ຣົດຂົນນ້ຳມັນຜ່ານໄທ ມາລາວ ຖືກກັກ
ເຈົ້າຫນ້າທີ່ ພາສີ ອາກອນ ທີ່ດ່ານໜອງຄາຍ ກັກຣົດ ຂົນນ້ຳມັນ ທີ່ບໍ່ມີ ຄຸນນະພາບ ໄປລາວ 8 ຄັນ.
-
ສິດນີ
2017-07-12 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ພາສີອາກອນ ດ່ານຫນອງຄາຍໄດ້ຈັບຜູ້ຂັບຣົດ ແລະກັກຣົດບັນທຸກນ້ຳມັນ 8 ຄັນ ທີ່ຂົນນ້ຳມັນ ຄຸນນະພາບຕ່ຳ ບໍ່ຄົບຈຳນວນ ແລະ ຜິດປະເພດ ເຂົ້າໄປລາວ ໃນວັນທີ 7 ກໍຣະກະດາ ທີ່ດ່ານຂົວ ມິດຕະພາບ ລາວ-ໄທ. ດັ່ງເຈົ້າຫນ້າທີ່ ດ່ານພາສີ ອາກອນໄທ ທ່ານນຶ່ງເວົ້າວ່າ:
"ເຈົ້າຂອງກຳມະສິດນ້ຳມັນຈິງ ຄືນ້ຳມັນ ແຊວແລະແອັສໂຊ ແຊວສອງຄັນ ແອັດໂຊ 6 ຄັນ ເຂົ້າມາໃນດ່ານ ເຂົາກໍເລີຍ ສັ່ງໃຫ້ ສູນພາສີ ອາກອນ ກວດສອບ ຢ່າງເຂັ້ມງວດ ຖ້າບໍ່ມີ ໃບຮັບຮອງນ້່ຳຫນັກມາ ສູນພາສີອາກອນ ບໍ່ປ່ອຍ ມາທຽບກັບ ໃບຂອງເຂົາ ກັບເຮົາມາມັນ ແມ໋ດກັນບໍ່ ນ້ຳຫນັກມັນໃກ້ຄຽງບໍ່ ທຸກຄັນຣົດ ຕ້ອງມີໃບນ້ຳຫນັກມາ ຖ້າບໍ່ມີໃບນ້ຳຫນັກ ບໍ່ປ່ອຍ".
ທ່ານກ່າວຕື່ມວ່າ ຣົດບັນທຸກນ້ຳມັນ 8 ຄັນນັ້ນໄດ້ຊື້ນ້ຳມັນແອັດຊັງ ຈາກບໍຣິສັດໃຫຍ່ແລ້ວມາປ່ຽນເປັນ ນ້ຳມັນກາຊວນ ທີ່ມີຄຸນນະພາບຕ່ຳ ບໍ່ໄດ້ມາຕຖານໃສ່ແທນ ກ່ອນສົ່ງໄປລາວ. ທ່ານວ່າ ໃນປັດຈຸບັນ ໄດ້ປ່ອຍຄົນຂັບຣົດທັງ 8 ຄົນແລ້ວ ຍ້ອນວ່າ ພວກຂະເຈົ້າ ເປັນພຽງຄົນ ຂັບຣົດຮັບຈ້າງ ເທົ່ານັ້ນ ບໍ່ແມ່ນຜູ້ປອມແປງ ນ້ຳມັນ ຜູ້ປອມແປງ ນ້ຳມັນນັ້ນແມ່ນ ບໍຣິສັດຫນອງຈິກ ປິໂຕຣລຽມ ເປັນຜູ້ຊື້ນ້ຳມັນ ທີ່ມີ ຄຸນນະພາບ ແລະ ປາຣິມານ ຈາກ ບໍຣິສັດແອັດໂຊ ແລະ ບໍຣິສັດແຊວ ແຕ່ເມື່ອສົ່ງໄປລາວ ພັດປ່ຽນເປັນນ້ຳມັນ ທີ່ບໍ່ມີ ຄຸນນະພາບ.
ສປປລາວ ເອົານ້ຳມັນເຂົ້າປະເທດ ສ່ວນໃຫຍ່ ຈາກໄທ ມາເລເຊັຽ ແລະວຽດນາມ ເຈົ້າຫນ້າທີ່ ກວດຄຸນນະພາບ ນ້ຳມັນ ໃນລາວ ທ່ານນຶ່ງ ເວົ້າວ່າ ນ້ຳມັນຈາກວຽດນາມ ສ່ວນໃຫຍ່ມີເມເທີນໍ ປະສົມຫຼາຍກວ່າຈາກໄທ ແລະຣົດບັນທຸກ ນ້ຳມັນຈາກໄທ ສ່ວນຫຼາຍບໍ່ຄົບ ປະຣິມານ ຕາມເອກສານ. ດັ່ງທ່ານກ່າວໃນ ຕອນນື່ງວ່າ:
"ບັນຫາຕົວນີ້ຂ້ອຍກໍຍັງບໍ່ເຂົ້າໃຈ ຕົວຢ່າງຣົດຂົນນ້ຳມັນ ຂອງໄທ ທີ່ຈະມາລາວ ໃນຫ້ອງຈະໃສ່ມາບໍ່ເຕັມ ຕົວຢ່າງວ່າມີ 5 ຫ້ອງ ໃສ່ມາແຕ່ ສາມຫ້ອງ ອີກສອງຫ້ອງພັດວ່າງ ຕາມທັມມະດາ ນ້ຳມັນມາຈາກໄທນີ້ ຈະຕ້ອງເຕັມ 5 ຫ້ອງໂລດ ຄັນຣົດສົ່ງອອກ ອັນນີ້ມີແຕ່ ສາມຫ້ອງ ອັນນີ້ຈຸດນຶ່ງ ເພາະວ່າເຂົາໄປໂລດລົງ ກາງທາງບໍ".
ທ່ານກ່າວຕື່ມວ່າ ວ່າງເດືອນກ່ອນ ເຈົ້າຫນ້າທີ່ ພາສີ ທີ່ດ່ານ ພູດູ່-ປາກລາຍ ແຂວງໄຊຍະບູຣີ ກໍກວດພົບນ້ຳມັນກາດ ໃນຣົດບັນທຸກນ້ຳມັນ ຈາກໄທ ແຕ່ເອກສານ ບອກວ່າ ເປັນນ້ຳມັນກາຊວນ ເຈົ້າຫນ້າທີ່ ຈຶ່ງບໍ່ອະນຸຍາດໃຫ້ ນຳເຂົ້າລາວ ແລະໄດ້ແຈ້ງ ໄປຍັງ ທາງການໄທ ໃຫ້ ກວດສອບ ເພີ້ມຕື່ມ.