ຂ.ຊຽງຂວາງຈະສ້າງ ສນາມບິນສາກົນ

ທົ່ງໄຫຫີນ ແຂວງຊຽງຂວາງ ທັມມະຊາຕ ທີ່ສວຍງາມ ໜ້າທ່ອງທ່ຽວ
ທົ່ງໄຫຫີນ ແຂວງຊຽງຂວາງ ທັມມະຊາຕ ທີ່ສວຍງາມ ໜ້າທ່ອງທ່ຽວ (RFA)

0:00 / 0:00

ເຈົ້າຫນ້າທີ່ ແຂວງຊຽງຂວາງ ທ່ານນື່ງເວົ້າວ່າ ທາງການແຂວງ ມີແຜນການ ຈະສ້າງ ສນາມບີນໃຫມ່ ຢູ່ເຂດ ທ່ົງໃຫຫີນ ໃນຣະດູແລ້ງ ຂອງປີ 2014 ໂດຍຈະສ້າງຂື້ນ ໃນພື້ນທີ່ ຂອງ ສນາມບິນເກົ່າ ໃຫ້ເປັນ ສນາມບິນສາກົນ. ດັ່ງທ່ານກ່າວວ່າ:

"ກຳລັງຈະສ້າງ ສນາມບິນ ສາກົນ ສນາມບິນ ນານາຊາດ ສາມາດ ໃຫ້ໂບອີງ 737 ລົງໄດ້ ຖ້າບໍ່ມີຫຍັງ ປ່ຽນແປງ ກໍຈະແມ່ນ ຕົ້ນຣະດູແລ້ງ 2014 ນີ້ແຫລະ ເພີ່ນຈະລົງມື ການນຳ ຂອງແຂວງ ເພີ່ນກໍວ່າ ແນວນັ້ນ".

ທ່ານເວົ້າ ຕໍ່ໄປວ່າ ສນາມບິນ ທີ່ຈະສ້າງໃຫມ່ນີ້ ຈະມີຂນາດໃຫຍ່ ກວ່າເດີມ ຈະເປັນເດີນບິນ ທີ່ທັນສມັຍ ທຽບເທົ່າກັບ ເດີນບິນວັດໃຕ ພ້ອມດຽວກັນນັ້ນ ກໍຈະສ້າງຕຶກ ອາຄານ ຜູ້ໂດຍສານ ຫລັງໃຫມ່ ເພື່ອຮອງຮັບ ການທີ່ ທົ່ງໄຫຫີນ ຈະເປັນພື້ນທີ່ ມໍຣະດົກ ໂລກ ໃນອະນາຄົດ. ທາງການແຂວງ ກໍກໍາລັງ ຊອກຫາ ບໍຣິສັດ ຜູ້ທີ່ຈະມາ ຮັບເຫມົາ ກໍ່ສ້າງຢູ່.

ໂຄງການ ສນາມບິນໃຫມ່ນີ້ ຈະມີພື້ນທີ່ ຕິດກັບ ຫລາຍຫມູ່ບ້ານ ດັ່ງບ້ານນາຄູນ ບ້ານສາຍລົມ ແຕ່ພື້ນທີ່ ການກໍ່ສ້າງ ເກືອບທັງຫມົດ ເປັນຂອງຣັຖ ມີພຽງເລັກນ້ອຍ ເປັນເຮືອນ ຊາວບ້ານ ແຕ່ກໍບໍ່ມີ ບັນຫາ ເພາະເປັນເຮືອນ ຢູ່ຊົ່ວຄາວ. ເຈົ້າຫນ້າທີ່ ກ່າວມ້ວນທ້າຍ ວ່າ ຖ້າໂຄງການ ດັ່ງກ່າວ ສາມາດ ເລີ້ມກໍ່ສ້່າງ ໄດ້ຕາມເປົ້າຫມາຍ ທີ່ໄດ້ວາງໄວ້ ກໍຈະສ້າງແລ້ວ ພາຍໃນ 3 ປີ ທາງການແຂວງ ຫວັງວ່າ ຖ້າມີການ ເປີດໃຊ້ ສນາມບິນ ກໍຈະເຮັດໃຫ້ ນັກທ່ອງທ່ຽວ ເຂົ້າມາທ່ຽວ ແຂວງຊຽງຂວາງ ຫລາຍຂື້ນ ຢ່າງນ້ອຍ ປີລະ ແສນຄົນ.