ຜູ້ປະສົບພັຍນໍ້າຖ້ວມເມືອງແບງ ຂາດເຂີນນໍ້າດື່ມ
ການຊ່ວຍເຫລືອ ຊາວບ້ານ ທີ່ໄດ້ຮັບ ເຄາະຮ້າຍ ຈາກ ພັຍນໍ້າຖ້ວມ ເມືອງ ແບງ ແຂວງອຸດົມໄຊ ຍັງບໍ່ທົ່ວເຖິງ ແລະ ຍັງຂາດເຂີນ ນໍ້າດື່ມ.
-
2013-08-28 -
-
-
Your browser doesn’t support HTML5 audio
ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ເມືອງແບງ ແຂວງ ອຸດົມໄຊ ເປີດເຜີຍຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 28 ສິງຫາ 2013 ວ່າ ປັຈຈຸບັນ ການຊ່ວຍເຫລືອ ມີມາຈາກຫລາຍພາກສ່ວນ ທັງເປັນ ເງິນສົດ ຈໍານວນ 77 ລ້ານກີບ ແລະເຄື່ອງຂອງອື່ນໆ ຮວມມູລຄ່າ 464 ລ້ານກີບ. ແຕ່ສີ່ງທີ່ຊາວບ້ານ ຍັງຕ້ອງການຢູ່ກໍຄືນໍ້າດື່ມ ແລະ ການຊ່ວຍເຫລືອ ສ້ອມແປງເຮືອນ ຊຶ່ງປັຈຈຸບັນ ມີຫລາຍຄອບຄົວ ທີ່ຍັງບໍ່ມີເຮືອນຢູ່:
"ເຄື່ອງຊ່ວຍເຫລືອ ມັນຈະມີເປັນເຂົ້າບໍ່ ສາດປູເຮືອນ ສັງກະສີ ມີ ແພບັດ ອາຫານແຫ້ງກໍມີນໍ້າ ຕົວຂາດເຂີນແທ້ໆນີ໋ ຊາວບ້ານກໍາລັງ ຫຍູ້ງຍາກນີ໊ ນໍ້າກິນນໍ້າໃຊ້ ກໍມີແລ້ວນໍ້າໃຊ້ ເພາະວ່າ ນໍ້າກ໊ອກ ຫລື ວ່ານໍ້າສະອາດນີ່ ມັນເພກ້ຽງເລີຍ 100 ເປີເຊັນເລີຍ".
ຊາວບ້ານຜູ້ນີ້ເວົ້າອີກວ່າ ທາງຫ້ອງການເມືອງ ແບ່ງການຊ່ວຍເຫລືອ ເປັນ 3 ສ່ວນ ຄື 1. ຊ່ວຍເຫລືອຄອບຄົວຜູ້ເສັຽຊີວິດ ໂດຍເບື້ອງຕົ້ນ ມອບ ເງິນໃຫ້ 6 ແສນກີບ ສໍາລັບຜູ້ເສັຽຊີວິດ ແລະ ຊ່ວຍເຫລືອ ອາຫານ ຕື່ມເປັນພິເສດ. 2. ຊ່ວຍເຫລືອຄອບຄົວ ທີ່ເຮືອນເປ່ເພ ເສັຽຫາຍ ຊຶ່ງຈະໄດ້ມີການມອບສັງກະສີ ແລະ ອຸປກອນສ້ອມແປງໃຫ້. 3. ຊ່ວຍເຫລືອຄອບຄົວ ທີ່ໄດ້ຮັບຜົລກະທົບ ແຕ່ເຮືອນບໍ່ເປ່ເພ ຈະຊ່ວຍເຫລືອເຣື່ອງອາຫານ. ຂນະດຽວກັນຊາວບ້ານອີກຜູ້ນຶ່ງກໍວ່າມີບາງບ້ານ ບໍ່ໄດ້ຮັບການຊ່ວຍເຫລືອຄົບເທື່ອ ຈຶ່ງຢາກຮຽກຮ້ອງໃຫ້ ທາງຫ້ອງການເມືອງ ຊ່ວຍແຈກ ຢາຍ ໃຫ້ທົ່ວເຖິງດ້ວຍ:
"ແມ່ນເຂົ້າແມ່ນປາ ອີ່ສັງກໍ ຖືວ່າຢາກໃຫ້ແຈ້ງໄປ ໃຫ້ມັນທົ່ວເຖິງຫັ້ນ ບັດນີ້ຫັ້ນນະ ສ່ວນເຄື່ອງຄົວເຮືອນເນາະ ຖືວ່າຢາກໃຫ້ເບິ່ງ ໝົດທຸກ ຄອບຄົວ ທີ່ວ່າ ເປ່ເພຫັ້ນນະ ຈໍານວນທີ່ເສັຽຫາຍຫັ້ນນະ ເຖິງມື້ນີ້ ແຕ່ວ່າທ່ານກໍບໍ່ຍອມ ໃຫ້ແຈກຈ່າຍເທື່ອເນາະ ຈະເຮັດແນວໃດ".
ແລະວ່າຂນະນີ້ ມີບັນຫາຂັດແຍ່ງ ສໍາລັບບາງຄອບຄົວ ທີ່ເຮືອນເປ່ເພ ບໍ່ມີຝາເຮືອນມີແຕ່ຫລັງຄາ ຊຶ່ງທາງເມືອງບອກວ່າ ຈະບໍ່ໄດ້ຮັບເຄື່ອງ ສ້ອມແປງເຮືອນ ເພາະບໍ່ໄດ້ນັບວ່າເປັນນຶ່ງໃນຈໍານວນຜູ້ທີ່ເຮືອນເປ່ເພ ຂນະທີ່ຜູ້ກ່ຽວເອງ ຢາກໃຫ້ທາງເມືອງ ຊ່ວຍຊົດເຊີຍໃຫ້ທັງໝົດ ເພາະ ຕົນກໍເປັນຜູ້ ໄດ້ຮັບເຄາະຮ້າຍ ຄືກັນ.