ລຸງທິດໄພ ໄດ້ອອກຄຸກ ສູ້ຄະດີ
ລຸງທິດໄພ ທີ່ຖືກຈັບ ເຣື່ອງ ທີ່ດິນ ຢູ່ ເມືອງປາກກະດິງ ຖືກປ່ອຍຕົວ ອອກມາ ສູ້ ຄະດີ.
-
ອຸ່ນແກ້ວ ສຸກສະຫວັນ
2019-11-27 -
-
-
Your browser doesn’t support HTML5 audio
ໃນກໍຣະນີ ຂອງລຸງທິດໄພ ທຳມະວົງ ອາຍຸ 69 ປີ ປະຊາຊົນ ບ້ານເລົ່າໃນ ເມືອງປາກກະດິງ ແຂວງບໍລິຄຳໄຊ ທີ່ຖືກເຈົ້າໜ້າທີ່ຕຳຣວດ ເມືອງປາກກະດິງ ຈັບຂັງຄຸກ ໃນວັນທີ 16 ກັນຍາ 2019 ໃນເຣື່ອງຂໍ້ຂັດແຍ່ງທີ່ດິນ ກັບ ໂຄງການປຸກສ້າງໂຮງໝໍ ຊຸມຊົນ ຂອງວຽດນາມ.
ຄວາມຄືບໜ້າ ຫລ້າສຸດກໍຄື ໃນວັນທີ 26 ພຶສຈິກາ, ລຸງທິດໄພ ທຳມະວົງ ຖືກປ່ອຍຕົວແລ້ວ ເພື່ອອອກມາສູ້ຄະດີ ຕາມຂະບວນການຂອງ ກົດໝາຍ ທີ່ຄອບຄົວຂອງລຸງທິດໄພ ໄດ້ຍື່ນຄຳຮ້ອງທຸກໄປຫາ ສະພາແຫ່ງຊາດ.
ຊາວບ້ານເລົ່າໃນ ຜູ້ທີ່ຮູ້ເຫດການ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ພຶສຈິກາ ວ່າ: ຍາຕພີ່ນ້ອງ ແລະ ຄົນໃນຄອບຄົວ ຂອງທິດໄພ ໄດ້ໃຊ້ເງິນຈຳນວນ 7 ລ້ານກີບ ເພື່ອປະກັນຕົວທິດໄພ ອອກມາສູ້ຄະດີ.
ຊາວບ້ານ ທ່ານນີ້ກ່າວຕື່ມອີກວ່າ ຄອບຄົວ ທິດໄພ ຕ້ອງສູ້ໃຫ້ເຖິງທີ່ສຸດ ຖ້າສະພາແຫ່ງຊາດ ຕັດສິນວ່າແນວໃດກໍຈະເອົາຕາມນັ້ນ.
ຄອບຄົວທິດໄພ ໄດ້ຍື່ນຄຳຮ້ອງທຸກໄປຫາສະພາແຫ່ງຊາດ ໃນວັນທີ 15 ຕຸລາ ປີ 2019 ເພື່ອຂໍໃຫ້ສະພາແຫ່ງຊາດ ລົງໄປກວດສອບ ກໍຣະນີດັ່ງກ່າວ, ແລະ ປັດຈຸບັນເຈົ້າໜ້າທີ່ສະພາແຫ່ງຊາດ ກຳລັງຄົ້ນຄວ້າ ພິຈາຣະນາ.
ເຈົ້າໜ້າທີ່ສະພາແຫ່ງຊາດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ພຶສຈິກາ ວ່າ:
"ຕອນນີ້ ເພິ່ນກຳລັງຄົ້ນຄວ້າ ຢູ່ເດີ, ກຳລັງຄົ້ນຄວ້າຢູ່ເຈົ້າ ເພິ່ນມາຍື່ນວັນທີ 15 [ຕຸລາ] ເນາະ ແຕ່ວ່າ ທາງໜ່ວຍງານຂອງພວກເຮົາ ໄດ້ຮັບເອກະສານ ວັນທີ ວັນທີ 17 [ຕຸລາ] ອື ໂຕນີ້ ຕ້ອງເບິ່ງຣາຍລະອຽດກ່ອນເດີ ຍັງຄົ້ນຄວ້າຢູ່ ເຈົ້າ."
ລຸງທິດໄພ ໄດ້ຍື່ນຄຳຮອງທຸກໄປຫາ ສະພາປະຊາຊົນຂັ້ນແຂວງ ບໍລິຄຳໄຊ ໃນປີ 2017, ແຕ່ ລາວ ບໍ່ຍອມຮັບການໄກ່ເກັ່ຽ ຍ້ອນລາວ ເຫັນວ່າ ການໄກ້ເກັ່ຽບໍ່ຍຸຕິທັມຕໍ່ລາວ.
ເຈົ້າໜ້າທີ່ສະພາປະຊາຊົນ ແຂວງບໍລິຄຳໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ພຶສຈິກາ ວ່າ:
"ເຣື່ອງໂຕນີ້ຫັ້ນລະ ແມ່ນລາວສົ່ງມາແຕ່ປີ 2017 ແລ້ວ ພວກເຮົາລົງໄປແລ້ວ ຄວາມໝາຍຄືລາວຫັ້ນ ໄດ້ສົ່ງມາດົນ ທາງພວກເຮົາກະ ເຄີຍໄປ ເຄີຍອິຫຍັງກັບລາວ ແລ້ວລາວບໍ່ຍອມ."
ເພື່ອສອບຖາມ ຂໍ້ມູນເພີ້ມ ເອເຊັຽເສຣີໄດ້ໂທຣະສັບ ຫາເຈົ້າໜ້າທີ່ຕຳຣວດ ແຂວງບໍລິຄຳໄຊ ແລະ ເຈົ້າໜ້າທີ່ຕຳຣວດ ເມືອງປາກກະດິງ, ແຕ່ ບໍ່ມີທ່ານໃດ ຮັບໂທຣະສັບ.
ກໍຣະນີການຈັບຕົວລຸງທິດໄພ ໃນເດືອນຕຸລາ, ຄອບຄົວຂອງລາວ ກ່າວວ່າ ຍ້ອນວ່າ ລາວ ບໍ່ຍອມເຊັນມອບດິນ ຂອງລາວ ໃຫ້ໂຄງການ ສ້າງໂຮງໝໍ ຊຸມຊົນ ຂອງວຽດນາມ.
ແຕ່ ໃນເດືອນຕຸລາ ທີ່ຜານມາ, ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ໄດ້ເວົ້າຢູ່ໃນແຈ້ງການວ່າ ດິນຕອນທີ່ທິດໄພຄອບຄອງ ຢູ່ນັ້ນ ເປັນດິນເຂດສງວນ ຂອງຣັຖ ແລະ ຣັຖມີຄວາມຕ້ອງການ ຈະໄດ້ປຸກສ້າງໂຮງໝໍຊຸມຊົນ ຂອງເມືອງປາກກະດິງ ເພື່ອຮັບໃຊ້ປິ່ນປົວ ສຸຂພາບ ແກ່ພະນັກງານ ແລະ ປະຊາຊົນ ໂດຍ ມີທຶນຊ່ວຍເຫລືອ ຈາກປະເທດເພື່ອນມິດວຽດນາມ.
ອີງຕາມຂໍ້ມູນຈາກຄອບຄົວ ຂອງທິດໄພ, ທີ່ດິນເນື້ອທີ່ 1.5 ເຮັກຕາ ເປັນທີ່ດິນຂອງ ພໍ່ ແລະ ແມ່ ຂອງທິດໄພ ໄດ້ຖືຄອງມາແຕ່ 1968 ແລະ ຕໍ່ມາ ປີ 1985 ຈຶ່ງໄດ້ມອບໂອນກຳມະສິດ ທີ່ດິນຕອນນັ້ນ ໃຫ້ທິດໄພ, ໃນຂນະທີ່ ອຳນາດການປົກຄອງ ບ້ານເລົ່າໃນ ກໍຢັ້ງຢືນວ່າ ທີ່ດິນຂອງທິດໄພ ແທ້.