ບໍຣິສັດໄທ ຈະສ້າງ ເມືອງທັນສມັຍ

ບໍຣິສັດ ອັມຕະ ຂອງໄທ ກໍາລັງ ສຶກສາສໍາຣວດ ໂຄງການ ສ້າງ ເມືອງທັນສມັຍ ຢູ່ ແຂວງອຸດົມໄຊ ແລະ ແຂວງຫລວງນໍ້າທາ

ສນາມກິລາ ແຂວງອຸດົມໄຊ RFA/VD

ບໍຣິສັດອັມຕະ ຂອງໄທ ກໍາລັງສຶກສາສໍາຣວດ ຄວາມເປັນໄປໄດ້ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເພື່ອສ້າງເມືອງທັນສມັຍ (Amata Smart City) ຊຶ່ງຈະກວມເອົາເນື້ອທີ່ 2,500 ເຮັກຕາ​ຣ໌, ຫລັງຈາກ ທ່ານ ວິກຣົມ ກົມມະດິດ, ປະທານ ບໍຣິສັດ, ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ທ່ານ ຄໍາພັນ ເຜີຍຍະວົງ, ເຈົ້າແຂວງ ແຂວງອຸດົມໄຊ, ເມື່ອວັນທີ 1 ມົກຣາ 2019, ດັ່ງ ເຈົ້າໜ້າທີ່ ຫ້ອງການແຜນການ ແລະ ການລົງທຶນ ເມືອງນາໝໍ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 7 ມົກຣາ ນີ້ວ່າ:

”ກໍາລັງລົງເກັບກໍາຂໍ້ມູນສຶກສາ ຄວາມເປັນໄປໄດ້ ພື້ນທີ່ ໃນຂົງເຂດ ໃນ MOU ຂອງການສໍາຣວດໂຄງການ ໄດ້ປະມານ 80 ປາຍເປີເຊັນ ນີ້ແຫລະ ຢູ່ໃນແຜນ 2,500 ເຮັກຕາ​ຣ໌ ທີ່ແນ່ນອນຄື ເພິ່ນສ້າງ ເປັນເມືອງທັນສມັຍ."

ທ່ານກ່າວຕຶ່ມວ່າ ເວົ້າສະເພາະ ຢູ່ເມືອງນາໝໍ້ ໃນເບື້ອງຕົ້ນທາງບໍຣິສັດ ຈະສັມປະທານ ເອົາດິນ ຂອງຣັດເຮັດໂຄງການນີ້ ແລະ ການສໍາຣວດ ກໍບໍ່ໄດ້ແຕະຕ້ອງ ດິນຂອງປະຊາຊົນ, ຢ່າງໃດກໍຕາມ ໂຄງການສ້າງ ເມືອງທັນສມັຍ ແຫ່ງນີ້ ຍັງບໍ່ຮູ້ຄັກແນ່ວ່າ ຈະເຣີ້ມຕົວຈິງ ເມື່ອໃດແທ້ ເພາະຍັງບໍ່ໄດ້ຜ່ານ ການອະນຸມັດ ຈາກຣັຖບານລາວເທື່ອ, ສ່ວນຣາຍລະອຽດອື່ນໆ ຍັງບໍ່ທັນຮູ້ຂໍ້ມູນ.

ທ່ານກ່າວ​ຕື່ມວ່າ ໂຄງການສ້າງເມືອງທັນສມັຍ ມີເປົ້າຫມາຍ ຈະຍົກຣະດັບ ສປປລາວ ໃຫ້ເຊື່ອມຕໍ່ ກັບບັນດາປະເທດໃກ້ຄຽງ ຊຶ່ງຈະມີການພັທນາ ຫລາຍດ້ານເປັນຕົ້ນ: ການຂົນສົ່ງຕາມແນວທາງ ພັທນາຢ່າງຍຶນຍົງ, ສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນລາວ ແລະ ພັທນາດ້ານອື່ນໆ ທີ່ເຮັດໃຫ້ລາວມີຄວາມທັນສມັຍ.

ປັຈຈຸບັນ ບໍຣິສັດອັມຕະ ເປັນເຈົ້າຂອງ ໂຄງການສ້າງເມືອງໃໝ່ ແລະ ພັທນາເຂດອຸດສາຫະກັມ ໃນປະເທດໄທ ແລະ ປະເທດວຽດນາມ ສ່ວນໂຄງການສ້າງເມືອງທັນສມັຍ ໃນແຂວງອຸດົມໄຊ ແລະ ແຂວງຫລວງນໍ້າທາ ຂອງລາວ ມີເປົ້າໝາຍ ຈະເຣີ້ມກໍ່ສ້າງ ໃນປີ 2019 ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org