ໄທ-ລໍຖ້າທາງການລາວມາກວດ ຕູ້ ສິນຄ້າ

ເຈົ້າໜ້າທີ່ ໄທ ລໍຖ້າ ທາງ ສະຖານ ທູດລາວ ປະຈໍາ ປະເທດ ໄທ ມາເປັນ ພິຍານ ເພື່ອ ເປິດຕູ້ ສິນຄ້າ ທີ່ ຄາດວ່າ ມີໄມ້ ຜິດ ກົດໝາຍ ຊຸກເຊື່ອງ ໄວ້.

ເຈົ້າໜ້າທີ່ໄທ ລໍຖ້າ ທາງການ ລາວ ຈາກ ສະຖານທູດ ລາວ ປະຈໍາໄທ ມາຮ່ວມກວດ ຕູ້ ສິນຄ້າ RFA

ພັນ ຕໍາຣວດ ໂທ ປະກອນ ສຸຊີວະກຸລ ເຈົ້າໜ້າທີ່ ກົມ ສອບສວນ ຄະດີ ພິເສດ ຜູ້ ຮັບ ຜິດຊອບ ກໍຣະນີ ການ ກັກຕູ້ ສິນຄ້າ ຂອງ ບໍຣິສັດ ລາວ 30 ຕູ້ ທີ່ ຕ້ອງ ສົງສັຍ ວ່າຈະມີ ໄມ້ ຂະຍຸງ ຜິດ ກົດໝາຍ ຊຸກເຊື່ອງ ໄວ໊ ໃນຕຸ້ ຢູ່ ທ່າເຮືອ ແຫລມ ສະບັງ ແຂວງ ທົນບູຣີ ປະເທດໄທ ເປິດເຜີຍ ວ່າ ບໍຣິສັດ ເອກກະຊົນ ເຈົ້າຂອງ ຕູ້ ໄດ້ແຈ້ງ ຕໍ່ ເຈົ້າໜ້າທີ່ ໄທວ່າ ໃນ ມື້ວັນທີ່ 27 ມົກຣາ 2015 ນີ້ ຈະພາ ເຈົ້າໜ້າທີ່ ສະຖານທູດ ລາວ ມາເປັນ ພິຍານ ໃນການ ພິສຸດ ເປິດຕູ້ ສິນຄ້າ ທີ່ຕ້ອງ ສົງສັຍວ່າ ເຊື່ອງໄມ້ ທີ່ ຜິດ ກົດໝາຍ ນັ້ນ. ດັ່ງ ທ່ານ ເວົ້າວ່າ:

“ ທ່ານວ່າ ເຣື້ອງ ສະຖານທູດ ນີ້ ເປັນ ຕົວແປ ທີ່ເຮົາ ຄວບຄຸມ ບໍ່ໄດ້ ແຕ່ວ່າ ທາງເຈົ້າຂອງ ສິນຄ້າ ເຂົາກໍ ຍືນຍັນວ່າ ເຂົາ ຈະພາມາ ມື້ອື່ນນີ້ ເຮົາເອງ ກໍຕຽມການ ອັນໃດ ອັນໃດ ໄດ້ກໍມີ ໄວ້ໝົດ ແລ້ວ ທກຸຢ່າງ ຝ່າຍເຮົາ ພ້ອມໝົດ ແລ້ວ ເຫຼືອແຕ່ ທາງ ສະຖານທູດ ເພີ່ນ ແນວດຽວ”.

ໃນ ກໍຣະນີ ຕູ້ ສິນຄ້າ ທີ່ຕ້ອງ ສົງສັຍນີ້ ມີຢູ່ວ່າ ທາງ ເຈົ້າໜ້າທີ່ ໄຫ ໄດ້ຮັບແຈ້ງ ຈາກ ສາຍ ຂ່າວວ່າ ມີການສົ່ງ ສິນຄ້າ ຜິດ ກົດໝາຍ ຜ່ານມາ ທາງ ແຂວງ ສາຣະວັນ ເຂົ້າໄທ ທີ່ດ່ານ (ເຂັມມະຣາດ) ແຂວງ ອຸບົນ ຣາຊທານີ ແລະ ຂົນຜ່ານ ທາງ ຣົດ ມາທີ່ ແຂວງ ທົນບູຣີ ກໍາລັງ ຈະ ສົ່ງຕໍ່ໄປ ປະເທດ ຈີນ ເມື່ອໄດ້ຮັບ ຂ່າວ ແລ້ວ ທາງ ຫ້ອງການ ຈຶ່ງໄດ້ ປະສານງານ ກັບ ເຈົ້າ ຂອງ ບໍຣິສັດ ດັ່ງກ່າວ ທີ່ ເປັນ ຄົນລາວ ເພື່ອ ຂໍກັກຕູ້ ສິນຄ້າ ດັ່ງກ່າວ ໄວ້ກ່ອນ ທີ່ທ່າເຮືອ ແລະ ຂໍກວດ ພາຍໃນ ຕູ້ ຊຶ່ງ ຕາມ ສັນຍາ Baselona ແລ້ວ ການ ຂໍກວດຕູ້ ສີຄ້າ ຕ້ອງມີ ຕົວແທນ ຈາກ ເຈົ້າຂອງ ຕູ້ ຢູ່ນໍາ, ທາງການໄທ ຈຶ່ງ ລໍຖ້າ ເຈົ້າໜ້າທີ່ ຝ່າຍລາວ ມາເປິດຕູ້ ດັ່ງກ່າວ ພ້ອມກັນ.

ຕາມ ຣາຍງານ ແຈ້ງວ່າ ສີ່ງ ທີ່ເຮັດໃຫ້ ທາງ ເຈົ້າໜ້າທີ່ ໄທ ສົງສັຍ ວ່າ ອາດຈະມີ ການ ຂົນສິ່ງທີ່ ຜິດ ກົດໝາຍ ນັ້ນ ກໍຍ້ອນ ວ່າ ຕາມ ເອກສານ ທີ່ ທາງ ບໍຣິສັດ ຜູ້ເປັນ ເຈົ້າຂອງ ແຈ້ງຕໍ່ ທາງການ ໄທ ນັ້ນ ພາຍໃນຕູ້ ມີໄມ້ ດູ່ ແປຮູບ ແຕ່ເມື່ອ ຊັ່ງນໍ້າຫນັກ ແລ້ວ ປະກົດວ່າ ຕູ້ ດັ່ງກ່າວ ມີ ນໍ້າຫນັກ ເກີນກວ່າ ທີ່ ແຈ້ງໄວ້ ໃນ ເອກສານ ປະມານ 15 ຫາ 30 ຕັນ ຕໍ່ຕູ້ ແລະ ຈາການ X-ray ພົບວ່າ ມີ ໄມ້ທ່ອນ ທີ່ ຍັງບໍ່ທັນ ແປຮູບ ປະປົນຢູ່ ທາງການ ໄທ ຈິ່ງກັກ ຕູ້ ທັງໝົດ ໄວ້ ທີ່ ທ່າເຮືອ ແຫລມ ສະບັງ ນັບແຕ່ ວັນທີ່ 19 ເດືອນ ມົກຣາ 2015.

ເພື່ອ ຄວາມ ກະຈ້າງແຈ້ງ ກ່ຽວກັບ ເຣື້ອງນີ້ ທາງ ວິທຍຸ ເອເຊັຽ ເສຣີ ໄດ້ ພຍາຍາມ ຕິດຕໍ່ ໄປຍັງ ສະຖານທູດ ລາວ ປະຈໍາ ບາງກອກ ທາງ ໂທຣະສັບ ຫລາຍເທື່ອ ເພື່ອ ຂໍຄໍາຊີ້ແຈງ ແຕ່ ບໍ່ສາມາດ ຕິດຕໍ່ ກັບ ເຈົ້າໜ້າທີ່ ຜູ້ຮັບ ຜິດຊອບ ໃນ ເຣື້ອງ ນິ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org