ແຜນສເນີປ່າສງວນ ແຫ່ງຊາດ ນໍ້າປຸຍ

ທາງການລາວ ຕຽມສເນີ ປ່າສງວນ ແຫ່ງຊາດ ນໍ້າປຸຍ ໃຫ້ເປັນອຸທິຍານ ມໍຣະດົກ ທາງ ທັມມະຊາດ ອາຊຽນ.

ທາງການລາວ ຕຽມນຳສເນີ ປ່າສງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູຣີ ເຂົ້າເປັນອຸທິຍານ ມໍຣະດົກ ທາງທັມມະຊາດ ອາຊຽນ. ນັກຂ່າວພົລເມືອງ

ທາງການລາວຕຽມ ນຳສເນີປ່າສງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ ເຂົ້າເປັນອຸທິຍານມໍຣະດົກທາງທັມມະຊາດອາຊຽນ. ປັຈຈຸບັນ ການຈັດການແຜນງານຄຸ້ມຄອງ ໃຫ້ຍືນຍົງ ເປັນສີ່ງທີ່ທ້າທາຍ ຕໍ່ທາງການລາວ ໃນນັ້ນຮວມມີ; ການອະນຸຮັກ ຊີວະນາໆພັນ, ການ ອະນຸຮັກສັດປ່າ ໂດຍສະເພາະ ແມ່ນຊ້າງປ່າ ແລະ ການຈັດສັນທີ່ຢູ່ອາສັຍ ແລະ ອາຊີບໃຫ້ກັບ ປະຊາຊົນໃນທີ່ຢູ່ຂອບເຂດປ່າສງວນ ເພື່ອບໍ່ໃຫ້ບຸກລຸກປ່າ.

ຕໍ່ສີ່ງທ້າທາຍໃນການອະນຸຮັກປ່າສງວນນໍ້າປຸຍແຫ່ງຊາດ ອາສາສມັກທີ່ເຮັດວຽກໃນ ໂຄງການນີ້ໄດ້ກ່າວວ່າຕໍ່ເອເຊັຽເສຣີ ໃນວັນທີ 10 ສິງຫາ ວ່າ: ສີ່ງສຳຄັນແມ່ນການປ້ອງກັນ ການເຂົ້າມາທຳມາຫາກິນ ຢູ່ໃນປ່າຂອງ ປະຊາຊົນ.

"ມາເຖິງປັຈຈຸບັນນີ້ ສີ່ງທ້າທາຍແບບວ່າ ມັນມີລວງແຮ້ວ ແລະ ພັຍຂົ່ມຄູ່ ສີ່ງທ້າທາຍມີຫຼາຍ ການລາດຕາເວນ ບໍ່ສາມາດກວດກາໄດ້ ເພາະວ່າພວກເຮົາຄວບຄຸມບໍ່ໄດ້, ຄວບຄຸມບໍ່ໄດ້ ມັນກວ້າງໃຫຍ່ຫຼາຍ ພວກເຮົາຄວບຄຸມບໍ່ໄດ້ ເພາະວ່າມັນກວ້າງ ລະການເຮັດວຽກນີ້ ພົບພໍ້ອັນນຶ່ງ ພົບພໍ້ຄົນທຳມາຫາກິນ ຄົນທຳມາຫາກິນ ແບບຄົນນອກຫັ້ນນ່າ."

ການຈັດສັນຄຸ້ມຄອງປ່າສງວນແຫ່ງຊາດນໍ້າປຸຍ ເຊີ່ງມີເນື້ອທີ່ກວມເອົາ 3 ເມືອງ ໄດ້ແກ່ເມືອງພຽງ, ເມືອງທົ່ງມີໄຊ ແລະເມືອງປາກລາຍ ທາງ ຜແນກກະສິກັມ ແລະ ປ່າໄມ້ ແຂວງ ໄຊຍະບູລີ ໄດ້ແຈ້ງໃຫ້ຮູ້ວ່າ ໂດຍອີງຕາມການຕົກລົງ ໃນກອງປະຊຸມເມື່ອ ເດືອນທັນວາ ປີ 2019 ທີ່ຜ່ານມາ. ໄດ້ມີແຜນການຈະສຳຣວດ ສັດດ້ວຍການໃຊ້ກ້ອງດັກຖ່າຍພາບສັດປ່າ, ການລາດຕາເວນ, ການບັງຄັບໃຊ້ກົດໝາຍ, ການແກ້ໄຂບັນຫາ ຄົນຂັດແຍ່ງກັບຊ້າງປ່າ, ການຄຸ້ມຄອງປະຊາກອນ ຊ້າງປ່າ, ການຈັດສັນທີ່ດິນ, ການນໍາໃຊ້ທີ່ດິນ ແລະ ປ່າໄມ້.

ແນວໃດກໍ່ຕາມ ທາງເຈົ້າໜ້າທີ່ປ່າສງວນແຫ່ງຊາດນໍ້າປຸຍ ໄດ້ກ່າວວ່າ ການຈັດສັນທີ່ດິນ ຫຼື ການກຳນົດຂອບຊາຍແດນ ມັນກ່ຽວພັນເຖິງ ການທຳມາຫາກິນ ລ້ຽງຊີບຂອງປະຊາຊົນ ໃນສ່ວນນີ້ ຍັງເປັນບັນຫາ ເພາະປະຊາຊົນ ຍັງມີການບຸກລຸກປ່າ.

ຜ່ານມາທາງແຂວງໄຊຍະຍູລີ ກໍໄດ້ຈັດສັນທີ່ດິນຖາວອນ ໃຫ້ກັບປະຊາຊົນບ້ານ ນາແວນ ເມືອງພຽງ ເຊີ່ງມີ 705 ຄອບຄົວຮວມ 5,000 ຄົນ ເນື້ອທີ່ທີ່ຈັດສັນແມ່ນ 15,000 ເຮັກຕ້າ. ເພື່ອບໍ່ໃຫ້ປະຊາຊົນບຸກລຸກເຂົ້າໄປ ເຮັດການຜລິດເຂດປ່າສງວນນໍ້າປຸຍ ໃນຂນະທີ່ຣັຖບານ ຍັງບໍ່ທັນມີງົບປະມານ ຊຸກຍູ້ສົ່ງເສີມອາຊີບ ໃຫ້ປະຊາຊົນໃນເຂດປ່າສງວນ: .

"ຖືວ່ານານາພັນ ຢູ່ປ່າສງວນນໍ້າປຸຍ ນີ້ນ່າມັນຍັງອຸດົມສົມບູນ ຢູ່ມີ ຊ້າງປ່າຫຼາຍກວ່າໝູ່ ທົ່ວປະເທດສັດຫວງຫ້າມ ຈຳນວນຫຼາຍໃກ້ຈະສູນ ພັນ, ກະທີງ ເໝີຍ ທະນີ ທີ່ຫາຍາກຍັງມີຫຼາຍຢູ່ ເຣື່ອງຕັດໄມ້ຕັດຕໍ ກໍບໍ່ສູ່ມີດຽວນີ້ ກໍມີປະຊາຊົນຜູ້ທຸກຍາກ ກາເຮັດໄຮ່ເຮັດສວນລ້ຽງຊີບ ຜິດຫັ້ນແລ້ວ ແຕ່ພາກຣັຖຍັງບໍ່ທັນມີງົບປະມານ ຊຸກຍູ້ເສຖກິຈ ເຂົາເທື່ອ."

ເຈົ້າໜ້າທີ່ ໄດ້ກ່າວຕື່ມວ່າ ການສເນີປ່າສງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ ຍັງຢູ່ໃນຣະຫວ່າງການສຳຣວດສັດແຕ່ລະຊນິດ, ການຈັດ ສັນພື້ນທີ່ບໍ່ໃຫ້ປະຊາຊົນ ບຸກລຸກຕ້ອງໄດ້ ມີເອກກະສານຢັ້ງຢືນ ຈາກທາງກົມປ່າໄມ້ ກະຊວງກະສິກັມ ແລະ ປ່າໄມ້ ແລ້ວຈຶ່ງນໍາເອົາ ເອກກະສານ ດັ່ງກ່າວ ໄປຍື່ນຕໍ່ໃຫ້ກັບສູນອະນຸຮັກນາໆພັນ ຢູ່ປະເທດມາເລເຊັຽ ແລ້ວຄາດວ່າ ຈະມີການປະຊຸມໃຫຍ່ ທີ່ປັກກີ່ງ ເພື່ອ ໃຫ້ພິຈາຣະນາ ຕໍ່ໄປ.

"ທາງກົມປ່າໄມ້ເພີ່ນກຳລັງກະກຽມເອກກະສານຕ່າງໆ ໄປສູນອະນຸຮັກ ນານາພັນ ຂອງອາຊຽນ ຢູ່ມາເລເຊັຽ ເຣີ້ມລົງສຳຣວດວິເຄາະ ນານາພັນ ຈຳນວນສັດປ່າມີຈັກຊນິດ ໂຕໃດມັນ ລໍ່ແຫຼມ ເພິ່ນກໍຈະເອົາໂຕນີ້ໄປ ເປັນຫຼັກຖານແຫຼະ ຈັດສັນເຂດໃດ ເຂດຊົມໃຊ້ຂອງ ຊາວບ້ານ ຄາດກະວ່າທ້າຍປີ 2021 ຈະເຂົ້າພິຈາຣະນາ ຢູ່ກອງປະຊຸມ ຢູ່ເມືອງປັກກີ່ງປະເທດ ຈີນ ນັ້ນແຫຼະ."

ທ່ານໄດ້ກ່າວຕື່ມວ່າ ການຍົກຣະດັບໄປເປັນອຸທິຍານແຫ່ງຊາດ ມໍຣະດົກທາງທັມມະຊາດ ອາຊຽນ ນັ້ນມີຜົລດີຕໍ່ປ່າສງວນແຫ່ງນີ້ ເຊີ່ງຈະໄດ້ພັທນາເປັນແຫຼ່ງທ່ອງທ່ຽວ ໃນອະນາຄົດ ຄືກັນກັບອຸທິຍານແຫ່ງຊາດ ນໍ້າແອັດ ພູເລີຍ ແຂວງຫົວພັນ ເຊິ່ງເປັນແຫຼ່ງ ທ່ອງທ່ຽວໃນການອະນຸຮັກ ທັມມະຊາດ.

"ໂຕນີ້ ພວກເຮົາມີແຜນຈັດເຂດ ສະເພາະ ຄົນເຂົ້າທ່ອງທ່ຽວເນາະ ໄປຕັ້ງແຄັມຕັ້ງຫຍັງ ໄດ້ສະບາຍ ຈະມີພະນັກງານ ຮັບຜິດຊອບ ໂດຍສະເພາະ ໂລດດຽວນີ້ກໍມີບໍຣິສັດ ສູນອະນຸຮັກ ຊ້າງລາວ ນີ້ກຳລັງຈະສເນີ ເຂົ້າປະມູນສັມປະທານ ທ່ອງທ່ຽວ ຢູ່ບາງຈຸດຂອງລາວ ເຮົານີ້ແຫຼະ ແຕ່ວ່າໂດຍສະເພາະ ທີ່ວ່າມີຫຼາຍປະເທດ ເຂົ້າຮ່ວມຫັ້ນນ່າ."

ຕໍ່ການສເນີປ່າສງວນແຫ່ງຊາດນໍ້າປຸຍ ໃຫ້ເປັນມໍຣະດົກທາງທັມມະຊາດ ອາຊຽນ ຊາວແຂວງໄຊຍະບູລີ ໄດ້ໃຫ້ຄວາມເຫັນວ່າເປັນການ ດີທີ່ຈະໄດ້ມີແຫຼ່ງທ່ອງທ່ຽວ ແລະ ສ້າງຣາຍຮັບ ໃຫ້ກັບຊຸມຊົນ ດັ່ງປຊາຊົນ ບ້ານນໍ້າປຸຍ ເມືອງພຽງ ໄດ້ກ່າວວ່າ ຮູ້ສຶກພາກພູມໃຈ ຕໍ່ການຜັກດັນເທື່ອນີ້.

"ຮູ້ສຶກພາກພູມໃຈ ທີ່ເພີ່ນເຮັດເປັນບ່ອນທ່ອງທ່ຽວ ແຂກ ມີປະຊາຊົນມາຊົມ ຄັນບໍ່ມີນັກທ່ອງທ່ຽວ ກາບໍ່ມິກິຈການຫຍັງເນາະ ມີບ່ອນ ທ່ອງທ່ຽວຢູ່ແຕ່ເຂົາເຈົ້າບໍ່ທັນພັທນາເນາະ ຊາວບ້ານບາງບ່ອນ ເຂົາເຈົ້າກາບໍ່ມີບ່ອນເຮັດໄຮ່ ກາໄປຫາເຮັດປ່າສງວນກໍມີ ຫຼາຍບ່ອນ."

ສ່ວນຊາວບ້ານອີກທ່່ານນຶ່ງ ໄດ້ກ່າວວ່າ ຖ້າທາງການລາວ ຈະຍົກຣະດັບປ່າສງວນນໍ້າປຸຍ ເປັນມໍຣະດົກອາຊຽນ ກໍເຫັນດີແຕ່ຕ້ອງເຮັດ ເປັນແຫຼ່ງທ່ອງທ່ຽວ ເພື່ອສົ່ງເສີມໃຫ້ຊາວບ້ານມີ ຣາຍໄດ້ລ້ຽງຄອບຄົວນໍາ.

"ກາເຫັນດີໂລດແລ້ວ ເພາະເຮົາ ກໍຢາກໃຫ້ມີນັກທ່ອງທ່ຽວ ແລ້ວກາປັບປຸງໃຫ້ມັນດີທີ່ສຸດ ແລ້ວເປີດເປັນແຫຼ່ງທ່ອງທ່ຽວ ແລ້ວກາເປີດ ບໍຣິການ ດ້ານອາຫານທ່ອງທ່ຽວ ໃນນໍ້າປຸຍ ຫຼັກໆ ຂອງເມືອງພຽງ ກໍມີຕົ້ນຄ່າໃຫຍ່ ເປັນຊາວຫາສີສິບຕົ້ນ ຣັຖບານອະນຸຮັກໄວ້."

ປ່າສງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ ໄດ້ຖືກສ້າງຕັ້ງຂື້ນ ຕາມດຳຣັຖຂອງນາຍົກ ຣັຖມົນຕຼີ ສະບັບເລກທີ 164/ນຍ ລົງວັນທີ 23 ຕຸລາ 1993 ມີເນື້ອທີ່ ທັງໝົດ 191,200 ເຮັກຕ້າ ກວມເອົາສາມເມືອງຄື ເມືອງພຽງ, ເມືອງປາກລາຍ ແລະ ເມືອງທົ່ງມີໄຊ ຕາມການ ຣາຍງານ ຂອງເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້ ວ່າ ປ່າສງວນແຫ່ງນີ້ ແມ່ນມີສັດປ່າ ຫາຍາກ ແລະ ຊີວະນາໆພັນ ທີ່ອຸດົມສົມບູນ ທີ່ສຸດໃນປະເທດລາວ.

ປັຈຈຸບັນໃນລາວ ມີປ່າສງວນແຫ່ງຊາດ ທັງໝົດ 24 ແຫ່ງ ຮວມເນື້ອທີ 3,768,550 ເຮັກຕ້າ. ປ່າສງວນຂອງແຂວງ ມີ 66 ແຫ່ງ ເນື້ອທີ 6 ແສນ ເຮັກຕ້າ ແລະ ປ່າສງວນຂອງເມືອງ 4 ແສນ ເຮັກຕ້າ ຮວມເນື້ອທີ່ ປ່າສງວນທົ່ວປະເທດ 4,7 ລ້ານ ເຮັກຕ້າ. ພ້ອມນີ້ຣັຖບານ ລາວ ຍັງໄດ້ຮັບຮອງເອົາ ການສ້າງຕັ້ງປ່າປ້ອງກັນ ແຫ່ງຊາດ ຈຳນວນ 47 ແຫ່ງ ມີເນື້ອທີ່ປະມານ 7,2 ແສນເຮັກຕ້າ.

ສ່ວນແນວທາງໃນການຟື້ນຟູ ປ່າໄມ້ ໂດຍຮວມ ທ່ານ ຄຳພຸດ ອິນທະວົງ ຮອງຫົວໜ້າ ຜແນກກະສິກັມ ແລະ ປ່າໄມ້ ແຂວງໄຊຍະບູລີ ໄດ້ຣາຍງານ ໃນກອງປະຊຸມການຈັດຕັ້ງ ປະຕິບັດ ກົດໝາຍຄຸ້ມຄອງ ແລະ ການຄ້າໄມ້ ເມື່ອເດືອນ ທັນວາ ປີ 2019ວ່າ: ໄລຍະກາງປີ 1960 ປະເທດລາວ ມີເນື້ອທີ່ປ່າໄມ້ປົກຫຸ້ມ ປະມານ 70%. ມາຮອດປີ 1992 ຍັງເຫຼືອພຽງ 47,9%, ປີ 2002 ເຫຼືອປະມານ 41,5% ສະເລັ່ຍປ່າໄມ້ຖືກ ທຳລາຍ ປະມານ 130 ພັນ ເຮັກຕ້າ ຕໍ່ປີ ແລະ ມາຮອດປີ 2010 ຍັງເຫຼືອ 40% ຫຼື ປະມານ 9,5 ລ້ານ ເຮັກຕ້າ.

ສາເຫດການຫຼຸດລົງຍ້ອນ ການຕັດໄມ້ທຳລາຍປ່າ ເຮັດໄຮ່ ແບບເລື່ອນລອຍ, ການຂຸດຄົ້ນແຮ່ທາດ ແລະ ການຂຸດຄົ້ນໄມ້ບໍ່ໄດ້ຮັບ ອະນຸຍາດ.

ໃນຂນະທີ່ ມາຮອດປີ 2020 ຣັຖບານລາວ ປະກາດວ່າຈະຍົກຣະດັບ ຄວາມປົກຫຸ້ມຂອງປ່າ ໃຫ້ໄດ້ປະມານ 70% ຫຼື ປະມານ 16,5 ລ້ານເຮັກຕ້າ ເພື່ອໃຫ້ໄດ້ຄາດໝາຍ ຣັຖບານໄດ້ ຮັບການຊ່ອຍເຫຼືອ ຈາກ ອົງການຈັດຕັ້ງສາກົລ. ຜ່ານການຕອບສນອງທືນ ຂອງ ໂຄງການດັ່ງກ່າວ ທາງການຣາຍງານວ່າ ປ່າໄມ້ ມີທ່າອ່ຽງເພີ່ມຂື້ນ ເຊີ່ງຈາກຜົລຂອງການປະເມີນໃນປີ 2015 ມີປະມານ 58% ຫຼື ປະມານ 13,7 ລ້ານເຮັກຕ້າ.

ທາງດ້ານ ທ່ານ ລຽນທິແກ້ວ ຣັຖມົນຕຼີ ກະຊວງສະສິກັມ ແລະປ່າໄມ້ ໄດ້ກ່າວຕໍ່ການຟື້ນຟູວ່າ ຍັງບໍ່ທັນຮູ້ໂຕເລກທີ່ແນ່ນອນ ຕ້ອງໄດ້ມີ ການສຳຣວດຄືນໃໝ່ ສ່ວນໃຫຍ່ ແມ່ນມີແຕ່ ການປະເມີນບໍ່ທັນໄດ້ ສຳຣວດໂຕຈີງ.

"ກາ 40 ປີ ລະ ພວກເຮົາພຍາຍາມ ໃນການປູກຕົ້ນໄມ້ນີ້ ສຳລັບໂຕນີ້ ພວກເຮົາຍັງຈະໄດ້ຄົ້ນຄວ້າກັນຕື່ມ ສະຫຼຸບປະເມີນຄືນອີກມັນຈະ ຕ້ອງໄດ້ໃຊ້ພາບດາວທຽມເທັກໂນໂລຢີ ເພື່ອ ກວດກາເບິ່ງຕື່ມ ເຮົາບໍ່ທັນໄດ້ສຳຣວດ ເຮົາບໍ່ທັນໄດ້ສຳຣວດໝົດເທື່ອ ມີແຕ່ການປະເມີນ ເອົາຊື່ໆ ໂດຍ 10 ປີ ໃດເພີ່ນຈະປະເມີນ ເທື່ອນຶ່ງນັ້ນເປັນຂໍ້ມູນ."

ການສເນີປ່າສງວນແຫ່ງຊາດນໍ້າປຸຍ ເປັນອຸທິຍານ ມໍຣະດົກ ທາງທັມມະຊາດ ອາຊຽນ ຂອງລາວ ຍັງຢູ່ໃນຂັ້ນຕອນການກະຕຽມ ຜ່ານມາ ທາງການລາວ ກໍຍັງສເນີປ່າສງວນຫີນໜາມໜໍ່ ຢູ່ແຂວງຄຳມ່ວນ ໃຫ້ເປັນມໍຣະດົກໂລກ ແຕ່ທັງສອງໂຄງການ ຍັງຢູ່ໃນໄລຍະການດຳເນີນ ແລະ ຍັງປະເຊີນກັບສີ່ງທ້າທາຍ ໂດຍສະເພາະ ການເຂົ້າສູ່ຂະບວນ ການອະນຸຮັກແບບ ຍືນຍົງ ເຊິ່ງທາງຂແນງການປ່າໄມ້ຍັງພົບຄວາມ ຫຍຸ້ງຍາກ ໃນການປະຕິບັດໂຕຈິງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org