ບໍຣິສັດ Grace Air Ticket ບໍຣິຈາກ ອຸປກອນການຮຽນ

ບໍຣິສັດ ທ່ອງທ່ຽວ Grace Air Ticket ບໍຣິຈາກ ອຸປກອນການຮຽນ ເປັນຕົ້ນ ປື້ມ ສໍ ແລະ ອຸປກອນ ການກິລາ ໃຫ້ແກ່ ໂຮງຮຽນ ມັທຍົມຕົ້ນ ບ້ານແກ້ງແຄນ ເມືອງຈອມເພັດ ແຂວງ ຫຼວງພຣະບາງ.

ໂຮງຮຽນ ມັທຍົມຕອນຕົ້ນ ບ້ານແກ້ງແຄນ ເມືອງຈອມເພັດ ແຂວງຫຼວງພຣະບາງ ຮູບຈາກ : ນັກຂ່າວພົລເມືອງ

ການຂາດເຂີນ ອຸປກອນການຮຽນການສອນ ຂອງໂຮງຮຽນໃນລາວ ມີມາຢູ່ຕລອດ ແຕ່ກໍມີການຊ່ອຍເຫຼືອ ຈາກທາງການ ແລະ ການຈັດຕັ້ງ ຕ່າງໆ ຊຶ່ງໃນມື້ນີ້ ຂ້າພະເຈົ້າ ໄດ້ມີໂອກາດ ສໍາພາດ ບໍຣິສັດ ທ່ອງທ່ຽວ Grace Air Ticketທີ່ໄດ້ຮວບຮວມເອົາ ອຸປກອນຕ່າງໆ ໄປມອບ ໃຫ້ແກ່ ໂຮງຮຽນມັທຍົມຕອນຕົ້ນ ບ້ານແກ້ງແຄນ ເມືອງຈອມເພັດ ແຂວງຫຼວງພຣະບາງ... ເຊີນທ່ານຮັບຟັງ ຈາກ ຜູ້ອໍານວຍການ ບໍຣິສັດ ທ່ອງທ່ຽວ Grace Air Ticket ໄດ້ເລີຍ...

ໃນຂນະດຽວກັນ ຄຣູອາຈານຢູ່ໂຮງຮຽນ ມັດທຍົມແຫ່ງນີ້ຕ່າງກໍດີໃຈ ແລະກຽມການຮັບຕ້ອນຄະນະຜູ້ມາບໍຣິຈາກເຄື່ອງຊ່ອຍເຫຼືອ, ນອກຈາກ ນັ້ນແລ້ວ ພໍ່ແມ່ປະຊາຊົນ ພາຍໃນບ້ານ ກໍກຽມພ້ອມ ຫ້າງຫາກະກຽມ ອາຫານການກິນສໍາລັບຮັບຕ້ອນ ຄະນະຜູ້ບໍຣິຈາກ

ນອກຈາກວ່າ ນັກຮຽນມັທຍົມ ໃນບ້ານນີ້ ຂາດເຂີນ ອຸປກອນການຮຽນ ການສຶກສາ ແລ້ວນັ້ນ ນັກຮຽນ ອະນຸບານ ກໍຂາດເຄື່ອງຫຼີ້ນ, ເຄື່ອງ ນຸ່ງຫົ່ມ ໂສ້ງເສື້ອ ອຸປກອນ ການຮຽນການສອນ ສໍາລັບນັກຮຽນຊັ້ນປະຖົມ ກໍຂາດເຂີນ ເຊັ່ນກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org