ຄົນງານສວນກ້ວຍຈີນ ບໍ່ໄດ້ຮັບ ຄ່າແຮງ

ຄົນງານລາວ ທີ່ ເຮັດວຽກຢູ່ ສວນກ້ວຍຈີນ ໃນ ແຂວງບໍ່ແກ້ວ ແລ້ວ ບໍ່ໄດ້ຮັບ ຄ່າແຮງງານ.

ສ່ວນນຶ່ງຂອງສອງຄອບຄົວ ຄົນງານລາວ ທີ່ເຮັດວຽກຢູ່ສວນກ້ວຍຈີນ ຢູ່ບ້ານນໍ້າຟ້າ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. File photo: Citizen journalist

ຄົນງານລາວ ສອງຄອບຄົວ ທີ່ເຮັດວຽກຢູ່ ສວນກ້ວຍຈີນ ຢູ່ບ້ານ ນໍ້າຟ້າ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ໄດ້ຮັບຜົລກະທົບຈາກ ສານເຄມີ ຂອງສວນກ້ວຍແຫ່ງນີ້ນັ້ນ ຍັງບໍ່ໄດ້ຮັບຄ່າຈ້າງ ຈາກນາຍຈ້າງ ຄົນຈີນ ນັບແຕ່ເດືອນແປດ ເປັນຕົ້ນມາ ຮວມເປັນເງິນທັງໝົດ ຄອບຄົວ ລະ 30 ລ້ານກີບ.

ນາຍຈ້າງບໍ່ໃຫ້ຄ່າແຮງງານ ແລ້ວຍັງບອກວ່າ ໄດ້ຈ່າຍເງິນໃຫ້ແກ່ຄົນງານໄປໝົດແລ້ວ, ແຕ່ຄວາມຈິງແລ້ວຄົນງານທີ່ຮັບຈ້າງຕັດກ້ວຍ ນັ້ນຍັງບໍ່ທັນໄດ້ຮັບເງິນເທື່ອ, ດັ່ງຄົນງານສວນກ້ວຍ ທີ່ບໍ່ໄດ້ຮັບເງິນ ຄົນນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ຕຸລາ ນີ້ວ່າ:

“ເອີ່ເງິນຄ່າກ້ວຍ ຄ່າແຮງງານຫັ່ນແຫຼະ ເປັນເດືອນຫັ່ນແຫຼະ ເປັນເດືອນລະກະ ເຂົາຈ່າຍເງິນອັດຕາກິນ ເປັນເດືອນ ແຕ່ວ່າເງິນຄ່າ ກ້ວຍ ນິ່ ໂອ່ 2 ເດືອນ 3 ເດືອນຕິ່ ນັບແຕ່ເດືອນ 8 ມາຫາ ເດືອນ 10 ນີ້ແຫຼະ ລວມໝົດກໍ 30 ປາຍນິ່ 31 ມີແຕ່ຄອບຄົວ ໂອ່..ໄດ້ 70 ປາຍ 80 ປາຍໂຕ່ນ, ກິໂລນຶ່ງ ອັນ 400 ກີບ ຄ່າແຮງງານນະ.”

ຄົນງານສວນກ້ວຍ ອີກຄົນນຶ່ງເວົ້າວ່າ ບໍ່ເຂົ້າໃຈຄືກັນ ວ່າເປັນຫຍັງຄົນຈີນ ຈຶ່ງໂກງຄ່າແຮງງານ ຂອງພວກຕົນ ທັ້ງໆທີ່ພວກຕົນເຮັດວຽກ ຕັດກ້ວຍ ດ້ວຍຄວາມຖືກຕ້ອງ ມາຕລອດ ບາດຮອດຍາມມາໄລ່ບິນ ພັດໄລ່ນໍ້າໜັກຫຼຸດ ບໍ່ກົງກັນ ແລະ ຊໍ້າບໍ່ໝໍ່າ ກໍຍັງບໍ່ຈ່າຍເງິນຄ່າແຮງງານ ໃຫ້ພວກຕົນເລີຍ:

“ມັນບໍ່ຮູ້ຈັກນໍາ ບໍຣິສັດນໍ້າຟ້ານະ ໄລ່ບິນ ກໍໄລ່ບໍ່ຖືກນ່າ ເຂົາບໍ່ເອົາບິນໄລ່ຕາມເຮົາເຫັນນິ່ນ່າ ເຂົາໂກງແນວນັ້ນ ຕັດໄດ້ນໍ້າໜັກຫຼາຍໄດ້ຫຼຸດ ກິໂລກໍໄດ້ ແຕ່ວ່າເງິນຄົນງານຫ່ັນນາ ຢູ່ນີ້ ມີແຕ່ສອງຄອບຄົວ ໄປໄລ່ ຍັງຕິດບໍຣິສັດເຂົາຫັ່ນ ເອີ່ລະບໍ່ໄດ້ເງິນນີ້ນະ.”

ໃນຂນະດຽວກັນ ຄົນງານອີກຄົນນຶ່ງ ທີ່ຍັງບໍ່ໄດ້ຮັບເງິນຄ່າແຮງງານນັ້ນ ກໍເວົ້າວ່າ ທໍາອິດ ນາຍຈ້າງກ່າວວ່າ ເງິນຄ່າແຮງງານຍັງມີຢູ່ ແຕ່ພໍໄປຖາມ ວ່າໃຫ້ລໍຖ້າອີກ 2-3 ມື້ ບາດຮອດ 2-3 ມື້ໄປຖາມກໍບໍ່ຈ່າຍໃຫ້ ຈົນກະທັງ ຮອດວັນທີ 23 ຕຸລາ ນີ້ພວກຕົນກໍໄດ້ ຂໍຄວາມຊ່ອຍເຫຼືອ ຈາກເຈົ້າໜ້າທີ່ ຫ້ອງການກຸ່ມບ້ານດອນຄໍາ ເມືອງຕົ້ນເຜິ້ງ ໃຫ້ໄປຊ່ອຍໄກ່ເກັ່ຽ ບັນຫານີ້ໃຫ້ ແຕ່ກໍແກ້ໄຂບໍ່ໄດ້:

“ທໍາອິດເຂົາວ່າເງິນຍັງ ສົມມຸດເຂົາກໍານົດ ວ່າຊິຈ່າຍມື້ນີ້ ບໍ່ຈ່າຍວ່າຖ້າ 2-3 ວັນລະຖ້າ 2-3 ວັນບໍ່ຈ່າຍ ແລ້ວມື້ວານ ເອົາກຸ່ມບ້ານເຂົ້າມາ ເຂົ້າມາລະ ເຂົາວ່າ ເງິນພວກເອື້ອຍ ນໍາຈີນ ລະໝົົດເລີຍ ບໍ່ໄດ້ຮັບຈັກ ບາດ ຄຶດເບິ່ງເງິນແທ້ມັນຍັງ ເຂົາຕົວະກິນນ່າ 2 ຄອບຄົວ ໂອ່, ຮອດ 60 ຕິ່ 60 ປາຍພຸ້ນໄລ່ 2 ຄອບຄົວຫັ່ນ ປື້ມອັນພວກເຮົາຄຶດໄລ່ ຄົນຈີນ ບໍ່ໃຫ້ມາເບິ່ງ ລະອັນເອົາປຶ້ມອັນອື່ນມາເບິ່ງ ເຂົາບໍ່ລະບໍ່ ແມ່ນປຶ້ມ ອັນພວກເຮົາຄຶດໄລ່ ອັນກຸ່ມເຂົາເວົ້າແນວໃດ ເຂົາເວົ້າບໍ່ຊ່າງຊິແກ້ໄຂ ເຂົາບອກເຮົາເອົາກຸ່ມອັນອື່ນມາໂອ່ ພວກເຮົາບໍ່ຊ່າງຊິ ໄປແຫຼະ ບໍ່ມີຣົດ ບໍ່ມີແມ່ນຫຍັງ ເງິນບາດນຶ່ງກໍບໍ່ມີ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເອເຊັຽ ເສຣີ ໄດ້ໂທຫາ ເຈົ້າໜ້າທີ່ ຫ້ອງການກຸ່ມ ບ້ານດອນຄໍາ ເພື່ອຖາມຕົ້ນປາຍ ສາເຫດ ວ່າເປັນມາແນວໃດແທ້ ເຈົ້າໜ້າທີ່ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວກ່ຽວກັບເຣື່ອງ ນີ້ວ່າ:

“ຕົ້ນປາຍສາເຫດກໍ ຈີນເນາະ ມັນໄລ່ເງິນຜິດໃຫ້ ຕົ້ນປາຍສາເຫດມັນຫັ່ນນ່າ ເພາະວ່າເງິນນິ່ ໄລ່ອອກມານິ່ໄດ້ຢູ່ 31 ລ້ານ ເນາະ ລະກໍເຂົາ ຈ່າຍກິນໄປນິ່ ມັນກາຍໄປຫັ່ນເດ້ ມັນກາຍໄປຫັ່ນ ໝົດ 35 ລ້ານ ເບາະ ແລະເຂົາແຫຼະມາໄລ່ເງິນຜິດໃຫ້ ໄລ່ເງິນຜິດຫັ່ນ ປະຊາຊົນຫັ່ນເລີຍ ບໍ່ພໍໃຈ ຄົນງານຍັງຕິດ ບໍຣິສັດຢູ່ ເຈົ້າ ຂ້ອຍລົງໄປແກ້ມື້ນັ້ນຫັ່ນນະ.”

ໃນຂນະດຽວກັນ ເອເຊັຽເສຣີ ກໍໄດ້ໂທຫາ ບໍຣິສັດສວນກ້ວຍດ່ັງກ່າວ ຊຶ່ງ ລ່າມແປພາສາ ຕາງໜ້າຂອງບໍຣິສັດ ກໍໄດ້ອະທິບາຍວ່າ:

“ກຸ່ມຂະເຈົ້າ ກະມາເນາະ ກະມາຫາຢູ່ທາງບໍຣິສັດ ເຮົານີ້ ລະກໍ ເຮົາກະໄດ້ລົມນໍາຂະເຈົ້າແລ້ວ ບິນກ້ວຍແມ່ນຫຍັງ ກະມີໝົດ ເຈົ້ານຶ່ງຫັ່ນນ່າ ບິນຂະເຈົ້າກະບໍ່ຄົບແດ່ ບິນກ້ວຍນິ່ ສໍາຄັນສຸດ ນ້ອງກະບອກ ເຂົາເຈົ້າວ່າຕ້ອງເກັບໄວ້ ຍາມຕັດກ້ວຍ ບິນຂະເຈົ້າກະມີບິນ ເອົາໃຫ້ເນາະ ບິນນິ່ມີ 3 ບິນ ທາງ ບໍຣິສັດມີ 2 ບິນ ລະກະບິນນຶ່ງ ເອົາໃຫ້ທາງເຈົ້າຂອງສວນ ຖ້າເຈົ້າຂອງສວນ ບໍ່ເກັບໄວ້ດີ ບໍ່ຮັກສາໄວ້ດີເຮັ່ຍ, ເຮັ່ຍ ແລ້ວຊອກບໍ່ເຫັນ ລະກະທາງນີ້ມີເນາະ ທາງບໍຣິສັດ ເຮົາມີບິນຢູ່ ເຂົາເຈົ້າໄລ່ເງິນມານີ້ ຄອບຄົວນຶ່ງ ຍັງຕິດຢູ່ 3 ລ້ານປາຍ ແຕ່ບໍຣິສັດເຮົານິ່ ວ່າບໍ່ເອົາແມ່ນຫຍັງ ບໍ່ເອົາຄືນກະໄດ້ ໃຫ້ຂະເຈົ້າ ຄ່າຣົດຄ່າເຮືອ ເມືອບ້ານສາ.”

ຄົນງານທັງສອງຄອບຄົວນີ້ ແມ່ນຄົນງານ ພວກດຽວກັນກັບ ທີ່ໄດ້ຮັບກະທົບ ຈາກສານເຄມີ ຢູ່ສວນກ້ວຍຈີນ ຊຶ່ງຕັ້ງຢູ່ບ້ານນໍ້າຟ້າ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ອອກຕຸ່ມຕາມແຂ່ງຂາ ແລະທາງ ວິທຍຸ ເອເຊັຽ ເສຣີ ກໍເຄີຍອອກຂ່າວໄປ ເມື່ອກາງພຶສພາ ທີ່ຜ່ານມາ ແລະ ຕໍ່ມາ ຍ້ອນຂ່າວນັ້ນ ຄົນງານທັງຄອບຄົວ ກໍຖືກໄລ່ອອກ ຈາກສວນກ້ວຍ, ດັ່ງຄົນງານ ທີ່ໄດ້ຮັບຜົລທົບ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນ ນີ້ວ່າ:

“ເຣຶ້ອງເຫດການ ເຣື່ອງເມັຍຖືກຢານີ້ ອັນຄົນຈີນ ກັບແປພາສານີ້ ກະຍັງມາດ່າຄືນນະ ດ່າວ່າໄທເຮົານີ້ໄປບອກ ຈຸອັນໂຄສະນາ ຈຸຫຍັງບຸ ເຮົາສົ່ງເຟສ ສົ່ງຫຍັງນີ້ໄປນະ ຍັງມາດ່າໄທເຮົານີ້ ທັງຄົນຢູ່ກຸ່ມຫັ່ນແຫຼະ ຍັງມາດ່າ ບອກໃຫ້ເຮົາໜີ ຈາກຢູ່ນີ້ໄປນະ ຊຸດກ່ອນນີ້ນະ.”

ປັດຈຸບັນ ຄົນງານສວນກ້ວຍ ສອງຄອບຄົວນີ້ ຍັງຢູ່ໃນສວນກ້ວຍຢູ່ ແຕ່ບໍ່ໄດ້ເຮັດວຽກແລ້ວ ເພາະຄົນຈີນບໍ່ໃຫ້ເຮັດ ແລະໄລ່ໜີທຸກມື້ ແຕ່ພວກເຂົາເຈົ້າ ກໍບໍ່ໜີ ຈົນກວ່າຈະໄດ້ເງິນຄ່າຈ້າງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org