ລາວເປີດດ່ານ ທົ່ວປະເທດແລ້ວ ແຕ່ການຂົນສົ່ງ ສິນຄ້າເຂົ້າຈີນ ຍັງມີບັນຫາຢູ່

ສປປ ລາວ ເປີດດ່ານສາກົນ ທີ່ມີຢູ່ທົ່ວປະເທດ ແຕ່ການຂົນສົ່ງສິນຄ້າ ຈາກດ່ານບໍ່ເຕັນໄປຈີນ ຍັງເປັນບັນຫາ ທີ່ແກ້ໄຂບໍ່ໄດ້ເຕັມຮ້ອຍເທື່ອ ເນື່ອງຈາກທາງການຈີນ ຍັງຄົງບັງຄັບໃຊ້ ມາຕການປ້ອງກັນ ໂຄວິດ-19 ຈຶ່ງສົ່ງຜົລກະທົບ ເຮັດໃຫ້ຣົຖຂົນສົ່ງສິນຄ້າ ລະບາຍອອກບໍ່ໄດ້ເທົ່າທີ່ຄວນ.

ບ່ອນພັກເຊົາ ຂອງຄົນຂັບຣົຖບັນທຸກ ທີ່ບໍ່ມີນ້ຳ-ໄຟ, ບໍ່ມີຫ້ອງນ້ຳ ຢູ່ໃນເຂດດ່ານບໍ່ເຕັນ ຂົນສົ່ງສິນຄ້າໄປຈີນ ພ້ອມກັບຣົຖບັນທຸກ ຈຳນວນນຶ່ງທີ່ຈອດລໍຖ້າ, ວັນທີ 5 ພຶສພາ 2022. ນັກຂ່າວ ພົລເມືອງ

ເຖິງແມ່ນວ່າໃນວັນທີ 9 ພຶສພາຜ່ານມານີ້ທາງການລາວ ໄດ້ປະກາດເປີດດ່ານສາກົນທຸກ ດ່ານໃນທົ່ວປະເທດກໍຕາມແຕ່ ສຳລັບສະຖານະການການຂົນສົ່ງສິນຄ້າ ລະຫວ່າງລາວ-ຈີນ ຢູ່ດ່ານສາກົນບໍ່ເຕັນ  ແຂວງຫຼວງນໍ້າທາ ກັບດ່ານບໍ່ຫານຂອງຈີນ ຍັງບໍ່ດີຂຶ້ນ ແລະ ມີຣົຖບັນທຸກຕິດຄາຢູ່ດ່ານສາກົນຫຼາຍ ຍ້ອນດ່ານບໍ່ຫານ ຍັງຈຳກັດຈຳນວນຣົຖບັນທຸກ ທີ່ຈະແລ່ນເຂົ້າໄປຈີນ ແລະໃຊ້ມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດຢູ່ ເຖິງແມ່ນວ່າຢູ່ດ່ານເບື້ອງລາວ ຈະຜ່ອນຜັນມາຕການຫຼາຍຢ່າງແລ້ວກໍຕາມ.

ດັ່ງເຈົ້າໜ້າທີ່ວຽກງານຄຸ້ມຄອງ ການຂົນສົ່ງຢູ່ດ່ານສາກົນບໍ່ເຕັນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ພຶສພາ ນີ້ວ່າ:

ເປີດດ່ານສາກົນ ຄວາມໝາຽກໍຄືລາວເຮົາເປີດເນາະ ແຕ່ວ່າທາງເບື້ອງຈີນນີ້ ຍັງບໍ່ທັນໄດ້ເປີດເປັນທາງການເທື່ອ ມາຕການສຳຄັນກາເບື້ອງຈີນ ເພາະສິນຄ້າໄປທາງພຸ້ນເຂົາຈຳກັດເນາະ ມື້ນຶ່ງກາບໍ່ໃຫ້ເກີນ 300 ຄັນສູງສຸດນີ້ນ່າ.

ໃນຂະນະທີ່ເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ແຂວງຫຼວງນໍ້າທາ ທ່ານນຶ່ງກ່າວຢືນຢັນວ່າ ດ່ານສາກົນບໍ່ຫານຂອງຈີນ ຍັງໃຊ້ມາຕການຫຼາຍຢ່າງ ແລະຈຳກັດຈຳນວນຣົຖບັນທຸກ ຈາກລາວທີ່ເຂົ້າໄປຈີນມື້ລະປະມານ 200 ຄັນ ແລະ ບາງມື້ກໍຮອດ 300 ປາຍຄັນ. ສ່ວນຢູ່ດ່ານສາກົນບໍ່ເຕັນ ກໍໄດ້ຜ່ອນຜັນມາຕການຫຼາຍຢ່າງ ຕໍ່ຣົຖບັນທຸກເປັນຕົ້ນບໍ່ຈຳເປັນ ຕ້ອງຜ່ານການກວດກາ ຢູ່ບໍຣິເວນສາງຂ່ຽນຖ່າຍສິນຄ້າ ຊຶ່ງກໍມີສ່ວນເຮັດໃຫ້ສະພາບຣົຖ ບັນທຸກຕິດຄາຢູ່ດ່ານສາກົນບໍ່ເຕັນ ບໍ່ໜັກໜ່ວງຄືແຕ່ກ່ອນ.

ດັ່ງທ່ານໄດ້ກ່າວວ່າ:

ເຂົາກຳລັງເລັ່ງຢູ່ ແຕ່ວ່າມັນມີກົນໄກທາງອື່ນ ສ່ວນຫຼາຍຄືຊ່ວງນີ້ສິນຄ້າມາແຕ່ໄທຍ ເຮົາມັນບໍ່ໄດ້ຜ່ານສາງນີ້ ມັນຈະໄວຫັ້ນນ່າ ຖືວ່າຜ່ອນຜັນໄປຈຳນວນຫັ້ນແຫຼະ ຫຼາຍເຕີບມື້ນຶ່ງໄດ້ຮອດ 300 ປາຍຄັນກໍມີໃດ.

ທ່ານກ່າວຕື່ມວ່າ ປັດຈຸບັນຍັງບໍ່ສາມາດຄາດການໄດ້ວ່າ ດ່ານສາກົນບໍ່ຫານຂອງຈີນ ຈະກັບມາເປີດຕາມປົກກະຕິ ແບບບໍ່ມີການໃຊ້ມາຕການນັ້ນ ໃນເມື່ອໃດແທ້ ຍ້ອນເບື້ອງປະເທດຈີນ ຍັງໃຫ້ຄວາມສຳຄັນກ່ຽວກັບ ມາຕການປ້ອງກັນໂຄວິດ-19 ຢູ່ ເນື່ອງຈາກມີຜູ້ຕິດເຊື້ອໂຄວິດໃໝ່ ຈຳນວນຫຼາຍພັນຄົນຕໍ່ມື້.

ທາງດ້ານຜູ້ປະກອບການການ ຂັບຣົຖບັນທຸກຂົນສົ່ງສິນຄ້າລະຫວ່າງ ລາວ-ຈີນ ກໍເຫັນວ່າເຖິງແມ່ນວ່າທາງການລາວໄດ້ປະກາດ ເປີດດ່ານສາກົນທົ່ວປະເທດ ຮວມທັງດ່ານສາກົນບໍ່ເຕັນກໍຕາມ ແຕ່ສະພາບການຂົນສົ່ງສິນຄ້າອອກໄປຈີນ ຢູ່ທັງດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ແລະ ດ່ານສາກົນລານຕຸ້ຍ ແຂວງຜົ້ງສາລີ ກໍມີຄວາມຫຍຸ້ງຍາກຄືເກົ່າ ຍ້ອນເບື້ອງຈີນຍັງໃຊ້ ມາຕການແບບເຂັ້ມງວດຢູ່ ແລະຜູ້ຂັບຣົຖບັນທຸກຈາກລາວທີ່ເຂົ້າໄປຈີນນັ້ນ ກໍຈະຕ້ອງຖືກກັກໂຕຢູ່ດ່ານບໍ່ຫານເປັນເວລາ ປະມານ 7 ມື້.

ດັ່ງທ່ານໄດ້ກ່າວວ່າ:

ເປີດແທ້ບໍ່ເທົ່ານັ້ນແຫຼະ ເປີດການຣົຖບັນທຸກນີ້ ກາຍັງເຂົ້າ-ອອກຍາກຄືເກົ່າ ນ່າມີຈຳນວນຄືເກົ່າຫັ້ນແຫຼະດຽວນີ້ແຮງຊ້າ ຢູ່ໃນຈີນເຫັນມີໂຄວິດເນາະ ຢູ່ບໍ່ຫານເຂົາເຈົ້າກັກຣົຖໄວ້ ເປັນອາທິດພຸ້ນນ່າ.

ໃນຂະນະດຽວກັນ ພະນັກງານບໍຣິສັດຂົນສົ່ງສິນຄ້າ ລະຫວ່າງ ລາວ-ຈີນ ຢູ່ດ່ານສາກົນບໍ່ເຕັນ ກ່າວວ່າມາຮອດວັນທີ 9 ພຶສພານີ້ ທາງດ່ານສາກົນບໍ່ເຕັນ ໄດ້ເປີດປົກກະຕິແລ້ວ ແຕ່ການຂົນ ສົ່ງສິນຄ້າອອກໄປຈີນກໍຍັງຫຍຸ້ງຍາກ ຄັນຜູ້ໃດມາຮອດບໍຣິເວນດ່ານກ່ອນ ກໍຈະມີສິດໄປໜ້າດ່ານກ່ອນ.

ດັ່ງຍານາງກ່າວວ່າ:

ຢູ່ບໍ່ເຕັນເປີດເປັນປົກກະຕິໃດ ຈຳກັດຢູ່ນ່າ ຍັງຈຳກັດຢູ່ ຂຶ້ນມາກ່ອນກາຜູ້ນັ້ນໄດ້ລົງເຄື່ອງກ່ອນ.

ແຕ່ເຖິງຢ່າງໃດກໍຕາມ ກໍມີຜູ້ປະກອບການຣົຖບັນທຸກຂົນສົ່ງ ສິນຄ້າ ລາວ-ຈີນ ຈຳນວນນຶ່ງ ທີ່ໄດ້ຢຸດຕິການຂັບຣົຖຂົນສົ່ງສິນຄ້າ ລະຫວ່າງ ລາວ-ຈີນ ໃນກ່ອນໜ້ານີ້ ແລະມີແຜນຂາຍຣົຖບັນທຸກ ໃຫ້ແກ່ຜູ້ອື່ນຍ້ອນໄດ້ຮັບຜົນກະທົບດ້ານເສຖກິຈ ໃນໄລຍະທີ່ດ່ານສາກົນບໍ່ຫານ ບໍ່ເປີດເປັນປົກກະຕິ ແລະໃຊ້ມາຕການຫຼາຍຢ່າງ ຊຶ່ງເຮັດໃຫ້ຜູ້ຂັບຣົຖບັນທຸກ ຊາວລາວຕ້ອງເສັຽຄ່າໃຊ້ຈ່າຍ ຫຼາຍຢ່າງໃນລະຫວ່າງ ທີ່ຕິດຄາຢູ່ດ່ານສາກົນບໍ່ເຕັນ ໃນກ່ອນໜ້ານີ້ແລະບໍ່ຄຸ້ມຄ່າຈ້າງ.

ດັ່ງອະດີດຜູ້ຂັບຣົຖບັນທຸກທ່ານນຶ່ງ ກ່າວວ່າ:

ຂ້ອຍບໍ່ໄດ້ໄປແລ້ວ ຂ້ອຍຢູ່ບ້ານນີ້ແລ້ວ ໄປເອົາຄ່າຂົນສົ່ງບໍ່ໄດ້ຫຍັງ ບໍ່ຢາກແລ່ນຣົຖແລ້ວຊັ້ນນ່າ ບໍ່ໄດ້ຫຍັງນ່າ ໄປແລ່ນລອງເບິ່ງ 2-3 ຖ້ຽວແລ້ວ ບໍ່ໄດ້ຫຍັງກາເລີຍເຊົາຊັ້ນນ່າ ຣົຖກໍວ່າສິຂາຍແລ້ວດຽວນີ້ນ່າ.

ຢ່າງໃດກໍຕາມ ສຳລັບການເຈຣະຈາ ລະຫວ່າງທາງການແຂວງຫຼວງນໍ້າທາ ກັບທາງການແຂວງຢູ່ນານຂອງຈີນ ເພື່ອຂໍໃຫ້ອຳນວຍຄວາມສະດວກ ໃຫ້ແກ່ຣົຖບັນທຸກຈາກລາວ ທີ່ຈະເຂົ້າໄປຈີນນັ້ນ ມາຮອດປັດຈຸບັນກໍຍັງບໍ່ມີຄວາມຄືບໜ້າແຕ່ຢ່າງໃດ ແລະທາງການຈີນກໍຍັງໃຊ້ມາຕການ ຄວບຄຸມໂຄວິດ-19 ຢ່າງເຂັ້ມງວດຄືເກົ່າ ມີພຽງແຕ່ໄດ້ເພີ່ມຈຳນວນຣົຖບັນທຸກ ຈາກລາວເຂົ້າໄປຈີນ ຈາກທີ່ເຄີຍຈຳກັດມື້ລະບໍ່ໃຫ້ກາຍ 150 ຄັນ ໄດ້ເພີ່ມຂຶ້ນເປັນປະມານ 300-400 ຄັນ ອີງຕາມຂໍ້ມູນຫຼ້າສຸດ ຈາກເຈົ້າໜ້າທີ່ຜແນກການຕ່າງປະເທດ ແຂວງຫຼວງນໍ້າທາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org