ວັດເກົ່າແກ່ຖືກເຂື່ອນ ທໍາລາຍ

ຊາວບ້ານທີ່ ໄດ້ຮັບ ຜົລກະທົບ ຈາກ ເຂື່ອນນໍ້າອູ 3 ແລະ ຖືກໂຍກຍ້າຍ ໄປຢູ່ບ່ອນໃໝ່ ຮູ້ສຶກເສັຽດາຍ ທີ່ເຫັນ ວັດເກົ່າແກ່ ອາຍຸ 200 ປີ ຖືກ ນໍ້າຖ້ວມ ຍ້ອນການສ້າງ ເຂື່ອນ ຂອງຈີນ.

ວັດບ້ານຫາດສາ ສີບຸນເຮືອງ ວໍຣະວິຫາຣ ຖືກນໍ້າຖ້ວມ ຍ້ອນການສ້າງເຂື່ອນ ຂອງ ບໍຣິສັດຈີນ, ອີງຕາມຊາວບ້ານ ບ້ານຫາດສາ ທ່ານນຶ່ງ ທີ່ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 13 ສິງຫາ 2020 (ຮູບຖ່າຍ ວັນທີ 8 ສິງຫາ 2020) ວັດບ້ານຫາດສາ ສີບຸນເຮືອງ ວໍຣະວິຫາຣ

ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກເຂື່ອນນໍ້າອູ 3 ຢູ່ເມືອງງອຍ ແຂວງຫຼວງພຣະບາງ ແລະຖືກໂຍກຍ້າຍໄປຢູ່ບ່ອນໃໝ່ ຮູ້ສຶກເສັຽໃຈ ແລະ ເສັຍດາຍ ທີ່ວັດບ້ານຫາດສາ ສີບຸນເຮືອງ ວໍຣະວິຫານ ຊຶ່ງມີອາຍຸ ຫຼາຍກວ່າ 200 ປີ ຖືກນໍ້າຖ້ວມ ຍ້ອນການສ້າງເຂື່ອນ ຂອງ ບໍຣິສັດຈີນ, ດັ່ງຊາວບ້ານ ບ້ານຫາດສາ ທ່ານນຶ່ງກ່າວ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 13 ສິງຫານີ້ວ່າ:

“ກະຮູ້ສຶກວ່າ ໂອ້ມັນກະແບບວ່າ ເສັຽດາຍເນາະ ວັດເກົ່າຢູ່ບ້ານຫາດສາ ປະມານ 200 ປາຍປີ ນີ້ແຫຼະ ທີ່ເຮົາສ້າງເຮົາສາມາ ມັນງົດງາມກໍ ຖ້ວມໝົດ ບໍ່ໄດ້ມ້າງ ບໍ່ເປັນຫຍັງ ອົງພະທາດ ກະຍັງເອົາມາບໍ່ໄດ້ ຈົມຢູ່ໃນນໍ້າພຸ້ນແຫຼະ ໄດ້ແຕ່ອົງນ້ອຍຫັ່ນ ກໍປະໄປຕາມທັມມະຊາດ ຈົມຢູ່ພື້ນນ້ອຍໝົດແລ້ວ.”

ທ່ານກ່າວຕື່ມວ່າ ເຈົ້າອະທິການວັດ ແລະກັມມະການນບ້ານ ມີມັດຕິ ບໍ່ໃຫ້ຮື້ຖອນ ວັດບ້ານຫາດສາ ສີບຸນເຮືອງ ວໍຣະວິຫານ ໃຫ້ປ່ອຍໄວ້ ໃນສະພາບເກົ່າ ເພື່ອໃຫ້ເປັນປວັດສາດ. ສ່ວນວັດທີ່ໂຄງການເຂື່ອນ ສ້າງທົດແທນໃຫ້ໃໝ່ນັ້ນ ແມ່ນຢູ່ເຂດບ້ານຫາສາບ່ອນໃໝ່ ແຕ່ຍັງບໍ່ ທັນສໍາເຣັດເທື່ອ:

“ມາຢູ່ວັດໃໝ່ ກະຍັງສ້າງບໍ່ທັນແລ້ວເທື່ອວ່າຊັ້ນຊະເນາະ ເພິ່ນສ້າງແຕ່ໂຄ່ງລ່າງໃຫ້ ບໍ່ໄດ້ໃຫ້ເງິນ ມີແຕ່ເພິ່ນມາສ້າງໂຄ່ງລ່າງໃຫ້ລ້າໆແຕ່ ການປະດັບປະດາ ກະຍັງບໍ່ຮູ້ ຍັງບໍ່ທົົດແທນ ເທື່ອ ແຕ່ພວກເຮົາກະໄດ້ ເກັບນໍາພໍ່ແມ່ປະຊາຊົນ ມາສ້າງຕື່ມຫັ້ນແຫຼະ.”


ຊາວບ້ານອີກທ່ານນຶ່ງ ເວົ້າວ່າ ນໍ້າຖ້ວມວັດເກົ່າແກ່ ກໍຮູ້ສຶກເສັຍໃຈ ແຕ່ກໍເຮັດຫຍັງບໍ່ໄດ້ ແລະວັດ ທີ່ໂຄງການເຂື່ອນ ສ້າງໃຫ້ຢູ່ບ່ອນໃໝ່ ນີ້ດິນກໍແຄບໆ ບໍ່ຄືຢູ່ບ້ານເກົ່າ ທີ່ມີສະຖານທີ່ ກວ້າງຂວາງ, ດັ່ງທ່ານກ່າວວ່າ:

“ຖ້ວມໝົດແຫຼະແຖວວັດ ໂອ່ ກະເປັນໂສກເສົ້າແຫຼະແໜະ ເພາະວ່າ ບ່ອນເຮືອນຊາວບ້ານເກົ່າ ເຮົາເຄີຍກະຢູ່ມາແຕ່ນ້ອຍ ມາເຫັນນໍ້າຖ້ວມ ກະນໍາຕາຕົກ ປຸກສ້າງຂຶ້ນໃໝ່ເນາະ ຄືສະຖານທີ່ນີ້ ດິນນິ່ແຄບໂພດ ບ້ານເຮົາ ບ້ານເກົ່າໂອ່ກວ້າງ.”

ນອກຈາກນີ້ແລ້ວ ທາງໂຄງການ ກໍຍັງບໍ່ທັນໄດ້ສ້າງປ່າຊ້າ ໃຫ້ຊາວບ້ານເທື່ອ ເວລາມີຄົນໃນບ້ານເສັຽຊີວິດ ຊາວບ້ານ ຕ້ອງໄດ້ພາກັນເອົາ ໄປຝັງ ຫຼືຈູດຢູ່ເທິງພູ, ດັ່ງຊາວບ້ານອີກຄົນນຶ່ງ ກ່າວວ່າ:

“ປ່າຊ້າ ເຮົາກະບໍ່ມີ ປ່າຊ້າບໍ່ເຮັດໃຫ້ ບາດນີ້ຄົນເຮົາມີຕາຍ ມີເກີດ ບາດນີ້ ມາຢູ່ວັດໃໝ່ 2 ປີປາຍ 3 ປີນີ້ແລ້ວ ຖ້າບໍຣິສັດ ກະບໍ່ເຮັດໃຫ້ ຫັ້ນນາ ແລ້ວກະເງິນທົດແທນອື່ນໆ ເງິນກະຍັງຫຼາຍ ໂອ່ຫຼາຍຢ່າງ ເງິນສ້າງອາຊີບກະຍັງ ເພິ່ນຍັງບໍ່ມາໃຫ້.”

ສ່ວນວ່າການຊົດເຊີຍໃຫ້ແກ່ຊາວບ້ານນັ້ນ ບໍຣິສັດ ຈະເປັນຜູ້ມອບໃຫ້ຊາວບ້ານເອງ, ດັ່ງເຈົ້າໜ້າທີ່ ຫ້ອງການເມືອງງອຍ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ:

“ສະເພາະເງິນຊົດເຊີຍແທ້ຫັ້ນນ່າເນາະ ໂຕນີ້ ບໍຣິສັດຈະເປັນຜູ້ໃຫ້ໂດຍຕົງ ໂດຍທີ່ທາງເມືອງ ເປັນພຽງສື່ກາງ ເພື່ອ ຕິດຕໍ່ປະສານງານໃຫ້ ບໍຣິສັດເປັນຜູ້ເອົາເງິນ ໄປຊົດເຊີຍໃຫ້ປະຊາຊົນ ເມືອງເຮົາຊິເປັນຜູ້ຮັບ ແລ້ວເອົາໄປໃຫ້ຫັ່ນບໍ່ແມ່ນເນາະ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ຕົນເອງກໍເສັຍດາຍວັດເກົ່າແກ່ນີ້ຄືກັນ ທີ່ຖືກນໍ້າຖ້ວມ ຍ້ອນການສ້າງເຂື່ອນ ແຕ່ກໍຕ້ອງປະຕິບັດຕາມຂໍ້ຕົກລົງ ທີ່ເຊັນສັນຍາໄວ້ ກັບທາງບໍຣິສັດ Sino-Hydro ຈາກຈີນ.

ເພາະການສ້າງເຂື່ອນ ນໍ້າຈະຕ້ອງຖ້ວມບ່ອນໃກ້ຄຽງຢູ່ແລ້ວ ເພາະຕ້ອງຕັນນໍ້າໄວ້ຜລິດໄຟຟ້າ ທາງການຈຶ່ງໄດ້ໂຍກຍ້າຍ ປະຊາຊົນ 6 ບ້ານ ອອກໄປຢູ່ບ່ອນໃໝ່. 6 ບ້ານ ທີ່ວ່ານີ້ ປະກອບມີ ບ້ານຫາດສາ, ບ້ານສົບຂີງ, ບ້ານໂພນຊະນະ, ບ້ານຫາດຂາມ, ບ້ານປາກລາວ ແລະບ້ານ ຫ້ວຍແຮມ ທີ່ໄດ້ຮັບຜົລກະທົບຈາກ ໂຄງການເຂື່ອນນໍ້າອູ 3 ປະຊາຊົນ 6 ບ້ານນີ້ ຖືກໂຍກຍ້າຍ ອອກຈາກບ່ອນທີ່ເຄີຍຢູ່ ມາແຕ່ນ້ອຍ ເຄີຍໃຊ້ຊີວິດຕາມແຄມນໍ້າອູ ໄປຢູ່ບ່ອນໃໝ່ທີ່ຫ່າງໄກແຄມນໍ້າ.

ເຂື່ອນນໍ້າອູ 3 ຂນາດ 210 ເມກາວັດ ຂອງບໍຣິສັດ Sino-Hydro ຈາກຈີນ ເປັນ 1 ໃນ 7 ເຂື່ອນ ຕາມສາຍນໍ້າອູ ເຣີ່ມກໍສ້າງມາແຕ່ ທ້າຍປີ 2015. ປັດຈຸບັນ ເຂື່ອນນໍ້າອູ 3 ກໍ່ສ້າງສໍາເຣັດ ແລ້ວ. ໃນວັນທີ 27 ກໍຣະກະດາ ຜ່ານມານີ້ ເຂື່ອນນໍ້າອູ 3 ໄດ້ປິດປະຕູເຂື່ອນ ເພື່ອກັກນໍ້າ ໃນຣະດູການເປັນຄັ້ງທໍາອິດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org