ຝົນຕົກໜັກ ຈີນອາຈປ່ອຍນໍ້າ ຈາກເຂື່ອນ
ນໍ້າຂອງ ຢູ່ລາວຂຶ້ນ ຢ່າງໄວວາ ຍ້ອນ ຝົນຕົກໜັກ ແລະ ຈີນ ກໍປ່ອຍນໍ້າ ຈາກ ເຂື່ອນລົງມາ ເຮັດໃຫ້ ປະຊາຊົນ ຫຍຸ້ງຍາກຂຶ້ນ ກະທັນຫັນ.
-
ຈໍາປາທອງ
2020-08-24 -
-
-
Your browser doesn’t support HTML5 audio
ປັດຈຸບັນ ຣະດັບນໍ້າຂອງ ໃນເຂດປະເທດລາວ ສູງຂຶ້ນຢ່າງໄວວາ ຍ້ອນຝົນຕົກໜັກຕິດຕໍ່ກັນຫລາຍມື້ ແລະຈີນປ່ອຍນໍ້າອອກຈາກເຂື່ອນ ຈິ່ງຫົງ ລົງມາ ເຮັດໃຫ້ປະຊາຊົນ ທີ່ມີອາຊີບການ ປະມົງ ຫາປາໄດ້ຍາກຂຶ້ນ ຮວມທັງຊາວປະມົງ ຢູ່ເມືອງຊະນະຄາມ ແຂວງວຽງຈັນ ທີ່ກໍາລັງປະສົບກັບ ຄວາມເດືອດຮ້ອນ ຍ້ອນຫາປາໄດ້ຍາກ ຂຶ້ນກວ່າເກົ່າ, ດັ່ງຊາວປະມົງ ຢູ່ເມືອງຊະນະຄາມ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 24 ສິງຫາ ນີ້ວ່າ:
“ມີແຕ່ພໍ່ໄປຫາ ໄດ້ມື້ລະໂລ ປານ້ອຍບໍ່ໄດ້ປາໃຫຍ່. ນໍ້າຂຶ້ນແລ້ວ ປາກໍບໍ່ຄ່ອຍໄດ້ ລາວບໍ່ໄດ້ແລ້ວບໍ່ໃຫ້ລາວຫາລະຫວ່ ນໍ້າກະບໍ່ໄຫລ ແຕ່ມັນ ນໍ້າຂຶ້ນ ເຮົາກະຂີ້ຢ້ານເນາະ ໄດ້ຍິນເພິ່ນວ່າ ກະວ່າ ຈິນຫັ້ນປ່ອຍເຂື່ອນ.”
ແຕ່ເຖິງຢ່າງໃດກໍຕາມ ນາງກໍເວົ້າວ່າ ເຖິງນໍ້າຂອງຈະຂຶ້ນຫລາຍ ແຕ່ມັນກໍຍັງບໍ່ທັນລົ້ນຝັ່ງ ເຂົ້າຖ້ວມບ້ານເຮືອນ ແລະ ເຄຶ່ອງປູກຂອງຝັງ ປະຊາຊົນ ແຕ່ຊາວບ້ານກໍເຝົ້າຣະວັງ ເຣຶ່ອງນີ້ ຢ່າງໃກ້ຊິດ ເພື່ອກຽມໂຍກຍ້າຍ ເຄຶ່ອງຂອງ ໄປຢູ່ໃນທີ່ປອດພັຍ ໃນເວລາທີ່ນໍ້າຂອງຂຶ້ນ ເຖິງຣະດັບອັນຕະຣາຍ.
ໃນຂນະດຽວກັນ ເຈົ້າຂອງຮ້ານອາຫານ ແຫ່ງນຶ່ງ ຢູ່ເມືອງຊະນະຄາມ ກໍເວົ້າວ່າ ນັບຕັ້ງແຕ່ນໍ້າຂອງ ເພິ່ມຣະດັບສູງຂຶ້ນ ຊາວບ້ານຫາປາ ມາຂາຍໃຫ້ຮ້ານຂອງຕົນ ໄດ້ໜ້ອຍລົງ ຍ້ອນ ພວກເຂົາເຈົ້າ ຕ້ອງໄດ້ຣະມັດຣະວັງ ອັນຕະລາຍຫຼາຍຂຶ້ນ ໃນການຫາປາແຕ່ລະມື້, ດັ່ງທີ່ ນາງກ່າວວ່າ:
“ແມ່ນລະ ເຮົາຊື້ປາກັບພວກຊາວບ້ານ ປັດຈຸບັນ ກະມີຢູ່ ຮ້ານອາຫານກະຫາປາຍາກຂຶ້ນ. ເພາະວ່ານໍ້າ ມັນກະຂຶ້ນແດ່ ລະກະມີຫລາຍ ປັດຈັຍແດ່ເນາະ ເພາະວ່າຂະເຈົ້າ ກະຢ້ານນໍ້າເນາະ ແມ່ນຫບັງກະບໍ່ຮູ້ນໍາຂະເຈົ້າ ສ່ວນນຶ່ງກະຄືອັນນັ້ນຢູ່ເນາະ.”
ແລະຊາວບ້ານຢູ່ຝັ່ງປະເທດໄທp ທີ່ເມືອງຊຽງຄານ ແຂວງເລີຍ ຢູ່ກົງກັນຂ້າມ ກັບເມືອງຊະນະຄາມ ຊຶ່ງມີອາຊິບການປະມົງ ກໍປະສົບກັບ ບັນຫາ ດຽວກັນ ຄືຫາປາໄດ້ຍາກຂຶ້ນ ດັ່ງຊາວປະມົງ ຢູ່ບ້ານຜາແບ່ນ ເມືອງຊຽງຄານ ທ່ານນຶ່ງເວົ້າວ່າ:
"ມີສ່ວນຫລາຍນະ ເພາະວ່າເຂົາເປັນຜູ້ຄວບຄຸມ ໂຕນໍ້າ ມີຜົລຕໍ່ການຫາປານໍາ ຕອນນີ້ຄືມັນຊິຫາ ໄດ້ໜ້ອຍລົງ ເພາະວ່ານໍ້າມັນຫລາຍ ປົກກະຕິນໍ້າຫຼາຍ ຊິຫາປາໄດ້ໜ້ອຍ ແຕ່ວ່າຖ້ານໍ້າລົງນີ້ ປາຊິຫລາຍ ນໍ້າມັນຫລາຍປາມັນໄປໄດ້ຫລາຍໝ້ອງ.”
ທ່ານເວົ້າຕື່ມອີກວ່າ ແຕ່ກ່ອນຊາວປະມົງ ຢູ່ເຂດເມືອງຊະນະຄາມ ໄດ້ຂີ່ເຮືອມາເລາະຂາຍປາ ຢູ່ແຄມຝັ່ງໄທຍ ຍ້ອນຫາປາໄດ້ຫລາຍ. ແຕ່ຫລັງຈາກນໍ້າຂອງ ໄດ້ເພິ່ມຣະດັບສູງຂຶ້ນນີ້ ກໍບໍ່ເຫັນພວກເຂົາເຈົ້າ ຂ້າມມາ ຍ້ອນຫາປາໄດ້ໜ້ອຍຄືກັນ.
ກ່ຽວກັບເຣຶ່ອງນໍ້າຂອງຂຶ້ນຫລາຍນີ້ ຍານາງ ອ້ອມບຸນ ທິບສຸນາ ຜູ້ປະສານງານເຄືອຂ່າຍ ປະຊາຊົນໄທ 8 ແຂວງ ລຸ່ມແມ່ນໍ້າຂອງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 24 ສິງຫາ ນີ້ວ່າ ປັດຈຸບັນ ກໍາລັງຊອກຫາ ສາເຫດຂອງມັນຢູ່ ວ່າເກີດຈາກການປ່ອຍນໍ້າ ອອກຈາກເຂື່ອນ ຢູ່ຈີນ ແລະ ເຂື່ອນໄຟຟ້າໃນລາວ ຫລາຍໜ້ອຍສໍ່າໃດ ຍ້ອນທາງເຄືອຂ່າຍ ບໍ່ໄດ້ຮັບຂໍ້ມູນໃດໆ ຈາກທາງການຈີນ ແລະ ລາວ ກ່ອນທີ່ຈະ ປ່ອຍນໍ້າລົງມາ ດັ່ງທີ່ຍານາງກ່າວວ່າ:
“ໃນສ່ວນຂອງອີສານນີ້ ນໍ້າຂອງຍັງຕໍ່າຕະລິ່ງ ຢູ່ປະມານ 2-3 ແມັດ ເຮົາຍັງບໍ່ມີຂໍ້ມູນ ເຮຶ່ອງການປ່ອຍນໍ້າລົງມາ ສ່ວນຫຼາຍນີ້ມັນຈະເປັນ ຝັ່ງຂອງລາວ ຂໍ້ມູນຂ່າວສານ ຂອງທາງຝັ່ງລາວ ເຫັນວ່ານໍ້າເທີນລົ້ນ ແຕ່ບໍ່ມີຂໍ້ມູນໃດ ຈະແຈ້ງມາແບບເປັນທາງການ ພໍມາລວມກັນ ຂໍ້ມູນເລີຍບໍ່ແຈ້ງ ວ່ານໍ້າມາຈາກໃສ ຊາວບ້ານແຍກບໍ່ອອກ.”
ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣຶ່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ແຂວງວຽງຈັນ ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ ຄໍາເຫັນ.
ໃນຂນະດຽວກັນ ວິທຍຸເອເຊັຍເສຣີ ກໍໄດ້ຕິດຕໍ່ໄປຫາ ຄະນະກໍາມາທິການ ແມ່ນໍ້າຂອງ ສາກົນ ຫລື MRC ເພື່ອຂໍຮູ້ຣາຍຣະອຽດ ກ່ຽວກັບ ເຣຶ່ອງທີ່ວ່ານີ້ ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ສໍາພາດ.
ໃນຣາຍງານລ້າສຸດຂອງຄະນະ ກໍາມາທິການແມ່ນໍ້າຂອງສາກົນ, ຣະດັບນໍ້າຂອງໄດ້ເພິ່ມຂຶ້ນ ໃນແຂວງພາກເໜືອ ຂອງລາວ ເປັນຕົ້ນ ແຂວງບໍ່ແກ້ວ, ຫລວງພຣະບາງ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ. ສ່ວນຢູ່ຝັ່ງປະເທດໄທ ຣະດັບນໍ້າກໍເພິ່ມຂຶ້ນຢູ່ຫລາຍແຂວງ ເປັນຕົ້ນແຂວງຊຽງຮາຍ, ແຂວງເລີຍ ແລະ ແຂວງໜອງຄາຍ. ແຕ່ຍັງບໍ່ທັນມີການແຈ້ງເຕືອນ.
ສໍາລັບຣະດັບນໍ້າຂອງ ໃນມື້ວັນທີ 24 ສິງຫານີ້ ໃນເຂດແຂວງບໍ່ແກ້ວ ຢູ່ທີ່ 4 ແມັດກັບ 28 ຊັງຕີແມັດ, ຢູ່ເຂດແຂວງຫລວງພຣະບາງ - 11 ແມັດກັບ 28 ຊັງຕີແມັດ, ໃນເຂດເມືອງ ຊະນະຄາມ ແຂວງວຽງຈັນ ຢູ່ທີ່ 10 ແມັດກັບ 2 ຊັງຕີແມັດ, ຢູ່ເຂດນະຄອນຫລວງວຽງຈັນ - 7 ແມັດກັບ 37 ຊັງຕີແມັດ, ອີງຕາມຂໍ້ມູນ ຂອງຄະນະກໍາມາທິການ ແມ່ນໍ້າຂອງສາກົນ.