ວຽດນາມສຳຣວດຖ່ານຫີນ ມ.ຍອດອູ

ນັກລົງທຶນ ວຽດນາມ ເຂົ້າມາສຳຣວດ ແຮ່ຖ່ານຫີນ ທີ່ ເມືອງຍອດອູ ແຂວງຜົ້ງສາລີ.

ຕົວຢ່າງ ການຂຸດຄົ້ນແຮ່ທາດຕ່າງໆ ຢູ່ ສປປລາວ ທີ່ໄດ້ດໍາເນີນມາແລ້ວນັ້ນ ເປັນຂອງນັກລົງທຶນຕ່າງຊາດ ທີ່ເປັນຜູ້ບໍຣິຫານ ທັງໝົດ Screen captured LNTV video

ປັດຈຸບັນ ມີນັກລົງທຶນວຽດນາມ ເຂົ້າມາສຳຣວດແຮ່ຖ່ານຫີນ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ແຕ່ຍັງຢູ່ໃນຂັ້ນຕອນ ການສຳຣວດ ຍັງບໍ່ມີ ການຂຸດຄົ້ນເທື່ອ ຕ້ອງໄດ້ສຶກສາ ຄວາມເປັນໄປໄດ້ກ່ອນ. ດັ່ງເຈົ້າຫນ້າທີ່ ຜແນກແຜນການ ແລະການລົງທືນ ທີ່ແຂວງຜົ້ງສາລີ ທ່ານນຶ່ງ ເວົ້າວ່າ:

"ວຽດນາມນີ້ຂະເຈົ້າກໍມາລົງທຶນ ດ້ານບໍ່ແຮ່ ບໍ່ແຮ່ຢູ່ຍອດອູ ມີແຕ່ເພິ່ນມາຊອກຄົ້ນ ສຳຣວດເບິ່ງວ່າ ມີແຮ່ຖ່ານຫີນ".

ທ່ານກ່າວຕື່ມວ່າ ນອກຈາກການລົງທຶນ ດ້ານບໍ່ແຮ່ແລ້ວ ນັກລົງທຶນວຽດນາມ ຍັງລົງທຶນເຮັດທຸຣະກິດ ເຄື່ອງເຮືອນ ຢູ່ເມືອງຂວາ ແຂວງ ຜົ້ງສາລີ ນຳອີກແລະວ່າ ການລົງທຶນ ຢູ່ແຂວງຜົ້ງສາລີ ປັດຈຸບັນງຽບເຫງົາຫຼາຍ ຍ້ອນບໍ່ມີນັກລົງທຶນ ເຂົ້າມາລົງທຶນເພີ້ມ ໂດຍສະເພາະ ນັກລົງທຶນຈີນ ທີ່ເຄີຍເຂົ້າມາລົງທຶນ ກ່ອນຫນ້ານີ້ ສ່ວນໃຫຍ່ ແມ່ນລົງທຶນ ປູກກາເຟ, ຊາ, ແລະພືດຕາມຣະດູການ:

ບໍ່ມີເລີຍ ແມ່ນແຕ່ການລົງທຶນເກົ່າ ໂຕໃຫມ່ຍັງບໍ່ມີໃຜ ມາລົງທຶນ ເປັນການປູກພືດ ຣະດູການ ກໍເປັນຂອງຈີນ ສ່ວນຫລາຍ".

ການລົງທຶນຂອງຈີນ ຢູ່ແຂວງຜົ້ງສາລີ ນອກຈາກການກະເສດແລ້ວ ກໍຍັງມີການ ສ້າງເຂື່ອນນ້ຳອູ ນຳອີກທັງສີ່ເຂື່ອນ. ເຖິງຢ່າງໃດກໍດີ ການລົງທຶນ ຂອງວຽດນາມ ໂດຍທົ່ວໄປ ໃນລາວໃນລະຍະ 5 ປິ ມີແນວໂນ້ມເພີ້ມຂຶ້ນ ໂດຍສເລັ່ຽປີລະ 30% ໃນມູນຄ່າ ການລົງທຶນ ທີ່ຈົດທະບຽນກວ່າ 5 ຕື້ໂດລາ ປະກອບດ້ວຍ 350 ໂຄງການ ເປັນຕົ້ນພລັງງານ ການຂຸດຄົ້ນ ແຮ່ທາດ ການກະເສດ ປ່າໄມ້ ແລະ ການທະນາຄານ. ອີງຕາມຄຳເວົ້າຂອງ ທ່ານ ຕຣັນ ບັກຮ່າ ປະທານ ສະມາຄົມການລົງທຶນ ວຽດນາມ ໃນລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org