ຂ.ບໍ່ແກ້ວສົ່ງຄົນຈີນ ຕົກຄ້າງ ກັບເມືອຈີນ
ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ສົ່ງ ນັກທ່ອງທ່ຽວ ແລະ ຄົນງານ ສັນຊາດຈີນ ທີ່ຕົກຄ້າງ ຈໍານວນ 300 ປາຍຄົນ ກັບຄືນ ປະເທດ.
-
ສຸພັດຕາ
2020-05-20 -
-
-
Your browser doesn’t support HTML5 audio
ເມື່ອວັນທີ 19 ພຶສພາ 2020 ນີ້ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ມີການສົ່ງໂຕນັກທ່ອງທ່ຽວ ຮວມທັງ ຄົນງານສັນຊາດຈີນ ທີ່ຕົກຄ້າງຈໍານວນ 300 ປາຍຄົນ ກັບຄືນປະເທດ ຊຶ່ງຈໍານວນດັ່ງກ່າວ ມີທັງນັກທ່ອງທ່ຽວຊາວຈີນ ທີ່ເຂົ້າມາຫຼີ້ນ ຄາຊິໂນ ແລະ ພັກເຊົາຢູ່ເຂດເສຖກິຈແຫ່ງນີ້ ກ່ອນຈະມີການແຜ່ຣະບາດຂອງເຊື້ອພຍາດໂຄວິດ-19 ຫຼັງຈາກນັ້ນ ກໍເດີນທາງກັບປະເທດ ບໍ່ໄດ້ ແລະ ຄົນງານຈີນທີ່ບໍ່ມີວຽກເຮັດງານທໍາ, ດັ່ງເຈົ້າໜ້າທີ່ຄະນະສະເພາະກິຈ ເມືອງຕົ້ນເຜິ້ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ພຶສພາ ນີ້ວ່າ:
“ມັນເປັນແຮງງານ ກະນັກທ່ອງທ່ຽວ ທີ່ມາທ່ຽວຢູ່ເຂດສາມຫຼ່ຽມຄໍາ ລະກະຊ້ວງນີ້ເປັນຊ້ວງທີ່ບໍຣິສັດ ສາມຫຼ່ຽມຄໍາ ບໍ່ເປີດບໍຣິການ ບາດນີ້ ຈໍານວນນັກທ່ອງທ່ຽວ ກັບຄົນງານທີ່ບໍ່ມີວຽກເຮັດ ອັນນັ້ນຫັ່ນນາ ຮວບຮວມແລ້ວກະສົ່ງກັບ.”
ທ່ານເວົ້າວ່າ ການສົ່ງຄົນຈີນ ທີ່ຕົກຄ້າງກັບປະເທດເທື່ອນີ້ ແມ່ນເປັນເທື່ອທໍາອິດຂອງເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ສ່ວນຈະມີການສົ່ງ ຄົນງານຈີນ ກັບເພີ້ມຕື່ມຫຼືບໍ່ນັ້ນ ກໍຍັງບໍ່ທັນຄາດການໄດ້ເທື່ອ ເນື່ອງຈາກຕ້ອງໄດ້ລໍຖ້າບໍຣິສັດ ພາຍໃນເຂດດັ່ງກ່າວ ເປັນຜູ້ເບິ່ງສະພາບການ ໂຕຈິງ ແລະພິຈາຣະນາຕາມຄວາມເໜາະສົມ ຊຶ່ງຍັງມີຄົນຈີນອີກຫຼາຍຄົນ ທີ່ຍັງເຮັດວຽກຢູ່ ຮວມທັງພໍ່ຄ້າ-ແມ່ຄ້າ ທີ່ເປີດຮ້ານ ອາຫານ ແລະ ຂາຍເຄື່ອງນໍາ.
ໃນຂນະທີ່ ຊາວເມືອງຕົ້ນເຜິ້ງ ທ່ານນຶ່ງເຊື່ອວ່າ ການສົ່ງຄົນຈີນຈໍານວນດັ່ງກ່າວກັບຄືນປະເທດ ອາຈກ່ຽວກັບ ມາຕການຫຼຸດຜ່ອນຄວາມສ່ຽງ ການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19 ແລະ ບາງເທື່ອ ຄົນຈີນທີ່ຕົກຄ້າງຢູ່ລາວ ເປັນເວລາດົນ ກໍມີການຮ້ອງຂໍໃຫ້ສົ່ງພວກເຂົາເຈົ້າ ກັບບ້ານ:
“ມັນເຂົາສ່ົງຄົນຈີນກັບປະເທດ 300 ກວ່າຄົນ ມັນສົ່ງສະເພາະທີ່ວ່າມັນເຣື່ອງໂຄວິດ ປິດດ່ານຊື່ໆເດ້ ດຽວນີ້ຍັງບໍ່ທັນເປີດໃຫ້ເທື່ອ ເຂົາຢາກ ຈະກັບຫັ່ນນາ ເຂົາປິດກະຍ້ອນ ບໍ່ຮູ້ວ່າກໍານົດເປີດເມື່ອໃດນະ.”
ຢ່າງໃດກໍຕາມ ເຖິງແມ່ນວ່າ ສະພາບການໃນພື້ນທີ່ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ຍັງມີຄວາມງຽບເຫງົາຢູ່ ແຕ່ບັນຍາກາດການຄ້າຂາຍ ຢູ່ໃນເທສບານເມືອງຕົ້ນເຜິ້ງ ກໍເຣີ່ມກັບມາຄ້າຂາຍໄດ້ ຕາມປົກກະຕິ ແລ້ວ ຫຼັງຈາກທີ່ທາງການໄດ້ຜ່ອນຜັນ ໃຫ້ສາມາດຄ້າຂາຍໄດ້ ແລະ ເດີນທາງໄປ-ມາ ໄດ້ທົ່ວປະເທດໄດ້ຢ່າງສະດວກ ແຕ່ພໍ່ຄ້າແມ່ຄ້າສ່ວນຫຼາຍ ກໍປະສົບບັນຫາ ລູກຄ້າໜ້ອຍກວ່າທີ່ຜ່ານມາ ແລະບໍ່ຮູ້ວ່າຈະ ກັບມາຄ້າຂາຍ ໄດ້ດີຍາມໃດ, ດັ່ງຜູ້ປະກອບການຢູ່ເມືອງຕົ້ນເຜິ້ງ ກ່າວວ່າ:
“ແມ່ນແຫຼະ ຫາກໍດີ ສອງສາມມື້ ມີລູກຄ້າເກົ່າເຮົາກະຍັງມາຫາປົກກະຕິໄດ້ຢູ່ ເຮົາບໍ່ໝັ້ນໃຈເນາະ ເຮົາບໍ່ຮູ້ວ່າສິເປັນຈັ່ງໃດ ແຕ່ຕອນນີ້ເພິ່ນ ກະເປີດແລ້ວ.”
ເມື່ອວັນທີ່ 8 ພຶສພາ ຜ່ານມານີ້ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ຫາກໍສົ່ງຄົນງານພະມ້າ ທີ່ບໍ່ມີວຽກເຮັດງານທໍາຈໍານວນ 125 ຄົນ ກັບຄືນປະເທດ ຕາມຄໍາສເນີຂອງເຈົ້າແຂວງ ທ່າຂີ້ເຫຼັກຂອງພະມ້າ ເພື່ອນໍາຄົນງານ ກັບຄືນປະເທດ ໃນໄລຍະທີ່ມີການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19.
ຢ່າງໃດກໍຕາມ ຕາມການຖແລງຂ່າວ ຂອງທ່ານ ດຣ ພູທອນ ເມືອງປາກ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ໃນວັນທີ 19 ພຶສພາ 2020 ນີ້ ຣະບຸວ່າ ມີຄົນເດີນທາງເຂົ້າມາລາວ ຈາກປະເທດຈີນ 90 ຄົນ ຊຶ່ງເດີນທາງຜ່ານ ສນາມບິນສາກົລວັດໄຕ ໃນນີ້ມີຄົນງານສ້າງ ທາງຣົດໄຟ ລາວ-ຈີນ ຈໍານວນ 77 ຄົນ ແລະ ນັກສຶກສາລາວ ທີ່ກັບມາຈາກຈີນອີກ 13 ຄົນ, ດັ່ງທ່ານກ່າວວ່າ:
“ຜູ້ເດີນທາງຜ່ານສນາມບິນວັດໄຕຈໍານວນ 90 ຄົນ ເຊິ່ງວ່າໃນນີ້ມີນັກສຶກສາລາວ ກັບຈາກເມືອງອູຮັ່ນ 8 ຄົນກັບຈາກເມືອງຊູໂຈ ຈໍານວນ 5 ຄົນ ແລ້ວກະມີແຮງງານຈີນ ມາສ້າງທາງຣົດໄຟ ຈໍານວນ 77 ຄົນ.”
ນອກຈາກນັ້ນ ຍັງມີຣາຍງານຕື່ມວ່າ ມີຄົນເດີນທາງເຂົ້າມາລາວ ຜ່ານທາງດ່ານຊາຍແດນລາວ-ໄທ ຈໍານວນ 1,761 ຄົນ ເຂົ້າມາທາງດ່ານ ຊາຍແດນລາວ-ວຽດນາມ ອີກ 584 ຄົນ.