ເຈົ້າໜ້າທີ່ ຍຶດ ໝີແພນດ້າແດງ 6 ໂຕ
ເຈົ້າໜ້າທີ່ ແຂວງຫລວງນໍ້າທາ ຍຶດ ໝີແພນດ້າແດງ 6 ໂຕ ແລະ ຈັບພໍ່ຄ້າສັດປ່າ
-
ໄມຊູລີ
2018-01-23 -
-
-
Your browser doesn’t support HTML5 audio
ເມື່ອວັນທີ 12 ມົກຣາ ເຈົ້າໜ້າທີ່ ພາສີ ດ່ານບໍ່ເຕັນ ກວດຄົ້ນຣົຖຕູ້ ທີ່ມາຈາກ ຈີນ ເຂົ້າສູ່ ແຂວງຫລວງນໍ້າທາ ແລະ ໄດ້ກວດພົບຫມີ ແພນດ້າແດງ ຈໍານວນ 6 ໂຕ ດັ່ງນັ້ນ ຈຶ່ງໄດ້ຍຶດໝື ດັ່ງກ່າວ ແລະ ຈັບພໍ່ຄ້າສັດປ່າ.
ຕໍ່ມາບໍ່ດົນ ເຈົ້າໜ້າທີ່ ກວດກາປ່າໄມ້ ແຂວງ ຫລວງນໍ້າທາ ໄດ້ມອບໝີແພນດາແດງ ທັງ 6 ໂຕ ໃຫ້ ອົງການ Free Bears ຊຶ່ງ ໄດ້ນໍາໄປ ຮັກສາໄວ້ ຢູ່ ສູນອານຸຮັກໝີ ທີ່ ນໍ້າຕົກກວາງຊີ, ແຂວງ ຫລວງພຣະບາງ. ແຕ່ໜ້າເສັຍດາຍ ໝີແພນດາແດງ 3 ໂຕ ເສັຽຊີວິດ ຍ້ອນ ຖືກກັກຂັງ ແອອັດ, ສ່ວນອີກ 3 ໂຕລອດຊີວິດ ແລະ ປັຈຈຸບັນ ມີສຸຂພາບ ແຂງແຮງ. ທ່ານແສງອາລຸນ ວົງໄຊ, ຜູ້ຈັດການໂຄງການ ອານຸຮັກ ຫມີລາວ, ກ່າວວ່າ:
“ແມ່ນແລ້ວເນາະ ເພາະວ່າໝີແພນດ້າແດງ ເຖິງວ່າ ຈະບໍ່ມີໃນປະເທດ ຂອງພວກເຮົາ ແຕ່ກໍຈັດ ຢຸ່ໃນສາຍພັນສັດຫາຍາກ ໃກ້ສູນພັນ ຖືວ່າ ຜິດກົດໝາຍ ຕາມສົນທິສັນຍາ ໄຊເຕັດສ ລະຫວ່າງປະເທດ ຕາມການຄາດຄະເນ ຂອງເຈົ້າໜ້າທີ່ໂຄງການ ຂອງພວກເຮົາເນາະ ຄິດວ່າ ການລັກລອບ ນໍາເຂົ້າ ໃນຄັ້ງນີ້ຫັ້ນເນາະ ອາດຈະເປັນການລັກລອບຄ້າຂາຍ ເພື່ອເປັນສັດລ້ຽງ ເພາະຢຸ່ໃນປະເທດ ຂອງພວກເຮົາ ຫັ້ນບໍ່ມີ.”
ປະເທດລາວ ແມ່ນທາງຜ່ານ ຂອງ ການລັກລອບ ຄ້າສັດປ່າຫວງຫ້າມ ໃນເອເຊັຽ ແລະ ພວກຄ້າສັດປ່າ ມັກລັກລອບ ຄ້າຂາຍ ສັດປ່າ ຜ່ານລາວ ອອກໄປປະເທດ ເພື່ອນບ້ານ ເປັນປະຈໍາ ແຕ່ເທື່ອນີ້ ເປັນເທື່ອທໍາອິດ ທີ່ພວກພໍ່ຄ້າສັດປ່າ ລັກລອບ ສັດປ່າ ເຂົ້າມາລາວ ຈາກ ປະເທດ ເພື່ອນບ້ານ. ດັ່ງ ທ່ານ ແສງອາລຸນ ວົງໄຊ ກ່າວຕື່ມວ່າ :
“ທີ່ຜ່ານມາ ພວກເຮົາ ກໍບໍ່ເຄີຍໄດ້ຍິນວ່າ ມີການນໍາເຂົ້າສັດປ່າ ເຂົ້າມາປະເທດລາວ ສ່ວນຫລາຍຜ່ານມາ ແມ່ນເຮົາຈະສະກັດກັ້ນ ການສົ່ງ ອອກສັດປ່າ ຈາກປະເທດເຮົາ ໄປສູ່ປະເທດອື່ນ ອັນນີ້ ກໍເປັນອີກເຫດການນຶ່ງ ທີ່ເຫັນໄດ້ວ່າ ເຄືອຂ່າຍ ການລັກລອບ ຄ້າຂາຍສັດປ່າ ຜິດກົດໝາຍ ຍັງມີການຂຍາຍໂຕຢູ່ ເຊິ່ງຄິດວ່າ ອາດຈະຍັງມີ.”
ໝີແພນດ້າແດງ ມີຖິ່ນກຳເນີດ ໃນແຖບພູເຂົາ ຫີມມາໄລ ແລະ ຕາມແລວສາຍພູ ທິດຕາເວັນຕົກສຽງໃຕ້ ຂອງ ປະເທດຈີນ. ອົງການ ຮັກສາ ສັດປ່າ ສາກົນ ຄາດວ່າ ປັຈຈຸບັນ ທົ່ວໂລກ ຍັງມີ ໝີແພນດ້າແດງ ເຫລືອຢູ່ ປະມານ 1 ໝື່ນໂຕ.