ຜູ້ທຸກຍາກ ຢູ່ລາວ ຈຳນວນນຶ່ງ ບໍ່ມີໄຟຟ້າໃຊ້
ຊາວບ້ານ ຢູ່ຕາມຊົນນະບົດ ຫ່າງໄກ ສ່ວນຫຼາຍ ຍັງບໍ່ມີໄຟຟ້າໃຊ້ ຍ້ອນຄວາມທຸກຍາກ
-
ຈໍາປາທອງ
2020-09-24 -
-
-
Your browser doesn’t support HTML5 audio
ປະຊາຊົນຫຼາຍບ້ານ ຫຼາຍຄອບຄົວ ຢູ່ຕາມຊົນນະບົດ ຫ່າງໄກ ຂອງປະເທດລາວ ສ່ວນຫຼາຍ ຍັງບໍ່ມີໄຟຟ້າໃຊ້ ຍ້ອນຄວາມທຸກຍາກ ເຖິງແມ່ນວ່າ ທາງການລາວ ປະກາດວ່າ ມີເຂື່ອນທີ່ສ້າງສໍາເຣັດ ແລະເປີດໃຊ້ແລ້ວ 78 ແຫ່ງ ທີ່ສາມາດ ຜລິຕກະແສໄຟຟ້າໄດ້ 52,211 ລ້ານກິໂລວັຕໂມງ ຕໍ່ປີ ກໍຕາມ. ດັ່ງຊາວບ້ານ ບ້ານດາກຍົກ, ເມືອງຊານໄຊ ແຂວງອັຕປື ຜູ້ຂໍສງວນຊື່ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກັນຍາ ນີ້ວ່າ:
“ຍັງເຫຼືອປະມານ 80 ປາຍຄອບຄົວ, ບໍ່ມີເງື່ອນໄຂ ຂະເຈົ້າສິດຶງໄຟມາ ຫັ້ນນ່າ. ຄັນຜູ້ຄອບຄົວ ມີເງື່ອນໄຂຫັ້ນ ໃຫ້ຂະເຈົ້າທາງໂຄງການຫັ້ນ ດຶງມາ ໄຟຫັ້ນ.”
ທ່ານກ່າວວ່າ ບ້ານຂອງຕົນ ຢູ່ໃກ້ຊາຍແດນ ລາວ-ວຽດນາມ, ໃນຈໍານວນທັງໝົດ 103 ຄອບຄົວນັ້ນ 80 ປາຍຄອບຄົວ ບໍ່ມີໄຟຟ້າໃຊ້ ຍ້ອນວ່າ ສ່ວນຫຼາຍ ເປັນຄອບຄົວຊົນເຜົ່າ ທຸກຍາກ ບໍ່ມີອາຊີພ ແລະ ຣາຍໄດ້ ຈຶ່ງບໍ່ໄດ້ໃຊ້ໄຟຟ້າ ຍ້ອນບໍ່ມີເງິນ ຈ່າຍຄ່າບໍາຣຸງ, ຄ່າກົ່ງເຕີ້ ຮວມເຖິງ ຄ່າໄຟຟ້າ ໃນແຕ່ລະເດືອນ.
ເຈົ້າໜ້າທີ່ ຫ້ອງການປົກຄອງ ແຂວງເຊກອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນັ້ນວ່າ ແຂວງເຊກອງ ຜລິຕໄຟຟ້າພຽງພໍ ສໍາລັບໃຊ້, ແຕ່ພັດບໍ່ມີ ສະຖານີໄຟຟ້າ ແລະ ສາຍສົ່ງ ເຮັດໃຫ້ຊາວບ້ານ ຈໍານວນນຶ່ງ ທີ່ອາສັຍ ຢູ່ຕາມຊາຍແດນ ລາວ -ວຽດນາມ ເຂດເມືອງກະລຶມ ແລະ ເມືອງດາກຈຶງ ບໍ່ມີໄຟຟ້າໃຊ້. ປັດຈຸບັນ, ທົ່ວແຂວງ ບ້ານທີ່ມີ ໄຟຟ້າໃຊ້ແລ້ວ ກວມເອົາ 85% ຂອງຈໍານວນບ້ານ ທັງໝົດ ແລະ ທາງແຂວງ ກໍມີແຜນ ທີ່ຈະສ້າງ ສະຖານີໄຟຟ້າ ແລະ ສາຍສົ່ງ ເພື່ອສນອງໃຫ້ບ້ານ ຢູ່ເຂດຫ່າງໄກ ສອກຫຼີກ ຕາມຊາຍແດນ:
“ດຽວນີ້ແມ່ນກວມເອົາ ປະມານ 85% ແລ້ວ ຂອງຈໍານວນບ້ານ ທັງໝົດທຸກເມືອງ, ຫັ້ນນ່າ. ໄຟຟ້າເຮົາມີແລ້ວ ສໍາລັບໃຊ້ ຢູ່ພາຍໃນນີ້ ເຮົາກະໄດ້ຢູ່, ແຕ່ວ່າ ກໍມີແຜນຂຍາຍ ສະຖານີໄຟຟ້າ ແຕ່ລະຈຸດໆ ໃຫ້ສໍາເຣັດ ໄວໆນີ້.”
ຢູ່ແຂວງຫົວພັນ ເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງໃໝ່ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ຕາງໜ້າໃຫ້ຊາວບ້ານ, ເຊິ່ງບໍ່ມີ ໂທຣະສັບ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນັ້ນວ່າ ຕາມການສັງເກດ ເຫັນວ່າ ມີຫຼາຍບ້ານສົມຄວນ ໃນແຂວງ ທີ່ບໍ່ມີໄຟຟ້າໃຊ້, ແຕ່ສະເພາະ ເມືອງໃໝ່ນີ້ ມີ 6-7 ບ້ານ ບ້ານນຶ່ງມີ 40-50 ຄອບຄົວ ຢູ່ໃນເຂດພູ ບໍ່ມີຖນົນເຂົ້າໄປເຖິງ ຊາວບ້ານຈໍານວນນຶ່ງ ຊື້ແບັຕເຕີ່ຣີ້ ຕາມຮ້ານຂາຍເຄື່ອງ ມາໃຊ້ ພໍມີແສງສວ່າງ:
“ກະບາງບ່ອນນີ໋ ປະມານ 6-7 ບ້ານນີ້ແຫຼະ ບໍ່ຢູ່ໃກ້ເສັ້ນທາງຫຼວງ ຂະເຈົ້າກະຢູ່ຕາມລໍາພັງ ບໍ່ມີໄຟຟ້າ, ມີແຕ່ຂະເຈົ້າ ມັກມາຊື້ ແຖວຫ້າງຮ້ານ ເປັນແສງສວ່າງ ເລັກໆນ້ອຍໆ ຫັ້ນນ່າ.”
ກ່ຽວກັບເຣື່ອງນີ້, ຣັຖວິສະຫະກິຈ ໄຟຟ້າລາວ ສາຂາແຂວງອຸດົມໄຊ ຣາຍງານຕໍ່ ກອງປະຊຸມສະພາປະຊາຊົນ ແຂວງອຸດົມໄຊ ເມື່ອເດືອນ ກໍຣະກະດາ ຜ່ານມາວ່າ ມາຮອດປັດຈຸບັນ ບ້ານທີ່ມີໄຟຟ້າໃຊ້ ມີ 229 ບ້ານ ຄິດເປັນ 90.98% ຂອງຈໍານວນບ້ານ ທັງໝົດ ໃນທົ່ວແຂວງ, ສະເພາະເມືອງຫຼາ ມີໄຟຟ້າໃຊ້ທຸກບ້ານ ທຸກຄອບຄົວ.
ສ່ວນແຂວງບໍ່ແກ້ວ ສູນການຂ່າວ ພະລັງງານ ແລະ ບໍ່ແຮ່ ເວົ້າວ່າ ມີຄອບຄົວ ທີ່ໃຊ້ໄຟຟ້າແລ້ວ 97% ຂອງຈໍານວນຄອບຄົວ ທັງໝົດທົ່ວແຂວງ.
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນັ້ນວ່າ ປັດຈຸບັນ, ປະເທດລາວ ຜລິຕໄຟຟ້າໃຊ້ ພຽງພໍ ແລະ ຄອບຄຸມໄປ ທົ່ວປະເທດ. ແຕ່ເນື່ອງຈາກ ມີບັນຫາ ໃນການສ້າງ ສາຍສົ່ງໄຟຟ້າ ເຂົ້າໄປຫາ ບ້ານຕ່າງໆ ທີ່ຢູ່ເຂດຫ່າງໄກ ສອກຫຼີກ, ຕາມແນວຊາຍແດນ ແລະ ເຂດພູສູງ ຍ້ອນຕ້ອງໃຊ້ ງົບປະມານຫຼາຍ:
“ຄອບຄຸມນິ ຄໍາສັບ ຄວາມໝາຍ ການຄອບຄຸມ ເຮົາຈະຄອບຄຸມ ທົ່ວປະເທດ, ຕ່າງແຕ່ວ່າ ເມືອງໃດ ສະເພາະເມືອງໃດ ທີ່ຕິດກັບຊາຍແດນ ອາຈບໍ່ມີ ສາຍສົ່ງໄຟຟ້າ ໄປຫາເມືອງນັ້ນ, ບັນດາບ້ານ ທີ່ວ່າຢູ່ເຂດ ບໍ່ໃກ້ກັບ ແລວໄຟຟ້າ ຂອງເຮົາຫັ້ນນ່າ ບໍ່ມີໄຟຟ້າໃຊ້.”
ອີງຕາມຣາຍງານ ຂອງໜັງສືພິມ ວຽງຈັນທາມສ໌ ວັນທີ 22 ກັນຍາ 2020, ມາຮອດປັດຈຸບັນ ທາງການລາວ ສາມາດສນອງໄຟຟ້າໃຊ້ ໃນເຂດເທສບານ ແຂວງ, ນະຄອນ ແລະ ນະຄອນຫຼວງ ໄດ້ 100% ແລ້ວ, ຈໍານວນບ້ານ ໃນທົ່ວປະເທດ ທີ່ໄດ້ໃຊ້ໄຟຟ້າ ມີ 90% ແລະ ຄອບຄົວ ທີ່ໃຊ້ໄຟຟ້າ ມີ 95% ຂອງຈໍານວນ ຄອບຄົວທັງໝົດ.
ແລະ ອີງຕາມແຜນ ພັທນາເສຖກິຈ-ສັງຄົມແຫ່ງຊາຕ ແຕ່ປີ 2006 ຫາ 2020, ຈະໃຫ້ຄອບຄົວ ໃນເຂດຫ່າງໄກ ສອກຫຼີກ ມີໄຟຟ້າໃຊ້ 95% ຂອງຈໍານວນ ຄອບຄົວທັງໝົດ ໃນທົ່ວປະເທດ. ແຕ່ຂ່າວຣາຍງານວ່າ ຊາວບ້ານ ທີ່ຢູ່ຕາມຊົນນະບົດ ຫ່າງໄກສອກຫຼີກ ສ່ວນຫຼາຍ ຍັງບໍ່ມີ ໄຟຟ້າໃຊ້ ຍ້ອນຄວາມທຸກຍາກ.