ຂໍ້ຂັດແຍ່ງອ້າງກັມມະສິດ ທີ່ດິນ

ຂໍ້ ຂັດແຍ່ງ ທີ່ດິນ 3 ເຮັກຕາ ຢູ່ ບ້ານ ນ້ອຍ ຊຽງດາ ເມືອງ ສີສັດຕະນາກ ນະຄອນ ຫລວງ ວຽງຈັນ, ຣະຫວ່າງ ນາຍທຶນ ກັບ ຊາວບ້ານ 7 ຄອບຄົວ, ຕົ້ນຕໍ ແມ່ນຫຍັງ.

ເຈົ້າໜ້າທີ່ ພະນັກງານ ກໍາລັງແຈ້ງ ເອກກະສານ ກັມມະສິດທີ່ດິນ ຕໍ່ຊາວບ້ານ Screenshot from Citizen Journalist video

ຂໍ້ ຂັດແຍ່ງ ທີ່ດິນ 3 ເຮັກຕາ ຢູ່ ບ້ານ ນ້ອຍ ຊຽງດາ ເມືອງ ສີສັດຕະນາກ ນະຄອນ ຫລວງ ວຽງຈັນ, ຣະຫວ່າງ ນາຍທຶນ ກັບ ຊາວ ບ້ານ 7 ຄອບຄົວ, ຕົ້ນຕໍ ແມ່ນ ຫຍັງ ໃຜ ເປັນ ເຈົ້າຂອງ ດິນ ກັນແທ້?

ໃນ ມາດຕຣາ 3 ຂອງ ກົດໝາຍ ວ່າດ້ວຍ ທີ່ດິນ ໄດ້ ຣະບຸ ໄວ້ວ່າ: ທີ່ດິນ ແຫ່ງ ສປປ ລາວ ເປັນ ກັມມະສິດ ຂອງ ວົງສາ ຄະນະຍາດ ແຫ່ງຊາດ ຕາມ ທີ່ໄດ້ ກໍານົດ ເອົາໄວ້ ໃນ ມາດຕຣາ 17 ຂອງ ຣັຖທັມມະນູນ ແຫ່ງ ສປປ ລາວ, ຊຶ່ງ ຣັດ ເປັນຜູ້ ຄຸ້ມຄອງ ຮວມສູນ, ແລະ ເປັນ ເອກກະພາບ ກັນ ທົ່ວ ປະເທດ, ແຕ່ ກົດໝາຍ ສະບັບ ປັດຈຸບັນ ກໍ ບໍ່ໄດ້ ຣະບຸ ໄວ້ ຢ່າງ ຣະອຽດ ວ່າ, ຄໍາວ່າ ຣັຖ ນີ້ ແມ່ນ ຂັ້ນໃດ?  ທີ່ ສາມາດ ອອກສິດ ນໍາໃຊ້ ທີ່ດິນ ໃຫ້ ປະຊາຊົນ ໄດ້.

ເຫດການ ເກີດຂຶ້ນ ທີ່ ຜ່ານມາ ຄ້າຍ ຄືວ່າ ຣັຖ ຊິ ເອົາດິນ ໃຜ ກະໄດ້, ແລະ ຈະ ເອົາດິນ ໃຫ້ ໃຜ ກະໄດ້, ຊຶ່ງ ເບິ່ງແລ້ວ ຄື ກັບວ່າ ຣັຖ ເປັນ ເທວະດາ. (ອີງ ຕາມ ຄໍາເວົ້າ ຂອງ ສະມາຊິກ ສະພາ ແຫ່ງຊາດ.)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org