ດິນສັມປະທານ ຈະຖືກຖອນຄືນ ຖ້າບໍ່ພັທນາ
ແຂວງວຽງຈັນ ກວດຄືນ ການເຊົ່າ-ສັມປະທານ ທີ່ດິນ ຂອງຣັຖ ຖ້າບໍ່ມີ ການເຄື່ອນໄຫວ ແລະ ບໍ່ມີການພັທນາໃດໆ ໂດຍປະດິນໄວ້ ກໍຈະຖືກຖອນດິນຄືນ.
-
ອຸ່ນແກ້ວ ສຸກສະຫວັນ
2021-09-04 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ອຳນາດການປົກຄອງ ເມືອງວັງວຽງ ແຂວງວຽງຈັນ ກວດກາ ໂຄງການເຊົ່າ ແລະ ສັມປະທານ ທີ່ດິນ ຂອງຣັຖ ຢູ່ເຂດ ເມືອງວັງວຽງ ຖ້າວ່າ ໂຄງການໃດ ບໍ່ມີ ການເຄື່ອນໄຫວ ກໍຈະຍຶດ ດິນຄືນ.
ເຈົ້າໜ້າທີ່ ເມືອງວັງວຽງ ແຂວງວຽງຈັນ ຜູ້ທີ່ບໍ່ປະສົງ ອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 3 ກັນຍາ ວ່າ:
“ເພິ່ນກະມາ ກວດກາຄືນເນາະ ກໍມາປຶກສາ ມາສຶກສາ ຄວາມເປັນໄປໄດ້ ບັນດາ ບັນຫາຕ່າງໆ ເວົ້າລວມແລ້ວ ທຸກສິ່ງທຸກຢ່າງ ກະພໍແຕ່ ປະຄັບປະຄອງ ໂຕເອງຢູ່ນີ້ ດຽວນີ້ໆນ່າ ແຜນຈະ ພັທນານີ້ ກະຖືວ່າ ຢຸດນ່າ ຣັຖພວກເຮົາ ກະຢາກໄດ້ ງົບປະມານ ຣັຖພວກເຮົາ ກໍຢາກສົ່ງເສີມ ແຕ່ວ່າ ໂອ ສະພາບ ພະຍາດອັນນີ້ ເພິ່ນ ບໍ່ອະນຸຍາດ ນີ້ນ່າ.”
ທ່ານ ກ່າວວ່າ ພົບ 120 ໂຄງການ ຢູ່ເມືອງວັງວຽງ ທີ່ນັກລົງທຶນ ມາເຊົ່າ ແລະ ສັມປະທານ ທີ່ດິນ ຂອງຣັຖ ເພື່ອພັທນາ ເປັນແຫຼ່ງທ່ອງທ່ຽວ, ໂຮງແຮມ, ເຮືອນພັກ ແລະ ອື່ນໆ ແຕ່ປັດຈຸບັນ ໂຄງການ ທັງໝົດ ເກືອບບໍ່ມີ ການເຄື່ອນໄຫວ ຍ້ອນຜູ້ປະກອບການ ທັງຄົນລາວ ແລະ ຕ່າງປະເທດ ໄດ້ຮັບ ຜົລກະທົບ ຈາກໂຄວິດ-19 ຈຶ່ງເຮັດໃຫ້ ເຂົາເຈົ້າ ບໍ່ມີເງິນ ມາດຳເນີນ ໂຄງການ.
ການເຊົ່າ ແລະ ສັມປະທານ ທີ່ດິນ ມີກຳນົດເວລາ ເຊັ່ນ ຖ້າຮອດ 10 ປີ ຫຼື 20 ປີ ແລ້ວ ຜູ້ປະກອບການ ບໍ່ມີ ການເຄື່ອນໄຫວຫຍັງ ກໍຈະຍຶດ ທີ່ດິນຄືນ. ຊາວວັງວຽງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ:
“ຄັນວ່າ ຊິເຊົ່າແລ້ວ ບໍ່ມີການພັທນາ ມັນກະມີ ເວລາ ກຳນົດ ຂອງມັນ ເນາະ ສົມມຸດວ່າ ເຈົ້າສັມປະທານ ມາ 10 ປີເບາະ ຫຼືວ່າ 20 ປີ ເນາະ ເຈົ້າບໍ່ເຮັດຫຍັງນີ້ ເພິ່ນກະເອົາຄືນ ບາງໂຄງການ ກະເຊົ່າແລ້ວ ບໍ່ເຮັດຫຍັງ.”
ນາງກ່າວຕື່ມວ່າ ໃນໄລຍະ 5 ປີ ມານີ້ ສັງເກດເຫັນວ່າ ມີນັກທຸຣະກິຈຈີນ, ໄທຍ ຫຼື ປະເທດອື່ນໆ ມາເຊົ່າ ແລະ ສັມປະທານ ທີ່ດິນ ຂອງຣັຖ ເພື່ອເຮັດໂຄງການ ປະເພດພັທນາ ແຫຼ່ງທ່ອງທ່ຽວ, ບໍຣິສັດ ທ່ອງທ່ຽວ, ໂຮງແຮມ, ເຮືອນພັກ ແຕ່ເຂົາເຈົ້າ ຕ້ອງຢຸດ ກິຈການໄປ ຍ້ອນການຣະບາດ ຂອງໂຄວິດ-19 ສນັ້ນ ຄວນເປີດໂອກາດ ໃຫ້ຜູ້ປະກອບການ ທີ່ມີຄວາມພ້ອມ ເຂົ້າມາເຮັດແທນ.
ປະຊາຊົນ ກໍຢາກໃຫ້ ພາກຣັຖ ເຂົ້າມາກວດກາ ຢ່າງໃຫ້ລະອຽດ ໂດຍສເພາະ ທັງ ຜູ້ປະກອບການ ຄົນລາວ, ຄົນໄທຍ ແລະ ຄົນຈີນ. ຊາວບ້ານເມືອງວັງວຽງ ອີກທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ:
“ອັນນີ້ ກະຍັງ ບໍ່ຮູ້ຣາຍລະອຽດ ຄືກັນ ບໍ່ແນ່ໃຈ ບໍ່ໄດ້ສຶກສາ ກະໃຫ້ ກວດກາຄືນ ມັນກະມີ ຫຼາຍແຫຼະ ມີທັງ ຄົນຈີນແດ່, ຄົນໄທຍແດ່, ຄົນລາວ ກະຫຼາຍຢູ່.”
ຊາວບ້ານ ເຫັນຜູ້ປະກອບການ ມາເຊົ່າ ແລະ ສັມປະທານ ທີ່ດິນໄວ້ ແຕ່ບໍ່ໄດ້ເຮັດຫຍັງ ກັບທີ່ດິນນັ້ນ. ຊາວວັງວຽງ ອີກທ່ານນຶ່ງ ໄດ້ກ່າວວ່າ:
“ມັນກະມີ ຫັ້ນແຫຼະ ເພິ່ນມາເຊົ່າ ເພິ່ນກະປະດິນ ໄວ້ຊື່ໆ ເຂົາມາເຊົ່າ ມາຫຍັງແລ້ວເນາະ ຂະເຈົ້າ ກະຕ້ອງມາເຮັດ ໂຄງການ ມາເຊົ່າ ເສັຽເງິນຊື່ໆ ສ່ວນຫຼາຍ ມັນກະມີໝົດ ຫັ້ນລະ ມັນມີທັງ ນາຍທຶນ ຕ່າງປະເທດ."
ບໍຣິສັດໃດ ທີ່ມາເຊົ່າ ທີ່ດິນແລ້ວ ບໍ່ມີການພັທນາ ເປັນການສ້າງ ຜົລເສັຽ ໃຫ້ທີ່ດິນ ຂອງຣັຖ. ຊ່ຽວຊານ ດ້ານທຸຣະກິຈ ແລະ ເສຖກິຈ ໄດ້ກ່າວວ່າ:
“ໂອ ຄັນເຊົ່າແລ້ວ ບໍ່ເຮັດຫຍັງ ກະບໍ່ໄດ້ແຫຼະ ຣັຖ ກະເສັຽ ນະໂຍບາຍ ປະດິນເປົ່າຫວ່າງຫັ້ນ ເສັຽການທຳການຜລິດ ອື່ນໆ ໂອ ມັນເຮັດບໍ່ໄດ້ ເຊົ່າດິນແລ້ວ ເຈົ້າຕ້ອງ ໄດ້ເຮັດໂລດ ເຊົ່າແລ້ວ ບໍ່ເຮັດຫຍັງ ມັນຮອດ 3 ປີ ເອົາຄືນແລ້ວ.”
ຂໍ້ມູນ ຈາກເຈົ້າໜ້າທີ່ ເມືອງວັງວຽງ ໄດ້ລະບຸວ່າ ຈຳໂຄງການເຊົ່າ ແລະ ສັມປະທານ 120 ໂຄງການ ຢູ່ເມືອງວັງວຽງ ລວມມີ ຣັຖບານ ອະນຸມັດ 13 ໂຄງການ ເນື້ອທີ່ ປະມານ 1,000 ເຮັກຕ້າຣ, ແຂວງ ແລະ ຣັຖບານ ອະນຸມັດ ຮ່ວມກັນ 66 ໂຄງການ ເນື້ອທີ່ ເກືອບ 6,000 ເຮັກຕ້າຣ, ເມືອງອະນຸຍາດ 41 ໂຄງການ ເນື້ອທີ່ 25 ເຮັກຕ້າຣ.
ໃນວັນທີ 30 ສິງຫາ ທີ່ຜ່ານມາ, ອຳນາດການປົກຄອງ ແຂວງວຽງຈັນ ແລະ ຜູ້ປະກອບການ ເຊົ່າ-ສັມປະທານ ທີ່ດິນ ຂອງຣັຖ ໄດ້ມີ ການປະຊຸມກັນ ເພື່ອໃຫ້ມີ ການກວດກາຄືນ ໂຄງການເຊົ່າ ແລະ ສັມປະທານ ທີ່ດິນ ຂອງຣັຖ ຢູ່ເມືອງວັງວຽງ ຊຶ່ງຖ້າ ຜູ້ປະກອບການໃດ ເຊົ່າ ແລະ ສັມປະທານ ດິນໄປແລ້ວ ບໍ່ມີ ການເຄື່ອນໄຫວ ເຈົ້າໜ້າທີ່ ຈະຢຶດທີ່ດິນຄືນ.
ກ່ອນໜ້ານີ້ ໃນເດືອນຕຸລາ 2020, ທ່ານ ບຸນທອງ ຈິດມະນີ, ຮອງນາຍົກ ຣັຖມົນຕຣີ, ໄດ້ຣາຍງານ ຢູ່ໃນກອງປະຊຸມ ສໄມສາມັນ ເທື່ອທີ 10 ຂອງສພາແຫ່ງຊາດ ຊຸດທີ 8 ວ່າ ໄດ້ກວດພົບ ໂຄງການທີ່ເຊົ່າ ແລະ ສັມປະທານ ທີ່ດິນ ຂອງຣັຖ ຈຳນວນ ຫຼາຍໂຄງການ ທີ່ບໍ່ໄດ້ ດຳເນີນການ ໃດໆ ຊຶ່ງເຮັດໃຫ້ ປະເທດ ເສັຽໂອກາດ ໃນການນຳໃຊ້ ທີ່ດິນ ແລະ ບໍ່ສາມາດ ເກັບລາຍຮັບ ເຂົ້າງົບປະມາ ນແຫ່ງຊາດ ໄດ້ຕາມແຜນ.