ນັກລົງທຶນຈີນ ຮັບສັມປະທານ ເນື້ອທີ່ 103 ເຮັກຕ້າຣ໌ ໂຄງການປູກພືດ ຢູ່ເມືອງສນາມໄຊ
ບໍຣິສັດ ຄູນທະວີຊັບ ຮ່ວມມືພັທນາຄົບວົງຈອນ ຂອງນັກລົງທຶນຈີນ ເຂົ້າສຶກສາຄວາມເປັນໄປໄດ້ ໂຄງການປູກກ້ວຍ, ຖົ່ວລຽນ ແລະມັນຕົ້ນ ໃນເນື້ອທີ່ 103 ເຮັກຕ້າຣ໌ ຢູ່ບ້ານຕະມໍຢອດ ເມືອງສນາມໄຊ ແຂວງອັດຕະປື ເຊິ່ງປັດຈຸບັນ ໂຄງການດັ່ງກ່າວ ກໍາລັງຢູ່ລະຫວ່າງການ ປຶກສາຫາລື ເຣື່ອງຜົລກະທົບດ້ານສິ່ງແວດລ້ອມ-ສັງຄົມ.
-
ສຸພັດຕາ
2023-03-31 -
-
-
Your browser doesn’t support HTML5 audio
ທາງການແຂວງອັດຕະປື ອະນຸຍາດໃຫ້ບໍຣິສັດ ຄູນທະວີຊັບ ຮ່ວມມືພັທນາຄົບວົງຈອນ ຂອງນັກລົງທຶນຈີນ ເຂົ້າສຶກສາຄວາມເປັນໄປໄດ້ ໂຄງການປູກກ້ວຍ, ຖົ່ວລຽນ ແລະມັນຕົ້ນ ໃນເນື້ອທີ່ 103 ເຮັກຕ້າຣ໌ ຢູ່ບ້ານຕະມໍຢອດ ເມືອງສນາມໄຊ ແຂວງອັດຕະປື ປັດຈຸບັນ ໂຄງການດັ່ງກ່າວ ກໍາລັງຢູ່ລະຫວ່າງການປຶກສາຫາຣື ເຣື່ອງຜົລກະທົບດ້ານສິ່ງແວດລ້ອມ-ສັງຄົມ.
ກ່ຽວກັບໂຄງການນີ້ ຊາວບ້ານຜູ້ນຶ່ງ ຢູ່ບ້ານຕະມໍຢອດ ເມືອງສນາມໄຊ ກ່າວວ່າ ບໍຣິສັດດັ່ງກ່າວ ໄດ້ເຂົ້າມາສຶກສາຄວາມເປັນໄປໄດ້ ແລະປະເມີນຜົລກະທົບດ້ານສິ່ງແວດລ້ອມ-ສັງຄົມແລ້ວ ແຕ່ບໍຣິສັດ ບໍ່ໄດ້ແຈ້ງວ່າ ຈະໃຫ້ຊາວບ້ານໃນພື້ນທີ່ ເຂົ້າຮ່ວມໂຄງການນໍາ ແລະຄາດວ່າບໍຣິສັດ ໜ້າຈະລົງທຶນດ້ວຍໂຕເອງທັງໝົດ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ມິນາ ນີ້ວ່າ:
“ບໍ່ໄດ້ເຂົ້າຮ່ວມເຂົາ ເພາະວ່າ ຕາມໄດ້ຍິນຄ້າວໆນີ້ ເຂົາວ່າ ບໍຣິສັດເຮັດເອງນ່າ ເຊົ່າດິນນໍາຣັຖບານ ແລ້ວເພິ່ນໄປເຮັດເອງຫັ້ນນ່າ ເຣື່ອງບໍຣິສັດຫັ້ນໂອ້ຍ.... ຕະພຶດຕະພືດຽວນີ້ ເພິ່ນບໍ່ໄດ້ຮັບຮອງກັບປະຊາຊົນ ເພິ່ນເຮັດເອງ.”
ຊາວບ້ານຜູ້ນີ້ ກ່າວອີກຕື່ມວ່າ ພາຍຫຼັງທີ່ການຣະບາດຂອງໂຄວິດ-19 ຜ່ອນຄາຍລົງ ກໍມີຫຼາຍບໍຣິສັດ ທັງພາຍໃນແລະຕ່າງປະເທດ ເຂົ້າມາສຶກສາຄວາມເປັນໄປໄດ້ ເພື່ອລົງທຶນປູກພືດ ແລະໝາກໄມ້ເປັນຈໍານວນຫຼາຍ ແຕ່ວ່າ ໂຄງການລົງທຶນເຫຼົ່ານັ້ນ ແມ່ນເຂົ້າມາສັມປະທານເອົາທີ່ດິນ ແລະລົງທຶນດ້ວຍໂຕເອງທັງໝົດ ໂດຍບໍ່ໃຫ້ຊາວບ້ານໃນພື້ນທີ່ ເຂົ້າໄປຮ່ວມລົງທຶນໃນໂຄງການ 2+3.
ສ່ວນຊາວບ້ານອີກຜູ້ນຶ່ງ ຢູ່ບ້ານຕະມໍຢອດ ກ່າວວ່າ ຫຼາຍບໍຣິສັດ ທີ່ເຂົ້າມາລົງທຶນປູກພືດ ແລະໝາກໄມ້ ສ່ວນໃຫຍ່ ຈະລົງທຶນດ້ວຍໂຕເອງເກືອບທັງໝົດ ສະນັ້ນແລ້ວ ຊາວບ້ານສ່ວນໃຫຍ່ ທີ່ຢູ່ອ້ອມຂ້າງໂຄງການລົງທຶນເຫຼົ່ານັ້ນ ຈະບໍ່ໄດ້ຮັບຜົນປໂຍດຫຍັງ ແລະຍັງເປັນກັງວົນອີກວ່າ ໂຄງການເຫຼົ່ານັ້ນ ຈະສົ່ງຜົລກະທົບດ້ານສິ່ງແວດລ້ອມ-ສັງຄົມ ໃຫ້ກັບຊຸມຊົນ ເນື່ອງຈາກ ບາງໂຄງການກໍມີການນໍາໃຊ້ສານເຄມີ.
ຂະນະທີ່ ຊາວບ້ານໃນພື້ນທີ່ສ່ວນຫຼາຍ ກໍຈະປູກມັນຕົ້ນ ເປັນອາຊີບຫຼັກ ເພື່ອຂາຍໃຫ້ກັບທາງໂຮງງານ ເຊິ່ງມັນຕົ້ນທີ່ຊາວບ້ານປູກ ກໍເປັນເງິນລົງທຶນຂອງຊາວບ້ານທັງໝົດ ບໍ່ໄດ້ມີພາກສ່ວນໃດມາສນັບສນູນ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄືບໍ່ໄດ້ຍິນວ່າ ໃຫ້ປະຊາຊົນເຂົ້າໄປຮ່ວມນໍາ ສ່ວນຫຼາຍເຂົາກະມາປູກເອງ ຄືເປັນດິນຂອງຊາວບ້ານ ປະຊາຊົນເຂົາກະປູກເອງ ມີໂຮງງານເຂົາຮັບຊື້ ຫຼາຍໆບ່ອນຢູ່ ປະຊາຊົນປູກ ກະມີແຕ່ວ່າແກ້ໄຂເອງ.”
ສ່ວນຊາວບ້ານອີກຜູ້ນຶ່ງ ໃນເມືອງສນາມໄຊ ທີ່ເຂົ້າຮ່ວມໂຄງການປູກພືດ ແລະໝາກໄມ້ ໃນຮູບແບບ 2+3 ຮ່ວມກັບບໍຣິສັດຂອງນັກລົງທຶນຊາວວຽດນາມ ກ່າວວ່າ ຫາກໍໄດ້ລົງທຶນປູກມັນຕົ້ນ ແລະອ້ອຍ ຮ່ວມກັບບໍຣິສັດວຽດນາມເປັນປີທໍາອິດ ເນື້ອທີ່ປະມານ 20 ເຮັກຕ້າຣ໌ ເຊິ່ງຄາດວ່າ ຈະສາມາດເກັບຜົນຜລິດໄດ້ໃນປີໜ້າ ຈຶ່ງຍັງບໍ່ຮູ້ວ່າ ລົງທຶນໄປແລ້ວ ຈະໄດ້ກໍາໄຣ ຫຼືຫຼຸບທຶນ.
ແນວໃດກໍຕາມ ການເຂົ້າຮ່ວມລົງທຶນປູກພືດ ໃນຮູບແບບ 2+3 ກໍຍັງມີຕ້ອງມີຄ່າໃຊ້ຈ່າຍຫຼາຍສົມຄວນ ເນື່ອງຈາກບໍຣິສັດຜູ້ລົງທຶນ ອອກຄ່າໃຊ້ຈ່າຍໃຫ້ກັບຊາວບ້ານ ຜູ້ເຂົ້າຮ່ວມພຽງສ່ວນໃດສ່ວນນຶ່ງເທົ່ານັ້ນ ຈຶ່ງເຮັດໃຫ້ຊາວບ້ານ ຜູ້ເຂົ້າຮ່ວມໂຄງການ ພາກັນອອກຄ່າໃຊ້ຈ່າຍເພີ່ມຕື່ມ ຫຼາຍ-ໜ້ອຍ ກໍຂຶ້ນຢູ່ກັບເນື້ອທີ່ ທີ່ໄດ້ລົງທຶນໄປ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຈັ່ງວ່າ ບໍ່ທັນອັນນີ້ ຄັນງາມ ມັນກະໄດ້ຕາມເພິ່ນວ່າ ຄັນມັນບໍ່ໄດ້ງາມກະບໍ່ໄດ້ຫັ້ນແຫຼະ ຫຼຸບແຫຼ້ວ ປູກໃໝ່ນີ້ ບໍ່ທັນຮູ້ຈັກມັນຊິໄດ້ ຫຼືບໍ່ໄດ້ ມີຜູ້ໄດ້ ມີຜູ້ບໍ່ ຜູ້ບໍ່ໄດ້ ກະຍ້ອນເນື່ອງຈາກບໍ່ງາມຫັ້ນແຫຼ້ວ ສອງກະງົວຄວາຍເຂົ້າໄປກິນ ຮັກສາບໍ່ໄດ້.”
ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປື ກ່າວວ່າ ບໍຣິສັດ ຄູນທະວີຊັບ ຮ່ວມມືພັທນາຄົບວົງຈອນ ແມ່ນຕັ້ງຢູ່ບ້ານຕະມໍຢອດ ເມືອງສນາມໄຊ ມີໄລຍະສັມປະທານ 30 ປີ ໂດຍໃນໄລຍະທໍາອິດ ບໍຣິສັດ ໄດ້ຮັບສັມປະທານເນື້ອທີ່ ປະມານ 200 ເຮັກຕ້າຣ໌ ໃນປີ 2021 ທີ່ຜ່ານມາ.
ໂດຍປັດຈຸບັນ ບໍຣິສັດໄດ້ລົງທຶນປູກກ້ວຍ ໃຫ້ໄດ້ຜົນຜລິດປະມານ 40 ຕັ່ນຕໍ່ເຮັກຕ້າຣ໌, ໝາກຖົ່ວລຽນ ໃຫ້ໄດ້ຜົນຜລິດ 15 ຕັ່ນຕໍ່ເຮັກຕ້າຣ໌, ໝາກສົ້ມໂອ ຫຼືໝາກກ້ຽງໃຫຍ່ ໃຫ້ໄດ້ຜົນຜລິດ 15 ຕັ່ນຕໍ່ເຮັກຕ້າຣ໌, ໝາກມີ້ ໃຫ້ໄດ້ຜົນຜລິດ 20 ຕັ່ນຕໍ່ເຮັກຕ້າຣ໌.
ຕໍ່ມາ ໃນປີ 2023 ນີ້ ບໍຣິສັດດັ່ງກ່າວ ຕ້ອງການຂຍາຍເນື້ອທີ່ປູກພືດເພີ່ມຕື່ມ ໃນເນື້ອທີ່ 103 ເຮັກຕ້າຣ໌ ເຊິ່ງທາງການແຂວງກໍໄດ້ອະນຸມັດ ແຕ່ປັດຈຸບັນ ພວມຢູ່ລະຫວ່າງການປຶກສາຫາຣືເຣື່ອງຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ຍັງບໍ່ທັນສໍາເຣັດເທື່ອ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ສໍາຣວດຕື່ມອີກ 100 ປາຍເຮັກຕ້້າຣ໌ ຕໍ່ສວນເກົ່າຂະເຈົ້າຫັ້ນແຫຼະ ເພາະວ່າ ຢາກໄດ້ເນື້ອທີ່ປູກຕື່ມອີກ ກວ່າຊັ້ນເດ້ ແຂວງສາມາດອະນຸມັດ ໄດ້ພຽງ 100 ຊິນ່າ.”
ເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນ ແຂວງອັດຕະປື ກ່າວວ່າ ປັດຈຸບັນ ທາງການແຂວງອັດຕະປື ໄດ້ອະນຸຍາດໃຫ້ບໍຣິສັດເອກກະຊົນ ທັງພາຍໃນ ແລະຕ່າງປະເທດ ເຂົ້າມາລົງທຶນໂຄງການປູກພືດ ແລະໝາກໄມ້ ເປັນຈໍານວນຫຼາຍບໍຣິສັດ ຢູ່ໃນພື້ນທີ່ພັຍພິບັດເຂື່ອນແຕກ ເມືອງສນາມໄຊ ເນື່ອງຈາກເນື້ອທີ່ສ່ວນໃຫຍ່ ມີຄວາມອຸດົມສົມບູນ ແລະທາງການແຂວງ ກໍບໍ່ຢາກໃຫ້ປະຖິ້ມເນື້ອທີ່ໄປລ້າໆ ຈຶ່ງປ່ອຍໃຫ້ບໍຣິສັດເອກກະຊົນເຂົ້າມາເຊົ່າ-ສັມປະທານ.
ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເພິ່ນແຫ່ງສົ່ງເສີມ ໃຫ້ມີນັກລົງທຶນເຂົ້າມາເຂດທີ່ວ່າ ດິນທັບຖົມເດ້ ດິນນໍ້າຖ້ວມ ບ່ອນປະຊາຊົນເຂົາບໍ່ເຮັດ ທາງເພິ່ນ (ພາກຣັຖ) ກະຢາກໃຫ້ມີສ່ວນຮ່ວມ ກັບປະຊາຊົນຫັ້ນແຫຼະ ອັນວ່າການຜລິດ ມັນກະເຂດດິນຂອງຣັຖຫັ້ນແຫຼະ ຣັຖເຮົາອະນຸມັດໃຫ້ສັມປະທານ ບາງທີກະບໍຣິສັດຊື້ເລີຍ ດິນຫັ້ນນ່າ.”
ໄລຍະທີ່ຜ່ານມາ ທັງຣັຖບານລາວ ແລະທາງການແຂວງອັດຕະປື ໄດ້ມີການເຊັນສັນຍາ ກັບບໍຣິສັດເອກກະຊົນ ທັງພາຍໃນແລະຕ່າງປະເທດ ເພື່ອລົງທຶນໃນໂຄງການປູກພືດແລໝາກໄມ້ນາໆຊະນິດ ເປັນຈໍານວນຫຼາຍ ຢູ່ເມືອງສນາມໄຊ ດັ່ງເຊັ່ນ ເມື່ອວັນທີ 7 ເມສາ 2021, ຣັຖບານລາວ ແລະບໍຣິສັດ ເຈັຍລັນ ພັທນາກະສິກັມ ຈໍາກັດ ປະເທດຈີນ ກໍເຂົ້າສຶກສາຄວາມເປັນໄປໄດ້ ໂຄງການຟື້ນຟູປ່າໄມ້ ແລະພັທນາລະບົບນິເວດກະສິກັມຄົບວົງຈອນ ເນື້ອທີ່ 5,000 ເຮັກຕ້າຣ໌ ຢູ່ເມືອງສນາມໄຊ.
ເມື່ອວັນທີ 27 ກໍຣະກະດາ 2022, ຣັຖບານລາວ ເຊັນບົດບັນທຶກຄວາມເຂົ້າໃຈ ອະນຸຍາດໃຫ້ກຸ່ມບໍຣິສັດ Hongkong Tianchi ຈາກຈີນ ສຶກສາສໍາຣວດຄວາມເປັນໄປໄດ້ ໂຄງການປູກໄມ້ອຸດສາຫະກັມ ແລະໂຄງການຜລິດກະສິກັມ ຕິດພັນກັບການທ່ອງທ່ຽວ ເນື້ອທີ່ 5,100 ເຮັກຕ້າຣ໌ ທີ່ເມືອງສນາມໄຊ.
ແນວກໍຕາມ ໂຄງການປູກພືດ ແລະໝາກໄມ້ ຢູ່ເມືອງສນາມໄຊ ແຂວງອັດຕະປືນັ້ນ ກໍຍັງເປັນຂໍ້ຖົກຖຽງກັນ ໃນເຣື່ອງຂອງຜົລກະທົບດ້ານສິ່ງແວດລ້ອມ-ສັງຄົມ ເນື່ອງຈາກຫຼາຍໂຄງການມີການນໍາໃຊ້ສານເຄມີຢ່າງຮຸນແຮງ ຈົນສົ່ງຜົລກະທົບຕໍ່ຊາວບ້ານ ແລະແຫຼ່ງນໍ້າ ເຊິ່ງໄລຍະທີ່ຜ່ານມາ ທາງການແຂວງອັດຕະປື ກໍໄດ້ອອກມາເນັ້ນຢໍ້າ ໃຫ້ບໍຣິສັດຜູ້ລົງທຶນ ນໍາໃຊ້ສານເຄມີໃຫ້ໜ້ອຍທີ່ສຸດ ໂດຍຕ້ອງບໍ່ກະທົບຕໍ່ຜົນຜລິດ, ສຸຂພາບ, ແຫຼ່ງນໍ້າ ແລະຕ້ອງຕິດຕາມ ເຣື່ອງການປົນເປື້ອນສານເຄມີ ກ່ອນປູກແລະຫຼັງປູກ ຢ່າງລະອຽດ.