ດິນຍຸບ ຄັ້ງທີ 2 ຢູ່ໃກ້ເຂດ ຂຸດເກືອກາລີ ຈີນ

ເກີດເຫດການດິນຍຸບ ເປັນຄັ້ງທີ 2 ຢູ່ໃນເຂດສໍາປະທານ ຂຸດຄົ້ນເກືອກາລີ ຂອງນັກລົງທຶນຈີນ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ

ດິນຍຸບ ກາງທົ່ງນາ ຂອງຊາວບ້ານ ໃກ້ກັບເຂດຂຸດຄົ້ນ ເກືອກາລີ ຂອງນັກລົງທຶນຈີນ ທີ່ເມືອງທ່າແຂກ ແຂວງຄຳມ່ວນ Credit photos: ສະຖານີ ວິທະຍຸກະຈາຍສຽງ ແຂວງຄຳມ່ວນ

ເມື່ອວັນທີ 21 ທັນວາ ທີ່ຜ່ານມານີ້, ໄດ້ເກີດເຫດການດິນຍຸບ ແບບບໍ່ຮູ້ສາເຫດ ເປັນຄັ້ງທີ 2 ຢູ່ໃນເຂດສໍາປະທານ ການຂຸດຄົ້ນ ບໍ່ເກືອກາລີ ຂອງບໍລິສັດ ຊິໂນ-ອາກຣີ ໂປຕາສ ຈຳກັດ ຂອງນັກລົງທຶນຈີນ ຢູ່ບ້ານປາເປັ່ງ, ເມືອງທ່າແຂກ ແຂວງຄຳມ່ວນ ຫ່າງຈາກຈຸດທີ່ດິນຍຸບ ຄັ້ງທຳອິດ ໃນຕົ້ນເດືອນທັນວາ ທີ່ຜ່ານມາ ພຽງແຕ່ 6-7 ແມັດເທົ່ານັ້ນ, ເຊິ່ງດິນຍຸບໃນເທື່ອນີ້ ມີຄວາມເລິກ ແລະ ກວ້າງປະມານ 10 ກວ່າແມັດ ຫ່າງຈາກເຂດເຮືອ ຂອງຊາວບ້ານ ປະມານ 800 ແມັດ, ອີກທັງ ຍັງມີຮອຍແຕກແຫງ ຕື່ມອີກ ຢູ່ເຂດໃກ້ຄຽງນໍາດ້ວຍ.

ແລະ ພາຍຫຼັງເກີດເຫດດິນຍຸບ ຄັ້ງຫຼ້າສຸດນີ້ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍໄດ້ລົງພື້ນທີ່ໄປເບິ່ງ ພ້ອມກັບກັ້ນຮົ້ວໄວ້ ເພື່ອປ້ອງກັນ ບໍ່ໃຫ້ຄົນ ຫຼື ສັດລ້ຽງ ຕົກລົງໃນຂຸມຂະໜາດໃຫຍ່ນັ້ນ. ດັ່ງເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ທັນວາ ນີ້ວ່າ:

“ຂ້ອຍໃຫ້ອ້າຍນ້ອງ ພວກສໍາຫຼວດ ພວກອັນນັ້ນ ຍາມຖ້າຢູ່ຫັ້ນແຫຼະ. ບໍ່ໃຫ້ງົວ, ຄວາຍ ບໍ່ໃຫ້ຄົນ ເຂົ້າໄປໃກ້ ໄປຫຍັງ. ບ້ານນີ້ ກະຢູ່ສະບາຍແຫຼະ ມັນຊິເປັນຫຍັງ ມັນໄກຈາກບ້ານຢູ່. ເພິ່ນກະບໍ່ທັນໄດ້ລົງມາ ເພິ່ນວ່າຊິລົງມາສໍາຫຼວດ ມື້ນີ້ເບາະ, ມື້ອື່ນນີ້ນ່າ, ແຕ່ວ່າ ກະຍັງໃຫ້ຄໍາຕອບຫຍັງບໍ່ໄດ້.”

ພ້ອມດຽວກັນນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຫຼາຍພາກສ່ວນ ປະກອບດ້ວຍ ກົມບໍ່ແຮ່, ກົມທໍລະນີສາດ ແລະ ຫ້ອງວ່າການປົກຄອງ ແຂວງຄໍາມ່ວນ ເພື່ອສອບຖາມ ກ່ຽວກັບເຫດການ ທີ່ວ່ານັ້ນ, ແຕ່ໃນເບື້ອງຕົ້ນ ຍັງບໍ່ມີເຈົ້າໜ້າທີ່ ຈາກພາກສ່ວນໃດ ທີ່ສາມາດ ໃຫ້ລາຍລະອຽດໄດ້. ມີແຕ່ຂໍສະຫງວນ ໃຫ້ສໍາພາດ ແລະ ຕິດຕາມ ການຖະແຫຼງຂ່າວຊີ້ແຈງ ແບບເປັນທາງການ ເທົ່ານັ້ນ.

ໃນຂະນະທີ່ຊາວບ້ານ ຢູ່ບ້ານປາກເປັ່ງ ທ່ານໜຶ່ງ ກ່າວວ່າ ເຫດການດິນຍຸບ ຄັ້ງທີ 2 ພາຍໃນເດືອນນີ້, ເຮັດໃຫ້ຊາວບ້ານ ຫຼາຍຄົນ ຢ້ານວ່າ ອາດເກີດເຫດການດິນຍຸບ ຂຶ້ນຕື່ມອີກ ແລະ ໄດ້ແຕ່ສັນນິຖານວ່າ ສາເຫດການເກີດດິນຍຸບ ແມ່ນອາດເກີດ ຍ້ອນໄດ້ຮັບຜົນກະທົບ ຈາກການຂຸດຊ່ອງລົມ ຂອງບໍ່ເກືອກາລີ ດັ່ງກ່າວ. ດັ່ງທ່ານ ກ່າວວ່າ:

“ເວົ້າເລື່ອງຢ້ານ ມັນກະບໍ່ເຂົ້າໃຈ ມັນກະຢ້ານຢູ່, ຫັ້ນນ່າ ເພາະວ່າ ມັນເປັນບ່ອນສ່ຽງເນາະ ມັນຍຸບລົງ ມັນຢູ່ໃນທົ່ງນາ ມັນບໍ່ໄດ້ຢູ່ໃນເຂດບ້ານ. ໂອ, ທາງເມືອງ ທາງແຂວງ ເພິ່ນລົງມາເບິ່ງແລ້ວ.”

ຊາວບ້ານອີກທ່ານໜຶ່ງ ກໍເຫັນວ່າ ອາດມີຄວາມເປັນໄປໄດ້ ທີ່ເຫດການດິນຍຸບ ທັງ 2 ຄັ້ງ ຢູ່ເຂດບ້ານປາກເປັ່ງ ອາດເກີດຍ້ອນ ຜົນກະທົບ ຈາກການຂຸດຊ່ອງລົມ ຫຼື ອຸໂມງ ທີ່ໃສ່ຕໍ່ບໍ່ເກືອກາລີ ເພາະການຂຸດເຈາະອຸໂມງ ລົງຊັ້ນໃຕ້ດິນ ອາດເຮັດໃຫ້ ເກີດການປ່ຽນແປງ ບາງຢ່າງ ຂອງດິນ ຈຶ່ງເກີດການຍຸບຕົວ ແລະ ກໍບໍ່ຮູ້ວ່າ ການຂຸດເຈາະອຸໂມງ ຊັ້ນໃຕ້ດິນ ໄດ້ຂຸດເຈາະແນວໃດແດ່.

“ໂຕມັນຍຸບຫັ້ນແຫຼະ. ໂອ, ຄັນຊິວ່າໄປ ມັນກໍບໍ່ຮູ້ຈັກເນາະ ເລື້ອງນີ້ ເພາະວ່າ ຂຸດຄົ້ນມັນກະບໍ່ຮູ້ ເຂົາຂຸດໄປທາງໃດ ຢູ່ພື້ນ. ບໍ່ຮູ້ເຂົາຂຸດໄປໃສແລ້ວ, ບໍ່ຮູ້ແຫຼະ ໂຕຫັ້ນເນາະ.”

ທາງດ້ານພະນັກງານ ນາງໜຶ່ງ ທີ່ເຮັດວຽກ ພາຍໃຕ້ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈຳກັດ ກ່າວວ່າ ສຳລັບຈຸດ ທີ່ເກີດເຫດດິນຍຸບນັ້ນ, ແມ່ນຢູ່ໄກ ຈາກຈຸດທີ່ມີ ການຂຸດຄົ້ນເກືອກາລີ ຈຸດຫຼັກ ທີ່ຕັ້ງຢູ່ລະຫວ່າງ ເຂດບ້ານດົງໃຕ້ ເມືອງທ່າແຂກ ກັບເຂດບ້ານນາຄໍາ, ເມືອງໜອງບົກ ຈຶ່ງບໍ່ຮູ້ຄັກແນ່ວ່າ ເຫດການດິນຍຸບນັ້ນ, ເກີດຍ້ອນສາເຫດໃດແທ້, ເຊິ່ງທາງໂຄງການນີ້ ກໍຍັງເດີນໜ້າ ຂຸດຄົ້ນເກືອກາລີ ຢູ່ຕໍ່ໄປເລື້ອຍໆ ແລະ ກໍບໍ່ເຫັນທາງຜູ້ບໍລິຫານ ຂອງໂຄງການ ມີການເວົ້າເຖິງ ເຫດການດິນຍຸບນັ້ນເທື່ອ. ດັ່ງນາງ ກ່າວວ່າ:

“ບໍ່ນ່າ, ມັນຄົນລະບ່ອນອັນນັ້ນນ່າ, ມັນຄົນລະບ່ອນ. ອັນນີ້ ເຮົາຢູ່ດົງໃຕ້ ຫັ້ນແຫຼະ ບ່ອນທີ່ເຂົາວ່າ ດິນຍຸບຫັ້ນ, ຢູ່ພຸ້ນ.”

ກ່ອນໜ້ານີ້, ເມື່ອວັນທີ 3 ທັນວາ ທີ່ຜ່ານມາ ເກີດເຫດດິນຍຸບ ແບບບໍ່ຮູ້ສາເຫດ ຢູ່ເຂດບ້ານປາກເປັ່ງ ເມືອງທ່າແຂກ ຈຸດເກີດເຫດ ເປັນທົ່ງນາ ທີ່ຢູ່ຫ່າງຈາກ ເຮືອນປະຊາຊົນ ປະມານ 800 ແມັດ. ມື້ທໍາອິດ ດິນຍຸບລົງເລີກ ໄປກວ່າ 10 ປາຍແມັດ ກວ້າງປະມານ 20 ປາຍແມັດ. ຕໍ່ມາ ມື້ທີ 2 ດິນຍັງເຈື່ອນ ຍຸບລົງໄປອີກ ກາຍເປັນຂຸມເລິກ 15 ແມັດ ແລະ ກວ້າງ 25 ແມັດ.

ເຖິງຢ່າງໃດກໍຕາມ, ໃນມື້ວັນທີ 4 ທັນວາ ທີ່ຜ່ານມາ ເຈົ້າແຂວງ ແຂວງຄໍາມ່ວນ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ຈາກກະຊວງພະລັງງານ ແລະ ບໍ່ແຮ່, ກົມຄຸ້ມຄອງບໍ່ແຮ່ ແລະ ກົມທໍລະນີສາດ ແລະ ບໍ່ແຮ່ ລວມເຖິງ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ແລະ ປະທານບໍລິສັດ ຊິໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ ໄດ້ລົງກວດກາ ສະພາບດິນຍຸບດັ່ງກ່າວ, ແຕ່ຍັງບໍ່ມີຜົນສະຫຼຸບ ທີ່ຈະແຈ້ງວ່າ ເກີດຈາກສາເຫດຫຍັງ, ແຕ່ກໍຢືນຢັນວ່າ ບໍລິເວນດິນຍຸບນີ້, ຢູ່ໃກ້ກັບຊ່ອງລົມ ທີ່ຕໍ່ໃສ່ ບໍ່ເກືອກາລີ ພຽງ 500 ແມັດ.

ແລະ ໃນປີ 2023, ນັກວິຊາການກໍ່ສ້າງ ເຄຫາສະຖານ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ເຈາະໃຕ້ດິນ ສ່ວນຫຼາຍ ກະມີແຕ່ດິນຍຸບ ເຮັດໃຫ້ເຂດນັ້ນ ມີການປ່ຽນແປງ ລະບົບທໍລະນີ. ເຈົ້າໄປດູດມັນອອກ, ມັນມີສິດຍຸບ ແລະ ດິນກໍເຈື່ອນ.

ໃນຂະນະທີ່ ຜູ້ຊ່ຽວຊານ ດ້ານການຂຸດຄົ້ນບໍ່ແຮ່ ທ່ານໜຶ່ງ ກ່າວວ່າ ເປັນໄປໄດ້ຫຼາຍທີ່ສຸດ  ທີ່ການຍຸບໂຕ ຂອງດິນ ຈະກ່ຽວຂ້ອງກັບ ການຂຸດຄົ້ນ ບໍ່ເກືອກາລີ ຍ້ອນໃນບໍລິເວນໃກ້ຄຽງ ບ່ອນດິນຍຸບ ບໍ່ມີກິດຈະກໍາຢ່າງອື່ນ ນອກຈາກການຂຸດຄົ້ນ ເກືອກາລີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org