ຊາວບ້ານ ໃຫ້ບໍຣິສັດຈີນ ເຊົ່າດິນ ປູກຖົ່ວເຫຼືອງ ຢູ່ຫົງສາ

ຊາວບ້ານ ບ້ານສີບຸນເຮືອງ ທັງໝົດ ຍິນຍອມຍົກດິນນາ ໃຫ້ບໍຣິສັດ ຈີນເຊົ່າປູກໝາກຖົ່ວເຫຼືອງ ແລະຜັກ ຍ້ອນວ່າ ພວກເຂົາເຈົ້າ ໄດ້ຄ່າຊົດເຊົ່າດິນ ແລະ ຄາອະນາໄມດິນ ຈາກ ບໍຣິສັດຈີນ ໃນລາຄາສູງ ໃນຂະນະທີ່ ລາຄາເຊົ່າດິນ ແລະ ຄ່າອະນາໄມ ຕາມລາຄາ ທົ່ວໄປຍັງຕ່ຳກວ່າ ທີ່ບໍຣິສັດຈີນໃຫ້.

ຮູບໂຕຢາງ ນັກລົງທຶນຈີນ ເຊົ່າດິນຊາວບ້ານ ປູກໝາກຖົ່ວເຫຼືອງ ຢູ່ຫຼວງນ້ຳທາ, ເດືອນມີນາ, 2021. ນັກຂ່າວ ພົລເມືອງ

ເມື່ອບໍ່​ດົນ​ມາມາ​ນີ້ ຢູ່​ຫ້ອງວ່າ​ການ​ເມືອງ​ຫົງ​ສາ, ມີ​ພິ​ທີ​ເຊັນ​ສັນ​ຍາ ໂຄງ​ການ ບໍ​ຣິ​ສັດ ຈູ​ລຽນ ໄຊ​ນາ-ລາວ ຈຳ​ກັດ (ຮັບ​ເໝົາ) ມາ​ເຊົ່າ​ດິນ​ນາ​ຂອງ​ຊາວບ້ານ​ສີ​ບຸນ​ເຮືອງ ຢູ່ ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ເພື່ອ​ປູກ​ໝາກ​ຖົ່ວ​ເຫຼືອງ ຜັກ​ສົດ ເພື່ອ​ສົ່ງ​ອອ​ກ​ໄປ​ຂາຍປະ​ເທດ​ຈີນ

ສະ​ເພາະ ຊາວ​ບ້ານ ສີ​ບຸນ​ເຮືອງ ທັງ​ໝົດ ຍິນຍອມ​ຍົກ​ດິນ​ນາ ໃຫ້​ບໍ​ຣິ​ສັດ ຈີນ​ເຊົ່າປູກ​ໝາກ​ຖົ່ວ​ເຫຼືອງ ຜັກ​ສົດ ຍ້ອນ​ວ່າ ພວກ​ເຂົາ​ເຈົ້າ ໄດ້​ຄ່າ​ຊົດ​ເຊົ່າ​ດິນ ແລະ ຄາ​ອະ​ນາ​ໄມ ດິນ​ຈາກ ບໍ​ຣິ​ສັດຈີນ ໃນ​ລາ​ຄາ​ສູງ ຄື ເຮັກ​ຕ້າລະ 6 ລ້ານ ກີບ ໃນ​ຂະ​ນະ​ທີ່ ລາ​ຄາ​ເຊົ່າ​ດິນ ແລະ ຄ່າ​ອະ​ນາ​ໄມ ຕາມ​ລາ​ຄາ​ຕ​ລາດ ຕະ​ຕົກ​ຢູ່ ປະ​ມານ 4 ລ້ານ 5 ແສນ ກີບ ຕໍ່​ເຮັກ​ຕ້າ. ແລະ ບໍ​ຣິ​ສັດ ຍັງ​ຈ່າຍ​ໃຫ້​ຣັ​ຖນຳ​ອີກ.

ຊາວ​ບ້ານ​ສີ​ບຸນ​ເຮືອງ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ​ ໃນ​ວັນ​ທີ 14 ເມ​ສາ ວ່າ:

“ລົມ​ກັນ​ແລ້ວ ຄ່າ​ເຊົ່າ ລວມ​ທັງ ມ້ຽນ​ອະ​ນາມ​ໄມ ຂີ້​ເຫຍື້ອ ມີ​ຫຍັງ ກໍ​ເຮັກ​ຕ້າຣ໌ ນຶ່ງ 6 ລ້ານ ກີບ ອະ​ນາ​ໄມ ຖື​ວ່າ ບໍ່​ໄດ້​ອະ​ນາ​ໄມ​ຫຼາຍ ປູກ​ຖົ່ວ​ ມັນ​ຈະ​ບໍ່​ມີ​ຖົງ​ຢາງ ຈະ​ບໍ່​ມີ​ທໍ່​ນ້ຳ ເຂົ້າ​ເຈົ້າ ເຮັດ​ຮ່ອງ​ນ້ຳໄປ ກໍ​ຄື ຊິບໍ່​ມີ​ບັນ​ຫາ ເພາະ​ວ່າ ການ​ປູກ​ໝາກ​ໂມ ໄດ້​ແຕ່ ເຮັກ​ຕ້າ​ນຶ່ງ 4 ລ້ານ 5 ແສນ ກີບ ທີ່​ຜ່ານ​ມານີ້ ແລ້ວ ອັນ​ນີ້ ຖື​ວ່າ ເພິ່ນ​ເຂັນ​ສັນ​ຍາ​ໃໝ່​ນີ້ ຖື​ວ່າ 5 ປີ ຕໍ່​ໜ້ານີ້ ຖື​ວ່າ ເຮັກ​ຕ້າ​ນຶ່ງ 6 ລ້ານ ກີບ ຖື​ວ່າ ເພິ່ນ​ກໍ​ໃຫ້​ລາ​ຄາ​ສູງ ແລ້ວ ກໍ​ຣັ​ຖຕ້າງ​ຫາກ​ເນາະ.”

ພາຍ​ຫຼັງ ທີ່​ບໍ​ຣິ​ສັດຈີນ ແລະ ເຈົ້າ​ໜ້າ​ທີ່​ເມືອງ ເຂົ້າ​ມາ​ປະ​ສານ​ງານ​ນຳ​ຊາວ​ບ້ານ ສີ​ບຸນ​ເຮືອງ, ຊາວ​ບ້ານ ກໍ​ຍິນຍອມ ​ຍົກ​ດິນ​ໃຫ້​ບໍ​ຣິ​ສັດ ຈີນ​ເຊົ່າ ປູກ​ພືດ​ຣະ​ດູ​ແລ້ງ ຍ້ອນ​ວ່າ ເຂົາ​ໄດ້​ມີ​ລາຍ​ໄດ້​ໃນ​ຣະ​ດູ​ແລ້ງ.

ຊາວ​ບ້າ​ສີ​ບຸນ​ເຮືອງ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ ໃນ​ວັນ​ທີ 14 ເມ​ສາ ວ່າ:

“ກໍ​ບໍ່​ມີ​ບັນ​ຫາ​ຫຍັງ ເພາະ​ວ່າ ມີ​ລາຍ​ໄດ້​ຊ້ວງ​ແລ້ງ​ເນາະ ຖ້າ​ວ່າ ບໍ່​ມີ​ມາ​ເຊົ່າ ກໍ​ຖື​ວ່າ ປະ​ເປັນ​ດິນ ຍາມ​ແລ້ງ ກໍ​ຖື​ວ່າ ບໍ່​ໄດ້​ຜົ​ລ​ຜ​ລິດ​ຫຍັງ ປະ​ວ່າງ ປະ​ເປັນ​ບ່ອນ​ປ່ອຍ​ງົວ ປ່ອຍ​ຄວາຍ ຂອງ​ຜູ້​ທີ່​ມີ​ສັດ​ລ້ຽງ​ຊື່ໆ, ຕະ​ກູນ​ຖົ່ວ​ນີ້ ມັນ​ມາ​ຟື້ນ​ຟູ​ດິນ ເຮັດ​ໃຫ້​ດິນ​ເຮົາ​ດີ​ຂຶ້ນ ມັນ​ບໍ່​ແມ່ນ​ໝາກ​ທຳ​ລາຍ​ດິນ ຄັນ​ແມ່ນ ໝາກ​ໂມນີ້ ຫຼາຍ​ປີນີ້ ມັນ​ເຮັດ​ບໍ່​ໄດ້.”

ກ່ອນ​ທີ່ ບໍຣິ​ສັດ ຈູ​ລຽນ ໄຊ​ນາ-ລາວ ຈຳ​ກັດ (ຮັບ​ເໝົາ) ຈະ​ເລືອກ​ເມືອງ​ຫົງ​ສາ ເປັນ​ເປົ້າ​ໝາຍ​ປູກ​ໝາກ​ຖົ່ວ​ເຫຼືອງ ຜັກ​ສົດ, ບໍ​ຣິ​ສັດ ດັ່ງ​ກ່າວ ກໍ​ໄດ້​ເລືອກ​ເມືອງ​ຊຽ​ງ​ຮ່ອນ ປູກ​ໝາກ​ຖົ່ວ​ເຫຼືອງຜັກ​ສົດ ແລະ ກ່ອນ​ທີ່​ຈະ​ມີ​ການ​ເຊັນ​ສັນ​ຍາ ຊາວ​ບ້ານ ຜູ້​ທີ່​ເປັນ​ເຈົ້າ​ຂອງ​ທີ່​ດິນນາ ກໍ​ເຫັນ​ດີ ທີ່​ຈະ​ໃຫ້​ບໍ​ຣິ​ສັດ​ນີ້ ເຊົ່າ​ດິນ​ນາ ປູກ​ໝາກ​ຖົ່ວ​ເຫຼືອງ ຜັກ​ສົດ ຍ້ອນ​ວ່າ ເຫັນ​ວ່າ ເປັນ​ການ​ສ້າງ​ລາຍ​ຮັບ​ໃຫ້​ພວກ​ເຂົາ​ເຈົ້າ.

ເຈົ້າ​ໜ້າ​ກ່ຽວ​ຂ້ອງ ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ຣີ ໄດ້​ກ່າວ​ໃນ​ວັນ​ທີ 14 ເມ​ສາ ວ່າ:

“ເຂົາ​ປູກ​ຢູ່ ຊຽງ​ຮ່ອນ​ແດ່​ເນາະ ແລ້ວ ເຂົາ​ກໍ​ຂ​ຍາຍ​ມາ​ທາງ​ຫົງ​ສາ ໄທ​ເຮົາ ບໍ່​ມີ​ບັນ​ຫາ​ຫຍັງ ເພາະ​ວ່າ ກ່ອນ ກ່ອນ ຊິ​ເຊັນ​ສັນ​ຍານີ້ ຖື​ວ່າ ເຮົາ​ຈະ​ໄດ້​ມາ ທາບ​ທາມ​ຂໍ້​ມູນ​ປະ​ຊາ​ຊົນ​ກ່ອນ​ເນາະ​ວ່າ ຕົກ​ລົງ​ເຫັນ​ດີ​ເຂົ້າ​ມາບໍ່ ເພື່ອ​ເປັນ​ທາງ​ອັນ​ນັ້ນ ເພິ່ນ​ກໍ​ຕົກ​ລົງ​ເຫັນ ເຮົາ​ຈຶ່ງ​ໃຫ້​ມາ​ເຊັນ​ສັນ​ຍາ​ເນາະ.”

ສ່ວນ​ວ່າ ບັນ​ຫາ​ສານ​ເຄ​ມີ ຈາກ​ປຸ໋ຍ ແລະ ຢາ​ປາບ​ສັດ​ຕູ​ພືດ​ ທີ່​ຈະ​ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ສິງ​ແວດ​ລ້ອມ ແລະ ຄົນ​ນັ້ນ, ເຈົ້າ​ໜ້າ​ທີ່​ແຂວງ​ໄຊ​ຍະ​ບູ​ຣີ ກໍ​ມີ​ການກວດ​ກາ​ສານ​ເຄ​ມີ ​ທີ່​ຖືກ​ຫວງ​ຫ້າມ.

ໃນ​ຂະ​ນະ​ທີ່ ສະ​ພາບ​ໂຕ​ຈິງ ການ​ປູກ​ໝາກ​ຖົ່ວ​ເຫຼືອງ ຜັກ​ສົດ ຈະ​ບໍ່​ໄດ້​ໃຊ້​ສານ​ເຄ​ມີ ແລະ ະ​ມີ​ການ​ໃຊ້​ປຸ໋ຍເຄ​ມີ ຄື ການ​ປູກ​ເຂົ້າ​ນາ​ແຊງ ອີກ​ທັງ ການ​ປູກ​ຖົ່ວ​ເຫຼືອ ຜັກ​ສົດ ເປັນ​ການ​ຮັກ​ສາ​ໜ້າ​ດິນ ຕາມ​ພູມ​ປັນ​ຍາ​ຊາວ​ບ້ານ.

ເຈົ້າ​ໜ້າ​ທີ່ ກ່ຽວ​ຂ້ອງ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ກ່າວ ໃນ​ວັນ​ທີ 14 ເມ​ສາ ວ່າ:

“ອັນ​ນີ້ ເພາະ​ວ່າ ເຮົາ​ກໍ​ມີ​ການກວດ​ກາ​ປົ​ກ​ກະ​ຕິເດ້ ແຕ່​ລະ​ປີ ຄັນ​ວ່າ ເລື່ອງ​ປຸ໋ຍ ເລື່ອງ​ຫຍັງ ຕ່າງໆ ຜ່ານ​ດ່ານ​ສາ​ກົນ​ໝົດ​ເດ້ ຄັນ​ປະ​ເພດ​ສານ​ທີ່​ຫວງ​ຫ້າມ ເພິ່ນ​ກໍ​ສະ​ກັດ​ໄວ້​ຢູ່​ພຸ້ນ​ເລີຍ, ໝາກ​ຖົ່ວ​ແທ້ ບໍ່​ມີ​ບັນ​ຫາ ເພາ​ະ​ວ່າ ເຂົາ​ໃສ່​ເລັ່ງ ແບບ​ຄື​ເຮົາ​ປູກ​ເຂົ້າ​ນາ​ແຂງນີ້​ແຫຼະ ມັນ​ຕ້ອງ​ການ​ນ້ຳ​ຕ​ລອດ​ປີເດ້ ຄື ທົ່ວ​ໄປ ບ່ອນ​ໃດ​ດິນ​ເສັຽ​ເຮົາ ກໍ​ຍັງ​ເອົາ​ໝາກ​ຖົ່ວ​ໄປ​ປູກ​ເດ້ ໂດຍ​ພື້ນ​ບ້ານ​ເຮົາ ແຕ່ກີ້​ມາ​ຫັ້ນ​ນ່າ.”

ທ່ານ ກ່າວ​ຕື່ມ​ວ່າ ບໍ​ຣິ​ສັດ ຈູ​ລຽນ ໄຊ​ນາ-ລາວ ຈຳ​ກັດ (ຮັບ​ເໝົາ) ຈະ​ເລືອກ​ດິນ​ນາ ທີ່​ໃກ້​ຊົນ​ລະ​ປະ​ທານ​ເປັນ​ຫຼັກ ຍ້ອນ​ວ່າ ຈະ​ມີ​ນ້ຳ​ປູກ​ໝາ​ຖົ່ວເຫຼືອງ ຜັກ​ສົດ​ຕ​ລ​ອດ ແລະ ຄາດ​ຄະ​ເນ​ວ່າ ປະ​ມານ ເດືອນ ທັນ​ວາ ປີ 2023 ນີ້ ເຖິງ​ເດືອນ ມົກ​ຣາ ປີ 2024 ຈະ​ເຣີ່ມ​ປູກ​ໝາກ​ຖົ່ວ​ເຫຼືອງ​ຜັກ​ສົດ ເປັນ​ປີ​ທຳ​ອິ​ດ ແລະ ຄາດ​ຄະ​ເນ​ວ່າ ປີ​ທຳ​ປິດ ທີ່​ມີ​ການ​ປູກ​ໝາກ​ຖົ່ວ​ເຫຼືອງ ຜັກ​ສົດ ຢູ່​ ບ້ານ​ສີ​ບຸນ​ເຮືອງ ຈະ​ມີ​ເນື້ອ​ທີ່ບໍ່​ຫຼາຍ ຍ້ອນ​ວ່າ ຕ້ອງ​ໄດ້​ລໍ​ຖ້າດິນ​ນາ ທີ່​ປູກ​ໝາກ​ໂມ ນຳ​ບໍ​ຣິ​ສັດອື່ນໆ ຂອງ​ຈີນ ໃຫ້​ໝົດ​ສັນ​ຍາ ປີ 2024 ກ່ອນ ກໍ​ຈະ​ມີ​ເນື້ອ​ທີ່​ປູກ​ໝາກ​ຖົ່ວ​ເຫຼືອ ​ຜັກ​ສົດ ປະ​ມານ 100 ເຮັກ​ຕ້າ.  

ບໍ​ຣິ​ສັດ ຈູ​ລຽນ ໄຊ​ນາ-ລາວ ຈຳ​ກັດ (ຮັບ​ເໝົາ) ເປັນ​ຜູ້​ຕອບ​ສນອງ​ທຶນ​ໂດຍ​ກົງ 100 ເປີ​ເຊັນ ເພື່ອ​ຈັດ​ຕັ້ງ​ໂຄງ​ການ​ປູກ​ໝາກ​ຖົ່ວ​ເຫຼືອງ ຜັກ​ສົດ ເປັນ​ສິນ​ຄ້າ​ສົ່ງ​ຂ​າຍ​ຈີນ ໃນ​ມູນ​ຄ່າ​ການ​ລົງ​ທຶນ​ປ​ະ​ມານ 2,500,000 ໂດ​ລ້າ​ຣ໌ ກຳ​ນົດ​ໄລ​ເຊົ່າປະ​ທານ 10 ປີ ເຊິ່ງ​ຈະ​ເຣີ່ມ​ແຕ່​ປີ 2024 ເປັນ​ຕົ້ນ​ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org