ມາຕຖານຂອງລາງຣົດໄຟ ໄທ-ຈີນ

ໄທ ແລະ ຈີນ ຈະ ລົງນາມ ໃນຜົນ ຂອງ ກອງປະຊຸມ ຄັ້ງທີ່ 3 ກ່ຽວກັບ ມາຕຖານ ຂອງ ລາງ ຣົດໄຟ ໃນ ໂຄງການ ທີ່ ຈະສ້າງ ເຊື່ອມຕໍ່ ກັນ.

ແຜນທີ່ ໂຄງການ ເສັ້ນທາງ ຣົດໄຟ ໃນເຂດ ເອເຊັຽ Source Land Public Transport Commission

ຣັຖມົນຕຣີ ກະຊວງ ຂົນສົ່ງ ຂອງໄທ ທ່ານ ປຣະຈິນ ຈັ່ນທອງ ເປີດເຜີຍ ຄວາມ ຄືບໜ້າ ຂອງ ໂຄງການ ສ້າງທາງ ຣົດໄຟ ໃນ ຣະບົບ ທີ່ ມາຕຖານ ຄວາມກວ້າງ ຂອງ ລາງ 1 ແມັດ ກັບ 435 ມິລລີແມັດ ຫລັງຈາກ ການ ພົບປະ ແລະ ປະຊຸມ ກັນ ຄັ້ງທີ 3 ກັບ ຝ່າຍຈີນ ວ່າ, ໄດ້ມີການ ຕົກລົງ ກັນເຣື້ອງ ແບ່ງປັນ ໜ້າວຽກ ທີ່ ກ່ຽວຂ້ອງ ກັບ ການສ້າງ ທາງ ຣົດໄຟ ນີ້. ຕາມຣາຍງານ ອົງການ ຂ່າວ ແອັນທີທີ. ກອງປະຊຸມ ມີຂຶ້ນ ໃນ ວັນທີ 10 ຫາ 11 ມິນາ ຢູ່ ເມືອງ ໜອງຄາຍ.

ທ່ານ ປຣະຈິນ ເວົ້າວ່າ ທ່ານເອງ ເປັນຜູ້ນໍາ ພາຄນະ ເຮັດວຽກ ຂອງ ຝ່າຍຈີນ ເດີນທາງ ໄປ ແຂວງ ໜອງຄາຍ ເພື່ອ ສັງເກດ ເບິ່ງ ສະຖານທີ່ ກໍ່ສ້າງ ທາງ ຣົດໄຟ ແລະ ສະຖານີ ສໍາລັບ ຜູ້ ໂດຍສານ ທີ່ ຈະເດີນທາງ ຕໍ່ໄປຍັງ ນະຄອນ ຂຸນໝິງ ຜ່ານ ນະຄອນ ຫລວງ ວຽງຈັນ.

ທ່ານວ່າ ໃນວັນທີ່ 15 ມິນາ ນີ້ ໄທ ຈະ ເຈຣະຈາ ກັບ ຝ່າຍລາວ ກ່ຽວກັບ ຂໍ້ສະເໜີ ການສ້າງ ທາງຣົດໄຟ ສາຍ ບາງກອກ ຫາ ວຽງຈັນ ຕໍ່ໄປ ຂຸນໝິງ. ຣາຍຣະອຽດ ຂອງ ການແບ່ງ ວຽກງານ ນັ້ນ ຍັງຈະ ປະຊຸມ ກັນ ຕື່ມອີກ ຢູ່ກອງ ປະຊຸມຄັ້ງ ທີ 4 ທີ່ ກໍານົດ ຈັດຂຶ້ນ ຢູ່ ນະຄອນ ຂຸນໝິງ ຣະຫ່ວາງ ວັນທີ 6 ຫາ 8 ພຶສພາ ນີ້ ແລະ ໃນກອງ ປະຊຸມນັ້ນ ຄາດວ່າ ຈະມີການ ເຊັນສັນຍາ ຕົກລົງ ການ ກູ້ຢືມ ເງິນ ຈາກຈີນ.

ຄາດວ່າ ຜົນການ ປະຊຸມ ກ່ຽວກັບ ຄວາມ ຄືບໜ້າ ຂອງ ວຽກງານ ທາງຣົດໄຟ ສາຍນີ້ ຈະ ນໍາ ສເນີ ຕໍ່ ກອງ ປະຊຸມ ຣັຖມົນຕຣີ ໃນ ວັນທີ 27 ມິນາ ທີ່ ຈະມາເຖິງ ນີ້. ພ້ອມນັ້ນ ທາງ ກະຊວງ ຈະໄດ້ ສເນີ ງົບປະມານ ໃນການ ຈ້າງ ບໍຣິສັດ ທີ່ ປຶກສາ ເພື່ອ ເບິ່ງແຍງ ການ ສໍາຣວດ ຜົນກະທົບ ຕໍ່ ສິ່ງ ແວດລ້ອມ, ການ ຈັດການ ແລະ ການ ປະເມີນ ໂຄງການ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org