ງຈະປ່ອຍເພິ່ມຂຶ້ນ ເປັນ 1,200 ແມັດກ້ອນ ຕໍ່ວິນາທີ.