ທະນາຄານໂລກຈະຊ່ອຍລາວອີກ 20 ລ້ານໂດລາ

ທະນາຄານ ໂລກ ຈະຊ່ວຍເຫລືອ ສປປລາວ ເປັນເງິນ 20 ລ້ານ ໂດລາ ສະຫະຣັຖ ເພື່ອແກ້ໄຂ ຄວາມທຸກຍາກ.

ທະນາຄານໂລກ ໃຫ້ການຊ່ວຍເຫຼືອ ປະເທດ ທີ່ກໍາລັງ ພັທນາ Image Source Page: greenpeace.org

 

ຣັຖບາລລາວແລະທະນາຄານໂລກ ໄດ້ລົງນາມໃນຂໍ້ຕົກລົງ ເມື່ອວັນ ທີ 10 ຕຸລາ 2013 ກ່ຽວກັບ ທະນາຄານໂລກ ຈະຊ່ວຍເຫລືອໃຫ້ ເງິນທຶນ ແກ່ສປປລາວ ໃນຈໍານວນ 20 ລ້ານໂດລາ ສະຫະສະຣັຖ ໃນການຫລຸດຜ່ອນຄວາມທຸກຍາກ 9 ຂແນງການ.ຕາມຄໍາເວົ້າຂອງ ສໍານັກງານທະນາຄານໂລກ.

ຂໍ້ຕົກລົງສະບັບນີ້ລົງນາມໂດຍທ່ານ ພູເພັດ ຄໍາພູວົງ ຣັຖມົນຕຣີກະ ຊວງການເງິນ ຂອງລາວ ແລະທ່ານ Ulrich Zachau ຜູ້ອໍານວຍ ການ ທະນາຄານໂລກ ປະຈໍາ ເອເຊັຍຕາເວນອອກສ່ຽງໃຕ້ ທີ່ກຸງວໍ ຊິງຕັນ ສະຫະຣັຖອະເມຣິກາ. ທະນາຄານໂລກເວົ້າວ່າ ນະໂຍບາຍ ສນັບສນູນ 9 ເປົ້າໝາຍ ການພັທນາ ສະຫັດສະວັດ ແລະການປະ ຕິຮູບສະຖາບັນຕ່າງໆຂອງລາວນັ້ນ ຈະຊ່ວຍການຄຸ້ມຄອງ ບໍຣິຫານ ໃນການເພີ່ມຣາຍຮັບຈາກຂແນງການ ຊັພຍາກອນທັມຊາດເພື່ອໃຫ້ ການບໍຣິການ ສັງຄົມດີຂຶ້ນ. ການສນັບສນູນ ວັດຖຸປະສົງອັນນີ້ແມ່ນ ບູຣິມະສິດ ຂອງຣັຖບາລລາວ ທີ່ວາງອອກໃນແຜນພັທນາ ເສຖກິດ -ສັງຄົມ ແຫ່ງຊາດຄັ້ງທີ 7 ຂອງລາວ.

ທ່ານ ພູເພັດ ເວົ້າວ່າ: “ໂຄງການຂອງພວກທ່ານ ທີ່ສນັບສນູນການພັທນາສະຫັດສະວັດ ນັ້ນແມ່ນເລັ່ງໃສ່ແກ້ໄຂຂົງເຂດທີ່ຫຍຸ້ງຍາກໃນການ ພັທນາ ຂອງລາວ“. 9 ເປົ້າໝາຍການພັທນາສະຫັດສະວັດ ທີ່ວ່ານັ້ນ ແມ່ນຈະເຮັດໃຫ້ ການປະສານງານ ທາງດ້ານນະໂຍບາຍມະຫາພາກ ແລະການຄຸ້ມຄອງ ບໍຣິຫານຣາຍຮັບ ໃຫ້ຍືນຍົງ ເປັນຕົ້ນໃນຂແນງການບໍ່ແຮ່ ແລະ ພະລັງງານໄຟຟ້າພະລັງນໍ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org