ແພດອາສາ ລາອອກ ພາຍຫຼັງ ບໍ່ໄດ້ບັນຈຸ ຣັຖກອນ

ອາສາສມັກ ບໍ່ຕໍ່າກ່ວາ 5 ປີ ແຕ່ຍັງບໍ່ໄດ້ບັນຈຸ ເຂົ້າເປັນຣັຖກອນ, ຈຶ່ງເຮັດໃຫ້ ແພດອາສາສມັກ ຈຳເປັນຕ້ອງລາອອກ ເນື່ອງຈາກວ່າ ຣັຖບານ ຍັງມີ ໂຄຕ້າໜ້ອຍ.

ແພດອາສາສມັກ ຄົນນຶ່ງ ທີ່ເຮັດວຽກ ດ້ານບໍຣິການ ສຸຂພາບ ມາຫລາຍປີ. ນັກຂ່າວ ພົລເມືອງ

ແພດອາສາສ​ມັກ ກໍເປັນບັນຫາໃຫຍ່ ສຳລັບການບັນຈຸ ເຂົ້າເປັນຣັຖກອນ ເຖິແມ່ນວ່າ ຣັຖບານ ຈະໃຫ້ບູຣິມະສິດ ໂຄຕ້າ ທັງແພດ ແລະ ຄຣູຈຳນວນຫລາຍ ແຕ່ກໍຍັງມີ ແພດອາສາ ທີ່ຜິດຫວັງ ບໍ່ໄດ້ບັນຈຸຣັຖ ເຖິແມ່ນ​ວ່າ ຈະເປັນ ອາສາສ​ມັກ ມາແລ້ວ ບໍ່ຕໍ່າກ່ວາ 5 ປີ ແລ້ວ​ກໍ​ຕາມ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທຸກໆທ່ານ ເຂົ້າມາສູ່ ຣາຍການ ມາຟັງນຳກັນ ທີ່ນຳສເນີຂ່າວ ຕາມທີ່ ທ່ານຜູ້ຟັງ ສເນີເຂົ້າມາ. ສັປດານີ້ ມາເວົ້າເຖິງ ອາສາສມັກ ທີ່ເຮັດວຽກ ໃນອົງກອນຣັຖນັ້ນ ເປັນ​ຕົ້ນ ແພດອາສາສ​ມັກ ໃນຫົວຂໍ້ ແພດອາສາ ຈຳນວນຫລາຍ ຍັງບໍ່ໄດ້ ບັນຈຸຣັຖ”. ທ່ານຜູ້ຟັງ ທີ່ຕ້ອງການ ເຂົ້າຮ່ວມ ໃນຣາຍການ ນຳພວກເຮົາ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານ ລົງໃສ່ ອິນບອກສ໌ ເພສ ວິທຍຸເອເຊັຽເສຣີ (RFA Lao), ແລ້ວພວກເຮົາ ຈະໂທສັມພາດ ມາອອກຣາຍການ. ສຳລັບມື້ນີ້ ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ເມື່ອເວົ້າເຖິງ ແພດອາສາສ​ມັກ ກໍໜ້າເຫັນໃຈ ທີ່ຈິງ ນອກຈາກຄຣູອາສາ ແລະ ແພດອາສາ ແລ້ວ, ຍັງມີ ພະນັກງານອາສາສມັກ ຢູ່ໃນອົງກນຣັຖ ເປັນຈຳນວນຫລາຍ ທີ່ບໍ່ໄດ້ບັນຈຸ. ທີ່ຜ່ານມາ ເຣື່ອງຂອງຄຣູອາສາ ແມ່ນເປັນ ຜົລສະທ້ອນ ອັນນຶ່ງ ທີ່ເຮັດໃຫ້ ຣັຖບານ ລາວຍັງແກ້ໄຂບໍ່ຕົກ ເພາະບໍ່ມີມາຕການ ທີ່ແນ່ນອນ ໃນການຮອງຮັບ ພະນັກງານອາສາສ​ມັກ ລົ່ານີ້. ຊຶ່ງອາສາສມັກແຕ່ລະຄົນ ກໍຫວັງທີ່ຈະເຂົ້າເປັນ ພະນັກງານຣັຖ. ຜ່ານມາ ກໍມີຜູ້ໄດ້ບັນຈຸ ເຂົ້າເປັນພະນັກງານຣັຖ ແຕ່ສ່ວນຫລາຍ ບໍ່ໄດ້ບັນຈຸ. ເພາະກົດໝາຽ ການຮັບຣັຖກອນ ຕ້ອງຜ່ານ ການສອບເສັງໂດຍຢູ່ພາຍໃຕ້ ການດູແລ ຂອງກະຊວງພາຍໃນ. ພ້ອມກັນນີ້ ຜ່ານມາ ຣັຖບານລາວ ໄດ້ອະນຸມັດໂຄຕ້າຮັບພະນັກງານ ຫລຸດລົງ ເນື່ອງຈາກຜ່ານມາ ພະນັກງານຣັຖ ຫລາຍເກີນໄປ ແລະ ອີກບັນຫານຶ່ງ ກໍຄືຄົນເຈົ້າ-ຄົນຂ້ອຍ ທີ່ທາງຣັຖມົນຕຣີ ກະຊວງພາຍໃນ ກໍໄດ້ອອກມາ ຊີ້ແຈງ ຢູ່ໃນກອງປະຊຸມສະພາ ເມື່ອເດືອນສິງຫາ ຜ່ານມາ. ດ້ວຍເຫດຜົລເລົ່ານີ້ ຈຶ່ງເຮັດໃຫ້ ພະນັກງານ ອາສາສມັກ ຈຳນວນຫລາຍ ບໍ່ໄດ້ບັນຈຸ.

ທ່ານຜູ້ຟັງ ສຳລັບມື້ນີ້ ພວກເຮົາ ຈະມາລົງເລິກ ເຣື່ອງຂອງ ແພດອາສາ ທີ່ມີຊະຕາກັມ ບໍ່ແຕກຕ່າງຫຍັງກັບຄຣູອາສາ ແລະ ພະນັກງານອາສາ ໃນຫ້ອງການ ຂອງຣັຖ. ຫລາຍຄົນ ເຮັດວຽກໜັກ ລໍຖ້າ ມາຮອດ 6-7 ປີ ອາຍຸ ເກີນບັນຈຸ ເຂົ້າຣັຖ ແລ້ວຕ້ອງໄດ້ລາອອກ. ມື້ນີ້ ພວກເຮົາ ມາຟັງນຳກັນວ່າ ຄວນຫາທາງອອກແນວໃດ. ທ່ານໃດ ຟັງຢູ່ ຊ່ອຍສະແດງຄວາມເຫັນ ໂດຍສົ່ງຄອມມເມັ້ນ ລົງເຟສບຸກຄ໌ ພວກເຮົາດ້ວຍ ເພື່ອຈະໄດ້ນຳເອົາ ຂໍ້ມູນ ມາປະກອບ ໃຫ້ຣາຍການ ເຂົ້າເຖິງ ທ່ານຜູ້ຟັງ ຫລາຍຂຶ້ນ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org