ເງິນເດືອນ ຣັຖກອນ ອອກຊ້າ, ບໍ່ກຸ້ມກິນ, ຖືກສໍ້ໂກງ

ຄ່າຄອງຊີບແພງ, ເງິນເດືອນໜ້ອຍ ບໍ່ພໍກິນ ແຕ່ຍັງອອກຊ້າອີກດ້ວຍ ແລະ ບໍ່ມີສິດ ເວົ້າວ່າ, ຖ້າເວົ້າ ກໍຈະຖືກກ່າວຫາ ບໍ່ເສັຽສຣະ ເພື່ອຊາຕ, ບໍ່ສົມ ເປັນພນັກງານຣັຖ.

ກອງປະຊຸມ ປືກສາຫາລື, ຄົ້ນຄວ້າ ກົນໄກ ການເບີກຈ່າຍ ເງິນລ່ວງໜ້າ ໃຫ້ກະຊວງການເງິນ ເພື່ອເບີກຈ່າຍເງິນເດືອນ. ກະຊວງການເງິນ

ເງິນເດືອນໜ້ອຍ ບໍ່ພໍກິນ ກໍຕ້ອງທົນ ກວ່າຈະໄດ້ເຂົ້າຣັຖ ກໍບໍ່ງ່າຍ ແຕ່ລະມື້ ຜູ້ບັນຊາ ຈະວ່າແນວໃດ ກໍປະຕິບັດຕາມ. ເງິນເດືອນ ບໍ່ກຸ້ມກິນ ເງິນເດືອນອອກຊ້າ ບໍ່ມີສິດ ເວົ້າວ່າ, ຖ້າເວົ້າ ກໍຈະຖືກກ່າວຫາ ບໍ່ເສັຽສຣະ ເພື່ອຊາຕ ບໍ່ສົມ ເປັນພນັກງານຣັຖ.

ໄມຊູລີ:  ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ... ຂໍຕ້ອນຮັບ ທ່ານເຂົ້າມາສູ່ ຣາຍການ “ມາຟັງນໍາກັນ”. ສັປດານີ້ ມາເວົ້າເຖິງ ພນັກງານຣັຖ ຊັ້ນຜູ້ນ້ອຍ ກໍໄດ້ແຕ່ຈົ່ມວ່າ ເງິນເດືອນບໍ່ກຸ້ມກິນ. ບໍ່ກ້າຮຽກຮ້ອງ ແຕ່ລະມື້ເຂົ້າໄປເຮັດວຽກ ຫົວໜ້າ ແຕ່ງຕັ້ງ ໄປເຮັດອັນໃດ ກໍຕ້ອງໄປ. ຄັນເວົ້າຫລາຍ ກໍຖືກກ່າວຫາວ່າ ເປັນພນັກງານຣັຖ ບໍ່ມີສະຕິ ເສັຽສຣະ ເພື່ອຊາຕ, ບໍ່ສົມເປັນ ພນັກງານຣັຖ ອົດທົນໄປ, ຜູ້ນໍາ ເພິ່ນກຳລັງເລັ່ງແກ້ໄຂໃຫ້ຢູ່.

ມື້ນີ້ ພວກເຮົາ ຈະມາຟັງ ຄຳເຫັນ ຂອງເລົ່າພນັກງານ ຊັ້ນຜູ້ນ້ອຍ ທີ່ຖືກ ເອົາລັດເອົາປຽບ ແຕ່ກໍບໍ່ກ້າຮຽກຮ້ອງ ໄດ້ແຕ່ ສົ່ງຜ່ານ ຂໍ້ຄວາມມາຍັງ ພວກເຮົາ ໃຫ້ຊ່ອຍ ກະຈາຍອອກໄປ ເພື່ອໃຫ້ ພາກສ່ວນກ່ຽວຂ້ອງ ມາແກ້ບັນຫາ ດັ່ງກ່າວ. ສຳລັບ ມື້ນີ້ ຫົວຂໍ້ ໃນຣາຍການແມ່ນ ເງິນເດືອນພນັກງານຣັຖ ອອກຊ້າ ບໍ່ກຸ້ມກິນ ຖືກສໍ້ໂກງ.

ທ່ານມີ ຄວາມຄຶດຄວາມເຫັນຫຍັງ ກໍສົ່ງຄອມເມັ້ນ ມາຍັງເຟສບຸກຄ໌ ຂອງພວກເຮົາ ທີ່ກຳລັງອອກ ຣາຍການ ໃນຕອນນີ້, ແລ້ວພວກເຮົາ ຈະໂທຫາ ສັມພາດ ມາອອກຣາຍການ. ດຳເນີນຣາຍການໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ ຫົວຂໍ້ ໃນຣາຍການ ມື້ນີ້ ເງິນເດືອນພະນັກງານຣັຖ ອອກຊ້າ ບໍ່ກຸ້ມກິນ ຖືກສໍ້ໂກງ ທີ່ຈິງເຣື່ອງນີ້ ບໍ່ແມ່ນເຣື່ອງໃໝ່ ໃນປະເທດລາວ. ເພາະບັນຫາ ເງິນເດືອນຣັຖ ບໍ່ພໍກີນນັ້ນ ມັນມີມາດົນແລ້ວ. ແລ້ວຫລາຍຄົນ ອາຈຖາມວ່າ ເປັນຫຍັງ ຄົນລາວ ຄືຢາກເຂົ້າເປັນພນັກງານຣັຖ ຫລາຍແທ້ ເຖິງຂັ້ນ ໄດ້ຊື້ຈ້າງກັນແພງໆ ເຂົ້າໄປ. ບັນຫານີ້ ບໍ່ແມ່ນ ພວກເຮົາ ໃສ່ຮ້າຍປ້າຍສີ ຄວາມຈິງ ກໍຄືພາກຣັຖ ມັນມີຊ່ອງຫວ່າງ ໃຫ້ສໍ້ຣາສບັງຫລວງຫລາຍ ເພາະສະນັ້ນ ການຈ້າງເຂົ້າ ກໍຂຶ້ນກັບວ່າ ຈະເຮັດວຽກ ໃນຂແນງການໃດ. ນອກຈາກນີ້, ຍັງມີການໃຊ້ເຊື້ອສາຍ ເຂົ້າມາຊ່ອຍ ນີ້ກໍຖືເປັນບັນຫານຶ່ງ ທີ່ຄົນເຮັດວຽ ກັບຣັຖ ຈະຮັ່ງມີ ມີຊັພສິນຫລາຍ ຍ້ອນການເອື້ອປໂຍດ ໃຫ້ກັນ ຂອງເຊື້ອສາຍ. ເພາະສະນັ້ນຫລາຍຄົນ ທີ່ຢາກເປັນພນັກງານຣັຖ ຍ້ອນເຫັນຊ່ອງທາງນີ້ ຊຶ່ງທາງພາກຣັຖບານເອງ ກໍແກ້ໄຂ ບໍ່ໄດ້. ເຖິງແມ່ນວ່າ ຈະເວົ້າເລື້ອຍໆວ່າ ຈະປາບປາມ ແຕ່ສຸດທ້າຍ ກໍມິດໄປ ຊຶ່ງມັນກໍຜ່ານມາຫລາຍ ຣັຖບານ ກໍຍັງບໍ່ເຫັນວ່າ ມີການປາບປາມ ສໍ້ຣາສບັງຫລວງ ຢ່າງຈິງຈັງ. ຊຶ່ງມັນໄດ້ສົ່ງ ຜົລກະທົບ ຕໍ່ລາຍຮັບ ແຫ່ງຊາຕຂາດເຂີນ ແລະ ກໍລາມມາໃສ່ ການເບີກຈ່າຍ ເງິນເດືອນ ໃຫ້ພນັກງານຣັຖ ຊັກຊ້າ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org