ຊາວບ້ານ 65 ຄົນ ຖືກເຈົ້າໜ້າທີ່ ເມືອງໂພນໂຮງ ນຳໄປອົບຮົມ ຍ້ອນບຸກລຸກປ່າສງວນ
ຊາວບ້ານ ຈໍານວນ 65 ຄົນ ຢູ່ເຂດບ້ານໂພນສົມບູນ ເມືອງໂພນໂຮງ ຖືກເຈົ້າໜ້າ ເມືອງໂພນໂຮງ ນຳໄປສຶກສາອົບຮົມເຣື່ອງກົດໝາຍ ວ່າດ້ວຍປ່າໄມ້ ເພາະຊາວບ້ານໄດ້ບຸກລຸກປ່າໄມ້ ແລະ ສ່ວນໃຫຍ່ ຜູ້ທີ່ບຸກລຸກ ເປັນຄອບຄົວທຸກຍາກ ເຊິ່ງຕ້ອງການນຳໃຊ້ດິນ ເພື່ອປູກຢາງພາຣາ ສ້າງລາຍໄດ້.
-
ສຸພັດຕາ
2023-04-03 -
-
-
Your browser doesn’t support HTML5 audio
ໃນວັນທີ 29 ມິນາ 2023 ທີ່ຜ່ານມາ ທາງການແຂວງ ແລະທາງການເມືອງໂພນໂຮງ ແຂວງວຽງຈັນ ໄດ້ນໍາຊາວບ້ານ ຈໍານວນ 65 ຄົນ ທີ່ອາສັຍຢູ່ເຂດ ບ້ານໂພນສົມບູນ ໄປສຶກສາອົບຮົມ ໃຫ້ຄວາມຮູ້ ເຣື່ອງກົດໝາຍວ່າດ້ວຍປ່າໄມ້ ເພື່ອໃຫ້ເຂົ້າໃຈຕໍ່ລະບຽບກົດໝາຍ ໃນການປົກປັກຮັກສາປ່າໄມ້ ແລະບໍ່ໃຫ້ຜູ້ລະເມີດ ທໍາການບຸກລຸກ ແລະທໍາລາຍປ່າໄມ້.
ສາເຫດຍ້ອນວ່າ ຊາວບ້ານຈໍານວນດັ່ງກ່າວ ເຂົ້າໄປບຸກເບີກດິນ ແລະທໍາລາຍປ່າໄມ້ ຢູ່ເຂດປ່າສງວນແຫ່ງຊາຕພູພະນັງ ໂດຍໄປຖາງປ່າ ແລະທໍາລາຍປ່າໄມ້ ແລ້ວຈູດ ເພື່ອເຮັດໄຮ່ ເຮັດສວນ ເບື້ອງຕົ້ນພົບວ່າ ມີການບຸກລຸກດິນຢູ່ເຂດປ່າສງວນແຫ່ງຊາຕ ພູພະນັງ ປະມານ 300 ປາຍເຮັກຕ້າຣ໌, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ໃນເມືອງໂພນໂຮງ ແຂວງວຽງຈັນ ກ່າວໃນວັນທີ 3 ເມສາ ນີ້ວ່າ:
“ເຂົາເຈົ້າ ໄດ້ກະທໍາຜິດ ບຸກລຸກປ່າສງວນແຫ່ງຊາຕ ສຶກສາອົບຮົມຊື່ໆ ກະມີຫຼາຍຢູ່ ປະມານ 300 ປາຍນີ້ແລ້ວ ກະໄປໃຫ້ເຂົາຍອມຮັບ ວ່າເຂົາເຈົ້າໄດ້ ມີການບຸກລຸກຈັບຈອງແທ້ ແລ້ວກໍຢັ້ງຢືນຄວາມຜິດ ເຂົາເຈົ້າກະຮັບ ແລ້ວກໍໄດ້ຮຽນເອກກະສານໃຫ້.”
ທ່ານກ່າວຕື່ມວ່າ ບໍ່ໄດ້ຈັບຊາວບ້ານ ທັງ 65 ຄົນນັ້ນເຂົ້າຄຸກ ກໍຍ້ອນວ່າ ຍັງບໍ່ເຖິງຂັ້ນຕອນ ໃນການດໍາເນີນຄະດີ ເຊິ່ງເບື້ອງຕົ້ນ ກໍຄວນຈະຕັກເຕືອນ ແລະໃຫ້ຄວາມຮູ້ທາງດ້ານກົດໝາຍແກ່ເຂົາເຈົ້າກ່ອນ.
ຂະນະທີ່ ເຈົ້າໜ້າທີ່ປ່າສງວນແຫ່ງຊາຕພູພະນັງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ສ່ວນໃຫຍ່ ຊາວບ້ານຈໍານວນ 65 ຄົນ ດັ່ງກ່າວ ທີ່ເຂົ້າໄປບຸກລຸກດິນ ເຂດປ່າສງວນແຫ່ງຊາຕ ພູພະນັງນັ້ນ ກໍຍ້ອນວ່າ ສ່ວນນຶ່ງ ບໍ່ມີດິນທໍາກິນ ສ່ວນນຶ່ງກໍມີ ແຕ່ຢາກໄດ້ເພີ່ມ ເພື່ອສ້າງຜົລຜລິດໃຫ້ໄດ້ຫຼາຍ ຈຶ່ງເຂົ້າໄປບຸກລຸກເຂດປ່າສງວນພູພະນັງ ໂດຍການກະທໍາຂອງເຂົາເຈົ້າ ຄືການຖາງປ່າ ແລະກໍຈູດໄຟ ເພື່ອຈະເຮັດການປູກຝັງກະສິກັມໄດ້ ແລະສ່ວນໃຫຍ່ ຫຼາຍຄົນໄດ້ທໍາການປູກຢາງພາຣາ. ຢ່າງໃດກໍຕາມ ບັນຫາການບຸກລຸກປ່າສງວນແຫ່ງຊາຕ ຢູ່ເຂດພູພະນັງນີ້ ທາງການກໍຈະມີການຈັດສັນດິນໃຫ້ຊາວບ້ານຢູ່ ແຕ່ບໍ່ຮູ້ວ່າ ຈະຈັດສັນດິນຢູ່ບ່ອນໃດໃຫ້ຊາວບ້ານ:
“ໃນການຜລິດເຂົາ ສ່ວນຫຼາຍເຂົາເຈົ້າໄປເຮັດສວນຢາງ ບາງສ່ວນ ກໍາລັງເຮັດນ່າ ບາງສ່ວນກໍາລັງຖາງ ເຂົາເຈົ້າກະຈູດຫັ້ນນ່າ ກະບໍ່ຮູ້ຈັກຄອບຄົວຄືກັນ 65 ຄົນ ບາງຄົນ ກະຍັງບໍ່ທັນມີດິນ ເຂົາໄປບຸກລຸກ ອັນນີ້ທາງເມືອງ ເພິ່ນຈະຈັດສັນໃຫ້ດອກ ແຕ່ບໍ່ຮູ້ນ່າ ເພິ່ນຈະຈັດສັນໃຫ້ບ່ອນໃດ ສາເຫດໄຟໄໝ້ປ່າ ກະຊິຍ້ອນແບບຫັ້ນແຫຼະ ມັນແຫ້ງເຂົາເຈົ້າກະໄປຈູດບາດນີ້.”
ຂະນະທີ່ ຊາວບ້ານໃນເມືອງໂພນໂຮງ ທ່ານນຶ່ງ ກໍກ່າວວ່າ ສ່ວນຫຼາຍ ຊາວບ້ານທີ່ຢູ່ເຂດບ້ານໂພນສົມບູນ ຈະຢູ່ໃກ້ກັບປ່າສງວນແຫ່ງຊາຕພູພະນັງ ສ່ວນໃຫຍ່ ທີ່ເຂົາເຈົ້າ ໄປບຸກລຸກດິນ ເຂດປ່າສງວນພູພະນັງນັ້ນ ກໍຍ້ອນວ່າ ບາງຄົນບໍ່ມີດິນທໍາກິນ ມີຊີວິດການເປັນຢູ່ທີ່ທຸກຍາກລໍາບາກ ກໍຈໍາເປັນຕ້ອງໄປບຸກລຸກປ່າສງວນ ຍອມລະເມີດກົດໝາຍ ເພາະຕ້ອງການທໍາມາຫາກິນລ້ຽງຄອບຄົວ:
“ມັນກະແມ່ນແຫຼະ ຕາມປະຊາຊົນບາງເຈົ້າ ເຂົາເຈົ້າກໍບໍ່ມີດິນທໍາກິນເນາະ ໄປເຮັດ ໄປຖາງໄຮ່ເຮັດສວນຫັ້ນນ່າ ຣັຖບານເຂົາເຈົ້າກໍຫ້າມຢູ່ ແຕ່ເຂົາເຈົ້າກໍເຮັດ ຈໍາເປັນເຂົາເຈົ້າຫັ້ນແຫຼະ ຜູ້ມັນທຸກຍາກກໍມີ ຄັນມີດິນທໍາກິນ ເຂົາເຈົ້າກໍບໍ່ໄປບຸກລຸກ ປ່າສງວນແຫຼະ.”
ຂະນະດຽວກັນ ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ບັນຫາດັ່ງກ່າວນີ້ ຖ້າຊາວບ້ານມີທີ່ດິນທໍາກິນ ທີ່ພໍຈະລ້ຽງຄອບຄົວໄດ້ ເຂົາເຈົ້າກໍຈະບໍ່ໄປບຸກລຸກປ່າສງວນແຫ່ງຊາຕພູພະນັງແນ່ນອນ ສ່ວນໃຫຍ່ ກໍບໍ່ມີທີ່ິດິນທໍາກິນໃນການເຮັດກະເສດ ຈຶ່ງເຂົ້າໄປບຸກລຸກ ເຊິ່ງພາກຣັຖຄວນແກ້ໄຂ ເບິ່ງແຍງບັນຫາເຣື່ອງນີ້:
“ໂຕນີ້ຫວາ ຄັນເຂົາມີກິນມີອາຊີບ ຫຼືວ່າມີສະຖານທີ່ບ່ອນເຮັດ ບ່ອນອາສັຍແລ້ວ ເຂົາເຈົ້າໜ້າຈະບໍ່ໄປເຮັດແນວນັ້ນ ບໍ່ມີບ່ອນເພິ່ງພາອາສັຍ ກໍຈະແມ່ນແບບນັ້ນຫັ້ນ ໜ້າຈະເບິ່ງແຍງຫັ້ນນ່າ.”
ພ້ອມດຽວກັນນີ້ ຊາວລາວໃນເມືອງໂພນໂຮງ ອີກທ່ານນຶ່ງ ກໍກ່າວກ່ຽວກັບເຣື່ອງດັ່ງກ່າວນີ້ວ່າ ບັນຫາການບຸກລຸກດິນນີ້ ມັກເກີດຂຶ້ນຕລອດໃນລາວ ສ່ວນໃນເຂດພູພະນັງນີ້ ກໍບໍ່ແຕກຕ່າງຈາກບ່ອນອື່ນ ຍ້ອນເຂົາເຈົ້າ ມີຄວາມເປັນຢູ່ທຸກຍາກ ບໍ່ມີດິນທໍາກິນໃນການປູກຝັງກະສິກັມ ຈຶ່ງຈໍາເປັນຕ້ອງໄປບຸກລຸກເຂດປ່າສງວນ ເບື້ອງຕົ້ນ ກໍຢາກໃຫ້ພາກຣັຖ ຈັດສັນດິນໃຫ້ເຂົາເຈົ້າ ໄວ້ທໍາມາຫາກິນລ້ຽງຄອບຄົວໄດ້:
“ຜູ້ທີ່ວ່າ ບໍ່ມີດິນແທ້ໆ ສ່ວນຫຼາຍຈະແມ່ນຊົນເຜົ່າ ສ່ວນໃຫຍ່ປູກ ເຮັດສວນຢາງຫັ້ນແຫຼະ ສວນຢາງຫັ້ນແຫຼະ ແຕ່່ວ່າດິນປະເທດລາວເຮົານີ້ມັນມີຫຼາຍ ຂໍສເນີໃຫ້ທາງຂັ້ນເມືອງ ເພິ່ນຈັດສັນໃຫ້ທຸກຄົນຫັ້ນແຫຼະ.”
ໃນໄລຍະ 2-3 ປີ ມານີ້ ເຈົ້າໜ້າທີ່ໃນຫຼາຍເມືອງ ແລະຫຼາຍແຂວງ ກໍໄດ້ມີການສຶກສາອົບຮົມຊາວບ້ານ ທີ່ພາກັນໄປບຸກເບີກເນື້ອທີ່ປ່່າສງວນຕ່າງໆ ເພື່ອເຮັດການກະເສດ ເປັນຕົ້ນ: ໃນວັນທີ 17 ກຸມພາ 2022 ຢູ່ແຂວງຈໍາປາສັກ ກໍມີຊາວບ້ານຈໍານວນນຶ່ງ ໄປບຸກເບີກປ່າສງວນແຫ່ງຊາຕດົງຫົວສາວ ຈໍານວນຫຼາຍເຮັກຕ້າຣ໌ ເພື່ອຈະປູກມັນຕົ້ນ ເຊິ່ງຊາວບ້ານ ທີ່ຢູ່ໃກ້ກັບເຂດປ່່າສງວນແຫ່ງຊາຕດົງຫົວສາວນີ້ ມີດິນທໍາກິນໜ້ອຍ ປູກມັນຕົ້ນຂາຍບໍ່ກຸ້ມກິນ ຕ້ອງການປູກຫຼາຍຂຶ້ນ ຈຶ່ງເຂົ້າໄປບຸກລຸກ ແລະອີກສາເຫດນຶ່ງ ກໍຍ້ອນພາກຣັຖ ເອົາດິນຂອງຊາວບ້ານ ໃຫ້ສັມປະທານແກ່ນັກລົງທຶນທັງພາຍໃນ ແລະຕ່າງປະເທດ ສ້າງເຂື່ອນ, ຂຸດຄົ້ນບໍ່ແຮ່ ແລະປູກກາເຟ ຈົນບາງຄົນ ເກືອບບໍ່ມີທີ່ດິນເຫຼືອໄວ້ທໍາກິນ ຈົນປະຊາຊົນຕ້ອງໄປບຸກເບີກທີ່ດິນບ່ອນໃໝ່.
ຫວ່າງຕົ້ນປີ 2022 ກໍມີຊາວບ້ານ ເມືອງທ່າແຕງ ແຂວງເຊກອງ ຈໍານວນ 75 ຄອບຄົວ ໄປບຸກລຸກປ່າສງວນ ເພື່ອຕ້ອງການປູກມັນຕົ້ນ ແລະກາເຟເຊັ່ນກັນ ສ່ວນໃຫຍ່ເປັນຄອບຄົວທີ່ທຸກຍາກ ບໍ່ເນື້ອທີ່ດິນທໍາກິນ ຈຶ່ງພາກັນໄປບຸກລຸກ ເພື່ອສ້າງລາຍໄດ້ໃຫ້ຄອບຄົວ.