ປະຊາຊົນຍ້າຍຈາກເຂື່ອນ ຍັງ ລໍາບາກ

ປະຊາຊົນ ແຂວງໄຊຍະບູລີ ຂໍໃຫ້ ຣັຖບາລລາວ ເອົາໃຈໃສ່ ບັນຫາ ການໂຍກຍ້າຍ ຂອງພວກຕົນ ອອກຈາກເຂດ ສ້າງເຂື່ອນ ໄຟຟ້າ.

ເຂື່ອນໄຟຟ້າ ໄຊຍະບູຣີ ທີ່ກໍາລັງຢູ່ໃນການກໍ່ສ້າງ Screen captured VolvoCE APAC video

ປະຊາຊົນແຂວງໄຊຍະບູລີ ທີ່ຖືກຜົລກະທົບ ແລະຖືກທາງການ ໃຫ້ໂຍກຍ້າຍ ອອກຈາກເຂດ ໂຄງການ ເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ນັ້ນ ຕ້ອງການໃຫ້ ຣັຖບາລລາວ ຫລື ທາງໂຄງການນີ້ ເອົາໃຈໃສ່ ແກ້ໄຂບັນຫາ ດັ່ງກ່າວ ໂດຍສະເພາະ ສ້າງອາຊີບໃຫ້ ແລະຊົດເຊີຍ ຄ່າ ເສັຍຫາຍ ຢ່າງສົມເຫດສົມຜົນ ໃນໂອກາດ ສລອງບຸນປີໃໝ່ລາວ ນີ້. ດັ່ງຊາວບ້ານ ເມືອງປາກລາຍ ທີ່ຈະໄດ້ຮັບ ຜົລກະທົບ ຈາກເຂື່ອນ ປາກລາຍ ນັ້ນ ເວົ້າກັບ ວິທຍຸ ເອເຊັຽເສຣີ ໃນວັນທີ 13 ເມສາ ນີ້ວ່າ:

"ການສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ກໍຢາກຂໍນໍາຣັຖບານ ໃຫ້ເພິ່ນຊ່ວຍແກ້ໄຂ ບັນຫາກ່ຽວກັບ ຜົລກະທົບ ນີ້ແຫລະ ໃຫ້ໃສ່ແທນ ປະຊາຊົນ ໃຫ້ມັນໄດ້ຕາມ ຄວາມຕ້ອງການ ເຂົາເຈົ້າ ເພາະວ່າເຂົາເຈົ້າ ໄດ້ສ້າງແລ້ວຢູ່ ໃນລະຍະຜ່ານມາ ສ້າງທີ່ຢູ່ອາໃສນະ ຜ່ານມາແລ້ວ ເພາະວ່າ ເຂົາເຈົ້າ ໄດ້ສ້າງແລ້ວ ຢູ່ໃນລະຍະ ຜ່ານມາ ສ້າງທີ່ຢູ່ອາໃສ ຜ່ານມາແລ້ວ ຮອດປັດຈຸບັນນີ້ ຄັນຖ້າວ່າໂຄງການ ເຂື່ອນນໍ້າຂອງ ນີ້ເກີດ ຂຶ້ນມາ ປະຊາຊົນໄດ້ຍ້າຍ ກໍຫ່າງເຫີນ ຈາກພູມລໍາເນົາເນາະ ກໍຢາກໃຫ້ໄປ ແທນໃຫ້ເໝາະສົມ".

ຊາວບ້ານເວົ້າຕື່ມອີກວ່າ ມາເຖິງທຸກມື້ນີ້ ກໍຍັງມີຄວາມກັງວົນຢູ່ຫລາຍ ຖ້າຫາກຕ້ອງໄດ້ ໂຍກຍ້າຍ ໄປຢູ່ບ່ອນໃໝ່ ເພາະທາງໂຄງການ ເຂື່ອນນີ້ ຈະບໍ່ຈັດສັນ ທີ່ດິນທໍາກິນໃຫ້, ມີພຽງແຕ່ໃຫ້ ເງິນຊົດເຊີຍ ຄວາມເສັຍຫາຍ ແລະສ້າງເຮືອນຢູ່ ບ່ອນໃໝ່ໃຫ້ ເທົ່ານັ້ນ.

ເຂື່ອນແຫ່ງນີ້ ຈະເຮັດໃຫ້ 9 ບ້ານ ທີ່ມີປະຊາຊົນອາສັຍ ຢູ່ປະມານ 200 ຄອບຄົວ ຈະໄດ້ຮັບຜົລກະທົບ ແລະທາງການລາວ ໃຫ້ໂຍກຍ້າຍ ອອກໜີໄປຢູ່ ບ່ອນໃໝ່. ແລະ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນໄຊຍະບູລີ ທີ່ສ້າງໄດ້ 70 ປາຍ ສ່ວນຮ້ອຍແລ້ວນັ້ນ ກໍຮຽກຮ້ອງ ໃຫ້ຣັຖບາລ ສປປລາວ ຊ່ວຍເຫລືອ ຫລັງຈາກ ທີ່ທາງໂຄງການ ເຂື່ອນເຊົາໃຫ້ ການຊ່ວຍເຫລືອ ຕາມສັນຍາແລ້ວ ຍ້ອນວ່າປັດຈຸບັນ ປະຊາຊົນ ຍັງບໍ່ມີອາຊີບ ແລະບໍ່ໄດ້ຮັບ ການຈັດສັນເທື່ອ. ດັ່ງທີ່ທ່ານກ່າວວ່າ:

"ອັນນີ້ກໍຢາກໃຫ້ທາງເພິ່ນ ຕິດຕໍ່ຫລືວ່າຈັດສັນອາຊີບ ໃຫ້ປະຊາຊົນນີ້ເນາະ ຄັນວ່າເພິ່ນໝົດ ໂຄງການ ຢາກໃຫ້ທາງຂັ້ນເທິງ ທາງພັກຣັຖ ຈັດສັນອາຊີບ ຄືນນັ້ນແລ ຢາກໃຫ້ ເພິ່ນຕໍ່ໂຄງການ ນີ້ຕື່ມບໍ່ ເພາະວ່າປະຊາຊົນ ບາງຄອບຄົວ ກໍຍັງບໍ່ພົ້ນທຸກເທື່ອ".

ທ່ານເວົ້າວ່າ ຢູ່ບ້ານນາຕໍໃຫຍ່ ຍັງມີປະຊາຊົນຫລາຍກວ່າ 25% ປະສົບກັບຄວາມທຸກຍາກຫລາຍ. ແຂວງໄຊຍະບູລີ ຈະມີການສ້າງ ເຂື່ອນ ແມ່ນໍ້າຂອງ 3 ແຫ່ງ ຄືເຂື່ອນ ໄຊຍະບູລີ, ເຂື່ອນປາກແບງ ທີ່ກໍາລັງຈະສ້າງ ແລະ ເຂື່ອນປາກລາຍ ທີ່ຢູ່ໃນຂັ້ນຕອນ ຂອງການສຶກສາ ຜົລກະທົບ ທີ່ອາຈເກີດຂຶ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org