ຣະເບີດແຕກຢູ່ແຂວງພາກໃຕ້ ຂອງໄທ

ມີ ເຫດການ ຄົນຮ້າຍ ໂຈມຕີ ດ້ວຍ ຣະເບີດ ຢູ່ 3 ແຂວງ ພາກໃຕ້ ຂອງໄທ ເຮັດໃຫ້ມີ ຜູ້ເສັຽ ຊີວິດ 6 ຄົນ, ບາດເຈັບ 11 ຄົນ ຮ່ວມທັງ ແມ່ຍິງລາວ 3 ຄົນ.

ພ.ອ ປຣາໂມທ ພຣົມອິນ ໃຫ້ຣາຍລະອຽດ ແກ່ ສື່ມວລຊົນ ໃນເຫດການ ຣະເບີດແຕກ RFA

ເຫດ ຣະເບີດ ແຕກ ຢູ່ 8 ແຫ່ງ ຢູ່ 3 ແຂວງ ພາກໃຕ້ ຂອງໄທ, ຈາກ ຕອນແລງ ວັນທີ 10 ເຖິງເຊົ້າ ວັນທີ 11 ກໍຣະກະດາ ນີ້, ມີຜູ້ເສັຽ ຊີວິດ 6 ຄົນ, ແລະ ໃນ ຈໍານວນ ທີ່ ໄດ້ຮັບ ບາດເຈັບ ທັງໝົດ 11 ຄົນ ນັ້ນ ມີ ແມ່ຍິງລາວ 3 ຄົນ ຮວມ ຢູ່ດ້ວຍ. ຕາມ ຣາຍງານ ສາຍຂ່າວ ເອເຊັຽ ເສຣີ ຈາກ ແຂວງ ສົງຂາ.

ໃນຂນະ ດຽວກັນ ຣາຍງານ ຂອງ ໂຄສົກ ກອງ ອໍານວຍການ ຮັກສາ ຄວາມ ໝັ້ນຄົງ ພາຍໃນ ພາກ 4 ແຈ້ງວ່າ, ໃນ ຕອນແລງ ຂອງ ວັນສຸກ ນັ້ນ, ມີເຫດ ຮະເບີດ ແຕກ ຂຶ້ນ 6 ແຫ່ງ ສະເພາະ ຢູ່ ເມືອງ ສຸໂຫງ ໂກລົກ ແຂວງ ນາຣາທິວາດ,  2 ແຫ່ງ ຢູ່ ປະດັງເບຊາ ເມືອງ ຊະດາວ ແຂວງ ສົງຂາ, ແລະ ພື້ນທີ່ ເມືອງ ທານໂຕ ແຂວງ ຢະລາ.

ເຫດ ຣະເບີດ ແຕກ ສະເພາະ ຢູ່ ເມືອງ ສຸໂຫງໂກລົກ ໃນຕອນ 7 ໂມງ ຫາ 7 ໂມງ ເຄິ່ງ, ແມ່ນ ເລີ້ມ ດ້ວຍການ ແກວ່ງ ລູກ ບັ້ງກະໂພກ ຂນາດໃຫຽ່ ໃສ່ຮ້ານ ອາຫານ ເຈນນີ ແລະ ຮ້ານ ອາຫານ ເນື້ອ ກະທະ ຖນົນ ລູກເສືອ ນຸສອນ 5, ແຕ່ ບໍ່ມີຜູ້ ໄດ້ຮັບ ບາດເຈັບ. ຈຸດ ຕໍ່ໄປ ແມ່ນ ເກີດ ຣະເບີດ ແຕກ ຢູ່ ຕໍ່ໜ້າ ໂຮງແຮມ ທອບ ເອເຊັຽ, ກົງກັນຂ້າມ ກັບ ຮ້ານ ບັນເທິງ ກາຣາໂອເກະ ບຸດສະບາ ຊອຍ ປະຊາວິວັດ 2, ມີຜູ້ໄດ້ ຮັບ ບາດເຈັບ ອາການ ເບົາບາງ 8 ຄົນ, ໃນນັ້ນ ມີ ແມ່ຍິງລາວ 3 ຄົນ ຄື, ນາງ ວິໄລ ຈັນດາຣາ, (ກັບເມືອ ເຮືອນ ແລ້ວ), ນາງນາຣີ ມະນີວັນ (ກັບເມືອ ເຮືອນ ແລ້ວ), ແລະ ນາງ ແອັມມີ ອ່ຽມສີ (ແພດ ໃຫ້ນອນ ໂຮງໝໍ ເບິ່ງ ອາການ ຕໍ່).

ໃນ ວັນທີ 11 ຕໍ່ມາ ເວລາ ກາຍ ທ່ຽງຄືນ ຫາ 2 ໂມງ ເຊົ້າ ເກີດເຫດ ໄຟໄໝ້ ອີກ 3 ຈຸດ, ບໍຣິເວນ ຮ້ານຄ້າ ຢູ່ຖນົນ ປະຊາວິວັດ ຊອຍ 1, ແລະ ຖນົນ ຫລັງ ຕລາດ ເກັນຕິງ ເຮັດໃຫ້ ມີຜູ້ ເສັຽຊີວິດ 3 ຄົນ ຜູ້ຊາຍ 2 ອາຍຸ 74 ແລະ 65 ປີ, ແລະ ແມ່ຍິງ ນຶ່ງ ຄົນ ອາຍຸ 35 ປີ.

ໃນ ຕອນແລງ ວັນສຸກ ວັນທີ 10 ນັ້ນ ມີເຫດ ຣະເບີດ ແຕກ ຂຶ້ນ ອີກ ຢູ່ ຕາແສງ ປະດັງເບຊາ 1 ຈຸດ, ຢູ່ ບໍຣິເວນ ຮ້ານ ບັນເທິງ ຄາຣາໂອເກະ ຄົກທອງ ເມືອງ ຊະດາວ ແຂວງ ສົງຂາ, ມີຜູ້ເສັຽຊີວິດ 3 ຄົນ ແລະ ໄດ້ຮັບ ບາດເຈັບ 3 ຄົນ.

ສ່ວນເຫດ ຣະເບີດ ແຕກ ຢູ່ ເຂດເມືອງ ທານໂຕ ແຂວງ ຢະລາ ນັ້ນ, ມີ 3 ຈຸດ. ຄົນຮ້າຍ ໄດ້ວາງ ຣະເບີດ ໃສ່ ຫລັກ ເສົາ ໄຟຟ້າ ເຮັດໃຫ້ ຫລັກ ເສົາ ໄຟຟ້າ ຫັກລົງ ເກືອບ 20 ກວ່າ ເສົາ ຮວມທັງ ຫລັກເສົາ ໄຟຟ້າ ແຮງ ສູງ.

ລວມແລ້ວ ມີຜູ້ ເສັຽ ຊີວິດ ຈາກ ເຫດ ຣະເບີດ ແຕກ ຄັ້ງນີ້ ທັງໝົດ 6 ຄົນ ແລະ 11 ຄົນ ໄດ້ຣັບ ບາດເຈັບ. ຈາກ ເຫດການ ອັນ ຮ້າຍແຮງ ທີ່ ເກີດຂຶ້ນ ຄັ້ງນີ້, ເຈົ້າໜ້າທີ່ ທະຫານ ແມ່ທັບ ພາກ 4 ໄດ້ ສັ່ງໃຫ້ ສະຖານທີ່ ບັນເທີງ ຕ່າງໆ ໃນ ແຂວງ ພາກໃຕ້ ຈົ່ງ ຣະມັດ ຣະວັງ ເປັນ ພິເສດ, ເພາະວ່າ ສະຖານທີ່ ບັນເທີງ ເປັນ ເປົ້າໝາຍ ຈຸດ ສ່ຽງ ທີ່ ຄົນຮ້າຍ ມັກ ຈະວາງ ຣະເບີດ ໃສ່.

ກໍຣະນີ ຊາວລາວ ທີ່ ໄປເຮັດວຽກ ຢູ່ ຮ້ານ ຄາຣາໂອເກະ ນີ້, ທາງການ ລາວ ເຄີຍໄດ້ ຕັກເຕືອນ ຊາວລາວ ມາແລ້ວ ວ່າໃຫ້ ຄິດ ຄັກໆ ກ່ອນ ຈະໄປ ເຮັດວຽກ ຢູ່ ແຂວງ ພາກໃຕ້ ຂອງໄທ, ຫລັງຈາກ ທີ່ ເຄີຍ ເກີດເຫດ ປະເພດ ດຽວກັນ ນີ້ ເມື່ອ ຫລາຍ ເດືອນ ຜ່ານມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org