ຊາວວັງວຽງເຣີ່ມປຸກເຮືອນ ຫຼັງໃໝ່
ຊາວເມືອງວັງວຽງ ຈໍານວນນື່ງ ເຣີ່ມປຸກເຮືອນ ຫລັງໃໝ່ ພາຍຫຼັງ ໄດ້ຮັບເງິນຊົດເຊີຍ ຈາກໂຄງການ ສ້າງທາງຣົຖໄຟ ລາວ-ຈີນ.
-
ໄມຊູລີ
2019-03-13 -
-
-
Your browser doesn’t support HTML5 audio
ຊາວບ້ານປາກເປາະ ເມືອງວັງວຽງ ແຂວງວຽງຈັນ ປະມານ 30 ຄອບຄົວ, ທີ່ເສັຽເຮືອນ ໃຫ້ແກ່ໂຄງການ ສ້າງທາງຣົຖໄຟລາວ-ຈີນ ທີ່ຫາ ກໍໄດ້ເງິນຄ່າຊົດເຊີຍ ເມື່ອເດືອນ ທີ່ຜ່ານມາ ເຣີ່ມເອົາເງິນສ່ວນນັ້ນ ໄປປຸກສ້າງ ເຮືອນຫລັງໃໝ່ ຢູ່ດິນບ່ອນເກົ່າ ໃນຂນະທີ່ ບາງຄອບຄົວ ກໍຕ້ອງໄປຊອກຊື້ ດິນບ່ອນໃໝ່ ເພື່ອປຸກເຮືອນ, ດັ່ງເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ທ່ານນຶ່ງ, ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 13 ມິນາ ນີ້ວ່າ
“ເຮືອນກໍປະມານ 30 ພຸ້ນລະ ບາງຄົນກໍຢູ່ດິນເດີມ ຂອງພໍ່ຂອງແມ່ ຫັ້ນແຫລະ, ບາງຄົນກໍໄປຊື້ ກໍບໍ່ສເມີກັນ ບາງຄົນກໍຫລາຍ ບາງຄົນ ກໍນ້ອຍ, ອີງຕາມເນື້ອທີ່ ຕາມເຮືອນ, ເຮືອນຮ້າຍກໍໄດ້ນ້ອຍ ເຮືອນດີມີຄົບພ້ອມທັງໝົດ ກໍໄດ້ຫລາຍ.”
ທ່ານກ່າວຕື່ມວ່າ ຊາວບ້ານສ່ວນໃຫຍ່ ທີ່ໄດ້ຮັບຄ່າຊົດເຊີຍແລ້ວນັ້ນ, ຕ່າງກໍພໍໃຈກັບເງິນທີ່ໄດ້ ແລະເຫັນວ່າຄຸ້ມຄ່າ ກັບການເສັຍເຮືອນໃຫ້ ແກ່ໂຄງການ ຣົຖໄຟ, ປັຈຈຸບັນ ເຮືອນທີ່ຖືກໂຄງການ ທາງຣົຖໄຟກວມເອົາ ກໍຖືກມ້າງຖິ້ມໄປແລ້ວຫຼາຍຫຼັງ ເພື່ອ ການກໍ່ສ້າງທາງຣົຖໄຟ.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ທ່ານນີ້ເວົ້າວ່າ ກໍຍັງມີຊາວບ້ານປາກເປາະ ອີກຫລາຍຄອບຄົວ ທີ່ຍັງລໍຖ້າເງິນຄ່າຊົດເຊີຍ ຈາກໂຄງການ ດັ່ງກ່າວຢູ່, ສ່ວນໃຫຍ່ແມ່ນຜູ້ທີ່ເສັຍ ດິນນາ ດິນສວນ ແລະດິນລ້ຽງສັດ ແຕ່ທາງໂຄງການຍັງບໍ່ທັນ ປະກາດຢ່າງຄັກແນ່ວ່າ ຈະຊົດເຊີຍໃຫ້ ເຂົາເຈົ້າ ເມື່ອໃດກັນແທ້.
ກ່ອນໜ້ານີ້ ໂຄງການທາງຣົຖໄຟ ລາວ-ຈີນ ໄດ້ຊົດເຊີຍ ຄ່າເສັຍຫາຍໃຫ້ແກ່ ປະຊາຊົນ ຫຼາຍພື້ນທີ່ແລ້ວ ອັນປະກອບດ້ວຍ, ເມືອງໄຊ ແຂວງອຸດົມໄຊ ຈໍານວນ 13 ຄອບຄົວ, ເມືອງຫີນເຫີບ ແຂວງວຽງຈັນ ຈໍານວນ 13 ຄອບຄົວ ແລະເມືອຫຼວງນໍ້າທາ ແຂວງຫຼວງນໍ້າທາ 138 ຄອບຄົວ, ເມືອງນາຊາຍທອງ ນະຄອນຫລວງວຽງຈັນ 2 ບ້ານ ແຕ່ບໍ່ຮູ້ຈໍານວນຄອບຄົວ ແລະ ເມື່ອທ້າຍເດືອນ ຜ່ານມານີ້ໄດ້ຈ່າຍ ຄ່າຊົດເຊີຍໃຫ້ ແກ່ຊາວບ້ານ 5 ຄອບຄົວ ຢູ່ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ທີ່ເສັຍເຮືອນ ໃຫ້ແກ່ ໂຄງການ ສ້າງ ທາງຣົຖໄຟ ລາວ-ຈີນນັ້ນ.