ຊາວອັດຕະປືພົບຂຸມຊັບ
ຊາວບ້ານ ຢູ່ ແຂວງ ອັດຕະປື ພາກັນ ໄປຂຸດຄົ້ນ ຫີນ ທີ່ ຄ້າຍຄື ກັບ ຍົກ ມີຄ່າ.
-
ມະນີຈັນ
2014-08-14 -
-
-
Your browser doesn’t support HTML5 audio
ມີຊາວບ້ານ ພາກັນໄປ ຂຸດຫີນ ຊນິດນຶ່ງ ທີ່ ເບິ່ງແລ້ວ ຄ້າຍຄືກັນ ກັບ ຫີນ ຍົກ ຢູ່ ເຂດບ້ານ ໝາກກ້ຽງເກົ່າ ເສັ້ນທາງ ຜ່ານເຂດ ແກ້ງ ໝາກເຂືອ ທີ່ ຂຶ້ນກັບ ເມືອງ ໄຊເສດຖາ ແຂວງ ອັດຕະປີ. ແຫລ່ງຂ່າວ ຈາກ ແຂວງ ອັດຕະປື ຣາຍງານວ່າ ເມື່ອປະມານ 2 ອາທິດ ຜ່ານມາ ຊາວບ້ານ ເລີ້ມພາກັນ ໄປຂຸດຫີນ ດັ່ງກ່າວ ມາ ຂາຍໃຫ້ ພວກພໍ່ຄ້າ ຊາວຈີນ ແລະ ວຽດນາມ ໃນລາຄາ 1 ແສນ ຫາ 5 ແສນ ກີບ ຂຶ້ນກັບ ການ ຕໍ່ລອງກັນ ແລະ ຊນິດຂອງຫີນ.
ຮູບຮ່າງ ລັກສນະ ຂອງ ຫີນ ເປັນສີຂາວໄສ ປົນ ສີແດງອ່ອນ ປົນ ສີມ້ວງອ່ອນ ແຕ່ຍັງ ບໍ່ທັນມີ ຜູ້ຊ່ຽວຊານ ຢັ້ງຢືນວ່າ ມັນເປັນຫີນ ຊນິດໃດ. ແຫລ່ງຂ່າວ ຍັງຣາຍງານ ອີກວ່າ ພວກພໍ່ຄ້າ ຊື້ໄປເຮັດ ເຄື່ອງປະດັບ ແລະ ປັດຈຸບັນ ຊາວບ້ານ ກໍກຳລັງ ໂຫ້ໄປຂຸດ.
ໃນເຂດ ບໍຣິເວນ ທີ່ ຊາວບ້ານ ພາກັນ ໄປຂຸດນັ້ນ ມີ ເຈົ້າໜ້າທີ່ ຕຳຣວດ ແລະ ທະຫານ ຈັດກຳລັງ ຮັກສາ ຄວາມປອດໄພ. ທີ່ ຜ່ານມາ ມີຂ່າວວ່າ ຈະມີ ບໍຣິສັດ ໄປຮັບ ສຳປະທານ ໃນ ການ ຂຸດຄົ້ນ ແຕ່ທາງການ ຈະປ່ອຍໃຫ້ ຊາວບ້ານ ໄປຂຸດກ່ອນ.
ເຖີງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງ ແຂວງ ຍັງບໍ່ທັນ ອອກມາ ຢັ້ງຢືນ ກ່ຽວກັບ ຣາຍຣະອຽດ ຂອງຫີນ ຢູ່ ໃນພື້ນທີ່ ດັ່ງກ່າວ.