ການສລອງວັນ ຂອບຄຸນພຣະເຈົ້າ ຢູ່ ສປປ ລາວ

ການສເລີມສລອງ ວັນຂອບຄຸນພຣະເຈົ້າ ຂອງຊາວຄຣິສຕຽນລາວ ໃນທົ່ວປະເທດ ປີນີ້ ຈະຈັດຂື້ນຢ່າງຣຽບງ່າຍ ຍ້ອນ ບໍ່ສາມາດສລອງ ກັນເປັນກຸ່ມໄດ້ ຫລາຍຄົນ.

ຊາວຄາໂຕລິກລາວ, ວັນທີ່ 15 ເດືອນ ກັນຍາ 2018 RFA

ການສເລີມ ສລອງວັນຂອບຄຸນພຣະເຈົ້າ ຂອງຊາວຄຣິສຕຽນລາວ ໃນທົ່ວປະເທດຊຶ່ງກົງກັບວັນທີ 25 ພຶສຈິກາ ປີນີ້ ຈະຈັດຂຶ້ນຢ່າງຣຽບງ່າຍ ຍ້ອນບໍ່ສາມາດໂຮມກັນໄດ້ຫລາຍຄົນ  ເພື່ອປະຕິບັດຕາມມາຕການປ້ອງກັນໂຄວິດ-19  ບາງທ້ອງຖິ່ນຈະຈັດພິທີ ສເລີມສລອງວັນຂອບຄຸນ ພຣະເຈົ້າໃນໂບດ ແຕ່ຕ້ອງມີການຈຳກັດຜູ້ຮ່ວມງານ ແຕ່ສ່ວນໃຫຍ່ຈະຈັດພາຍໃນຄອບຄົວ ຫລືຜ່ານສື່ສັງຄົມອອນລາຍນ໌ ດັ່ງຊາວ ຄຣິສຕຽນ ແຂວງຫລວງພຣະບາງ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີໃນວັນທີ 24 ພຶສຈິການີ້ວ່າ:

ຈັດຢູ່ເຮືອນໂຕເອງກໍມີ ແລ້ວແຕ່ບາງຄຣິສຕະຈັກ ກະອາດຈະຈັດຢູ່ໂບດ ມີແຕ່ລະຫວ່າງຜູ້ນຳ ແຕ່ວ່າຈຳກັດຈຳນວນຄົນ ບໍ່ໃຫ້ເກີນ 20 ຄົນ ຈຳກັດຈຳນວນຄົນຮ່ວມເນາະ ແລ້ວກະຮັກສາໄລຍະຫ່າງ ມີບາງກຸ່ມທີ່ຂະເຈົ້າຈະເຮັດທາງອອນລາຍ

ທ່ານກ່າວຕື່ມວ່າ ປີນີ້ຖືວ່າພຣະເຈົ້າໄດ້ໃຫ້ພອນ ແກ່ຊາວຄຣິສຕຽນລາວຫລາຍຄົນ ໃຫ້ມີສຸຂພາບຄວາມເປັນຢູ່ຢ່າງຮົ່ມເຢັນ ທັງອາຫານຫານກິນ ການກະເສດແລະການລ້ຽງສັດໃນ ຂນະທີ່ບັນຫາຊາວຄຣິສຕຽນລາວຖືກຂົ່ມເຫັງໃນເຂດທ້ອງຖິ່ນນັ້ນ ກໍເຫັນວ່າຫລຸດລົງຫລາຍແລ້ວ ແຕ່ກໍຍັງມີບາງບ້ານ ທີ່ເຈົ້າຫນ້າທີ່ຂັ້ນບ້ານ ຍັງຂົ່ມເຫັງຊາວຄຣິສຕຽນຢູ່ ຍ້ອນບໍ່ພໍໃຈທີ່ເຂົາເຈົ້າປະລະ ການເຊື່ອຖືບັນພະບຸຣຸດ ແລ້ວຫັນໄປເຊື່ອຖືສາສນາຄຣິສຕຽນແທນ.

ໃນຂນະທີ່ຊາວຄຣິສຕຽນລາວ ຢູ່ແຂວງວຽງຈັນ ນາງນື່ງກ່າວວ່າ ສຳລັບການຈັດພິທີ ວັນຂອບຄຸນພຣະເຈົ້າໃນເຂດທອ້ງຖິ່ນທີ່ນາງອາສັຍຢູ່ນັ້ນ ກໍຈະຈັດຂຶ້ນແບບ ຣຽບງ່າຍເຫມືອນກັນໃນປີນີ້ ສວ່ນໃຫຍ່ຈະຈັດຂຶ້ນໃນຄອບຄົວ ຍ້ອນປະຕິບັດມາຕການ ປ້ອງກັນໂຄວິດ-19 ດັ່ງນາງເວົ້າວ່າ:

ວັນຂອບຄຸນພຣະເຈົ້າ ກະຄັນຊີ່ເວົ້າຂອບຄຸນ ມັນແລ້ວແຕ່ຂອງຄົວໃຜຄອບຄົວລາວ ມັນແລ້ວແຕ່ຄົນ ແມ່ນເຮັດຕາມເຮືອນ ບໍ່ໄດ້ເຮັດໃນໂບດ ໃນໂບດກໍມີແຕ່ຄຣິສມາສ ແບບນີ້ປະມານນີ້ຫັ້ນນ່າ

ຊາວຄຣິສຕຽນອີກທ່ານນຶ່ງ ຢູ່ແຂວງວຽງຈັນ ກໍກ່າວແບບດຽວກັນວ່າ ຊາວຄຣິສຕຽນຢູ່ແຂວງວຽງຈັນ ກໍຈະຈັດພິທີວັນຂອບຄຸນພຣະເຈົ້າ ພາຍໃນຄອບຄົວຫລາຍກວ່າ ໃນປີນີ້ແລະຫລີກລຽງການໄປໂບດ ແລະຈະບໍ່ໄດ້ເຊີນເຈົ້າໜ້າທີ່ ເຂົ້າຮ່ວມງານ ເຫມືອນດັ່ງທີ່ຜ່ານມາ.

ງານຂອບຄຸນພຣະເຈົ້າຫັ້ນຫວ່າ ໂອ ຢູ່ໃນໂບດພວກເຮົານີ້້ ທີ່ຜ່ານມາຫັ້ນເຄີຍຈັດຢູ່ ແຕ່ວ່າຄືຊີ່ບໍ່ໄດ້ຈັດ ປີນີ້ ຍຸ້ງຍາກຫລາຍ ຍ້ອນພະຍາດໂຄວິດ-19 ຫັ້ນນ່າ

ຊາວຄຣີສຕຽນລາວຢູ່ແຂວງສາຣະວັນກ່າວວ່າ ການສເລີມສລອງວັນຂອບຄຸນ ພຣະເຈົ້າໃນປີນີ້ ສ່ວນຫລາຍຈະຈັດໃນຄອບຄົວຫລາຍກວ່າ  ພາຍຫລັງທີ່ເຈົ້່າໜ້າທີ່ ຂັ້ນເມືອງ ຂັ້ນບ້ານອະນຸບາດໃຫ້ຈັດພິທີໄດ້ ແຕ່ບໍ່ໃຫ້ມີການເຕົ້າໂຮມກັນ ຫລາຍຄົນ ດ່ັງ ທ່ານເວົ້າວ່າ:

ກະມີຫລາຍຢູ່ເຂົາຜ່ອນຜັນເບາະ ງານອີ່ຫຍັງ ງານຂອບຄຸນພຣະເຈົ້າ ງານດອງ ງານປົງສົບ ງານອື່ນໆ ໄປຢ້ຽມຢາມກະໄດ້ຢູ່ ບໍ່ມີໃຜຂັດແຍ່ງດອກ

ສ່ວນຄຣູສອນ ສາສນາຄຣີສຕຽນໃນລາວ ທ່ານນຶ່ງກ່າວວ່າ ການັຈດພີທີວັນຂອບຄຸນພຣະເຈົ້າ ຂອງຊາວຄຣິສຕຽນລາວ ໃນປີນີ້ ຍັງຢູ່ໃນພາຍໃຕ້ການຄວບຄຸມ ມາຕການປ້ອງກັນໂຄວິດ-19 ຢູ່ ຈຶ່ງເຮັດໃຫ້ການສເລີມສລອງ ໃນຫລາຍພື້ນທີ່ຈະບໍ່ຄຶກຄັກປານໃດ ຍ້ອນຍັງມີຫານປິດບ້ານ ປິດເມືອງໃນຫລາຍເຂດຢູ່ ເຮັດໃຫ້ບໍ່ສາມາດເດີນທາງ ໄປມາຫາກັນໄດ້.

ຈັດຢູ່ເຮືອນເຂົາ ເຂົາຊີເຮັດຢູ່ບ້ານເຂົາເອງ ທາງບ້ານຫັ້ນມັນມີການກີດຂວາງ ສອງມາກະພຍາດ ພີ່ນ້ອງຕິດເຊື້ອໃໝ່ໆ ຜູ້ເປັນໄຂ້ກະຢູ່ດີມີແຮງ ດຽວນີ້ເພີ່ນກະຊີ່ຈັດງານ

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ແນວລາວສ້າງຊາດ ທ່ານນຶ່ງເວົາວ່າ ທາງສູນກາງແນວລາວສ້າງຊາດ ກໍອະນຸຍາດໃຫ້ຊາວຄຣິສຕຽນລາວ ສາມາດຈັດງານວັນຂອບຄຸນພຣະເຈົ້າ ໄປຕາມປັກກະຕິ ຕາມຄວາມເຊື່ອຂອງຊາວຄຣິສຕຽນ ໂດຍຂໍຄວາມຮ່ວມມືໃຫ້ຈັດພິທີພາຍໃຕ້ ມາຕການຄວບຄຸມໂຄວິດ-19 ຢູ່ງເຄັ່ງຄັດ.

ວັນຂອບຄຸນພຣະເຈົ້າ ເປັນວັນຊາວຄຣິສຕຽນອາເມຣິກັນ ຣຳລຶກເຖິງບຸນຄຸນຂອງພຣະຜູ້ທີ່ຊ່ອຍໃຫ້ບັນພຣະບຸຣຸດພວກເຂົາເຈົ້າ ອົພຍົບມາຕັ້ງຖິ່ນຖານຢູ່ປະເທດສະຫະຣັັຖອະເມຣິກາ ເປັນຊຸດທຳອິດ ເມືອປະມານ 400 ຜີຜ່ານມາ ໂດຍຈະສເລີມສລອງກັນໃນວັນພະຫັດຂອງສັປດາທີ 4 ເດືອນພຶສຈິກາ ແຕ່ລະປີ ແຕ່ໃນປີນີ້ ຈະຕົງກັບວັນທີ 25 ພຶສຈິກາ.

ນອກຈາກນີ້ແລ້ວ ຍັງມີວັນຄຣິສມາສ ທີ່ເປັນວັນສຳຄັນ ຂອງສາສນາຄຣິສຕຽນໃນທົ່ວໂລກ ຮວມທັງຊາວຄຣິສຕຽນລາວ ຊື່ງມັກຈັດພິທີສເລີມ ສລອງບຸນຄຣິສມາສກັນໃນແຕ່ລະປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org