ຄົນງານລາວຢູ່ໂຮງງານ ຕັດຫຍິບ ປະທ້ວງ

ຄົນງານລາວ ຢູ່ ໂຮງງານຕັດຫຍິບ ຂອງຈີນ ລາວຄອມຝ໋ອດ ກາເມັ້ນ ໃນ ນະຄອນຫຼວງວຽງຈັນ ປະທ້ວງ ໂຮງງານ ທີ່ບໍ່ຍອມຈ່າຍ ເງິນເດືອນ ແລະ ບໍ່ຍອມໂຈະວຽກ ລະຍະ ການຣະບາດ ຂອງໄວຣັສ ໂຄວິດ-19.

ກັມມະກອນລາວ ຢູ່ໂຮງງານຕັດຫຍິບຈີນ ລາວຄອມຝ໋ອດ ກາເມັ້ນ ໃນນະຄອນຫຼວງວຽງຈັນ ປະທ້ວງເຈົ້າຂອງໂຮງງານ ທີ່ບໍ່ຈ່າຍເງິນ ເດືອນ ໃຫ້ຕາມກໍານົດ ແລະ ບໍ່ໃຫ້ຢຸດວຽກ ເພື່ອປ້ອງກັນໂຄວິດ-19 ຮູບຈາກ : ນັກຂ່າວພົລເມືອງ

ກັມມະກອນລາວເກືອບ 300 ຄົນທີ່ເຮັດວຽກຢູ່ໂຮງງານຕັດຫຍິບ ລາວຄອມຝ໋ອດ ກາເມັ້ນ ຊຶ່ງເປັນໂຮງານຂອງຄົນຈີນ ຕັ້ງຢູ່ບ້ານນາຊາຍ ທອງ ນະຄອນຫຼວງວຽງຈັນ ອອກມາປະທ້ວງໂຮງງານ ຍ້ອນບໍ່ຍອມ ຈ່າຍເງິນເດືອນ ຕາມເວລາທີ່ກໍານົດ ແລະ ບໍ່ອະນຸຍາດໃຫ້ຢຸດວຽກ ໃນຊ່ວງການຣະບາດ ຂອງພຍາດໂຄວິດ-19, ດັ່ງຄົນງານຜູ້ນຶ່ງ ທີ່ເຮັດວຽກນໍາ ບໍຣິສັດດັ່ງກ່າວ ໄດ້ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ເມສາ ນີ້ວ່າ:

“ຄັນເພິ່ນບໍ່ໃຫ້ແລ້ວ ເຣື່ອງເງິນກະເຊົາຊະ ເຮັດແລ້ວບໍ່ຢາກໄລ່ໃຫ້ນະ 10 ມື້ນຶ່ງ ກະບໍ່ຢາກໄລ່ນະ ມັນບໍ່ໂປ່ງໃສ ຄືບໍຣິສັດອື່ນວ່າຊັ້ນຊະ ມັນບໍ່ສອດຄ່ອງກັບທິດທາງຂອງພັກຣັຖເຮົາລົງມາ.”

ຄົນງານຜູ້ນີ້ເວົ້າວ່າ ເງິນເດືອນບໍ່ໄດ້ຕາມກໍານົດໃນຄັ້ງນີ້ ແມ່ນເປັນເງິນເດືອນ ຂອງເດືອນມີນາ ແຕ່ເກີດການຣະບາດຂອງໄວຣັສໂຄວິດ-19 ຂຶ້ນ ເຮັດໃຫ້ໂຮງງານ ແຈ້ງວ່າ ຈະຂໍຈ່າຍເງິນເດືອນ ຫຼ້າຊ້າອອກໄປ ເປັນວັນທີ 10 ເມສາ ບາດມາຮອດວັນ ທີ່ນັດໄວ້ ໂຮງງານກໍບໍ່ຈ່າຍ ເງິນເດືອນໃຫ້ຄົນງານ ແລ້ວຍັງມາຂໍເລື່ອນຈ່າຍເງິນເດືອນອອກໄປ ເປັນວັນທີ 21 ເມສາ ຕື່ມອີກ ເຮັດໃຫ້ຄົນງານເກີດຄວາມບໍ່ພໍໃຈ.

ຄົນງານຜູ້ນີ້ກ່າວຕື່ມວ່າ ນອກຈາກໂຮງງານ ຈ່າຍເງິນເດືອນຫຼ້າຊ້າແລ້ວນັ້ນ ທາງໂຮງງານ ຍັງໃຫ້ຄົນງານເຮັດວຽກ ປົກກະຕິ ໂດຍບໍ່ຍອມ ຢຸດເຮັດວຽກຊົ່ວຄາວ ຕາມມາຕການຄວບຄຸມ ແລະປ້ອງກັນເຊື້ອ ໄວຣັສໂຄວິດ-19 ຕາມຄໍາສັ່ງຂອງຣັຖບານ ຊຶ່ງກໍານົດໃຫ້ຢຸດວຽກ ແຕ່ ວັນທີ 31 ມີນາ ເຖິງວັນທີ 19 ເມສາ 2020:

“ຣັຖບານເພິ່ນຢາກໃຫ້ພັກເນາະ ຍ້ອນໂຣຄໂຄວິດເນາະ ແຕ່ວ່າໂຮງງານນັ້ນຫັ້ນ ກະບໍ່ໄດ້ສົນອົກສົນໃຈນ່າ ເຂົາບໍ່ຟັງຄວາມຂອງຣັຖບານ ລາວເດີ້ ຜູ້ອື່ນພັກໝົດທີບໝົດແດນ ໝົດບ້ານໝົດເມືອງ ເພິ່ນບໍ່ໃຫ້ ອອກບ້ານອອກເມືອງສິນະ ແຕ່ຈີນບໍ່ຢາກພັກ.”

ເພຶື່ອຖາມເຖິງຣາຍຣະອຽດຂອງບັນຫາ ໃຫ້ເກີດຄວາມຈະແຈ້ງ, ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ໄປຫາໂຮງງານຕັດຫຍິບ ດັ່ງກ່າວຫຼາຍ ເທື່ອ ແຕ່ບໍ່ມີເຈົ້າໜ້າທີ່ ທ່ານໃດຮັບໂທຣະສັບ. ກ່ຽວກັບເຣື້ອງ ດັ່ງກ່າວນີ້ ເຈົ້າໜ້າທີ່ສູນກາງ ສະຫະພັນກັມມະບານລາວ ທ່ານນຶ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຍັງບໍ່ທັນໄດ້ຮູ້ເຖິງ ບັນຫາທີ່ເກີດຂຶ້ນ ກັບຄົນງານລາວ ທີ່ອອກມາປະທ້ວງ ໂຮງງານຕິດຫຍິບ ລາວຄອມຝ໋ອດ ກາເມັ້ນ ບໍ່ຈ່າຍເງິນເດືອນ.

ທ່ານກ່າວຕື່ມວ່າ ຜ່ານມາກໍມີຄໍາສັ່ງຂອງຣັຖບານລາວ ໃຫ້ໂຮງງານອຸດສະຫະກັມ ທຸກແຫ່ງ ໃນນະຄອນຫຼວງວຽງຈັນ ຢຸດງານຊົ່ວຄາວ ເພື່ອຄວບຄຸມ ແລະປ້ອງກັນການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19:

“ບໍ່ໄດ້ຍິນຂ່າວວ່າແນວໃດ ຄືວ່່າເພິ່ນສັ່ງໃຫ້ປິດໝົດແລ້ວນາ ບັນດາໂຮງງານ ຕັ້ງແຕ່ວັນທີ 1 ພຸ້ນນາ ໂຮງງານຕັດຫຍິບແມ່ນຫຍັງຫັ້ນນາ ຢູ່ນະຄອນຫຼວງ ຮອດບໍ່ເຮັດເລີຍ ປິດຈົນຮອດແລ້ວປີໃໝ່ ຈົນຮອດວັນທີ 19 ຕໍ່ໄປແລ້ວ ຖ້າເບິ່ງສະຖານະການ ແນວໃດ ແລ້ວເພິ່ນຊິສັ່ງ ຕື່ມ.”

ທ່ານກ່າວຕື່ມວ່າ ສະຫະພັນກັມມະບານລາວ ຈະຂໍກວດກາຕິດຕາມບັນຫາທີ່ເກີດຂຶ້ນກ່ອນ ຫາກເປັນໄປຕາມທີ່ຄົນງານລາວຂອງໂຮງງານ ລາວ ຄອມຝ໋ອດ ກາເມັ້ນ ເວົ້າມາ ກໍຈະໃຫ້ການຊ່ອຍເຫຼືອຢ່າງ ຮີບດ່ວນ.

ໃນຂນະທີ່ເຈົ້າໜ້າທີ່ ກະຊວງອຸດສະຫະກັມ ແລະການຄ້າ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີວ່າ ປັດຈຸບັນມີຄໍາສັ່ງໃຫ້ໂຮງງານອຸດສາຫະກັມ ທຸກແຫ່ງ ຢຸດເຮັດວຽກຊົ່ວຄາວ ແຕ່ວັນທີ 31 ມີນາ ເຖິງວັນທີ 19 ເມສາ 2020 ແຕ່ມີໂຮງງານຕັດຫຍິບ ຈໍານວນນຶ່ງ ຂໍເປີດປົກກະຕິ ເນື່ອງຈາກທາງໂຮງງານ ອ້າງວ່າ ຢຸດບໍ່ໄດ້ ເພາະຕ້ອງຜລິດ ໃຫ້ທັນຕາມໂຄຕ້າ ຊຶ່ງກະຊວງອຸດສາຫະກັມ ແລະການຄ້າ ກໍຍອມໃຫ້ເປີດ ປົກກະຕິ ແຕ່ຂໍໃຫ້ປະຕິບັດ ມາຕການຄວບຄຸມ ແລະປ້ອງກັນ ເຊື້ອໂຄວິດ-19 ຕໍ່ຄົນງານຢ່າງເຂັ້ມງວດ:

“ໂຕນີ້ກະຍັງມີຈໍານວນນຶ່ງ ໂດຍສະເພາະແລະແມ່ນຕັດຫຍິບ, ຕັດຫຍິບລະແມ່ນ ກໍາລັງສເນີສະພາອຸດສາຫະກັມ ການຄ້າ ສເນີຫາຣັຖບານ ຕ້ອງໄດ້ມາຕຖານ ຮັບຄວາມປອດໄພ ຄັນບໍ່ໄດ້ ກະຊິໃຫ້ຢຸດຄືກັນ.”

ຜ່ານມາ ໃນປີ 2017 ຄົນງານລາວ ໃນໂຮງງານ ຕັດຫຍິບ ຄອມຝ໋ອດ ກາເມັ້ນ ເຄີຍປະທ້ວງໂຮງງານມາແລ້ວ ເທື່ອນຶ່ງ ກໍຣະນີບໍ່ຈ່າຍ ເງິນເດືອນຂັ້ນຕໍ່າ 1,100,000 ກີບ ຕາມຄໍາສັ່ງຂອງຣັຖບານລາວແລ້ວຍັງ ມາຕັດເງິນດຸໝັ່ນ 500,000 ກີບ ຕໍ່ຄົນອີກ ເຮັດໃຫ້ຄົນງານ ບໍ່ພໍໃຈ ແລະລາອອກຈໍານວນນຶ່ງ ຕໍ່ມາໂຮງງານຕັດຫຍິບ ດັ່ງກ່າວ ກໍຍອມຈ່າຍ ເງິນເດືອນຂັ້ນຕໍ່າ ໃຫ້ຄົນງານທຸກຄົນ ຕາມຣະບຽບ.

ໂຮງງານຕັດຫຍິບ ລາວຄອມຝ໋ອດ ກາເມັ້ນ ໂດຍແມ່ນນັກລົງທຶນຈີນ ເຂົ້າມາເປີດໂຮງງານ ແຕ່ປີ 2015 ເພື່ອຕັດຫຍິບໂສ້ງເສື້ອແລະ ຜ້າແພ ສົ່ງອອກໄປຈີນ ເບື້ອງຕົ້ນມີ 2 ໂຮງງານ ຄື ໂຮງງານນຶ່ງຕັ້ງຢູ່ເຂດ ເສຖກິຈພິເສດໂນນທອງ ແລະ ອີກນຶ່ງໂຮງງານ ແມ່ນຢູ່ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org