ໄຟຂຽວ ສົ່ງໄມ້ອອກ, ເມີນເສີຽຄຳສັ່ງ 15/ນຍ

ເຣີ່ມມີການຜ່ອນຜັນ ຄຳສັ່ງ ເລກທີ 15 ຂອງນາຍົກຣັຖມົນຕຼີ ວ່າດ້ວຍ ການສົ່ງໄມ້ອອກ ແລະ ປັດຈຸບັນ ພວກຄ້າຂາຍໄມ້ ສາມາດສົ່ງໄມ້ ອອກຕ່າງປະເທດ ໄດ້ແລ້ວ.

ຣົດແກ່ໄມ້ ຢູ່ເສັ້ນທາງ 18A ເມືອງສນາມໄຊ ແຂວງອັດຕະປື ມຸ້ງໜ້າໄປ ໂຮງເລື່ອຍ ແຂວງຈໍາປາສັກ. ພາບຖ່າຍ: ວັນທີ 3 ກໍຣະກະດາ, 2021. ນັກຂ່າວ ພົລເມືອງ

ປັດຈຸບັນ ຢູ່ແຕ່ລະດ່ານສາກົນ ໃນທົ່ວປະເທດ ໄດ້ເປີດ ໃຫ້ສົ່ງໄມ້ອອກໄປຕ່າງປະເທດແລ້ວ ໃນຂນະທີ່ ບັນດານັກທຸຣະກິດໄມ້ ກໍມີການວິ້ງເຕັ້ນ ເອກສານ ເພື່ອສົ່ງໄມ້ອອກໄປ ຕ່າງປະເທດ.

ເຈົ້າໜ້າທີ່ ທາງການລາວ ອະນຸຍາດ ໃຫ້ສົ່ງໄມ້ອອກໄປຕ່າງປະເທດ ເຖິງວ່າ ຈະບໍ່ມີ ການປະກາດຍົກເລີກ ຄຳສັ່ງເລກທີ 15 ວ່າດ້ວຍ ການຫ້າມສົ່ງໄມ້ອອກ ກໍຕາມ.

ຜູ້ທີ່ຮູ້ເຣື່ອງ ການສົ່ງອອກໄມ້ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວວ່າ: ລັກສນະ ຂອງໄມ້ຕ້ອງໃຫ້ເບິ່ງ ຄື ໄມ້ແປຮູບ ເພື່ອສະດວກ ໃນການກວດກາ ແລະ ບໍ່ເປັນ ທີ່ສົງໄສ ໃນເວລາ ທີ່ສົ່ງອອກດ່ານ ແລ້ວມັດເປັນຕັບ ບັນຈຸໃສ່ ຣົດຕູ້ຄອນເທນເນີ ແລະ ສົ່ງອອກເລີຍ ຊຶ່ງສາມາດ ສົ່ງອອກໄດ້ ທຸກດ່ານ ໃນທົ່ວປະເທດ.

ໄມ້ດູ່ ລາຄາ ປະມານ 3,000 ໂດລາ ຕໍ່ຄິວ ຫຼື ແມັດກ້ອນ, ໄມ້ແດງ ລາຄາປະມານ 1,000 ໂດ​ລາ ຕໍ່ຄິວ, ໄມ້ແຕ້ ລາຄາ ປະມານ 1,000 ໂດລາ ຕໍ່ຄິວ, ໄມ້ເຊືອກ ລາຄາ ປະມານ 500 ໂດລາ ຕໍ່ຄິວ ສາມາດ ສົ່ງອອກໄດ້ ເປັນປົກຕິ, ແຕ່ຕ້ອງແປຮູບ ຫຼື ຊອຍເປັນເສັ້ນ ຫຼື ລືບຮອຍ ຈັກສະຕີນອອກ ກ່ອນຊິສົ່ງອອກໄປ ຕ່າງປະເທດ ເພື່ອໃຫ້ເບິ່ງ ຄື ໄມ້ທີ່ຖືກແປຮູບແລ້ວ, ອີງຕາມ ຂໍ້ມູນ ຈາກຜູ້ທີ່ຮູ້ເຣື່ອງນີ້.

ເຈົ້າຂອງ ໄມ້ທີ່ຈະສົ່ງໄມ້ ອອກໄປຕ່າງປະເທດ ຕ້ອງເສັຽເງິນ ກ້ອງໂຕ໊ະ ໃຫ້ເຈົ້າໜ້າທີ່ ການຄ້າ, ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ປ່າໄມ້ ໂດຍ ຈະມີບໍຣິສັດ ທີ່ຮັບແລ່ນ ເອກສານ ຫຼື Shipping ສະເພາະ ທີ່ເຮັດເຣື່ອງນີ້.

ຜູ້ທີ່ ຮູ້ເຣື່ອງ ການສົ່ງໄມ້ອອກ ທ່ານນີ້ ກ່າວຕື່ມອີກວ່າ: ປັດຈຸບັນ ທາງການລາວ ໄດ້ອະນຸຍາດ ໃຫ້ມີການສົ່ງໄມ້ ອອກແລ້ວ ແຕ່ຕ້ອງເສັຽເງິນ ຄ່າແລ່ນ ເອກສານສົ່ງອອກ ໃນລາ​ຄາ ຣົດດຕູ້ຄອນເທນເນີໃຫຍ່ ຂະໜາດ 60 ແມັດກ້ອນ ເສັຽ 35,000 ໂດລາ ຣົດຕູ້ຄອນເທນເນີ ນ້ອຍ ຈະເສັຽໃນລາຄາ 25,000 ໂດລາ.

ໃນວັນທີ 3 ກໍຣະກະດາ ທີ່ຜ່ານມາ, ປະຊາຊົນ ຢູ່ເມືອງສນາມໄຊ ແຂວງອັດຕະປື ກໍເຫັນຣົດແກ່ໄມ້ ແລ່ນ ຢູ່ເສັ້ນທາງ ເລກທີ 18A ຈາກເມືອງສນາມໄຊ ຢູ່ເຂດພື້ນທີ່ ເຂື່ອນແຕກ ໄປຫາ ໂຮງເລື່ອຍ ຢູ່ແຂວງຈຳປາສັກ.

2 ປີ ທີ່ຜ່ານມາ, ມີການຕັດໄມ້ຫຼາຍ 1,000 ແມັດກ້ອນ ຢູ່ເຂດບ້ານ ໄຊດອນໂຂງ ຫ່າງຈາກ ເມືອງສນາມໄຊ ແຂວງອັດຕະປື ອອກໄປປະມານ 30 ກິໂລແມັດ.

ບາງແຂວງ ກໍບໍ່ມີໄມ້ ແຕ່ບາງແຂວງ ກໍອອກ ໃບອນຸຍາດ ໃຫ້ມີການຕັດໄມ້ໄດ້ ໂດຍສເພາະ ຢູ່ໃນໂຄງການ ສ້າງເຂື່ອນ, ໂດຍ ໃນເບື້ອງຕົ້ນ ຈະໃຫ້ຕັດ ຢູ່ເຂດ ທີ່ມີການກໍ່ສ້າງ ແຕ່ຫຼັງຈາກນັ້ນ ກໍມີການຕັດ ນອກເຂດກໍ່ສ້າງເຂື່ອນ ກໍມີ.

ນອກຈາກນີ້, ຍັງມີການຕັດໄມ້ ຢູ່ເຂດໂຄງການເຂື່ອນນ້ຳກົງ 1, ນ້ຳກົງ 2, ນ້ຳກົງ 3, ແລະ ນ້ຳກົງ 4 ທີ່ຂຶ້ນກັບ ເມືອງພູວົງ ແຂວງອັດຕະປື.

ສະເພາະ ຢູ່ແຂວງສາຣະວັນ ກໍມີການຈຳກັດ ຈຳນວນໂຮງເລື່ອຍລົງ. ປະຊາຊົນ ແຂວງສາຣະວັນ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ: ຄົນຈີນນ່າ ຄົນຈີນເຂົາເຊົ່າ ຊື້ ກະຊື້ໄມ້ໂລ ແບບທີ່ວ່າ ມັນບໍ່ມີດອກ ໄມ້ເປັນທ່ອນ ເປັນຫຍັງ ເປັນໄມ້ກິໂລ ໄມ້ດູ່ເບາະ ເຂົາກະຊອຍ ເປັນສເປກ ເມືອບ້ານເຂົ້າ.

ໃນໄລຍະ ທີ່ມີການປຕິບັດ ຄຳສັ່ງ ເລກທີ 15 ວ່າດ້ວຍ ການຫ້າມສົ່ງໄມ້ອອກ, ການຄ້າຂາຍໄມ້ ການຂົນໄມ້ ຈະໜ້ອຍລົງ ແຕ່ຜູ້ຄ້າຂາຍໄມ້ ກໍມີການເຊື່ອງຊ້ອນໄມ້ ເອົາໄວ້ ໃນໂຮງເລື່ອຍ ແລະ ໃນປ່າ ເພື່ອລໍຖ້າ ການສົ່ງອອກ, ອີງຕາມຂໍ້ມູນ ຈາກຜູ້ທີ່ ຮູ້ເຣື່ອງນີ້. 

ການຕັດໄມ້ ສ່ວນຫຼາຍ ຈະຢູ່ເຂດ ທີ່ມີຊາຍແດນ ຕິດກັບ ປະເທດວຽດນາມ ເປັນຕົ້ນ ແຂວງພາກໃຕ້ ຍ້ອນວ່າ ມັນຫ່າງໄກ ຈາກການກວດສອບ ຂອງເຈົ້າໜ້າທີ່ ແລະ ຈາກຜູ້ຄົນ. ນັກວິຊາການ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ: ແຕ່ເຂດຕັດໄມ້ ມັນຢູ່ ເຂດຊາຍແດນ ມັນຈຶ່ງງ່າຍ ອັນເຂດໃນໆ ຈັ່ງຊີ້ ບໍ່ມີດອກ ຄັນມີ ຄັນມີກະຄື ແຂວງສວັນນະເຂດ ຄັນມີ ກະຊິຄື ເມືອງທີ່ຕິດ ຊາຍແດນ ກະເມືອງພວກນັ້ນ ພຸ້ນລະຊິຕັດ ເປັນຫຍັງ ຈັ່ງວ່າຊັ້ນ ນຶ່ງລະຢູ່ໄກ.

ເຖິງຢ່າງໃດກໍຕາມ, ກະຊວງກະສິກັມ ແລະ ປ່າໄມ້ ໄດ້ຣາຍງານວ່າ ນັບແຕ່ ມີການປະຕິບັດ ຄຳສັ່ງ ເລກທີ 15 ເປັນຕົ້ນມາ ສາມາດ ຈັບຣົດໄມ້ຂນາດໃຫຍ່ ໄດ້ທັງໝົດ 80 ຄັນ ແລະ ສາມາດ ຈັບໄມ້ໄດ້ ເປັນຈຳນວນ ຫຼາຍແສນແມັດກ້ອນ.

ທ່ານ ສົມພອນ ແກ້ວຫາວົງ, ຫົວໜ້າກົມກວດກາປ່າໄມ້ ກະຊວງກສິກຳ ແລະ ປ່າໄມ້, ໄດ້ຣາຍງານວ່າ: ໄດ້ດໍາເນີນ ການກວດກາ ການສົ່ງໄມ້ ທັງໝົດ 12 ຄັ້ງ ຄື: ກວດກາຣົດບັນທຸກໄມ້ ສົ່ງອອກໄປ ຕ່າງປະເທດ ແຂວງອັດຕະປື 27 ຄັນຣົດ, ແຂວງຊຽງຂວາງ 34 ຄັນຣົດ, ແຂວງເຊກອງ 04 ຄັນຣົດ, ແຂວງບໍຣິຄຳໄຊ 11 ຄັນຣົດ, ແຂວງໄຊສົມບູນ 10 ຄັນຣົດ, ນະຄອນຫຼວງວຽງຈັນ 05 ຄັນຣົດ ແລະ ແຂວງບໍ່ແກ້ວ 01 ລໍາເຮືອ.

ຄນະສະເພາະກິດ ສາມາດຈັບ ແລະ ຍຶດໄມ້ ທີ່ບໍ່ມີເອກສານ ຖືກຕ້ອງໄດ້ທັງໝົດເກືອບ 600,000 ແມັດກ້ອນ ນັບແຕ່ ປີ 2016-2020 ຫຼັງຈາກ ມີການປະຕິບັດ ຄຳສັ່ງ ເລກທີ 15 ວ່າດ້ວຍ ການຫ້າມການສົ່ງໄມ້ອອກ, ອີງຕາມຂໍ້ມູນ ຈາກກະຊວງກສິກັມ ແລະ ປ່າໄມ່.

ປະຊາຊົນ ຢູ່ແຂວງພາກໃຕ້ ຂອງປະເທດລາວ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ: ເຖິງວ່າ  ໄມ້ຈະຫາຍາກ ກໍຕາມ ແຕ່ກໍຍັງ ປາກົດເຫັນ ຣົດແກ່ໄມ້ທ່ອນ ເຂົ້າໂຮງງານຢູ່ ເຊິ່ງເປັນໄມ້ ທີ່ມີການຕັດເຊື່ອງໄວ້ ໃນເຂດ ປ່າສງວນ ໃນເວລາ ທີ່ມີການປຕິບັດ ຄຳສັ່ງ ເລກທີ 15 ຂອງນາຍົກຣັຖມົນຕຼີ.

ໃນຂະນະທີ່ ຢູ່ບາງຈຸດ ຢູ່ເມືອງປາກຊ່ອງ ບໍ່ມີການຕັດໄມ້ ຍ້ອນວ່າ ບໍ່ມີໄມ້ ໃຫ້ຕັດ. ປະຊາຊາຊົນ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ກ່າວວ່າ ປັດຈຸບັນ ຢູ່ເຂດ ແຂວງຈຳປາສັກ ບໍ່ເຫັນມີການຕັດໄມ້.

ຣັຖບານ ໄດ້ມີການລົງກວດກາ ໂຮງງານປຸງແຕ່ງໄມ້ ແລະ ທຸຣະກິດໄມ້ ແບບຄອບຄົວ ທັງໝົດປະມານ 3,000 ປາຍແຫ່ງ ແລະ ໄດ້ອອກຂໍ້ຕົກລົງ ຍົກເລີກ 2,000 ປາຍແຫ່ງ, ອີງຕາມຂໍ້ມູນ ຈາກກະຊວງກສິກັມ ແລະ ປ່າໄມ້.

ການຄວບຄຸມ ການຄ້າໄມ້ ຂຶ້ນກັບ ນະໂຍບາຍ ຂອງຜູ້ບໍຣິຫານ ແຕ່ຊຸດ ວ່າ ຈະມີການຄວບຄຸມ ແນວໃດ, ບາງຄົນ ກໍສັ່ງປິດ ແຕ່ບາງຄົນ ກໍສັ່ງເປີດ.

ນັກວິຊາການ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ: ອັນນີ້ ມັນຂຶ້ນກັບວ່າ ຜູ້ໃດຂຶ້ນມາ ເປັນນາຍໃຫຍ່ ຜູ້ໃໝ່ຂຶ້ນມາລະເອີ ຄຳສັ່ງເລກທີ 15 ປີນັ້ນ ຜູ້ນັ້ນອອກມາ ບໍ່ເອົາແລ້ວ ມັນເຮັດໃຫ້ ຈະຣາຈອນ ເງິນຝືດ ຈັ່ງຊັ້ນຈັ່ງຊີ້ ມັນຫາກມີ ເຫດຜົລ ຂອງເຂົາດອກ ມັນຫາກເປີດຄືນ. 

ນອກຈາກນີ້, ທ່ານ ສົມພອນ ແກ້ວຫາວົງ, ຫົວໜ້າກົມກວດກາປ່າໄມ້, ໄດ້ຣາຍງານອີກວ່າ: ຄນະເພາະກິດ ໄດ້ກວດພົບ ຜູ້ທີ່ລະເມີດກົດໝາຍ ແລະ ລະບຽບການ ປ່າໄມ້ ທີ່ເປັນພະນັກງານ ຂອງຣັຖ ປະມານ 400 ຄົນ, ຜູ້ປະກອບການ 100 ຄົນ ແລະ ປະຊາຊົນ ປະມານ 500 ຄົນ, ສັ່ງຟ້ອງສານ 40 ກໍຣະນີ ແລະ ສານຕັດສິນແລ້ວ 3 ກໍຣະນີ.

ແຕ່ປະຊາຊົນ ກໍເຫັນວ່າ ການລົງໂທດ ເຈົ້າໜ້າທີ່ ຜູ້ທີ່ພົວພັນ ເຣື່ອງການຕັດໄມ້ເຖື່ອນ ເບົາເກີນໄປ, ບາງກໍຣະນີ ກໍພຽງແຕ່ ຍ້າຍໄປຮັບ ໜ້າທີ່ຕຳແໜ່ງໃໝ່ ເທົ່ານັ້ນ ສະນັ້ນ ເຈົ້າໜ້າທີ່ ຂອງຣັຖ ຈຶ່ງບໍ່ຢ້ານ ຕໍ່ມາຕການ ລົງໂທດດັ່ງກ່າວ.

ທີ່ຜ່ານມາ ເຈົ້າໜ້າທີ່ ສະເພາະກິດ ກວດກາໄມ້ ໄດ້ດໍາເນີນ ການຕິດຕາມ, ກວດກາ ການລັກຕັດໄມ້, ລັກເຄື່ອນຍ້າຍໄມ້ ແລະ ບຸກເບີກ ເນື້ອທີ່ປ່າໄມ້ ທີ່ບໍ່ຖືກຕ້ອງ ແລະ ຈົນເຖິງປັຈບັນ ກໍຍັງບໍ່ໝົດໄປ.

ເກີດມີ ເຫດການ ໄຟໄໝ້ກອງໄມ້ ຍ້ອນວ່າ ມີການທຳລາຍ ຫຼັກຖານ ແລະ ໜີການກວດສອບ ຂອງເຈົ້າໜ້າທີ່ ຍົກຕົວຢ່າງ ໄຟໄໝ້ກອງໄມ້ ຢູ່ເມືອງໄຊເສດຖາ ແຂວງອັດຕະປື. 

ມີການຈັບໄມ້ 27 ຄັນຣົດ ໃນປີ 2017 ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ເຊິ່ງໄມ້ດັ່ງກ່າວ ເປັນຂອງຄອບຄົວ ອາດີດເຈົ້າແຂວງອັດຕະປື ແລະ ເວລາຕໍ່ມາ ເຈົ້າແຂວງຄົນ ດັ່ງກ່າວ ກໍຖືກປົດ ຕຳແໜ່ງ ແລະ ຖືກຍ້າຍ ເຂົ້າມາປະຈຳ ຢູ່ສຳນັກງານນາຍົກຣັຖມົນຕຼີ.  

ທ່ານ ສົມພອນ ແກ້ວຫາວົງ, ຫົວໜ້າກົມກວດກາປ່າໄມ້, ໄດ້ກ່າວຕື່ມອີກວ່າ: ເຫັນໄດ້ ການອອກນິຕິກັມ ຂອງຂັ້ນເທິງ ແລະ ທ້ອງຖິ່ນ ຈໍານວນ​ນຶ່ງ ບໍ່ທັນເຂັ້ມ​ງວດ ເຮັດໃຫ້ເກີດມີ ຊ່ອງຫວ່າງ ແລະ ຄວາມຮັບຜິດຊອບ ຂອງພະນັກງານ ທີ່ຖືກແຕ່ງຕັ້ງ ໃຫ້ໄປຕິດຕາມ ກວດກາເອົາໄມ້ຂຶ້ນຣົດ ບໍ່ສູງ.

ທີ່ຜ່ານມາ ຢູ່ແຕ່ລະແຂວງ ຈະມີເຈົ້າໜ້າທີ່ຂັ້ນສູງ ຣະດັບຂອງແຂວງ ມີສ່ວນພົວພັນ ອະນຸຍາດ ໃຫ້ມີການຕັດໄມ້ ທັງໃນ ແລະ ນອກໂຄຕ້າ ດ້ວຍການຂຶ້ນ ແຜນການ ເຮັດໂຄງການ ພັທນາປູກໄມ້ ອຸດສາຫະກັມ, ສ້າງເຂື່ອນ ແລະ ຂຸດຄົ້ນບໍ່ແຮ່ ເພື່ອໃຫ້ໄດ້ ໂຄຕ້າຕັດໄມ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org