ຫຼາຍ​ເມືອງ ເຂດນະຄອນຫຼວງ ປະ​ເຊີນ​ ໄຟ​ຕົກ, ໄຟ​ບໍ່​ພໍ

ປະຊາຊົນ ນອກຊານເມືອງ ນະຄອນຫລວງວຽງຈັນ ບາງພື້ນທີ່ ປະ​ເຊີນ​ກັບ ບັນ​ຊາ ໄຟຕົກ ແລະ ໄຟ​ມາ ບໍ່ພຽງພໍ ກັບການ​ຊົມ​ໃຊ້ ໃນ​ຄົວ​ເຮືອນ

ປະຊາຊົນ ເຂດຊົນນະບົດ ດີໃຈ ທີ່ມີໄຟຟ້າໃຊ້ Energy for all web

ປັຈຸບັນ ປະຊາຊົນ ເມືອງສັງທອງ, ນາຊາຍທອງ ແລະ ເມືອງສີໂຄຕບອງ, ໂດຍ​ສະ​ເພາະ ເມືອງທີ່ຢູ່ເຂດນອກເມືອງນະຄອນຫລວງວຽງຈັນ ມີໄຟຟ້າໃຊ້ ບໍ່ພຽງພໍ ສົ່ງຜົນກະທົບ ຕໍ່ການເປັນຢູ່ ຂອງປະຊາຊົນ ໃນພື້ນທີ່ ດັ່ງກ່າວ ເຊັ່ນ: ບາງມື້ ບໍ່ມີໄຟຟ້າໃຊ້ ໂດຍສະເພາະ ຍາມກາງຄືນ ຕ້ອງໃຊ້ ກະຕຽງ, ດັ່ງປະຊາຊົນ ບ້ານປາກຊັນ ເມືອງສັງທອງ ນະຄອນຫລວງວຽງຈັນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ ວັນທີ 19 ກຸມພານີ້ວ່າ:

“ມັນເປັນ ແຕ່ເຮືອນ ບາງເຮືອນ ກໍພໍໃຊ້ໄດ້ ບາງເຮືອນບຶດນຶ່ງ ກໍມອດໝົດ ດັບຢູ່ຫັ້ນນະ ໄຟກໍເດືອນລະແສນປາຍ ຄ່າໄຟນີ້ ໃຊ້ໄຟຟ້າ ທັມມະດາ ບໍ່ໄດ້ເຮັດຫຍັງ ຄອບຄົວໃຫຍ່ ຫັ້ນນະ ໄຟບໍ່ພໍ ພຍາຍາມ ເພີ້ມໃຫ້ແດ່.”

ປະຊາຊົນ ທ່ານນີ້ ກ່າວຕື່ມວ່າ ສໍາລັບໄຟຟ້າ ເຂດບ້ານປາກຊັນ ແລະ ບ້ານ ໃກ້ຄຽງ ຈະຕົກເລື່ອຍໆ ຕິດໆ ດັບໆ ໂດຍສເພາະ ຜູ້ທີ່ມີເຮືອນ ຫລັງໃຫຍ່ ຢູ່ຫຼາຍຄົນ ບາງເຮືອນ ທີ່ເຮັດທຸຣະກິດ ຄ້າຂາຍ ກໍໄດ້ຮັບຜົນກະທົບ ຍ້ອນໄຟຕົກ, ເຮືອນໃດ ບໍ່ມີ ເຄື່ອງໄຟຟ້າ ໃຊ້ຫຼາຍ ຄ່າໄຟ ກໍປະມານ 4 ແສນກີບ ຕໍ່ເດືອນ. ໃນຂນະດຽວກັນ ປະຊາຊົນ ບ້ານໂພສີ ປະມານ 60 ຄອບຄົວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກໍເຄີຍຮ້ອງຮຽນ ໃຫ້ທາງການລາວ ເພີ້ມໝໍ້ແບ່ງໄຟຟ້າຕື່ມ ຍ້ອນປັຈຸບັນ ໄຟຟ້າບໍ່ພໍໃຊ້ ຕິດໆດັບໆ ເປີດແອ ເປີດພັດລົມ ກໍບໍ່ໄດ້:

“ມັນຕົກໝົດດຽວນີ້ ແຖວນັ້ນຕົກໝົດ ແຖວນັ້ນໄຟບໍ່ພໍ ຈອດເຫລັກຈອດຫຍັງ ກໍບໍ່ໄດ້ ໄຊ້ແອກໍບໍ່ໄດ້ ໄຟກໍມົວໆ ໄຟບໍ່ແຈ້ງ ເພາະຍິນຢູ່ວ່າ ເພີ່ນສເນີໄປແລ້ວວ່າ ໄຟບໍ່ພໍ ເພີ່ນວ່າ ສິມາເຮັດກໍຍັງ ບໍ່ເຫັນເຮັດ ປານນີ້.”

ຕໍ່ ບັນຫາດັ່ງກ່າວ ເຈົ້າໜ້າທີ່ ຣັ​ດວິສະຫະກິດ ໄຟຟ້າລາວ ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 19 ກຸມພານີ້ວ່າ:

“ໄຟຟ້າເຮົາ ມີຄົບທຸກບ້ານເນາະ ແຕ່ວ່າ ຈຸດທີ່ວ່າມັນມີ ບັນຫາ ແຫນ່ ໂຕຢ່າງ ສົມມຸດວ່າ ໝໍ້ແປງບ້ານນື່ງ ມັນມີ 3 ໜ່ວຍ ເນາະ ແລ້ວບາດນີ້ ບາ້ນເຮົາ ມັນອາດສິຍາວໄປ ເຂົາເຈົ້າຂະຍາຍ ໄປ ບາງບ່ອນ ທີ່ບໍ່ໃຊ້ຫັນ ກໍມີ ໂຕຢ່າງວ່າ ການຂຍາຍ ຂອງບ້ານຫັ້ນນະ ມັນບໍ່ໄດ້ໄປຕາມ ຣະບົບຕາຂ່າຍເຮົາ ພໍມັນຍາວ ແລ້ວເຮົາກໍໄດ້ຕໍ່ ບາງບ່ອນ ມັນກໍບໍ່ພໍ.”

ທ່ານ ກ່າວຕື່ມວ່າ ໃນປີ 2016-2017 ຜ່ານມາ ປະຊາຊົນຫຼາຍບ້ານ ນອກຊານເມືອງ ນະຄອນຫລວງວຽງຈັນ ໄດ້ຮ້ອງຮຽນ ໃຫ້ ຣັ​ດວິສະຫະກິດ ໄຟຟ້າລາວ ເພີ້ມໝໍ້ແບ່ງໄຟຟ້າຕື່ມ ແຕ່ເນື່ອງຈາກ ງົບປະມານ ບໍ່ມີພຽງພໍ ຈຶ່ງບໍ່ໄດ້ ລົງໄປແກ້ໄຂ ກັບ ບັນຫາດັ່ງກ່າວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org