ຫົວພັນ ມີເດັກນ້ອຍຫຼາຍພັນຄົນ ບໍ່ໄດ້ຮຽນໜັງສື

ເດັກນ້ອຍ ຢູ່ແຂວງ ຫົວພັນ 7 ພັນປາຍຄົນ ຍັງບໍ່ໄດ້ເຂົ້າ ໂຮງຮຽນອະນຸບານ

ເດັກນ້ອຍ ນັກຮຽນລາວ ກໍາລັງອ່ານປື້ມ ໃນວັນ ອ່ານປື້ມສາກົນ Thammachat

ຕາມນະໂຍບາຍ ຂອງຣັຖບານ ສປປລາວ ວ່າ ຈະພຍາຍາມສົ່ງເສີມ ໃຫ້ເດັກນ້ອຍ ອາຍຸຣະຫວ່າງ 3 ປີຫາ 5 ປີ ໃນຂອບເຂດທົ່ວປະເທດ ຕ້ອງໄດ້ເຂົ້າໂຮງຮຽນ. ແຕ່ໃນພາກຕົວຈິງ ປະຕິບັດບໍ່ໄດ້ ຍ້ອນຍັງມີ ຄວາມຫຍຸ້ງຍາກ ຫຼາຍດ້ານ ເປັນຕົ້ນ ເດັກນ້ອຍ ຢູ່ແຂວງຫົວພັນ ຍັງບໍ່ໄດ້ເຂົ້າໂຮງຮຽນ 7 ພັນປາຍຄົນ ເພາະຄຣູ ແລະ ໂຮງຮຽນ ບໍ່ພຽງພໍ ຍ້ອນຂາດເຂີນງົບປະມານ, ດັ່ງເຈົ້າໜ້າທີ່ ຜແນກສຶກສາ ແຂວງຫົວພັນ ກ່າວວ່າ:

“ມັນຫຍຸ້ງຍາກນີ໊ ກໍຂ້ອນຂ້າງຢາກມີ ຢູ່ເນາະ ເພາະວ່າເດັກນ້ອຍສ່ວນຫລາຍ ອາຄານ ສະຖານທີ່ ໂຮງຮຽນນີ້ເດີ໊ ບໍ່ເບິດແຄ່ນັ້ນ ພື້ນທີ່ຫັ້ນນະ ການຮອງຮັບ ການເຂົ້າຮຽນ ຂອງເດັກ ມັນບໍ່ຄ່ອຍວ່າ ຈະຕອບສນອງ ໄດ້ເທົ່າທີ່ຄວນ ສະພາບລວມ ຂອງແຂວງ ສ່ວນຫຼາຍລະ ເປັນອາຄານ ຊັ້ນລ້ຽງເດັກອະນຸບານ ການລົງທຶນຂອງຣັຖ ເຂົ້າໃສ່ ແຕ່ລະປີນີ໊ ມີຈໍາກັດ ກໍໄດ້ອາສັຍ ຮຽນຮ່ວມກັບປະຖົມ.”

ທ່ານອະທິບາຍວ່າ ເດັກນ້ອຍ ອາຍຸຣະຫວ່າງ 3 ຫາ 5 ປີ ຢູ່ແຂວງຫົວພັນ ໄດ້ເຂົ້າໂຮງຮຽນອະນຸບາລ ປະມານ 12 ພັນຄົນ ຈາກຈໍານວນ ທັງໝົດ ປະມານ 20 ພັນຄົນ ຍ້ອນຂາດເຂີນງົບປະມານ, ໄດ້ຮັບງົບປະມານ ຈາກຣັຖບານ ພຽງ 15 ພັນປາຍຕື້ກີບ ຕໍ່ປີ. ໂຮງຮຽນ ທີ່ມີຢູ່ ກໍບໍ່ໄດ້ມາຕຖານ ເປັນພຽງໂຮງຮຽນ ທີ່ຣະດົມຊຸມຊົນ ຊ່ອຍກັນສ້າງເອົາເອງເທົ່ານັ້ນ ແລະ ໃນປັດຈຸບັນ ໂຮງຮຽນທີ່ໄດ້ທຶນ ຈາກຕ່າງປະເທດ ຊ່ອຍເຫຼືອ ກໍເລີ່ມເກົ່າຊຸດໂຊມ:

"ບໍ່ພຽງພໍ ເພາະວ່າ ພວກອົງການ ທີ່ຊ່ອຍເຫລືອ ຈາກຕ່າງປະເທດ,ຈ າກທະນາຄານໂລກ ຫລືວ່າ ຢູຟາແອຟບີ ໄອຄ່າຂັວນນັ້ນ ເປັນໂຮງຮຽນ ເຄິ່ງຖາວອນ ມາຮອດ ປັດຈຸບັນ ມັນກໍຢາກ ຊຸດໂຊມແລ້ວສິນະ ມັນບໍ່ເປັນ ໂຮງຮຽນຖາວອນ."

ທ່ານກ່າວອີກວ່າ ເຣື່ອງການປິ່ນປົວ ສັກຢາ ແລະ ຢອດຢາກັນພຍາດໃຫ້ເດັກນ້ອຍ ກໍພົບຂໍ້ຫຍຸ້ງຍາກ ຍ້ອນຄວາມບໍ່ເຂົ້າໃຈ ຂອງພໍ່ແມ່ ຜູ້ປົກຄອງ ເພາະເຫັນວ່າ ເມື່ອໄປສັກຢາ ຫຼື ຢອດຢາແລ້ວ ເດັກນ້ອຍ ຢາກມີອາການເປັນໄຂ້ ໜາວສັ່ນ. ດັ່ງນັ້ນ ຜູ້ເປັນພໍ່ແມ່ ເລີຍບໍ່ພາລູກ ໄປສັກຢາ ເຮັດໃຫ້ເຈົ້າໜ້າທີ່ ຕ້ອງໄດ້ໄປ ໂຄສະນາຕື່ມອີກ ໃນເຣື່ອງຄວາມເຂົ້າໃຈເຫລົ່ານີ້. ແຕ່ສໍາລັບເດັກນ້ອຍ ທີ່ມານອນ ຢູ່ໂຮງຮຽນ ຖືວ່າ ໄດ້ຮັບການສັກຢາ 100 ສ່ວນຮ້ອຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org