ເຂື່ອນປາກແບງ ປາກລາຍ ຖືກໂຈະໄວ້ກ່ອນ

ໂຄງການເຂື່ອນປາກແບງ ແລະ ປາກລາຍ ຖືກໂຈະໄວ້ ຍ້ອນຕ້ອງໄດ້ ສຶກສາຜົລກະທົບ ຕໍ່ສິ່ງແວດລ້ອມ, ຊຸມຊົນ ແລະ ຜົລກະທົບຂ້າມແດນ ໃຫ້ຣະອຽດກ່ອນ.

ແມ່​ນ້ຳ​ຂອງ ພວມ​ຖືກ​ປ່ຽນ​ແປງ​ໃຫ້​ກາຍ​ເປັນ​ແຫຼ່ງ​ພະ​ລັງ​ງານ​ໄຟ​ຟ້າ ໃຫ້​ແກ່​ປະ​ເທດ​ເພື່ອ​ນບ້ານ (ຮູບ​ຖ່າຍ​ ເມື່ອ​ເດືອນ​ສິງ​ຫາ 2019 ເຂດ​ນະ​ຄອນຫຼວງວຽງ​ຈັນ) RFA/TS

ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູຣີ ຜູ້ທີ່ມີໜ້າທີ່ ຮັບຜິດຊອບ ກ່ຽວກັບ ໂຄງການສ້າງເຂື່ອນປາກລາຍ ໃຫ້ສັມພາດ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 13 ພຶສຈິກາ ປີ 2019 ວ່າ ໂຄງການເຂື່ອນປາກລາຍ ແລະ ເຂື່ອນປາກແບງ ຖືກໂຈະໄວ້ ຍ້ອນຕ້ອງ ໄດ້ສຶກສາຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ, ໂດຍສະເພາະຜົລກະທົບ ຂ້າມແດນ ໃຫ້ຣະອຽດກ່ອນ. ດ່ັງທ່ານກ່າວ ໃນ ຕອນນຶ່ງວ່າ:

“ມັນຕ້ອງໄດ້ສຶກສາ ຣະອຽດຫັ້ນແຫຼະ ເພາະວ່າ ການເຮັດໂຄງການ ຕາມລຳແມ່ນ້ຳຂອງ ທີ່ເພິ່ນກຳນົດໃຫ້ໃນສັນຍາ ປີ 1995 ນັ້ນ, ເພິ່ນໃຫ້ສຶກສາ ຜົລກະທົບຂ້າມແດນຣະອຽດ ແລະ ຄົບ​ຖ້ວນ​ຫັ້ນ​ແຫຼະ.

ທ່ານກ່າວຕື່ມວ່າ ໂຄງການເຂື່ອນ ໃນແມ່ນ້ຳຂອງ ກ່ອນຈະຖືກອະນຸມັດໃຫ້ສ້າງ ຕ້ອງໄດ້ຜ່ານການສຶກສາ ຜົລກະທົບ ຂ້າມແດນ ແລະ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ທີ່ໜ້າເຊື່ອຖືໄດ້ ແລະ ເຫັນພ້ອມຈາກຜູ້ມີສ່ວນໄດ້ ສ່ວນເສັຽກ່ອນ, ເຊິ່ງເຂື່ອນຫຼວງພຣະບາງ ຖືກສ້າງກ່ອນນັ້ນ ອາຈເປັນຍ້ອນວ່າ ຜົລການສຶກສາ ຜົລກະທົບ ຕໍ່ສິ່ງແວດລ້ອມ, ຊຸມຊົນ ແລະ ຜົລກະທົບຂ້າມແດນ ມີໜ້ອຍ, ແຕ່ບໍ່ໄດ້ກຳນົດວ່າ ເຂື່ອນໃດ ຄວນສ້າງກ່ອນ ຫຼື ສ້າງນຳຫຼັງ.

“ອັນນີ້ ຍັງ​ບໍ່​ມີ​ການກຳນົດແນວນັ້ນເທື່ອນາ. ​ກະ​ເດີນ​ຕາມ​ການ​ສຶກ​ສາ ແຕ່​ລະ​ໂຄງ​ການໄປ​ກັນ. ຍັງ​ບໍ່​ໄດ້​ກຳ​ນົດ​ວ່າ ໂຕນັ້ນ​ສ້າງ​ກ່ອນ ໂຕນີ້​ສ້າງ​ກ່ອນ. ຖ້າວ່າໂຕ ທີ່​ວ່າ​ມັນສຶກສາມີຜົລກະທົບບໍ່ຫຼາຍເນາະ ໄດ້ຜົລຕອບແທນດີໆ ທັງ​ສອງ​ຝ່າຍ​ຫັ້ນ​ແຫຼະ. ທັງລາວ ທັງ​ຜູ້​ພັ​ທ​ນາ ທັງປະຊາຊົນ, ຫັ້ນ​ແຫຼະ. ເພິ່ນ​ກະ​ຊິພິຈາຣະນາໂຕນັ້ນ.”

ທ່ານວ່າ ສອງເຂື່ອນດັ່ງກ່າວ ຍັງຈະຢູ່ ໃນແຜນການ ທີ່ຈະສ້າງຢູ່ຕໍ່ໄປ ການສຶກສາຜົລກະທົບ ຕໍ່ສິ່ງແວດລ້ອມ, ຊຸມຊົນ, ໂດຍສະເພາະຜົລກະທົບຂ້າມແດນ ເປັນທີ່ພໍໃຈ ຂອງຣັຖບານສອງຝ່າຍ ຮວມທັງປະຊາຊົນ ຜູ້ຢູ່ທ້າຍນ້ຳ. ນອກຈາກນັ້ນ ສັນຍາການຊື້-ຂາຍໄຟຟ້າ ກໍຍັງບໍ່ທັນຕົກລົງກັນເທື່ອ.

“ທາງຜູ້ພັທນາ ເພິ່ນກະຍັງພະ​ຍາ​ຍາມ ເຈ​ຣະ​ຈາ ເຣື້ອງ​ການ​ຊື້-​ຂາຍ.”

ໃນຂນະດຽວກັນ, ເຈົ້າຫນ້າທີ່ ພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງ ເວົ້າກ່ຽວກັບ ເຂື່ອນປາກແບງ ວ່າ ຍັງບໍ່ມີຄວາມຄືບໜ້າເລີຍ. ດັ່ງທ່ານກ່າວໃນຕອນນຶ່ງວ່າ:

“’ເຂື່ອນນ້ຳຂອງ ເຂົາຍັງບໍ່ທັນເຮັດເທື່ອ ມີແຕ່ເສັ້ນທາງ. ຖື​ວ່າບໍ່ທັນລົງມືເທື່ອ ເຣື້ອງເຮັດເຂື່ອນ ຣັຖບານຍັງບໍ່ທັນອະນຸຍາດ. ປີກ່ອນໆນັ້ນ ກໍໄດ້ໄປເກັບກຳຂໍ້ມູນແລ້ວເນາະ, ແຕ່ມາຣະຍະນຶ່ງ ກໍມິດເລີຍ ເພາະອັນນຶ່ງ ງົປມານເຮົາ​ກໍ​ບໍ່​ມີ. ສອງມາ ຕ້ອງ​ໄດ້ມີສູນກາງ, ມີແຂວງ, ມີ​ເມືອງ ມີບ້ານ ສົມທົບກັນເນາະ.”

ໂຄງການເຂື່ອນປາກລາຍ ປະຊາຊົນລາວ ຈະຖືກໂຍກຍ້າຍ 600 ປາຍຄອບຄົວ ໃນ 20 ບ້ານ.  ສຳລັບເຂື່ອນປາກແບງນັ້ນ, ນອກຈາກຈະສົ່ງຜົລກະທົບ ຕໍ່ປະຊາຊົນລາວແລ້້ວ, ຍັງຈະສົ່ງຜົລກະທົບ ຕໍ່ຊາວໄທຍນຳອີກ, ໂດຍສະເພາະ ຢູ່ແຂວງຊຽງຮາຍ ປະມານ 4 ພັນຄອບຄົວ. ກຸ່ມອະນຸຮັກຊຽງຂອງ ຈະຍື່ນຟ້ອງສານປົກຄອງໄທຍ ຖ້າບໍ່ມີການສຶກສາຜົລກະທົບຂ້າມແດນ ໂດຍຣະອຽດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org