ນັກລົງທຶນຈີນ ຕ້ອງການສັມປະທານດິນ ປູກຕົ້ນວິກ ຈຳນວນຫຼາຍ

ນັກລົງທຶນຈີນ ຢູ່ເມືອງເຊໂປນ ແຂວງສວັນນະເຂດ ຍັງຕ້ອງການທີ່ດິນ ເປັນຈຳນວນຫຼາຍ ເພື່ອປູກຕົ້ນວິກ ແຕ່ທາງແຂວງ ແລະ ປະຊາຊົນບໍ່ມີທີ່ດິນເຫຼືອແລ້ວ ເພາະປັດຈຸບັນ ພື້ນທີ່ຫຼາຍກວ່າ 44,000 ເຮັກຕ້າຣ໌ ຖືກໃຫ້ສັມປະທານແລ້ວ.

ກອງໄມ້ ທີ່ທາງບໍຣິສັດ ຊັນເປເປີ້ ນໍາເຂົ້າມາໃນໂຮງງານ ມີທັງໄມ້ວິກ ເພື່ອຜລິດເຈັ້ຽ ແລະ ໄມ້ທັມມະດາ ທີ່ຊາວບ້ານ ຕັດມາຂາຍໃຫ້ບໍຣິສັດ. Screen captured: ໂທຣະພາບເຊໂປນ

ບໍຣິສັດ ຊັນເປເປີ້ ລາວ ໂຮນດິ້ງ (Sun Paper Holding Lao) ຂອງນັກລົງທຶນຈີນ ທີ່ຕັ້ງຢູ່ເມືອງເຊໂປນ ແຂວງສວັນນະເຂດ ຍັງຕ້ອງການທີ່ດິນ ເປັນຈຳນວນຫຼາຍ ເພື່ອປູກຕົ້ນວິກ ແຕ່ທາງແຂວງ ແລະ ປະຊາຊົນບໍ່ມີທີ່ດິນເຫຼືອແລ້ວ ເພາະປັດຈຸບັນ ບໍຣິສັດ ຊັນເປເປີ້ ລາວໄດ້ສັມປະທານໄປແລ້ວ ທັງໝົດ 44,000 ເຮັກຕ້າຣ໌.

ດັ່ງເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທຶນ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 05 ພຶສພາ ນີ້ວ່າ:

ແບບປູກເອງ ຂະເຈົ້າກາມີໃຫ້ຊາວບ້ານ ໃຫ້ຫຍັງປູກໃຫ້ກາມີຂະເຈົ້າ ກາຢາກໄດ້ດິນມັນກາຢາກຍາກ ຫັ້ນແຫຼະ ຄູ່ມື້ນີ້ມັນບໍ່ມີດິນມັນບໍ່ມີດິນຫັ້ນນ່າ ທີ່ວ່າໃຫ້ສຳປະທານ.

ທ່ານກ່າວຕື່ມວ່າ ການປູກໄມ້ວິກຢູ່ທົ່ວແຂວງ ສວັນນະເຂດ ແລະ ແຂວງໃກ້ຄຽງເພື່ອຜລິດ ເປັນເຫຍື່ອເຈັ້ຍ ແລະເຈັ້ຍຄົບວົງຈອນ ນັ້ນກໍຈະມີທັງການປູກແບບ 2+3 ຊຶ່ງໃນຮູບແບບນີ້ ປະຊາຊົນປະກອບສ່ວນທີ່ດິນ ແລະ ແຮງງານ ສ່ວນບໍຣິສັດຈະອອກທຶນ ວິຊາການ ແລະ ຕລາດ. ນອກຈາກນີ້ຍັງມີຮູບແບບ 1+4 ຊຶ່ງປະຊາຊົນ ມີແຕ່ດິນ ເຫຼືອນັ້ນບໍຣິສັດອອກໝົດ. ໃນສອງຮູບແບບນີ້ ປັດຈຸບັນປະຊາຊົນໃນແຂວງສວັນນະເຂດ ແລະແຂວງໃກ້ຄຽງ ກໍໄດ້ເຂົ້າ ຮ່ວມໂຄງການລວມເນື້ອ ທີ່ປະມານ 15,000 ປາຍເຮັກຕ້າຣ໌.

ປັດຈຸບັນໂຮງງານ ຜລິດເຈັ້ຍ ຂອງບໍຣິສັດ ຊັນເປເປີ້ ລາວ ໂຮນດິ້ງ ມີການຂຍາຍໂຕ ຢ່າງຕໍ່ເນື່ອງ ເຮັດໃຫ້ບໍຣິສັດ ຕ້ອງການທີ່ດິນເພີ່ມ ເພື່ອປູກໄມ້ວິກໃຫ້ໄດ້ ປະມານ 20 ລ້ານຕັນຕໍ່ປີ, ແຕ່ຍັງຄາບັນຫາຢູ່ບ່ອນວ່າ ບໍ່ມີທີດິນພຽງພໍ. ສ່ວນເຂດປ່າໄມ້ ທີ່ເຫຼືອຢູ່ ກໍຕິດພັນກັບການອະນຸຮັກ ຈຶ່ງບໍ່ສາມາດໃຫ້ສັມປະທານໄດ້.

ຖ້າເວົ້າເຖິງຄວາມຕ້ອງການ ທີ່ດິນຂອງບໍຣິສັດດັ່ງກ່າວແລ້ວ ຫາກມີທີ່ດິນເປົ່າຫວ່າງຢູ່ບ່ອນໃດ ຫຼື ປະຊາຊົນຕ້ອງການ ປ່ອຍເຊົ່າ ບໍຣິສັດກໍພ້ອມ ເຂົ້າໄປສັມປະທານ ຫຼື ເຊົ່າທັນທີ ຊຶ່ງປັດຈຸບັນກໍມີການເຄື່ອນໄຫວ ຊອກຫາທີ່ດິນ ຢູ່ຕລອດເວລາ.

ເຈົ້າໜ້າທີ່ ທ້ອງຖິ່ນ ໃນເມືອງເຊໂປນ ກ່າວວ່າ ດິນດອນຕອນຫຍ້າ ເກືອບທັງໝົດ ແມ່ນເປັນເຂດສັມປະທານ ຂອງນັກລົງທຶນຈີນແລ້ວ ເພື່ອປູກໄມ້ວິກ ແຕ່ອຳນາດການປົກຄອງ ເມືອງເຊໂປນ ກໍພະຍາຍາມ ກ່າວເຕືອນບໍ່ໃຫ້ປະຊາຊົນ ໃນພື້ນທີ່ເມືອງເຊໂປນ ຍອມໃຫ້ບໍຣິສັດ ເຂົ້າມາເຊົ່າພື້ນທີ່ ເພື່ອລົງທຶນປູກໄມ້ວິກ ແຕ່ໃຫ້ປະຊາຊົນເຂົ້າຮ່ວມ ໂຄງການລົງທຶນແບບ 2+3 ຫຼື 1+4 ແທນ ເພາະປະຊາຊົນຈະໄດ້ຮັບຜົລປໂຍດຫຼາຍກ່ວາ.

ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ພວກຈີນ ພວກຫຍັງ ມາເຮັດກາຍາກຢູ່ນ່າ ມັນເວົ້າເຣື່ອງໃຊ້ເນື້ອທີ່ເນາະ ຂອບເຂດຂອງເມືອງຫັ້ນນ່າ ມັນຕ້ອງມີສ່ວນຮ່ວມກັນຫັ້ນແຫຼະ ບ້ານເຂົາກາເຄີຍເຮັດຢູ່ນ່າ.

ຊາວບ້ານຜູ້ນຶ່ງ ໃນເມືອງເຊໂປນກ່າວວ່າ ສ່ວນຫຼາຍກາແມ່ນດິນ ຂອງປະຊາຊົນລາວ ທີ່ພາກັນເຂົ້າຮ່ວມການປູກໄມ້ວິກ ກັບບໍຣິສັດໃນຮູບແບບ 2+3 ແລະ 1+4, ແຕ່ບໍ່ໝາຍຄວາມວ່າ ທຸກຄອບຄົວ ຈະເຂົ້າຮ່ວມລົງທຶນນຳບໍຣິສັດ ເນື່ອງຈາກບາງຄອບຄົວ ພາກັນປູກມັນຕົ້ນ, ບາງຄອບຄົວ ກໍປູກເຂົ້າສ່ວນດິນເປົ່າຫວ່າງ ກໍຖືກສັມປະທານ ໄປຈົນໝົດແລ້ວ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເອີ ປູກແລ້ວ ໂຕສວນໄມ້ວິກນີ້ ເນື້ອທີ່ຂອງປະຊາຊົນເນາະ ແລ້ວເຂົາຊິປູກ 2+3 1+4 ຫັ້ນນ່າແຕ່ວ່າສ່ວນຫຼາຍ ກາແມ່ນດິນຂອງປະຊາຊົນ ຫັ້ນແຫຼະ ດິນເປົ່າຫວ່າງນີ້ ກາຊິບໍ່ມີແລ້ວ.

ສ່ວນບັນຫາເຣື່ອງກິ່ນເໝັນ ຂີວຈາກໂຮງງານຜລິດ ເຫຍື່ອເຈັ້ຍ ແລະ ເຈັ້ຍຢູ່ພາຍໃນບໍຣິສັດ ຊັນເປເປີ້ລາວ ໂຮນດິ້ງ ຈົນສົ່ງຜົລກະທົບ ຕໍ່ປະຊາຊົນລາວໃນພື້ນ ທີ່ ແລະເຂດໃກ້ຄຽງ ນັ້ນຊາວບ້ານ ກໍເວົ້າວ່າກິ່ນເໝັນຂີວ ກໍມີເປັນໄລຍະໆ ແຕ່ບໍ່ຮຸນແຮງຄືແຕ່ກ່ອນ ເນື່ອງຈາກເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ໄດ້ປະເມີນ ແລະຕິດຕາມແກ້ໄຂ ບັນຫາຢ່າງຕໍ່ເນື່ອງ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ກິ່ນເໝັນ ເປັນບາງຊ່ວງຊ່ວງໆ ຍາມຝົນຫັ້ນຈະມີຢູ່ດອກ ດຽວນີ້ບໍ່ມີແລ້ວໆ ເພິ່ນເອົາໃຈໃສ່ຢູ່ ໂອເຄຢູ່ຕົ້ນໍ້າບໍ່ໄດ້ມີກີ່ນເປັນປີໆ ແລ້ວບໍ່ຈັກ.

ບໍຣິສັດ ຊັນເປເປີ້ ລາວ ໂຮນດິ້ງ ແມ່ນເຂົ້າມາຕັ້ງບໍຣິສັດ ແລະ ສ້າງໂຮງງານຜລິດເຫຍື່ອເຈັ້ຍ ແລະ ເຈັ້ຍ ຄົບວົງຈອນ ຕັ້ງແຕ່ປີ 2008 ມາຮອດປັດຈຸບັນ ມີການລົງທຶນໃນລາວສູງເຖິງ 1,210 ລ້ານໂດລ້າຣ໌ສະຫະຣັຖ ແລະ ສາມາດຜລິດ ແຜ່ນເຫຍື່ອເຈັ້ຍໄດ້ ປະມານ 3 ແສນຕັນຕໍ່ປີ. ຜລິດເຈັ້ຍກະດາດ ຫຸ້ມຫໍ່ປະມານ 8 ແສນຕັນຕໍ່ປີ ແລະ ຜລິດແຜ່ນເຫຍື່ອເຈັ້ຍ ຣີໄຊເຄີລ ໄດ້ປະມານ 4 ແສນຕັນຕໍ່ປີ. ບໍຣິສັດ ຊັນເປເປີ້ ລາວ ໂຮນດິ້ງ ຍັງຕ້ອງປັບປຸງ ເຣື່ອງສິ່ງແວດລ້ອມ, ຊຸກຍູ້ການພັທນາກະສິກັມ, ເສຖກິຈ ແລະ ສັງຄົມອ້ອມຂ້າງ ເພື່ອໃຫ້ເກີດການພັທນາ ແລະລົບລ້າງຄວາມທຸກຍາກ ໃຫ້ກັບປະຊາຊົນ ໃນພື້ນທີ່ຕາມຄຳໝັ້ນສັນຍາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org