ເຂື່ອນຊະນະຄາມ ກໍາລັງ ຖືກນໍາສເນີ
ຣັຖບານລາວ ສເນີໂຄງການ ເຂື່ອນ ຊະນະຄາມ ຕໍ່ຄະນະກັມມະທິການ ແມ່ນໍ້າຂອງ ສາກົນ ເຂົ້າໃນຂະບວນ ການປຶກສາຫາລືກັນ ລ່ວງຫນ້າ.
-
ສິດນີ
2020-05-12 -
-
-
Your browser doesn’t support HTML5 audio
ຣັຖບານລາວສເນີ ໂຄງການເຂື່ອນຊະນະຄາມຂນາດ 684 ເມກາວັດ ຊຶ່ງເປັນເຂື່ອນແມ່ນຳ້ຂອງແຫ່ງທີ 6 ຕໍ່ ຄະນະກັມມະທິການແມ່ນໍ້າ ຂອງສາກົນແຕ່ມື້ວັນທີ 9 ກັນຍາ ປີ 2019 ເພື່ອຕຣຽມການດຳເນີນ ງານຕາມຂະບວນການປືກສາຫາລືກັນລ່ວງຫນ້າ. ດັ່ງເຈົ້າຫນ້າທີ່ ກະຊວງພະລັງງານແລະບໍ່ແຮ່ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ພຶສພາ ນີ້ວ່າ:
"ແມ່ນໆ ສຶກສາຜົລກະທົບ ສຶກສາຄວາມເປັນໄປໄດ້ລະອຽດຫມົດແລ້ວ ເຫຼືອຍັງຄວາມເຫັນ ຍັງຫຼາຍຂັ້ນຕອນ ຍັງຫຼາຍແນວຢູ່ ເພິ່ນບໍ່ທັນ ອະນຸມັດ ມັນຫລາຍໆ ຂະບວນການ ມັນແມ່ນ້ຳຂອງຂອງເດ້."
ທ່ານວ່າຄະນະກັມມະທິການແມ່ນຳ້ຂອງສາກົນ ຈະເລີ້ມປຶກສາຫາລືກັນ ກ່ຽວກັບການກຳນົດເວລາ ຂະບວນການປຶກສາຫາລືກັນລ່ວງໜ້າ ເປັນເວລາ 6 ເດືອນ ໃນວັນທີ 16 ມິຖຸນາ ປີ 2020 ຕາມຣະບຽບການ ປະຕິບັດການ ໃນການແຈ້ງການ ການປຶກສາຫາລືກັນລ່ວງຫນ້າ ໃຫ້ແກ່ປະເທດລຸ່ມແມ່ນຳ້ຂອງ ຮັບຮູ້ ດັ່ງ, ລາວ, ໄທ, ກຳພູຊາ ແລະວຽດນາມ.
ດຣ. Pich Hatda ເລຂາທິການອົງການແມ່ນ້ຳຂອງ ສາກົນ ກ່າວວ່າ:
“ຣັຖບານລາວໄດ້ສເນີໂຄງການເຂືຶ່ອນ ຊະນະຄາມ ຕໍ່ຄະນະກັມມາທິການແມ່ນ້ຳຂອງ ສາກົນ ໃນການພິຈາຣະນາດຳເນີນມາຕການຂະບວນ ການປຶກສາຫາລືກັນລ່ວງຫນ້າ ເພື່ອໃຫ້ປະເທດ ສະມາຊິກລຸ່ມແມ່ນຳ້ຂອງ ແລະຊຸມຊົນ ໄດ້ຮັບຮູ້ຣາຍລະອຽດ ກ່ຽວກັບການສຶກສາຜົລກະທົບ ຈາກໂຄງການນີ້."
ໂຄງການເຂື່ອນຊະນະຄາມ ຈະສ້າງຫ່າງຈາກ ເມືອງຊະນະຄາມ ແຂວງວຽງຈັນ ປະມານ 25 ກິໂລແມັດ ກັບເມືອງແກ່ນທ້່າວແຂວງໄຊຍະ ບູຣີ ແລະ ຫ່າງຈາກຊາຍແດນລາວ-ໄທ, ເມືອງຊຽງຄານ ຊຶ່ງເປັນແຫຼ່ງ ທ່່ອງທ່ຽວທີ່ໂດ່ງດັງ ໃນໄທປະມານ 2 ກິໂລແມັດ. ກ່ຽວກັບເຣື້ອງນີ້ ປະຊາຊົນ ເມືອງຊະນະຄາມ ແຂວງວຽງຈັນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
"ກະໄດ້ຍິນແຕ່ເພິ່ນເວົ້າ ພວກເຮົາກໍບໍ່ຮູ້ນຳຣັຖບານເພິ່ນ ວ່າເພິ່ນຊີີ່ເຮັດຈັ່ງໃດວ່າ ແຕ່ເຣື້ອງເຮັດເຣື້ອງເຂື່ອນນີ້ ຄັນວ່າເຂື່ອນໃຫຍ່ແລ້ວ ໃຫ່ຍ ກະເປັນຕາຢ້ານ ຕັ້ງແຕ່ເຫນືອເຂື່ອນ ກະວ່າຢ້່ານນຳ້ຖ້ວມ ໃຕ້ເຂືຶ່ອນ ກະຢ້ານນຳ້ຖ້ວມຄືກັນເນາະ."
ຜູ້ຕ່າງຫນ້າກຸ່ມອະນຸຮັກຊຽງຄານ ເມືອງຊຽງຄານ ແຂວງເລີຍ ປະເທດໄທ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ບໍ່ຢາກໃຫ້ມີການ ສ້າງເຂື່ອນໃສ່ແມ່ນ້ຳຂອງອີກ ເນື່ອງຈາກໃນປັດຈຸບັນກໍໄດ້ຮັບຜົລ ກະທົບຈາກເຂື່ອນໄຊຍະບູຣີ ຫຼາຍແລ້ວເປັນຕົ້ນການຂື້ນ-ລົງ ຂອງນຳ້, ການປະມົງແລະການກະເສດຕາມແຄມຂອງ:
"ໃນຄວາມຄິດຂອງເຮົາຄື ບໍ່ໃຫ້ສ້າງເລີຍ ບໍ່ໃຫ້ສ້າງເລີຍເພາະວ່າໃນຄູ່ມື້ນີ້ ຊາວປະມົງໄດ້ຮັບຜົລກະທົບຈາກເຂື່ອນໄຊຍະບູຣີ ຈາກເຂື່ອນຈີນ ນິເຂົາຈະສົນໃຈແຕ່ເຣື້ອງປາກທ້ອງ ເຣື້ອງຫາຢູ່ຫາກິນ ປາກໍບໍ່ໄດ້ ແລ້ວ, ຫາໄດ້ກະບໍ່ສົມບູນ ແລ້ວໃນອານາຄົດຂ້າງໜ້າ ເຮົາກະບໍ່ຮູ້ວ່າປາ ຈະມີຢູ່ຄືເກົ່າ ຄືອະດີດບໍ່?"
ທ່ານ ມົນຕຣີ ຈັນທະວົງ ຈາກອົງການ The Mekong Butterfly ປະເທດໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ພຶສພາ ປີ 2020 ວ່າຫາກ ໂຄງການເຂື່ອນຊະນະຄາມຖືກສ້າງ ຈະສົ່ງຜົລກະທົບຕໍ່ສິ່ງ ແວດລ້ອມແລະຊຸມຊົນ ທັງຝັ່ງລາວແລະຝັ່ງໄທຢ່າງໜັກໜ່ວງຣັຖບານ ລາວຄວນຣາຍງານ ຜົລການສຶກສາຄວາມເປັນໄປໄດ້ ໂດຍຣະອຽດ ໃຫ້ກັບທຸກປະເທດຮັບຮູ້, ຊຶ່ງ ໃນປັດຈຸບັນ ປະຊາຊົນ ທີ່ອາສັຍຢູ່ລຸ່ມ ແມ່ນ້ຳຂອງ ກໍໄດ້ຮັບຜົລກະທົບຈາກ ເຂື່ອນໄຊຍະບູຣີ ແລະເຂື່ອນໃນປະເທດຈີນ ຫນັກຢູ່ແລ້ວ.
"ຜົລກະທົບມັນມີແທ້ ແຕ່ວ່າມັນຂຶ້ນຢູ່ກັບການສຶກສາ ທາງຝັ່ງປະເທດລາວເນາະ ທາງ MRC ເຂົາເວົ້າມາຕຣອດວ່າ ຈະຕ້ອງມີການເຮັດ ຣາຍງານ ຜົລກະທົບຂ້າມພົມແດນ ແຕ່ວ່າທີ່ຜ່ານມາ ມັນບໍ່ມີການເຮັດ ຣາຍງານແບບນີ້ຈິງຈັງ ບໍ່ວ່າເຂື່ອນໃດ."
ຍານາງ ໄພຣີນ ໂຊດໄຊ ຜູ້ປະສານງານ ຈາກອົງການເຄື່ອຂ່າຍແມ່ນຳ້ສາກົນ ທີ່ປະເທດໄທ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
“ເຂື່ອນຊະນະຄາມ ບໍ່ມີຄວາມຈຳເປັນ ຕໍ່ຄວາມຕ້ອງການໃຊ້ໄຟຟ້າຂອງໄທ ເພາະພະລັງງານສຳຮອງຂອງໄທ ຕອນນີ້ ມີຫລາຍກວ່າ 40% ແລະກຳລັງການຜລິດຂອງເຂືື່ອນ ມີພຽງແຕ່ 684 ເມກາວັດ ແຕ່ມີ ມູນຄ່າການກໍ່ສ້າງລົງທຶຶນສູງ ແລະໃຊ້ເວລາດົນເຖິງ 8 ປີ ມັນບໍ່ຄຸ້ມຄ່າ ກັບການທຳຮ້າຍແມ່ນຳ້ຂອງ ເພີ່ມອີກ ແລະໃນເວລານີ້ ຜົລກະທົບຈາກເຂື່ອນໄຊຍະບູຣີ ກໍໄດ້ປາກົດໃຫ້ເຫັນຢ່າງຈະແຈ້ງ ນັບຕັ້ງແຕ່ເປີດ ໃຊ້ງານມາ ແລະຍັງບໍມີແນວທາງແກ້ໄຂ ຈາກ ເຈົ້າຂອງໂຄງການ ແລະ ທະນາຄານທີ່ກ່ຽວຂ້ອງ, ບໍ່ຄວນສເນີໂຄງການໃຫມ່ ຂຶ້ນມາອີກ.”
ຍານາງກ່າວຕື່ມວ່າ:
“ໄທບໍ່ຄວນຊື້ໄຟຟ້າ ຈາກໂຄງການນີ້ ເພາະເທົ່າກັບວ່າເພີ້ມພາຣະຄ່າໃຊ້ຈ່າຍ ໃຫ້ກັບປະຊາຊົນ ຄວນສົ່ງເສີມພະລັງງານທາງເລືອກອື່ນໆ ທີ່ຣາຄາ ແລະຕ້ົນທຶນຖືກກວ່າ ການສ້າງເຂື່ອນ.”
ອິງຕາມເອກກະສານ ທີ່ ຣັຖບານລາວແຈ້ງຕໍ່ ຄະນະກັມມະທິການແມ່ນ້ຳຂອງ ສາກົນ ໂຄງການເຂື່ອນຊະນະຄາມ ມີ ພະລັງຜລິດ 684 ເມກາວັດ ບໍຣິສັດ Datang Lao ຈຳກັດ ຂອງຈີນ ເປັນຜູ້ສ້າງໃນມູນຄ່າ ການກໍ່ສ້າງປະມານ 2 ພັນ 073 ລ້ານໂດລາ ໃນນັ້ນປະມານ 27.2 ລ້ານໂດລາ ຈະນຳໄປໄຊ້ໃນການແກ້ໄຂຜົລກະທົບ ຕໍ່ສິ່ງແວດລ້ອມແລະຊຸມຊົນ.
ການກໍ່ສ້່າງໂຄງການເຂື່ອນຊະນະຄາມ ຈະເລີ້ມລົງມືໃນປີ 2020 ແລະ ໄດ້ກຳນົດໃຫ້ສຳເຣັດ ໃນປີ 2028 ໄຟຟ້າທີ່ຜລິດຈາກເຂືື່ອນນີ້ ສ່ວນໃຫຍ່ຈະຂາຍໃຫ້ໄທ.