ຊາວບ້ານ ທີ່ຖືກຜົລກະທົບ ຈາກເຂື່ອນນ້ຳຊຳ 1A ໄດ້ຄ່າຊົດເຊີຍໝົດແລ້ວ
ຊາວບ້ານທີ່ຖືກຜົລກະທົບ ຈາກໂຄງການເຂື່ອນນໍ້າຊໍາ 1A ຢູ່ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ຮັບເງິນຊົດເຊີຽຄົບໝົດແລ້ວ, ແຕ່ຊາວບ້ານ ຍັງຕ້ອງການໃຫ້ທາງໂຄງການ ຊ່ອຍພັທນາບ້ານ ໃຫ້ເປັນຕາຢູ່ຫຼາຍກວ່ານີ້.
-
ສຸພັດຕາ
2022-05-24 -
-
-
Your browser doesn’t support HTML5 audio
ຊາວບ້ານທີ່ຖືກຜົລກະທົບ ສູນເສັຍທີ່ດິນການກເສດ ຈາກໂຄງການເຂື່ອນນໍ້າຊໍາ 1A ຢູ່ເມືອງຊໍາໃຕ້ ແຂວງຫົວພັນ ຈໍານວນ 3 ບ້ານ ຄື: ບ້ານສົບແປນ, ບ້ານພຽງຄູນ ແລະບ້ານເຕົ້າ ຮວມມີຊາວບ້ານ 94 ຄອບຄົວ ແລະໄດ້ຮັບຄ່າຊົດເຊີຽ ຄົບ 100% ໝົດແລ້ວ ໃນເດືອນພຶສພາ 2022 ນີ້, ໃນນີ້ ມີສະເພາະຊາວບ້ານ ບ້ານສົບແປນຈໍານວນ 29 ຄອບຄົວເທົ່ານັ້ນ ທີ່ຖືກໂຍກຍ້າຍ ໄປເຕົ້າໂຮມຢູ່ບ້ານພຽງຄູນ ແລະບ້ານເຕົ້າ.
ດັ່ງຊາວບ້ານຜູ້ນຶ່ງ ທີ່ຖືກຜົລກະທົບ ໃນເມືອງຊໍາໃຕ້ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 24 ພຶສພາ ນີ້ວ່າ:
“ຂະເຈົ້າຈ່າຍໃຫ້ໝົດແລ້ວເດີ້ ເພາະວ່າຕອນນີ້ ມາເຮັດເຮືອນຢູ່ບ້ານນີ້ເດ້ ບ້ານພຽງຄູນພີ່ນ່າ ບາງຄົນກະຍ້າຍມາຢູ່ບ້ານພຽງຄູນນີ່ ບາງຄົນກະຍ້າຍຢູ່ບ້ານພຽງເຕົ້າ ຫຼືວ່າບາງຄົນກະໄປຢູ່ວຽງພຸ້ນນນ່າ ໂດຍ ເຮັດເອງເດີ້ ຂະເຈົ້າມີແຕ່ວ່າ ຊົດເຊີຽເງິນໃຫ້ເດ້ເນາະ.”
ຊາວບ້ານຜູ້ນີ້ ກ່າວອີກວ່າ ທາງໂຄງການເຂື່ອນໄຟຟ້າ ໄດ້ມອບເງິນຊົດເຊີຽ ໃຫ້ກັບຊາວບ້ານ ຈໍານວນ 120 ລ້ານກີບຕໍ່ເຮັກຕ້າຣ໌ ເຊິ່ງແຕ່ລະຄອບຄົວ ກໍໄດ້ຮັບເງິນຊົດເຊີຽແຕກຕ່າງກັນໄປ ບາງຄອບຄົວ ໄດ້ຮັບເງິນຊົດເຊີຽມາແລ້ວ ກໍນໍາໄປສ້າງເພື່ອເປັນບ່ອນຢູ່ອາສັຍ, ບາງຄອບຄົວ ກໍໄປຊອກຊື້ດິນທໍາການກະເສດ ແລະບາງຄອບຄົວ ກໍພາກັນໂຍກຍ້າຍຖິ່ນຖານໄປຢູ່ບ່ອນໃໝ່.
ຊາວບ້ານທີ່ຖືກຜົລກະທົບ 3 ບ້ານທີ່ວ່ານີ້ ຈະໄດ້ຮັບເງິນຊົດເຊີຽພຽງຢ່່າງດຽວ ຈະບໍ່ໄດ້ຮັບເຮືອນຈັດສັນ ແລະດິນບຸກເບີກ ສະນັ້ນແລ້ວ ເມື່ອຊາວບ້ານໄດ້ຮັບເງິນຊົດເຊີຽມາແລ້ວ ກໍຕ້ອງບໍຣິຫານຈັດການດ້ວຍໂຕເອງ.
ຊາວບ້ານທີ່ຖືກຜົລກະທົບ ອີກຜູ້ນຶ່ງກ່າວວ່າ ເຖິງວ່າຊາວບ້ານຈະໄດ້ຮັບເງິນຊົດເຊີຽມາແລ້ວ ແຕ່ມີບາງຄອບຄົວ ບໍຣິຫານຈັດການເງິນບໍ່ເປັນ ຫາກນໍາເງິນເຫຼົ່ານັ້ນໄປໃຊ້ຈ່າຍທົ່ວໄປ ກໍຈະເສັຽໄປລ້າໆບໍ່ເກີດຜົລປະໂຫຍດຫຍັງ ກໍໜ້າເປັນກັງວົນຄືກັນ ຫາກເງິນຊົດເຊີຽໝົດໄປ ແລ້ວ ກໍສົ່ງຜົລກະທົບຕໍ່ຊີວິດການເປັນຢູ່ໜັກສົມຄວນ.
ນອກຈາກນີ້ ຊາວບ້ານທີ່ຖືກຜົລກະທົບ ເຊິ່ງຖືວ່າ ອາສັຍຢູ່ທ້າຍເຂື່ອນນໍ້າຊໍາ 1A ກໍຕ້ອງການໃຫ້ໂຄງການດັ່ງກ່າວ ຊ່ອຍພັທນາໂຄງຮ່າງພື້ນຖານທີ່ຈໍາເປັນ ພາຍໃນບ້ານພຽງຄູນ ແລະບ້ານເຕົ້າ ເປັນຕົ້ນ: ສ້ອມແປງຫ້ອງການບ້ານ, ສຸຂສາລາ, ໂຮງຮຽນ ແລະເສັ້ນທາງຕ່າງໆ ໃຫ້ມີຄວາມສະດວກສະບາຍກວ່າເກົ່າ.
ດັ່ງຊາວລາວຜູ້ນຶ່ງ ໃນເມືອງຊໍາໃຕ້ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 24 ພຶສພາ ນີ້ວ່າ:
“ມີຜູ້ຂາຍ (ດິນ) ກະເອົາບ່ອນໃໝ່ ແຕ່ບຸກເບີກເສີ່ບໍ່ມີ ໄປຊື້ເອົາໂຕນັ້ນ ແຕ່ວ່າບາງຄອບຄົວນັ້ນ ເຂົາບໍ່ຮູ້ໝູນໃຊ້ເງິນຫັ້ນນ່າ ໄດ້ມາກະຈ່າຍ ບ່ອນຢູ່ອາສັຍນີ້ແຫຼ້ວ ເຣື່ອງເສັ້ນທາງ ການພັທນາ ຢູ່ແຖວບ້ານເນາະ ສອງມາກະ ເງິນສ້ອມແປງເມືອງຫັ້ນແຫຼະຄືນ ໃຫ້ປະຊາຊົນສະດວກ ອັນນີ້ກະຍັງສ້ອມແປງທຸກປີໆ.”
ທາງດ້ານເຈົ້າໜ້າທີ່ ຫ້ອງການເມືອງຊໍາໃຕ້ ແຂວງຫົວພັນ ກ່າວວ່າ ທາງໂຄງການເຂື່ອນນໍ້າຊໍາ 1A ໄດ້ທະຍອຍຈ່າຍເງິນຊົດເຊີຽ ໃຫ້ກັບຊາວບ້ານ ທີ່ຖືກກະທົບ ມາຕັ້ງແຕ່ຕົ້ນເດືອນພຶສພາ 2022 ນີ້ແລ້ວ ແລະປັດຈຸບັນ ກໍຈ່າຍໃຫ້ຄົບໝົດແລ້ວ, ສ່ວນຊາວບ້ານ ບ້ານສົບແປນ 29 ຄອບຄົວ ກໍໄດ້ໂຍກຍ້າຍມາສ້າງເຮືອນ ຢູ່ກັບບ້ານພຽງຄູນ ແລະບ້ານເຕົ້າ ເຊິ່ງຫ່າງຈາກກັນ ປະມານ 20 ກິໂລແມັດ.
ສ່ວນດິນປຸກສ້າງເຮືອນຫຼັງໃໝ່ນັ້ນ ທາງການລາວ ກໍໄດ້ຈັດສັນໃຫ້ກັບຊາວບ້ານ ຂນາດ 15X15 ແມັດ ຕໍ່ຄອບຄົວ ເຊິ່ງພຽງພໍ ທີ່ຈະສ້າງເຮືອນໄດ້ 1 ຫຼັງ ແຕ່ອາຈຄັບແຄບ ຫາກຊາວບ້ານຈະລ້ຽງສັດເພີ່ມຕື່ມ.
ດັ່ງເຈົ້າໜ້າທີ່ ຫ້ອງການເມືອງຊໍາໃຕ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 24 ພຶສພາ ນີ້ວ່າ:
“ເຂົາເອົາເງິນທົດແທນໝົດເດ້ ເຂົາກະຄິດໄລ່ຕາມຫົວໜ່ວຍຊົດເຊີຽ ພຽງຄູນ ຫາສົບແປນ ປະມານ 20 ກິໂລນີ້ແຫຼະ ຂະເຈົ້າຈັດສັນໃຫ້ໝົດແລ້ວ.”
ສ່ວນຄວາມຄືບໜ້າ ໃນການກໍ່ສ້າງເຂື່ອນນໍ້າຊໍາ 1A ນັ້ນ ປັດຈຸບັນ ມີຄວາມຄືບໜ້າໄປແລ້ວ ປະມານ 70% ເຊິ່ງຖືວ່າ ມີຄວາມຫຼ້າຊ້າເລັກໜ້ອຍ ຍ້ອນທາງບໍຣິສັດຜູ້ຮັບເໝົາກໍ່ສ້າງ ມີບັນຫາເຣື່ອງການຂົນສົ່ງອຸປະກອນບາງປະເພດ ທີ່ຈະຕ້ອງໄດ້ນໍາເຂົ້າຈາກປະເທດຈີນ ແຕ່ທາງການຈີນ ຍັງປະກາດປິດດ່ານສາກົລທັງໃນລາວ ແລະວຽດນາມ ແລະຍັງບໍ່ຮູ້ວ່າ ຈະເປີດເປັນປົກກະຕິໃນມື້ໃດ.
ດັ່ງເຈົ້າໜ້າທີ່ ຜແນກພະລັງງານແລະບໍ່ແຮ່ ແຂວງຫົວພັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 24 ພຶສພາ ນີ້ວ່າ:
“ນໍ້າຊໍາ 1A ຫວາ ປັດຈຸບັນກໍາລັງກໍ່ສ້າງຢູ່ ມັນຍັງຫຼ້າຊ້າ ນໍາອຸປະກອນນີ້ ມັນນໍາເຂົ້າມາຍາກ ຕາມສັນຍາກະຖືວ່າ ໝົດປີ 2023 (ສ້າງແລ້ວ).”
ໂຄງການເຂື່ອນນໍ້າຊໍາ 1A ມີຂນາດ 50 ເມກາວັດ ເຣີ່ມກໍ່ສ້າງມາແຕ່ປີ 2019 ແລະຄາດວ່າຈະສ້າງສໍາເຣັດ ໃນທ້າຍປີ 2023 ທີ່ຈະມາເຖິງນີ້ ມີມູນຄ່າການລົງທຶນ 85 ລ້ານໂດລ້າຣ໌ສະຫະຣັຖ ແລະຮັບເໝົາກໍ່ສ້າງໂດຍ ບໍຣິສັດ ເຂື່ອນນໍ້າຊໍາ 1A ພາຍໃຕ້ບໍຣິສັດ Trung Son Electricity ປະເທດວຽດນາມ. ສ່ວນຣາຍລະອຽດຜູ້ຖືຮຸ້ນ ໃນໂຄງການເຂື່ອນໄຟຟ້ານໍ້າຊໍາ 1A ນີ້ ຍັງບໍ່ມີການເປີດເຜີຍເທື່ອ.
ໂຄງການເຂື່ອນນໍ້າຊໍາ 1A ແມ່ນເປັນນຶ່ງ ໃນໂຄງການເຂື່ອນໄຟຟ້າຂອງສາຍນໍ້າຊໍາ ທີ່ປະກອບດ້ວຍ ເຂື່ອນນໍ້າຊໍາ 2A ຂນາດ 15 ເມກາວັດ ແລະ 3A ຂນາດ 156 ເມກາວັດ ໂດຍມີກຸ່ມບໍຣິສັດ ພົງຊັບທະວີ ເປັນຜູ້ລົງທຶນ. ສ່ວນໄຟຟ້າທີ່ຜລິດຈາກເຂື່ອນນໍ້າຊໍາ ທັງ 3 ແຫ່ງນີ້ ອີງຕາມສັນຍາຊື້-ຂາຍໄຟຟ້າ ແມ່ນຈະສົ່ງຂາຍໃຫ້ ກັບປະເທດວຽດນາມ.