ຊາວບ້ານວ່າທາງດ່ວນ ວຽງຈັນ-ວັງວຽງ ສ້າງບັນຫາ

ຊາວບ້ານອີ່ໄລ ຮຽກຮ້ອງ ໃຫ້ໂຄງການ ທາງດ່ວນ ວຽງຈັນ-ວັງວຽງ ສ້າງຂົວຂ້າມ ແທນອຸໂມງ ທາງລອດ.

ການກໍ່ສ້າງທາງດ່ວນ ວຽງຈັນຫາວັງວຽງ ນໍ້າຖ້ວມ ອຸໂມງລອດທາງດ່ວນ ເຂດບ້ານອີ່ໄລໃຕ້ ແລະບ້ານອີ່ໄລເຫນືອ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ນັກຂ່າວພົລເມືອງ

ຊາວບ້ານອີ່ໄລເໜືອ ແລະ ບ້ານອີ່ໄລໃຕ້ ເມືອງນາຍຊາຍທອງ ນະຄອນຫຼວງວຽງຈັນ ປະມານ 50 ປາຍຄອບຄົວ ຮຽກຮ້ອງ ໃຫ້ໂຄງການ ສ້າງທາງດ່ວນ ນະຄອນຫລວງວຽງຈັນ ຫາ ວັງວຽງ ແກ້ໄຂບັນຫາ ການສັນຈອນໄປ-ມາ, ໂດຍສເນີໃຫ້ສ້າງຂົວຂ້າມທາງດ່ວນແທນການ ສ້າງອຸໂມງລອດ ທາງດ່ວນ ເພື່ອໃຫ້ຣົດຊາວບ້ານ ແລ່ນຜ່ານສະດວກ ເພາະຍາມຝົນອຸໂມງ ທີ່ທາງໂຄງການ ສ້າງໃຫ້ນັ້ນນໍ້າຖ້ວມໄປມາ ບໍ່ໄດ້, ດັ່ງຊາວບ້ານໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນ ທີ 13 ກໍຣະກະດາ ວ່າ:

"ມີແຕ່ຂະເຈົ້າລົງເຣື່ອງທາງຊື່ໆ ຊາວບ້ານຢາກໃຫ້ເຮັດສະພານຊື່ໆ ເຈົ້າ, ຫົນທາງບໍ່ໄດ້ເປັນຫຍັງ ຢາກໃຫ້ເຮັດສະພານຂ້າມທາງຊື່ໆ ບໍ່ໄດ້ ມີອີ່ຫຍັງ."

ປະຊາຊົນໄດ້ເວົ້າຕື່ມວ່າ ໃນໄລຍະຣະດູຝົນ ການໄປ-ມາ ມັນບໍ່ສະດວກ ອຸໂມງລອດ ນອກຈາກນໍ້າຖ້ວມ ຍັງເປັນຂຸມທຽວຍາກຫລາຍ.

"ຊ່ວງນີ້ເປັນຍາມຣະດູຝົນເນາະ ມັນກະຊິເປັນຂຸມເປັນຫຼຸມຫຍັງຫັ້ນແຫຼະເນາະ ການໄປການມາມັນກະບໍ່ໄດ້ສະດວກ ເພາະອັນນີ້ດົນໆກະຈຶ່ງ ໄດ້ທຽວຈຶ່ງໄດ້ໄປຊີ້ຫັ້ນນ່າ ບໍ່ໄດ້ໄປຕລອດດ,"

ໃນເບື້ອງຕົ້ນຜູ້ຮັບເໝົາໂຄງການດັ່ງກ່າວໄດ້ສ້າງອຸໂມງ ລອດທາງດ່ວນສຳລັບໃຫ້ຣົດປະຊາຊົນແລ່ນຜ່ານໄປມາໄດ້ ແຕ່ສະພາບໂຕຈິງແລ້ວ ການສ້າງ ອຸໂມງລອດທາງດ່ວນ ເຮັດໃຫ້ເກີດນໍ້າຖ້ວມຂັງ ເນື່ອງຈາກເປັນບ່ອນຫລຸບ ແລະຣົດຂົນສີນຄ້າ ກໍບໍ່ສາມາດແລ່ນລອດອຸໂມງໄດ້ ຍ້ອນຣະດັບຂອງອຸໂມງຕໍ່າຫຼາຍຣົດຂົນສົ່ງ ຜ່ານບໍ່ໄດ້.

ຕໍ່ບັນຫາດັ່ງກ່າວ ຊາວບ້ານໄດ້ ສເນີໄປຍັງໂຄງການ ແຕ່ກໍຍັງບໍ່ໄດ້ຮັບຄຳຕອບວ່າ ຈະດຳເນີນການໃຫ້ຫລືບໍ່ ດັ່ງອຳນາດການປົກຄອງບ້ານ ໄດ້ກ່າວຕໍ່ຊື່ມວນຊົນ ພາຍໃນວ່າ:

"ຈຸດປະສົງໃນການສເນີນີ້ແມ່ນຢາກໄດ້ສະພານຂ້າມ ໃຫ້ພໍ່ແມ່ປະຊາຊົນ ເພາະວ່າທາງໂຄງການຫັ້ນໄດ້ເຮັດ ອຸໂມງເຮັດທໍ່ລອດຫັ້ນ ອຸໂມງ ລອດເນາະເພາະວ່າມັນ ເປັນໄປບໍ່ໄດ້ ມັນຢູ່ຫຼຸບ ເພາະວ່າຍາມຟ້າຍາມຝົນນີ້ ໂຕທີ່ນຶ່ງກະແມ່ນນໍ້າຊືມຖ້ວມ; ໂຕທີສອງ ກະແມ່ນບໍ່ສະດວກ ສະບາຍ ກ່ຽວກັບການຂົນສົ່ງ ຕໍ່ສີນຄ້າອຸສາຫະກັມ ກະສິກັມຕ່າງໆ ເພາະວ່າ ທໍ່ລອດທາງ ກະແມນທໍ່ນ້ອຍແລ້ວກະເປັນ ທໍ່ຕໍ່າຣົດບັນທຸກ ບໍ່ສາມາດເຂົ້າໄດ້."

ໃນຂນະທີ່ຊາວບ້ານອີກທ່ານນຶ່ງກ່າວວ່າ ຕົນຢາກໃຫ້ມີການສ້ອມແປງທາງຄືນຍ້ອນ ໃນໄລຍະທີ່ໂຄງການກຳລັງ ກໍ່ສ້າງຢູ່ນີ້ ຣົດບັນທຸກໜັກ ຂອງໂຄງການຫຼາຍຄັນໄດ້ແລ່ນ ຜ່ານເສັ້ນທາງ ໃນເຂດບ້ານ ເຮັດໃຫ້ເສັ້ນທາງເປ່ເພ.

"ກະມີ; ມີເປັນບາງບ່ອນກະເປັນຂຸມ ມັນມີເປັນເສັ້ນເປັນຊອຍເດ ກະມີ ເປັນບາງບ່ອນ ຄືບ້ານແມ່ນີ້ແຫຼະທາງຊອຍ ຄືທາງຫັ້ນແທ້ຊິເພຢູ່ ຝົນຕົກເນາະທາງໃດມັນກາ ເປື້ອນໝົດ."

ຕໍ່ກໍຣະນີທີ່ເກີດຂຶ້ນ ທາງເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ຫາບໍຣິສັດ ຜູ້ຮັບເໝົາໂຄງການກໍ່ສ້າງ ແຂວງຢູ່ນານຈຳກັດ ຮວມທັງຜແນກໂຍທາ ທິການແລະຂົນສົ່ງ ນະຄອນຫຼວງວຽງຈັນ ເພື່ອສອບຖາມຕໍ່ກັບບັນຫາ ທີ່ເກີດຂຶ້ນ ແຕ່ສອງພາກສ່ວນ ຍັງບໍ່ພ້ອມສນອງຂໍ້ມູນ.

ໂຄງການກໍ່ສ້າງທາງດ່ວນ ຈາກນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ກໍ່ສ້າງສຳເຣັດແລ້ວ 70% ຫລັງຈາກເຣີ້ມກໍ່ສ້າງ ມາແຕ່ປີ 2018 ແລະ ຄາດວ່າຈະເປີດ ນໍາໃຊ້ຢ່າງເປັນທາງການ ໃນທ້າຍປີ 2020.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org