ຄ້າຂາຍນ້ອຍໃຫຍ່ ຊະຊາຍຂີ້ເຫຍື້ອ

ເຈົ້າຂອງ ທຸຣະກິດ ຂນາດນ້ອຍ ແລະ ໃຫຍ່ ຫຼື ຂນາດ ຄອບຄົວ ໃນ ນະຄອນຫລວງ ວຽງຈັນ ຍັງຖືເບົາ ບໍ່ເອົາ ຫົວຊາ ຕໍ່ ສີ່ງແວດລ້ອມ.

ໂຮງງານ ຜລິດເຈັ້ຽ ໃນເຂດ ບຶງທາຕຫລວງ ວຽງຈັນ ປ່ອຍນໍ້າເສັຽ ປະສົມສີ ສານເຄມີ ລົງູສູ່ ຫ້ວຍຮ່ອງ ອອກເວີນກວ້າງ ຂອງບຶງ. Screen captured from WWT Consulting video

ເຈົ້າຂອງ ທຸຣະກິດ ຂນາດນ້ອຍ ແລະ ໃຫຍ່ ຫຼື ຂນາດ ຄອບຄົວ ໃນ ນະຄອນຫລວງ ວຽງຈັນ ຍັງຖືເບົາ ບໍ່ເອົາ ຫົວຊາ ຕໍ່ ສີ່ງແວດລ້ອມ.

ໃນທຸກມື້ນີ້ ບັນດາ ພາກສ່ວນ ທຸຣະກິດ ຕ່າງໆ ໃນ ນະຄອນຫລວງ ວຽງຈັນ ມີເພີ້ມຂື້ນ ຢ່າງ ຫລວງຫລາຍ, ໃນນັ້ນ ມີການຜລິດ ແລະ ບໍຣິການ ທີ່ເປັນ ຂນາດໃຫຍ່ ຂາດໜ້ອຍ ຫຼື ແບບຄອບຄົວ, ແລະ ປະກົດວ່າ ພາກສ່ວນ ທຸຣະກິດ ເຫຼົ່ານັ້ນ ແມ່ນບໍ່ໄດ້ ເອົາໃຈໃສ່ນໍາ ສິ່ງແວດລ້ອມ ເທົ່າທີ່ຄວນ ເຊັ່ນ: ມີການ ປ່ອຍນໍ້າ ເປື້ອນລົງສູ່ ແມ່ນໍ້າ ລໍາທານ, ການກໍາຈັດ ສິ່ງເສດເຫຼືອ ບໍ່ໄດ້ ມາຕຖານ ຖີິ້ມຊະຊາຍ, ການໃຊ້ ສານເຄມີ ໃນການກະເສດ ທີ່ ເປັນອັນຕລາຍ ຕໍ່ຄົນ ແລະສັດ ສີ່ງແວດລ້ອມ ຮວມເຖິງການ ຊື້ຈ້າງ ໃຫ້ສິນບົນ ແກ່ ເຈົ້າໜ້າທີ່ ໃນເວລາທີ່ ຕົນຝ່າຝືນ ກົດຣະບຽບ. ດັ່ງ ເຈົ້າໜ້າທີ່ ຜແນກ ສິ່ງແວດລ້ອມ ເມືອງ ສີໂຄດຕະບອງ ຜູ້ບໍປະສົງ ອອກຊື່ ເວົ້າຕໍ່ ເອເຊັຍ ເສຣີວ່າ:

“ບັນຫາ ສິ່ງແວດລ້ອມ ນີ້ ມັນ ຄວບຄຸມ ກັນຍາກ ເຣື້ອງ ສິ່ງແວດລ້ອມ ມັນເປັນເຣື້ອງ ໃຫຍ່ ຜູ້ຊິເຮັດ ແນວໃດ ກໍມີ ຖີ້ມຂິ້ເຫຍື້ອ ຊະຊາຍ ເຈົ້າໜ້າທີ່ ກໍມີສ່ວນ ແດ່ ບາງເທື່ອ ຫັ້ນ ເຮັດວຽກ ພໍແຕ່ ແລ້ວຕີນ ແລ້ວມືໄປ ແຕ່ລະມື້ ເຂົາເອົາ ເງິນໃຫ້ ກໍ່ບໍ່ໄດ້ ເອົາເຣື້ອງນໍາ ທີ່ ຜ່ານມາຫັ້ນ ມັນກໍເລີຍ ມີຜົນ ກະທົບ ຕໍ່ ສີ່ງແວດລ້ອມໂດຍລວມ”.

ເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ໄປວ່າ  ພາກສ່ວນ ທຸຣະກິດ ຕ່າງໆ ຈໍານວນ ຫລວງຫລາຍ ນອກຈາກ ບໍ່ໄດ້ ເອົາໃຈໃສ່ ຕໍ່ ສິ່ງແວດລ້ອມ ແລ້ວ, ຍັງໄດ້ໃຫ້ ສິນບົນ ແກ່ ເຈົ້າໜ້າທີ່  ຕາມມາ ກໍແມ່ນ ສະພາບ ແວດລ້ອມ ທີ່ ຊຸດໂຊມ. ນະຄອນຫລວງ ວຽງຈັນ ແລະ ອີກຫລາຍໆ ເມືອງໃຫ່ຍ ທີ່ກໍງລັງ ເຕິບໂຕ ແລະ ພັທນາ ຢ່າງວ່ອງໄວ, ບັນຫາ ສິ່ງແວດລ້ອມ ຈິ່ງເປັນ ບັນຫາ ທີ່ ຫລິກລ້ຽງ ໄດ້ຍາກ. ມີຊາວລາວ ຜູ້ນື່ງ ກໍເວົາວ່າ ຖ້າຫາກ ເຈົ້າໜ້າທີ່ ເຂັ້ມງວດ ໃນການ ບັງຄັບໃຊ້ ກົດຣະບຽບ ແລະ ສົ່ງເສີມ ສ້າງ ຈິດສໍານຶກ ດ້ານ ສິ່ງແວດລ້ອມ ໃຫ້ດີກວ່ານີ້ ເຊື່ອແນ່ວ່າ ບັນຫາ ດັ່ງກ່າວ ກໍຄົງຈະ ບໍ່ຮຸນແຮງ ທໍ່ນີ້, ແຕ່ຖ້າຫາກ ຍັງສຶບຕໍ່ ປ່ອຍໃຫ້ ທຸກຢ່າງ ເປັນແບບນີ້ ບັນຫາ ສິ່ງແວດລ້ອມ ກໍຈະ ທະວີຄູນ ນັບມື້ ຮຸນແຮງ ຂື້ນເລື້ອຍໆ ແບບຫລີກລ່ຽງ ບໍ່ໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org