ໂຄງການພັທນາ ພະລັງງານສະອາດ ຂອງລາວ ເພື່ອສິ່ງແວດລ້ອມ

ທາງການລາວມີແຜນ ພັທນາພະລັງງານສະອາດ ແລະ ພະລັງງານທາງເລືອກ ທີ່ເປັນມິດຕໍ່ສິ່ງແວດລ້ອມ ເພື່ອການນໍາໃຊ້ພາຍໃນປະເທດ, ສ້າງລາຍຮັບ ເຂົ້າສູ່ປະເທດ ແລະເພື່ອໃຫ້ສອດຄ່ອງ ກັບເປົ້າໝາຍ ການໃຊ້ພະລັງງານສະອາດ ໃຫ້ໄດ້ 30% ຂອງການໃຊ້ພະລັງງານ ທັງໝົດ ພາຍໃນປີ 2025.

ງານສັປດາ ສິ່ງແວດລ້ອມ ລຸ່ມແມ່ນ້ຳຂອງ, ນະຄອນຫຼວງບາງກອກ ປະເທດໄທຍ. ວັນທີ 14 ກັນຍາ 2023. RFA

ທາງການລາວມີແຜນ ພັທນາພະລັງງານສະອາດ ແລະ ພະລັງງານທາງເລືອກ ທີ່ເປັນມິດຕໍ່ສິ່ງແວດລ້ອມ ເພື່ອການນໍາໃຊ້ພາຍໃນປະເທດ ແລະ ສ້າງລາຍຮັບ ເຂົ້າສູ່ປະເທດ ເປັນຕົ້ນ ໂຄງການພະລັງງານແສງອາທິດ, ໂຄງການພະລັງງານລົມ ແລະ ການຫັນເອົາຂີ້ເຫຍື້ອ ຕາມຊຸມຊົນຕ່າງໆ ມາປ່ຽນເປັນພະລັງງານ ເພື່ອໃຫ້ສອດຄ່ອງເປົ້າໝາຍ ການໃຊ້ພະລັງງານສະອາດ ໃຫ້ເຖິງ 30% ຂອງການໃຊ້ພະລັງງານທັງໝົດ ພາຍໃນປີ 2025.

ດັ່ງ ອາຈານ ອຸລາວັນ ສິນສໍາພັນ ຈາກມະຫາວິທຍາໄລແຫ່ງຊາຕ ໄດ້ໃຫ້ສໍາພາດ ຕໍ່ວິທຍຸ ເອເຊັຽເສຣີ ຢູ່ກອງປະຊຸມ ກ່ຽວກັບຄວາມໜັ້ນຄົງ ດ້ານພະລັງງານ ແລະ ການຫັນປ່ຽນພະລັງງານ ທາງເລືອກ ທີ່ຈັດໂດຍ ສະຖາບັນສິ່ງແວດລ້ອມ ສຕ໊ອກໂຮມ ຫລື Stockholm Environment Institute (SEI) ຢູ່ນະຄອນຫລວງບາງກອກ ປະເທດໄທຍ ໃນມື້ວັນທີ 14 ກັນຍາ ນີ້ວ່າ:

“ປັດຈຸບັນນີ້ ທາງ ສປປ ລາວ ກໍໄດ້ມີເປົ້າໝາຍ ຫລື ວ່າ ຍຸດທະສາດ ໃນການພັທນາ ພະລັງງານສະອາດ ຫລືວ່າ ພະລັງງານທາງເລືອກ ເຊັ່ນວ່າ ປັດຈຸບັນນີ້ເນາະ ນອກຈາກເຂື່ອນໄຟຟ້າ ທີ່ຖືກສ້າງຕາມສາຂາແມ່ນ້ໍາຂອງແລ້ວ ກໍຍັງມີບັນດາ ພະລັງງານອື່ນໆ ທີ່ຈະຊ່ວຍໃຫ້ທາງ ສປປ ລາວ ສ້າງລາຍຮັບ ໂດຍສະເພາະກໍແມ່ນຄື ພະລັງງານລົມ ແລະ ພະລັງງານແສງອາທິດ ທີ່ຈະເປັນເປົ້າໝາຍ ໃນປີ 2025 ຄາດວ່າຈະເພີ່ມຂຶ້ນ 30% ຂອງຂແຫນງ ພະລັງງານ ນອກຈາກ 2 ຢ່າງນັ້ນແລ້ວ ຍັງເປັນ Biomass ຫລືວ່າ Waste to Energy.”

ການຫັນປ່ຽນໄປ ໃຊ້ພະລັງງານສະອາດ ເປັນແນວທາງນຶ່ງ ໃນຍຸທສາດ ເພື່ອຫລຸດຜ່ອນການປ່ອຍ ອາຍແກັສ ຄາບອນດາຍອ໊ອກຊາຍ ເພື່ອຫລຸດຜ່ອນ ຜົລກະທົບຈາກການປ່ຽນແປງ ດິນຟ້າອາກາດ ທີ່ຢູ່ໃນແຜນງານແຫ່ງຊາຕ ເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ລະຫວ່າງ ປີ 2015-2030.

ດັ່ງ ທ່ານ ອຸ່ນເຮືອນ ໄຊຍະສິດ ຜູ້ຮັບຜິດຊອບ ແຜນງານດ້ານນ້ໍາ, ພະລັງງານ, ດິນຟ້າ, ອາກາດ ແລະ ຂົງເຂດ ແມ່ນ້ໍາຂອງ ຈາກສະຖາທູດ ອອສເຕຣເລັຍ ປະຈໍາ ສປປ ລາວ ກ່າວວ່າ: 

(ອັງກິດ) “ຣັຖບານລາວ ເຂົ້າໃຈເຖິງປັນຫາ ການປ່ຽນແປງ ດິນຟ້າອາກາດ ແລະ ຜົລກະທົບເປັນຢ່າງດີ ຈຶ່ງມີຍຸດທະສາດ ແລະ ນະໂຍບາຍຫລາຍຢ່າງ ເພື່ອສ້າງຄວາມຍືດຫຍຸ່ນ ແລະ ລົດຄວາມສ່ຽງ ຈາກໄພພິບັດ ລວມເຖິງການກໍ່ສ້າງ ໂຄງຮ່າງພື້ນຖານ ທີ່ເປັນມິດຕໍ່ສິ່ງແວດລ້ອມ ເປັນຕົ້ນ ແຜນພັທນາ ເສດຖະກິຈ ສັງຄົມແຫ່ງຊາຕ, ຍຸດທະສາດການເຕີບໂຕ ສີຂຽວແຫ່ງຊາຕ ແລະ ຍຸດທະສາດ ການປ່ຽນແປງ ດິນຟ້າອາກາດ.”      

ທ່ານ ອຸ່ນເຮືອນ ຍົກໂຕຢ່າງ ເຖິງພາກພະລັງງານວ່າ ເພື່ອປ່ຽນໄປໃຊ້ພະລັງງານສະອາດນັ້ນ ຣັຖບານລາວ ໄດ້ເຣີ່ມກໍ່ສ້າງ ໂຄງການໄຟຟ້າພະລັງງານລົມ ທີ່ມີກໍາລັງການຜລິດ 600 ເມກະວັດ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື. ໂຄງການນີ້ ເປັນໂຄງການໄຟຟ້າ ພະລັງງານລົມ ທີ່ໃຫຍ່ທີ່ສຸດໃນລາວ ແລະ ພູມມິພາກ ແລະ ມີແຜນຈະຂຍາຍ ໂຄງການຕື່ມອີກ 1,000 ເມກະວັດ ລວມທັງໝົດເປັນ 1,600 ເມກາວັດ

ສ່ວນພາກການຂົນສົ່ງ ການເປີດໃຊ້ທາງຣົຖໄຟ ລາວ-ຈີນ ຊ່ວຍຫລຸດຜ່ອນ ການປ່ອຍ ກ໊າຊຄາບອນ ໄດ້ຫລາຍ ນອກຈາກນີ້ຣັຖບານ ໄດ້ຜັກດັນການນໍາໃຊ້ ຣົຖໄຟຟ້າ ຫລື EV ໃຫ້ຫລາຍຂຶ້ນ ໂດຍມີເປົ້າໝາຍ ໃຫ້ມີການນໍາໃຊ້ ຣົຖໄຟຟ້າ 30% ຂອງຈໍານວນ ພາຫະນະ ທັງໝົດ ໃນປີ 2030.

ເຖິງຢ່າງໃດກໍຕາມ ຍັງມີອຸປສັກຫລາຍດ້ານ ທີ່ຕ້ອງໄດ້ຮັບການແກ້ໄຂ ເຖິງຈະບັນລຸເປົ້າໝາຍ ການນໍາໃຊ້ຣົຖໄຟຟ້າທີ່ຕັ້ງໄວ້ ເປັນຕົ້ນ ສະຖານີຣົຖໄຟຟ້າ ຍັງບໍ່ທົ່ວເຖິງທັງໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງ ລວມໄປເຖິງຕົ້ນທຶນ ການນໍາເຂົ້າຣົຖໄຟຟ້າ ຍັງແພງ ການເຂົ້າເຖິງເງິນກູ້ຊື້ຣົຖໄຟຟ້າ ຍັງສູງກວ່າຣົຖທົ່ວໄປ ແລະ ຍັງບໍ່ມີໂຕຢ່າງການໃຊ້ງານ ຈາກພາກຣັຖ ແລະ ພາກສ່ວນທີ່ກ່ຽວຂ້ອງ ຫລາຍປານໃດ.   

ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ ສະມາຄົມອຸດສາຫະກັມ ຍານພາຫະນະລາວ ທີ່ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນເດືອນ ມີນາ. 

ຫາກເວົ້າເຖິງລະດັບ ພູມິພາກລາວ ມີ ແຜນຍຸທສາດ ດ້ານພະລັງງານໄຟຟ້າ ທີ່ຢາກເປັນໝໍ້ໄຟ ແຫ່ງອາຊ້ຽນ ປັດຈຸບັນ ລາວມີແຫລ່ງຜລິດໄຟຟ້າ ທັງໝົດ 94 ໂຄງການ, ແບ່ງເປັນເຂື່ອນໄຟຟ້າ 81ແຫ່ງ, ໂຮງງານໄຟຟ້າຖ່ານຫີນ 1 ແຫ່ງ, ໂຄງການຜລິດໄຟຟ້າ ແສງອາທິດ 8 ແຫ່ງ ແລະ ໂຮງງານໄຟຟ້າ ຊີວະພາບ 4 ແຫ່ງ ລວມທັງໝົດ ມີກໍາລັງການຜລິດ 11,661 ເມກະວັດ.

ເຖິງຢ່າງໃດກໍຕາມ ການຫັນປ່ຽນໄປໃຊ້ ພະລັງງານສະອາດ ອາດສົ່ງຜົລກະທົບ ຕໍ່ຄວາມໜັ້ນຄົງ ດ້ານພະລັງງານ ຂອງລາວ ຍ້ອນໃນປັດຈຸບັນ ໄຟຟ້າທີ່ນໍາໃຊ້ ໃນປະເທດ ສ່ວນຫລາຍມາຈາກເຂື່ອນໄຟຟ້າ ທີ່ບາງເທື່ອ ປະເຊີນກັບບັນຫາ ນ້ໍາບໍ່ພຽງພໍ ເຮັດໃຫ້ເຂື່ອນ ບໍ່ສາມາດຜລິດໄຟຟ້າໄດ້ ເຕັມທີ່, ບໍ່ພຽງພໍຕໍ່ຄວາມຕ້ອງການຊົມໃຊ້.

ດັ່ງທ່ານ ດຣ. ລໍາພອນ ດີມະນີວົງ ຫົວໜ້າຜແນກ ບໍຣິຫານ ຈັດການນ້ໍາ ກົມນະໂຍບາຍ ແລະ ພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: 

(ອັງກິດ) “ການຫັນປ່ຽນ ດ້ານພະລັງງານ ການຢູ່ ສປປ ລາວ ກໍຍັງມີຂໍ້ທ້າທາຍ ຍ້ອນເມື່ອເວົ້າເຖິງຄວາມໜັ້ນຄົງ ດ້ານພະລັງງານນັ້ນ ເຮົາຊົມໃຊ້ ພະລັງງານສະອາດ ເຊິ່ງມາຈາກເຂື່ອນໄຟຟ້າຢູ່ເຖິງ 95% ທີ່ເຫລືອແມ່ນ ມາຈາກຖ່ານຫີນ ແລະ ນ້ໍາມັນ. ດັ່ງນັ້ນ ເປົ້າໝາຍ ໃນອະນາຄົດ ເຮົາຕ້ອງການໃຊ້ ພະລັງງານແບບຜສົມຜສານ ເປັນຕົ້ນ ເຂື່ອນໄຟຟ້າ 75% ເພີ່ມສັດສ່ວນການໃຊ້ໄຟຟ້າ ຈາກຖ່ານຫີນເປັນ 25% ແລະ ພະລັງງານຫມຸນວຽນອື່ນໆ.” 

ປັດຈຸບັນ ລາວມີບົດບາດ ການສນັບສນູນ ປະເທດ ໃນພູມິພາກ ໃນການໃຊ້ພະລັງງານສະອາດ ຫລາຍ ຍ້ອນລາວສົ່ງອອກໄຟຟ້າ ໄປປະເທດໄທຍ, ກັມພູຊາ, ວຽດນາມ, ພະມ້າ ແລະ ສິງກະໂປ ລວມກ່ວາ 61% ແລະ ນໍາໃຊ້ໃນປະເທດພຽງ 39% ເທົ່ານັ້ນ ແລະ ໄຟຟ້າ ທີ່ສົ່ງອອກ ແມ່ນມາຈາກ ເຂື່ອນໄຟຟ້າ ກວ່າ 84% ທີ່ເຫລືອອີກ 16% ມາຈາກໂຮງງານໄຟຟ້າຖ່ານຫີນ. ອີງຕາມຂໍ້ມູນຈາກ ກົມນະໂຍບາຍ ແລະ ແຜນພະລັງງານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org