ຊາວບ້ານຂໍຄ່າຊົດເຊີຍທີ່ ເໝາະສົມ
ຊາວບ້ານ ຢູ່ ແຂວງພາກເໜືອ ບ່ອນທີ່ ທາງຣົດໄຟ ລາວຈີນ ຈະຜ່ານ ບໍ່ມີຄວາມ ຂັດຂ້ອງ ໃນການ ໂຍກຍ້າຍ ແຕ່ຢາກໄດ້ ຄ່າຊົດເຊີຍ ທີ່ ເໝາະສົມ.
-
ສົມເນ
2016-03-21 -
-
-
Your browser doesn’t support HTML5 audio
ຊາວບ້ານ ຢູ່ແຂວງ ອຸດົມໄຊ ທີ່ຕ້ອງໄດ້ໂຍກຍ້າຍ ອອກຈາກ ບໍຣິເວນ ທາງຜ່ານ ຂອງ ເສັ້ນທາງ ຣົດໄຟ ລາວ-ຈີນ ບໍ່ມີຄວາມ ຂັດຂ້ອງ ນໍາການຍ້າຍ ແຕ່ຢາກໃຫ້ ທາງ ບໍຣິສັດ ຫລື ພາກສ່ວນ ກ່ຽວຂ້ອງ ເອົາໃຈໃສ່ ໃນການໃຫ້ ຄ່າຊົດເຊີຍ ທີ່ສົມເຫດ ສົມຜົນ ເພື່ອວ່າ ຊາວບ້ານ ຈະມີບ່ອນຢູ່ ບ່ອນເຊົາ ແລະ ມີດິນປູກຝັງ ຄືເກົ່າ. ດັ່ງ ເຈົ້າໜ້າທີ່ ແຂວງ ອຸດົມໄຊ ທ່ານນຶ່ງ ໄດ້ກ່າວກັບ ເອເຊັຽເສຣີ ໃນວັນທີ່ 18 ມິນາ ນີ້ວ່າ:
"ຊາວບ້ານ ກ່າບໍ່ມີການ ຂັດຂ້ອງ ຄັນວ່າ ເງື່ອນໄຂ ການພັທນາ ຫັ້ນນະ ແຕ່ວ່າ ຂໍໃຫ້ເບື້ອງ ທາງລົດ ທົດແທນໃຫ້ ປະຊາຊົນ ຕາມ ຄວາມເໝາະສົມ ຫັ້ນນະ ມີຢູ່ມີກິນ ກວ່າເກົ່າ ວ່າຊັ້ນສະນໍ ເຂົາກ່າໃຫ້".
ມາຮອດ ປັດຈຸບັນນີ້ ທາງການລາວ ຍັງບໍ່ຮູ້ວ່າ ຄອບຄົວ ທີ່ ຖືກໂຍກຍ້າຍ ນັ້ນ ຈະໄດ້ຮັບ ຄ່າຊົດເຊີຽ ເທົ່າໃດ ແບບໃດ ແລະ ຈະຍ້າຍໄປ ຢູ່ໃສ. ເຖິງຢ່າງໃດ ກໍຕາມ ຊາວບ້ານ ໃນຫຼາຍເຂດ ທີ່ ທາງຣົດໄຟ ຈະຜ່ານນັ້ນ ເປັນຕົ້ນ ຢູ່ເຂດ ເມືອງບໍ່ເຕັນ ເມືອງ ຊາຍແດນ ແຂວງ ຫຼວງນໍ້າທາ ຫຼາຍຄອບຄົວ ບໍ່ຮູ້ເລີຍວ່າ ຕົນຈະໄດ້ຮັບ ຜົນກະທົບ ຈາກ ການສ້າງ ທາງຣົດໄຟ ກໍເລີຍ ບໍ່ຮູ້ວ່າ ຈະຮຽກຮ້ອງ ແນວໃດ. ດັ່ງ ເຈົ້າໜ້າທທີ່ ຫຼວງນໍ້າທາ ໄດ້ກ່າວ:
"ຜົນກະທົບ ຕໍ່ຊາວບ້ານ ກ່າມີຢູ່ ເພາະມັນ ຢູ່ແຖວໆເຂດ ບໍ່ເຕັນ ຫຍັງເນາະ ມັນກ່າ ຜ່ານບ້ານ ລະກ່າຜ່ານ ດິນໄຮ່ ດິນສວນ ປະຊາຊົນ ບໍ່ເຫັນເຂົາເຈົ້າ ຮຽກຮ້ອງ ຄ່າຊົດເຊີຍ ຫຍັງ ຄືວ່າ ບໍ່ເຫັນ".
ນັບແຕ່ ທາງການລາວ ໄດ້ປະກາດ ສ້າງ ທາງຣົດໄຟ ຢ່າງ ເປັນທາງການ ເມື່ອວັນທີ່ 2 ເດືອນ ທັນວາ ປີ 2015 ຜ່ານມາ ທາງການລາວ ກໍມີແຕ່ ເວົ້າວ່າ ປະຊາຊົນ ທີ່ຖືກ ຜົນກະທົບ ຈາກ ໂຄງການນີ້ ຈະໄດ້ຮັບ ຄ່າຊົດເຊີຍ ທີ່ເໝາະສົມ. ເວລາ ຜ່ານມາໄດ້ ເກືອບ 3 ເດືອນ ແລ້ວ ຍັງບໍ່ມີ ຂໍ້ມູນ ເທື່ອວ່າ ມີ ປະຊາຊົນ ບ້ານໃດ ເມືອງໃດ ແລະ ຈັກຄອບຄົວ ຈະຖືກ ຜົນກະທົບ ຈາກ ໂຄງການ ສ້າງທາງ ຣົດໄຟ.