ມີການລັກອຸປະກອນ ທາງຣົຖໄຟລາວ-ຈີນ 73 ກໍຣະນີ ໃນປີ 2023

ໃນປີ 2023 ມີການລັກນ໊ອດ ສລັກກຽວ ແລະສາຍໄຟຟ້າ ຕາມທາງຣົຖໄຟລາວ-ຈີນ 73 ກໍຣະນີ, ໄດ້ກັກໂຕຜູ້ຕ້ອງຫາ 71 ຄົນ. ໃນນັ້ນ ໄດ້ດໍາເນີນຄະດີ 36 ຄົນ ແລະອີກ 35 ຄົນໄດ້ຖືກສຶກສາອົບຮົມ.

ຮູບໂຕຢ່າງປະກອບ: ປກສ ເມືອງໄຊທານີ ຈັບຜູ້ລັກຕັດສາຍໄຟຟ້າ ເສັ້ນທາງຣົຖລາວ-ຈີນ. ວັນທີ 4 ພຶສຈິກາ 2022. Credit Photo ຄວາມສະຫງົບ Lao Security News

ຕລອດປີ 2023 ທີ່ຜ່ານມາ ໄດ້ມີການລັກນ໊ອດ ສລັກກຽວ ສາຍໄຟຟ້າ ແລະອຸປະກອນຕ່າງໆ ຕາມເສັ້ນທາງຣົຖໄຟລາວ-ຈີນ 73 ກໍຣະນີ ແລະໄດ້ກັກໂຕຜູ້ຕ້ອງຫາ 71 ຄົນ. ໃນນັ້ນ ໄດ້ນໍາໂຕໄປດໍາເນີນຄະດີຕາມກົດໝາຍ 36 ຄົນ ແລະອີກ 35 ຄົນໄດ້ຖືກສຶກສາອົບຮົມ, ອີງຕາມການຣາຍງານ ຂອງກົມຕໍາ ຣວດທາງຣົຖໄຟ ກະຊວງປ້ອງກັນຄວາມສງົບ ໃນເດືອນມີນານີ້.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງກົມຕໍາຣວດທາງຣົຖໄຟ ເພື່ອຂໍຮູ້ຣາຍລະອຽດ ແຕ່ເຈົ້າໜ້າທີ່ ທີ່ຮັບຜິດຊອບເຣື່ອງນີ້ ບໍ່ສະດວກທີ່ຈະເປີດເຜີຍຂໍ້ມູນໄດ້.

ແຕ່ເຖິງຢ່າງໃດກໍຕາມ ພະນັກງານທ່ານນຶ່ງ ທີ່ເຮັດວຽກຢູ່ບໍຣິສັດ ກ່ຽວກັບການຮັກສາຄວາມປອດພັຍ ຕາມເສັ້ນທາງຣົຖໄຟນັ້ນ ກໍກ່າວວ່າ ສໍາລັບຂໍ້ມູນເຣື່ອງການດໍາເນີນຄະດີຜູ້ຕ້ອງຫາ 36 ຄົນນັ້ນ ທ່ານບໍ່ມີໜ້າທີ່ເປີດເຜີຍຂໍ້ມູນ, ສາມາດເວົ້າໄດ້ພຽງແຕ່ວ່າ ປັດຈຸບັນ ຢູ່ຕາມສະຖານີຣົຖໄຟແຕ່ລະແຫ່ງ ກໍກໍາລັງຕ້ອງການພະນັກງານຮັກສາຄວາມປອດພັຍ ຫລາຍຕໍາແໜ່ງ ເພື່ອກວດກາ ແລະເວນຍາມຕາມເສັ້ນທາງຣົຖໄຟ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 26 ມີນານີ້ວ່າ:

ມີຂໍ້ມູນຢູ່ ແຕ່ວ່າເຮົາບໍ່ສາມາດໃຫ້ຂໍ້ມູນໂຕນີ້ໄດ້ ເປັນຂໍ້ມູນຂອງທາງບຣິສັດເຮົາ ພະນັກງານທາງບໍຣິສັດເຮົາຫວາ ເຂົາເຈົ້າກໍດຽວນີ້ ສະເພາະຢູ່ແຕ່ລະບ່ອນອື່ນ ເຂົາເຈົ້າກໍຮັບໝົດ ເພາະວ່າແຕ່ລະບ່ອນເຂົາເຈົ້າຈະຮັບ ເພີ່ມຕື່ມ ແຕ່ລະຈຸດມັນກໍຈະມີ.

ແລະພະນັກງານນາງນຶ່ງ ທີ່ປະຈໍາການຢູ່ບໍຣິສັດຮັກສາຄວາມປອດພັຍ ກໍຢືນຢັນວ່າ ໃນໄລຍະຜ່ານມາ ໄດ້ຈັບຄົນທີ່ກໍ່ເຫດລັກເຄື່ອງຕາມເສັ້ນທາງຣົຖໄຟແທ້ ແລະກໍໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຣວດນໍາໄປດໍາເນີນຄະດີ. ກໍຣະນີດັ່ງກ່າວເກີດຂື້ນທັງຢູ່ນະຄອນຫລວງວຽງຈັນ ແລະແຂວງອື່ນໆ ທີ່ຣົຖໄຟແລ່ນຜ່ານ ແລະທາງບໍຣິສັດຂອງນາງກໍກໍາລັງຕ້ອງການພະນັກງານຮັກສາຄວາມປອດພັຍຈໍານວນຫລາຍ ເພື່ອມາສະກັດກັ້ນກຸ່ມດັ່ງກ່າວ ດັ່ງທີ່ນາງເວົ້ສວ່າ:

ຄົນຮ້າຍຫັ້ນບໍ່ ກະມຮໂດຍລວມແລ້ວ ກະມີນະຄອນຫລວງ ຕ່າງແຂວງ ກະມີເນາະ ກະໃຫ້ໜ່ວຍງານຕໍາຣວດເຂົາເປັນຄົນຈັດການເນາະ ໂອ໋ ຮັບ ເຈົ້າ ຄັນວ່າມາສມັກນໍາພວກເຮົາ ກໍຈະສົ່ງໄປຕາມຈຸດຍາມ ທີ່ລູກຄ້າຕ້ອງການເນາະ.

ສໍາລັບຢູ່ສະຖານີບໍ່ເຕັນ ແຂວງຫລວງນໍ້າທາ ຊຶ່ງເປັນສະຖານີທີ່ເຊື່ອມຕໍ່ກັບສະຖານີບໍ່ຫານຂອງຈີນ ກໍກໍາລັງຕ້ອງການພະນັກງານຮັກສາຄວາມປອດພັຍຫລາຍຄົນ ເພື່ອມາກວດກາ ແລະເວນຍາມ ດັ່ງພະນັກງານທ່ານນຶ່ງຢູ່ສະຖານີບໍ່ເຕັນກ່າວວ່າ:

ມັນເປັນວຽກຮັກສາຄວາມປອດພັຍ ມັນບໍ່ໄດ້ໃຊ້ວຸດທິສຶກສາແມ່ນຫຍັງຫລາຍ ມີແຕ່ຖືວ່າເຮັດວຽກດຸໝັ່ນ ເຮັດວຽກນໍາຫລາຍຄົນໄດ້ ກະໂອເຄແລ້ວ ມີການປ່ຽນແປງຕລອດນ່າ ພະນັກງານອອກວຽກບໍ່ ເຂົ້າວຽກ ມີ 2 ກະສິມີ 4 ໂທງແລງຫາ 12 ໂມງຕອນເດິກ ແລ້ວກໍ 12 ໂມງຫາ 8 ໂມງເຊົ້າ.

ສໍາລັບກຸ່ຄົນທີ່ກໍ່ເຫດ ລັກເຄື່ອງຕາມເສັ້ນທາງຣົຖໄຟນັ້ນ ຊາວບ້ານ ທີ່ຢູ່ໃກ້ກັບເຂດທາງຣົຖໄຟຜູ້ນຶ່ງເຊື່ອວ່າ ຈໍານວນນຶ່ງກໍແມ່ນຜູ້ທີ່ຕິດຢາເສບຕິດ ທີ່ພະຍາ ຍາມລັກເຄື່ອງນໍາໄປຂາຍ ເພື່ອຫາເງິນມາຊື້ຢາເສບຕິດໄວ້ເສບ ຊຶ່ງຕາມປົກ ກະຕິແລ້ວ ຢູ່ໃນແຕ່ລະເຂດບ້ານ ທີ່ມີທາງຣົຖໄຟຜ່ານ ກໍມີເຈົ້າໜ້າທີ່ທະຫານກວດກາ ແລະເວນຍາມຢ່າງເຂັ້ມງວດ ດັ່ງທີ່ລາວເວົ້າວ່າ:

ພວກເສບຢາ ເສບຫຍັງຫັ້ນແຫລະ ພວກເດັກນ້ອຍເສບຢາ ກໍໄດ້ຍິນນາຍບ້ານປະກາດຢູ່ວ່າ ຫ້າມລູກຫ້າມຫລານເຂົ້າໄປໃນເສັ້ນທາງຣັຖໄຟ ພວກທະຫານເຂົາຍາມເປັນຈຸດໆ.

ແລະຜູ້ປະກອບການຮັບຊື້ເຫລັກເສດຫລສຍແຫ່ງ ກໍໄດ້ພາກັນລະມັດລະວັງທີ່

ສຸດ ຍ້ອນຢ້ານວ່າ ກຸ່ມຄົນບໍ່ດີຈະນໍາເອົາເຫລັກເສດ ນ໊ອດ ຫລືວັດຖຸອື່ນໆ ທີ່ລັກເອົາມາຈາກທາງຣົຖໄຟ ແລ້ວເອົາມາຂາຍໃຫ້ ຊຶ່ງຈະເຮັດໃຫ້ເຈົ້າຂອງຮ້ານມີຄວາມຜິດໄປນໍາ ໃນຂໍ້ຫາຮັບຊື້ຂອງໂຈນ ດັ່ງຜູ້ປະກອບການຮ້ານຮັບຊື້ເຫລັກເສດຜູ້ນຶ່ງເວົ້າວ່າ:

ບໍ່ໆ ບໍ່ໄດ້ຮັບແນວນັ້ນນ່າ ແມ່ນແຫລະ ຜິດ ບໍ່ໄດ້ ບໍ່ ບໍ່ມີນ່າ ບໍ່ຮູ້ນໍາເຂົາ ແນວຄິດ.

ເມື່ອກ່ອນໜ້ານີ້ ໃນປີ 2022 ໄດ້ເກີດເຫດບໍ່ດີຕາມເສັ້ນທາງຣົຖໄຟລາວ-ຈີນ ທັງໝົດ 52 ຄະດີ ເປັນຕົ້ນ ກໍຣະນີລັກເຫລັກ ແລະອຸປະກອນຕ່າງໆ ຊຶ່ງ ຜແນກຕໍາຣວດຣົຖໄຟ ສາມາດແກ້ໄຂໄດ້ 22 ຄະດີ ພ້ອມທັງກັກໂຕຜູ້ກໍ່ເຫດໄດ້ 18 ຄົນ,ຍືດຂອງກາງໄດ້ຫລາຍລາຍການ ແລະໄດ້ນໍາສົ່ງຄືນໃຫ້ບໍຣິສັດ ທາງຣົຖໄຟ.

ອີງຕາມກົດໝາຍອາຍາ ມາດຕຮາ 156 ບຸກຄົນໃດຫາກໄດ້ມີການກະທໍາ ທີ່ເປັນການລະເມີດລະບຽບ ແລະເປັນອັນຕະລາຍຕໍ່ຄວາມປອດພັຍຂອງຣົຖໄຟ ສະຖານີຣົຖໄຟ ຈະຖືກລົງໂທດຈໍາຄຸກ ແຕ່ 5 ປີຫາ 10 ປີ ແລະປັບໃໝແຕ່ 5 ລ້ານຫາ 20 ລ້ານກີບ ແລະຫາກໄດ້ສ້າງຄວາມເສັຍຫາຍຢ່າງຫລວງຫລາຍ ກໍຈະຖືກລົງໂທດຈໍາຄຸກແຕ 10 ປີຫາ 20 ປີ ແລະປັບໃໝແຕ່ 15 ລ້ານຫາ 150 ລ້ານກີບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org