ເຂື່ອນຈີນກັກນ້ຳລຸ່ມນໍ້າຂອງ ບົກແຫ້ງ
ເຂື່ອນ ຂອງຈີນ ກັກນ້ຳ ເຮັດໃຫ້ ພາກພື້ນ ລຸ່ມນໍ້າຂອງ ບົກແຫ້ງ
-
ອະວາຣີ
2020-04-15 -
-
-
Your browser doesn’t support HTML5 audio
ນັກວິທຍາສາດ ເຜີຍແຜ່ຜົນຂອງການສຶກສາຄົ້ນຄວ້າ ຫາສາເຫດຂອງພັຍແຫ້ງແລ້ງ ແລະ ປະຣິມານນ້ຳໄຫລ ຂອງແມ່ນ້ຳຂອງທັງໃນຈີນ ແລະໃນທາງພາກລຸ່ມ ວ່ານັບແຕ່ເດືອນສິງຫາ ປີກາຍຈົນເຖິງປັດຈຸບັນ ເຂື່ອນ ຂອງຈີນ ໄດ້ກັກນ້ຳໄວ້ຫລາຍ ຈົນເຮັດໃຫ້ແມ່ນ້ຳຂອງ ທາງ ພາກລຸ່ມບົກແຫ້ງ ເປັນ ປະຫວັດການ.
ທ່ານ Alan Basist ນັກຊ່ຽວຊານດ້ານອາກາດວິທຍາ ພ້ອມທັງເປັນປະທານບໍຣິສັດ ຊິ່ງຊອມເບິ່ງໂລກ ຫຼື Eyes on Earth ອະທິບາຍ ຜົນຂອງສຶກສາຄົ້ນຄວ້ານັ້ນຕໍ່ກອງປະຊຸມສຳມະນາ ທາງອິນເຕີແນັດ ເມື່ອວັນຈັນ ວັນທີ່ 13 ເມສາ 2020 ນີ້ວ່າ:
ທ່ານກ່າວວ່າ “ພວກເຮົາໄດ້ໃຊ້ຣັງສີໄມໂຄຣເວບ ເພື່ອແທກຄວາມຊຸ່ມຂອງອາກາດໃກ້ໜ້າດິນ ແລະພົບວ່າໃນຍາມຝົນປີກາຍ ຝົນຕົກຫຼາຍ ກວ່າປົກກະຕິເລັກໜ້ອຍ ຢູ່ຈີນ ແຕ່ ນ້ຳໄຫລລົງສູ່ແມ່ນ້ຳຂອງ ໃນພາກລຸ່ມໜ້ອຍ. ອີກຢ່າງນຶ່ງພວກເຮົາກໍໄດ້ໃຊ້ດາວທຽມ ຖ່າຍຮູບພາບ ທີ່ສະແດງໃຫ້ເຫັນວ່າ ທາງພາກເໜືອໃນເຂດ ແມ່ນ້ຳລ້ານຊ້າງ ຫລືແມ່ນ້ຳຂອງຕອນເໜືອ ເກືອບເປັນສີຂຽວໝົດ ແປວ່າມີ ນ້ຳຫລາຍ ຝົນຕົກຫລາຍ ແຕ່ທາງພາກລຸ່ມມີແຕ່ສີແດງ ແລະສີສົ້ມ ຊຶ່ງແປວ່າ ແຫ້ງແລ້ງຫລາຍ ຍ້ອນເຂື່ອນຂອງຈີນກັກນ້ຳໄວ້ ໃນປະຣິມານ ມະຫາສານ.”
ສ່ວນທ່ານ Brian Eyler ຫົວໜ້າໂຄງການເອເຊັຍ ຕາວັນອອກສ່ຽງໃຕ້ ປະຈຳສູນສິ່ງແວດລ້ອມ Stimson Center ຢູ່ນະຄອນຫລວງ ວໍຊິງຕັນ ດີ ຊີ ສະຫະຣັດ ອະເມຣິກາ ໃຫ້ຄຳເຫັນ ໃນກອງປະຊຸມນັ້ນວ່າ:
ທ່ານກ່າວວ່າ “ວຽດນາມ ກຳພູຊາ ລາວ ແລະໄທ ສາມາດໃຊ້ຜົນຂອງການສຶກສາສຳຣວດດັ່ງກ່າວ ເພື່ອຮຽກຮ້ອງໃຫ້ປະເທດ ທາງພາກ ເໜືອ ແບ່ງປັນການໃຊ້ນ້ຳຂອງ ຢ່າງເປັນທັມ ແລະ ຢ່າງສເມີພາບ ຕົວຢ່າງຂໍໃຫ້ຄະນະກັມມາທິການ ແມ່ນ້ຳຂອງ ສາກົນ ຫລື MRC ໃຊ້ຂໍ້ມູນນີ້ເພື່ອເຈຣະຈາກັບຈີນ.”
ສ່ວນນາງ Courtney Weatherby ເຈົ້າໜ້າທີ່ປະຈຳສູນ Stimson ໄດ້ສເນີໃຫ້ມີການໝູນໃຊ້ຜົນ ຂອງການສຶກສາສຳຣວດຄັ້ງນີ້ ແລະ ຂໍ້ມູນ ກ່ຽວກັບ ປະຣິມານການໄຫລ ຂອງແມ່ນ້ຳຂອງຢ່າງໂປ່ງໃສ:
"ນາງກ່າວວ່າ ບັນຫາທີ່ທ້າທາຍ ກໍຄືຂໍ້ມູນຫລາຍຢ່າງ ບໍໂປ່ງໃສ ຖືກຮັກສາໄວ້ເປັນຄວາມລັບ ຊາວບ້ານທັມມະດາສາມັນບໍ່ຮູ້; ອົງການ ຈັດຕັ້ງ ປະຊາຊາສັງຄົມຄວນຮູ້ ແລະສາມາດຖົງຖຽງກັນໄດ້ ໃນສາທາຣະນະ ແລະແນ່ນອນ ປະເທດໃນພາກລຸ່ມແມ່ນ້ຳຂອງ ກໍສາມາດ ໃຊ້ຂໍ້ມູນນີ້ ເຈຣະຈາກັບຈີນ ເພື່ອແກ້ໄຂໄພແຫ້ງ ແລ້ງ ທີ່ກຳລັງຮ້າຍແຮງ ຢຸ່ໃນພາກພື້ນນັ້ນໃນປັດຈຸບັນ.