ຜົລກະທົບຂອງການສັ່ງໂຈະບໍ່ ຂຶ້ນ ເງິນເດືອນ
ການໂຈະ ຂຶ້ນ ເງິນເດືອນ ໃຫ້ ພະນັກງານ ຣັຖກອນ ຂອງ ທາງການ ລາວ ນັ້ນມີ ຜົລກະທົບ ຕໍ່ຈິດໃຈ ຂອງ ພວກຄຣູສອນ ຕາມ ຊົນນະບົດ ຕ່າງໆ.
-
ມະນີຈັນ
2014-08-06 -
-
-
Your browser doesn’t support HTML5 audio
ທາງການ ລາວ ປະກາດໂຈະ ການຂຶ້ນ ເງິນເດືອນ ໃຫ້ ພະນັກງານ ຣັຖກອນ ສຳລັບ ສົກ ງົບປະມານ ປີໜ້າ ຍ້ອນ ງົບປະມານ ຂອງຣັຖ ຢູ່ ໃນສະພາບ ໜັກໜ່ວງ ຊຶ່ງ ຣັຖບານ ຈໍາເປັນ ຕ້ອງ ຕັດຣາຍຈ່າຍ ທີ່ ບໍ່ຈຳເປັນ ນັ້ນລົງ.
ທາງຫົວໜ້າ ຫ້ອງການ ກະຊວງ ການເງິນ ຢືນຢັນ ເມື່ອວັນທີ 30 ກໍຣະກະດາ ຜ່ານມາວ່າ ການໂຈະ ຂຶ້ນເງິນເດືອນ ໄດ້ສົ່ງ ຜົນກະທົບ ໃສ່ດ້ານ ແນວຄິດ ຈິດໃຈ ຂອງພວກ ພະນັກ ງານຣັດ ຢູ່ ຕາມຊົນບົດ ເຂດຮ່າງໄກ ຈົນເຮັດໃຫ້ ພວກເຂົາເຈົ້າ ຈໍານວນນຶ່ງ ຢາກຍ້າຍ ເຂົ້າມາ ຕົວເມືອງ ແລະ ຈໍາພວກນຶ່ງ ກໍໝົດ ກໍາລັງໃຈ ໃນວຽກງານ. ດັ່ງ ເຈົ້າໜ້າທີ່ ປະສານງານ ທາງການ ລາວ ທ່ານນຶ່ງ ໄດ້ເວົ້າວ່າ:
"ກໍມີຈໍານວນ ທີ່ວ່າຢູ່ ນອກໆແນ່ ກໍມີທີ່ ບ່ອນໄກ ແຫລະ ຄວາມຫຍໍ້ທໍ້ ຂອງເຂົາວ່າ ຢູ່ໄກຊໍ່ານີ້ ແທນທີ່ເພີ່ນສິ ໃຫ້ເຕັມ ຊໍ່າເພີ່ນ ວາງແຜນ ຫລື ວ່າເພີ່ນຄິດ ມັນບໍ່ໄດ້ ກໍເຮັດໃຫ້ ເກີດ ແນວຄິດ ຫຍໍ້ທໍ້ ຂອງເຂົາ ບາງຄົນ ກໍຢາກຂໍມາ ບາງຄົນ ກໍຢາກສິໃຫ້ໄດ້ ໃນຄວາມຄິດ ຂອງ ເຂົາເດ້ ສະແດງອອກ ມາແບບ ນັ້ນເລີຍ ໄປຕັ້ງຕາໃສ່ ຜູ້ຢູ່ສະບາຍ ກັບຜູ້ ຢູ່ບ່ອນຍາກ ໄດ້ ຍ່າງໄປ".
ທ່ານກ່າວ ຕໍ່ໄປວ່າ ທ່ານເຮັດວຽກ ປະສານງານ ຣະຫວ່າງ ກະຊວງ ແລະ ພະນັກງານ ຣັຖກອນ ຢູ່ແຂວງ ຕ່າງໆ, ໄດ້ມີໂອກາດ ໂອ້ລົມ ກັບ ພະນັກງານ ຣັຖກອນ ຢູ່ຕາມ ທ້ອງຖິ່ນ ແລະ ເຫັນວ່າ ຫລາຍຄົນ ເວົ້າໃຫ້ຮູ້ເຖິງ ຄວາມຮູ້ສຶກ ຂອງ ພວກເຂົາເຈົ້າ, ເຖິງຄວາມຜິດ ຫວັງ ທີ່ ທາງຣັຖບານ ປະກາດ ໂຈະ ການຂຶ້ນ ເງິນເດືອນໃຫ້ ນັ້ນ.
ພະນັກງານຣັຖກອນ ຈໍານວນນຶ່ງ ຄິດວ່າ ຫລາຍຄົນ ຍອມເສັຽສຣະ ຄວາມ ສະບາຍ ສ່ວນຕົວ ໄປເຮັດວຽກ ຢູ່ທ້ອງຖິ່ນ ໃນ ເຂດຫ່າງໄກ ທີ່ ບໍ່ມີຄົນ ຢາກໄປ ກໍຫວັງທີ່ ຈະໄດ້ ຊ່ວຍເຫຼືອ ປະຊາຊົນ ທີ່ທຸກຍາກ ແລະ ຫວັງຈະມີ ເງິນເດືອນ ພໍລ້ຽງ ຄອບຄົວ. ແຕ່ການ ບໍ່ຂຶ້ນ ເງິນເດືອນ ໃຫ້ນັ້ນ ຖືວ່າ ເປັນການ ບັ່ນທອນ ກໍາລັງໃຈ ແລະ ບໍ່ສ້າງ ແຮງຈູງໃຈ ໃຫ້ພວກ ເຂົາເຈົ້າ ປະຕິບັດ ໜ້າທີ່ ວຽກງານ ຢ່າງ ເຕັມທີ່.
ພະນັກງານ ທ່ານດຽວ ກັນນີ້ ເວົ້າຕື່ມ ອີກວ່າ ການຈ່າຍເງິນ ເດືອນ ໃນຊ່ວງ ທີ່ຜ່ານມາ ກໍມີບັນຫາ ຢູ່ແລ້ວ ຄື ຈ່າຍຊ້າ ຫລາຍຄັ້ງ ຊ້າຮອດ 3 ເດືອນ ຊຶ່ງ ສົ່ງ ຜົນກະທົບ ຕໍ່ ຊີວິດການ ເປັນຢູ່ ຂອງ ພວກເຂົາເຈົ້າ ຢູ່ແລ້ວ.